ບົດທີ 4

1 ໃນຂະນະທີ່ ເປໂຕກັບໂຢຮັນ ກຳລັງເວົ້າກັບຄົນທັງປວງຢູ່ນັ້ນ, ບັນດາປະໂລຫິດ ແລະ ຫົວຫນ້າຮັກສາພຣະວິຫານ ແລະພວກຊາດູກາຍກໍພາກັນມາຫາພວກເຂົາ. 2 ຄົນເຫລົ່ານັ້ນມີຄວາມກັງວົນໃຈຫລາຍ. ເພາະວ່າເປໂຕກັບໂຢຮັນ ກຳລັງສັ່ງສອນຄົນທັງຫລາຍ ແລະ ປະກາດການຄືນພຣະຊົນຈາກຄວາມຕາຍຂອງພຣະເຢຊູຄຣິດເຈົ້າ. 3 ພວກເຂົາຈຶ່ງຈັບທ່ານທັງສອງໄປ ແລະ ຂັງໄວ້ໃນຄຸກຈົນຮອດເຊົ້າມື້ຕໍ່ມາ, ເພາະວ່າໃນຕອນນັ້ນເປັນເວລາຄ່ຳແລ້ວ. 4 ແຕ່ຄົນຈຳນວນຫລາຍທີ່ໄດ້ຍິນຖ້ອຍຄຳນັ້ນກໍເຊື່ອ; ແລະ ນັບຈຳນວນຜູ້ຊາຍທີ່ເຊື່ອໄດ້ປະມານຫ້າພັນຄົນ. 5 ໃນເຊົ້າມື້ຕໍ່ມາ ບັນດາຜູ້ທີ່ປົກຄອງກັບຜູ້ອາວຸໂສ, ແລະ ພວກທຳມະຈານກໍໄດ້ມາປະຊຸມກັນທີ່ນະຄອນ ເຢຣູຊາເລັມ. 6 ອັນນາມະຫາປະໂລຫິດໃຫຍ່, ກາຢະຟາ, ໂຢຮັນ, ແລະ ອະເລັກຊັນເດີ, ແລະທຸກຄົນທີ່ເປັນຍາດພີ່ນ້ອງຂອງມະຫາປະໂລຫິດກໍຢູ່ທີ່ນັ້ນ. 7 ເມື່ອພວກເຂົາໃຫ້ເປໂຕກັບໂຢຮັນຢືນຢູ່ທ່າມກາງພວກເຂົາແລ້ວ, ພວກເຂົາຈຶ່ງຖາມທ່ານທັງສອງວ່າ, "ພວກທ່ານເຮັດການນີ້, ໂດຍຣິດອຳນາດ, ຫລືໂດຍຊື່ຂອງໃຜ?" 8 ແລ້ວເປໂຕ, ກໍເຕັມລົ້ນດ້ວຍພຣະວິນຍານບໍຣິສຸດເຈົ້າ, ກ່າວແກ່ພວກເຂົາວ່າ, “ທ່ານຜູ້ປົກຄອງປະຊາຊົນ, ແລະ ພວກຜູ້ອາວຸໂສທັງຫລາຍ, 9 ຖ້າພວກທ່ານຈະຖາມຂ້າພະເຈົ້າເຖິງການດີທີ່ພວກເຮົາໄດ້ເຮັດເພື່ອຄົນເຈັບປ່ວຍ—ວ່າລາວດີຂຶ້ນເປັນປົກກະຕິໄດ້ແນວໃດ? 10 ກໍຂໍໃຫ້ພວກທ່ານ ແລະ ຊົນຊາດອິດສະຣາເອນ, ທຸກຄົນຈົ່ງຮູ້ໄວ້ວ່າໃນພຣະນາມຂອງພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ຜູ້ທີ່ພວກທ່ານໄດ້ຖືກຄຶງທີ່ກາງແຂນ, ຜູ້ທີ່ພຣະເຈົ້າໄດ້ຊົງເຮັດໃຫ້ພຣະອົງເປັນຂຶ້ນມາຈາກຄວາມຕາຍ—ໂດຍພຣະອົງນີ້ແຫລະ ທີ່ເຮັດໃຫ້ຊາຍຄົນນີ້ຢືນຢູ່ຕໍ່ໜ້າທ່ານທັງຫລາຍເປັນປົກກະຕິ. 11 ພຣະເຢຊູຄຣິດເຈົ້າຊົງເປັນສີລາທີ່ນາຍຊ່າງກໍ່ສ້າງໄດ້ປະຖິ້ມແຕ່ໄດ້ຖືກສ້າງໃຫ້ເປັນສີລາເສົາເອກແລ້ວ. 12 ບໍ່ມີຄວາມລອດພົ້ນໃນຜູ້ອື່ນເລີຍ, ເພາະວ່າບໍ່ມີຊື່ອື່ນໃດທົ່ວໃຕ້ຟ້າທີ່ຊົງມອບທ່າມກາງມະນຸດທັງປວງ, ທີ່ສ້າງໃຫ້ພວກເຮົາໄດ້ຮັບຄວາມລອດພົ້ນໄດ້." 13 ເມື່ອພວກເຂົາເຫັນຄວາມກ້າຫານຂອງເປໂຕກັບໂຢຮັນ, ພວກເຂົາຮູ້ວ່າທ່ານທັງສອງແມ່ນຄົນທຳມະດາ, ແລະບໍ່ມີການສຶກສາ, ພວກເຂົາກໍແປກໃຈ, ແລະ ຈື່ໄດ້ວ່າເປໂຕກັບໂຢຮັນເຄີຍຢູ່ກັບພຣະເຢຊູຄຣິດເຈົ້າ. 14 ເພາະວ່າພວກເຂົາເຫັນວ່າຊາຍຄົນນັ້ນທີ່ໄດ້ຮັບການປິ່ນປົວຢືນຢູ່ກັບທ່ານທັງສອງ, ພວກເຂົາກໍບໍ່ມີຫຍັງທີ່ຈະຕໍ່ຕ້ານໄດ້. 15 ຫລັງຈາກນັ້ນ ພວກເຂົາກໍສັ່ງໃຫ້ພວກອັກຄະສາວົກອອກຈາກທີ່ປະຊູມສະພານັ້ນ, ແລ້ວພວກເຂົາຈຶ່ງສົນທະນາກັນໃນພວກເຂົາເອງ. 16 ພວກເຂົາກ່າວວ່າ, "ພວກເຮົາຈະເຮັດແນວໃດກັບຄົນເຫລົ່ານີ້? ເພາະວ່າຄວາມຈິງທີ່ພວກເຂົາໄດ້ເຮັດການອັດສະຈັນທີ່ຍິ່ງໃຫຍ່ ເຊິ່ງທຸກຄົນທີ່ອາໄສຢູ່ໃນນະຄອນ ເຢຣູຊາເລັມ; ກໍຮູ້ເລື່ອງນີ້ ເຊິ່ງພວກເຮົາກໍປະຕິເສດບໍ່ໄດ້. 17 ແຕ່ເພື່ອບໍ່ໃຫ້ເລື່ອງນີ້ແຜ່ລາມອອກໄປທ່າມກາງປະຊາຊົນ, ພວກເຮົາຈະເຕືອນພວກເຂົາຢ່າໃຫ້ເວົ້າອອກຊື່ນີ້ກັບໃຜອີກຕໍ່ໄປ." 18 ດັ່ງນັ້ນພວກເຂົາຈຶ່ງເອີ້ນເປໂຕກັບໂຢຮັນເຂົ້າມາ. ແລະສັ່ງຢ້ຳກັບພວກທ່ານບໍ່ໃຫ້ເວົ້າ ຫລື ສອນກ່ຽວກັບພຣະນາມຂອງພຣະເຢຊູຄຣິດເຈົ້າອີກເລີຍ. 19 ແຕ່ເປໂຕກັບໂຢຮັນກ່າວຕອບພວກເຂົາວ່າ, "ພວກທ່ານຈົ່ງພິຈາລະນາເບິ່ງ ຈະຟັງຄວາມພວກທ່ານ ຫລືຟັງຄວາມຂອງພຣະເຈົ້າອັນໃດເປັນສິ່ງຖືກຕ້ອງຕໍ່ສາຍຕາຍພຣະເຈົ້າ? 20 ເພາະວ່າຂ້າພະເຈົ້າຈະບໍ່ເວົ້າເຖິງສິ່ງທີ່ຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນນັ້ນກໍບໍ່ໄດ້." 21 ຫລັງຈາກທີ່ໄດ້ຢໍ້າເຕືອນເປໂຕກັບໂຢຮັນແລ້ວ, ພວກເຂົາປ່ອຍທ່ານທັງສອງໄປ. ພວກເຂົາຊອກຫາສາເຫດທີ່ຈະລົງໂທດທ່ານທັງສອງບໍ່ໄດ້, ເພາະວ່າທຸກຄົນກຳລັງສັນລະເສີນພຣະເຈົ້າໃນເຫດການທີ່ເກີດຂື້ນ. 22 ຊາຍຄົນນັ້ນທີ່ໄດ້ຮັບການຮັກສາຈາກພະຍາດໂດຍຣິດອຳນາດນັ້ນກໍມີອາຍຸຫລາຍກວ່າສີ່ສິບປີ. 23 ຫລັງຈາກທີ່ໄດ້ຮັບການປ່ອຍຕົວແລ້ວ, ເປໂຕກັບໂຢຮັນຈຶ່ງໄປຫາພີ່ນ້ອງຂອງຕົນ ແລະໄດ້ເລົ່າເລື່ອງທັງໝົດທີ່ພວກຫົວໜ້າ ປະໂລຫິດ ແລະ ຜູ້ອາວູໂສໄດ້ກ່າວຕໍ່ພວກເຂົາ. 24 ເມື່ອພວກເຂົາໄດ້ຍິນເລື່ອງນີ້, ກໍຮ່ວມໃຈກັນຮ້ອງສຽງດັງຫາພຣະເຈົ້າວ່າ, "ອົງພຣະຜູ້ເປັນເຈົ້າ, ພຣະອົງໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ ແລະ ທະເລ, ແລະ ສັບພະສີ່ງທີ່ມີຢູ່ໃນນັ້ນ. 25 ພຣະອົງຜູ້ທີ່ກ່າວໄວ້ໂດຍພຣະວິນຍານບໍຣິສຸດ ແລະ ໂດຍປາກຂອງດາວິດ, ບັນພະບຸລຸດຂອງພວກເຮົາຜູ້ຮັບໃຊ້ຂອງພຣະອົງວ່າ, 'ເຫດໃດຄົນຕ່າງຊາດຈຶ່ງໂຫດຮ້າຍຢ່າງຮຸນແຮງ, ແລະ ຄົນທັງຫລາຍຈຶ່ງກໍ່ອຸບາຍອັນໄຮ້ປະໂຫຍດ?' 26 ບັນດາ, 'ກະສັດຂອງໂລກນີ້ໄດ້ຕັ້ງລວມໂຕກັນຂື້ນ, ແລະບັນດາຜູ້ປົກຄອງກໍລວມໂຕກັນຕໍ່ຕ້ານອົງພຣະຜູ້ເປັນເຈົ້າ, ແລະຕໍ່ຕ້ານພຣະຄຣິດຂອງພຣະອົງ.' 27 ໃນຄວາມເປັນຈິງ, ທັງເຮໂຣດແລະປົນທຽວປີລາດ, ກັບພວກຄົນຕ່າງຊາດ ແລະ ຊົນຊາດອິດສະຣາເອນ, ໄດ້ເຕົ້າໂຮມກັນໃນເມືອງນີ້ຕໍ່ຕ້ານກັບພຣະເຢຊູຄຣິດເຈົ້າ, ຜູ້ຮັບໃຊ້ບໍຣິສຸດຂອງພຣະອົງທີ່ຊົງເຈີມໄວ້ແລ້ວ. 28 ພວກເຂົາໄດ້ເຕົ້າໂຮມກັນເພື່ອທີ່ຈະເຮັດທຸກສິ່ງຕາມພຣະຫັດ ແລະ ພຣະປະສົງຂອງພຣະອົງທີ່ໄດ້ຕັດສິນພຣະໄທ ຕໍ່ສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. 29 ບັດນີ້, ອົງພຣະຜູ້ເປັນເຈົ້າ, ຂໍໂຜດຫລຽວເບິ່ງຄຳຂົ່ມຂູ່ຂອງພວກເຂົາ ແລະ ຂໍໃຫ້ບັນດາຜູ້ຮັບໃຊ້ຂອງພຣະອົງທີ່ຈະກ່າວພຣະທັມຂອງພຣະອົງດ້ວຍໃຈກ້າຫານ. 30 ເພື່ອວ່າໃນຂະນະທີ່ພຣະອົງຊົງເດ່ພຣະຫັດຂອງພຣະອົງອອກເພື່ອການຮັກສານັ້ນໝາຍສຳຄັນ, ແລະການອັດສະຈັນຈະເກີດຂຶ້ນໂດຍພຣະນາມຂອງພຣະເຢຊູູຄຣິດເຈົ້າ. ຜູ້ຮັບໃຊ້ທີ່ບໍຣິສຸດຂອງພຣະອົງ." 31 ເມື່ອພວກເຂົາອະທິຖານຈົບແລ້ວ, ສະຖານທີ່ເຊິ່ງພວກເຂົາປະຊຸມຢູ່ນັ້ນກໍສັ່ນສະເທືອນ, ແລ້ວພວກເຂົາກໍເຕັມລົ້ນໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ກ່າວພຣະທັມຂອງພຣະເຈົ້າດ້ວຍໃຈກ້າຫານ. 32 ຄົນທີ່ເຊື່ອຈຳນວນຫລາຍກໍມີໃຈ ແລະ ຈິດວິນຍານດຽວກັນ. ບໍ່ມີໃຜອ້າງວ່າຊັບສົມບັດທີ່ພວກເຂົາມີເປັນຂອງຕົນເອງ, ແຕ່ຊັບສົມບັດທັງຫມົດທີ່ພວກເຂົາມີແມ່ນຂອງສ່ວນກາງ. 33 ດ້ວຍຣິດອຳນາດອັນຍິ່ງໃຫຍ່ ບັນດາອັກຄະສາວົກກໍປະກາດຄຳພະຍານເຖິງການຄືນພຣະຊົນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ, ແລະພຣະຄຸນອັນຍິ່ງໃຫຍ່ກໍຢູ່ກັບພວກເຂົາທຸກຄົນ. 34 ໃນພວກເຂົາບໍ່ມີຜູ້ໃດຂາດເຂີນສິ່ງໃດໆ, ເພາະວ່າທຸກຄົນທີ່ເປັນເຈົ້າຂອງທີ່ດິນ ແລະ ເຮືອນກໍຂາຍມັນໄປ ແລະນຳເງິນທີ່ໄດ້ຈາກການຂາຍສິ່ງເຫລົ່ານັ້ນ. 35 ວາງໄວ້ທີ່ 'ຕີນ, ຂອງພວກອັກຄະສາວົກແລະແຈກຢາຍໃຫ້ກັບຜູ້ທີ່ເຊື່ອ ແຕ່ລະຄົນຕາມຄວາມຈຳເປັນ. 36 ໂຢເຊັບເປັນ, ຄົນເລວີ, ທີ່ມາຈາກເກາະ ໄຊປຣັສ ເຊິ່ງບັນດາອັກຄະສາວົກຊື່ວ່າບາຣະນາບາ (ເຊິ່ງຫມາຍຄວາມວ່າ ລູກແຫ່ງການໜູນໃຈ), 37 ມີທີ່ດິນແລ້ວຂາຍໄປ ແລະ ນຳເງິນນັ້ນມາວາງໄວ້ທີ່ 'ຕີນ. ຂອງພວກອັກຄະສາວົກ.