1 ໃນຂະນະທີ່ເປໂຕກັບໂຢຮັນກຳລັງຂຶ້ນໄປທີ່ພຣະວິຫານໃນເວລາອະທິຖານ, ຕອນບ່າຍສາມໂມງ, 2 ມີຊາຍຄົນໜຶ່ງເປັນເປັ້ຍມາຕັ້ງແຕ່ເກີດ ທຸກໆມື້ລາວຈະຖືກຫາມມາວາງໄວ້ທີ່ປະຕູພຣະວິຫານ, ທີ່ມີຊື່ວ່າປະຕູງາມ ເພື່ອໃຫ້ເຂົາຂໍທານຈາກຄົນທີ່ເຂົ້າໄປມາພຣະວິຫານ. 3 ເມື່ອລາວເຫັນເປໂຕກຳລັງຈະເຂົ້າໄປໃນພຣະວິຫານ, ລາວກໍຂໍທານນຳ. 4 ແຕ່ເປໂຕ, ກັບໂຢຮັນ ໄດ້ແນມເບິ່ງໜ້າລາວ, ແລະກ່າວວ່າ, "ຈົ່ງເບິ່ງຂ້າພະເຈົ້າເຖີດ." 5 ຄົນເປັ້ຍຄົນນັ້ນກໍແນມເບິ່ງທີ່ພວກເພິ່ນ, ດ້ວຍຄວາມຄາດຫວັງວ່າຈະໄດ້ຮັບບາງຢ່າງຈາກພວກເພິ່ນ. 6 ແຕ່ເປໂຕໄດ້ກ່າວວ່າ, "ເງິນ ແລະ ຄຳ ເຮົາບໍ່ມີ, ສິ່ງທີ່ເຮົາມີຢູ່ນັ້ນເຮົາຈະໃຫ້ແກ່ເຈົ້າ. ຄືໃນພຣະນາມພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ຈົ່ງລູກຍ່າງເຖີດ." 7 ແລ້ວເປໂຕຈັບມືຂວາຂອງລາວ, ຈູງຂຶ້ນມາ, ໃນທັນໃດນັ້ນຕີນ ແລະ ຂໍ້ຕີນຂອງລາວກໍແຂງແຮງຂຶ້ນ. 8 ຄົນເປັ້ຍຄົນນັ້ນກໍໄດ້ຢືນຂຶ້ນ ແລະ ເລີ້ມຕົ້ນຍ່າງ, ລາວຍ່າງເຂົ້າໄປໃນພຣະວິຫານພ້ອມກັບເປໂຕ ແລະ ໂຢຮັນ, ທັງຍ່າງ, ທັງກະໂດດໂລດເຕັ້ນ, ແລະສັນລະເສີນພຣະເຈົ້າ. 9 ຄົນທັງປວງເຫັນລາວຍ່າງ ແລະ ສັນລະເສີນພຣະເຈົ້າ. 10 ພວກເຂົາກໍຈື່ໄດ້ວ່າລາວເປັນຄົນນັ່ງຂໍທານຢູ່ທີ່ປະຕູງາມຂອງພຣະວິຫານ; ແລະພວກເຂົາກໍເຕັມໄປດ້ວຍຄວາມອັດສະຈັນ ແລະປະຫລາດໃຈ ເພາະເຫດການທີ່ເກີດຂຶ້ນກັບຄົນນັ້ນ. 11 ໃນຂະນະ ທີ່ຊາຍຄົນນັ້ນຍັງຢູ່ກັບເປໂຕ ແລະ ໂຢຮັນ, ຄົນທັງປວງໄດ້ແລ່ນເຂົ້າມາຫາພວກເພິ່ນທີ່ລະບຽງພຣະວິຫານ ເຊິ່ງເອີ້ນວ່າລະບຽງຂອງໂຊໂລໂມນ, ດ້ວຍຄວາມແປກໃຈຫລາຍ. 12 ເມື່ອເປໂຕເຫັນເຊັ່ນນີ້, ທ່ານຈຶ່ງກ່າວກັບຄົນເຫລົ່ານັ້ນວ່າ, "ທ່ານຊົນຊາດອິດສະຣາເອນ, ເປັນຫຍັງພວກທ່ານຈຶ່ງແປກໃຈ? ເປັນຫຍັງພວກທ່ານຈຶ່ງເບິ່ງຂ້າພະເຈົ້າ, ຄືກັບວ່າຂ້າພະເຈົ້າໄດ້ເຮັດໃຫ້ຊາຍຄົນນີ້ຍ່າງໂດຍຣິດອຳນາດ ແລະ ຄວາມດີຂອງຂ້າພະເຈົ້າເອງ? 13 ພຣະເຈົ້າຂອງອັບຣາຮາມ, ອີຊາກ, ແລະ ຢາໂຄບ, ເຊິ່ງເປັນພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາ, ໄດ້ມອບກຽດຕິຍົດນີ້ໃຫ້ແກ່ພຣະເຢຊູຄຣິດເຈົ້າ, ຜູ້ຮັບໃຊ້ຂອງພຣະອົງ ພຣະອົງຊົງເປັນຜູ້ທີ່ພວກທ່ານໄດ້ມອບໄວ້ ແລະ ປະຕິເສດຕໍ່ຫນ້າປີລາດ, ເມື່ອລາວຕັດສິນທີ່ຈະປ່ອຍພຣະອົງ. 14 ທ່ານໄດ້ປະຕິເສດອົງບໍຣິສຸດ ແລະ ຊອບທຳ, ແລະ ທ່ານໄດ້ຂໍໃຫ້ປ່ອຍຕົວຄາດຕະກອນໃຫ້ແກ່ທ່ານແທນ. 15 ທ່ານໄດ້ຂ້າພຣະອົງຜູ້ຊົງເປັນເຈົ້າແຫ່ງຊີວິດ, ຜູ້ທີ່ພຣະເຈົ້າໄດ້ປຸກໃຫ້ຟື້ນຄືນມາຈາກຄວາມຕາຍ—ແລະຂ້າພະເຈົ້າໄດ້ເປັນພະຍານໃນເລື່ອງນີ້. 16 ບັດນີ້, ໂດຍຄວາມເຊື່ອໃນພຣະນາມຂອງພຣະອົງ—ຊາຍຄົນນີ້ທີ່ທ່ານໄດ້ເຫັນແລະຮູ້ຈັກ—ພຣະນາມດຽວກັນນີ້ໄດ້ສ້າງໃຫ້ລາວມີຄວາມເຂັ້ມແຂງຂື້ນ. ໂດຍຄວາມເຊື່ອທາງພຣະເຢຊູຄຣິດເຈົ້າ ເຮັດໃຫ້ລາວຫາຍດີເປັນປົກະຕິຕາມທີ່ປະກົດຕໍ່ໜ້າພວກທ່ານທຸກຄົນ. 17 ພີ່ນ້ອງທັງຫລາຍ, ບັດນີ້, ຂ້າພະເຈົ້າຮູ້ວ່າພວກທ່ານໄດ້ເຮັດມັນລົງໄປໂດຍຮູ້ເທົ່າບໍ່ເຖິງການ, ເຊັ່ນດຽວກັບບັນດາຜູ້ນຳຂອງພວກທ່ານ. 18 ແຕ່ສິ່ງເຫລົ່ານີ້ ພຣະເຈົ້າໄດ້ບອກໄວ້ລ່ວງໜ້າແລ້ວໂດຍປາກຂອງຜູ້ທຳນວາຍທຸກຄົນ, ວ່າພຣະຄຣິດຂອງພຣະອົງຈະຕ້ອງທົນທຸກທໍລະມານ, ເຊິ່ງພຣະອົງເອງໄດ້ຊົງເຮັດສຳເລັດແລ້ວ. 19 ເພາະເຫດນີ້, ຈົ່ງກັບໃຈເສຍໃໝ່, ແລະ ຫັນກັບມາ, ເພື່ອຄວາມບາບຂອງທ່ານຈະຖືກລົບລ້າງອອກໄປ, ເພື່ອວາລະແຫ່ງການຟື້ນຟູໃໝ່ຈາກການປະກົດຂອງພຣະຜູ້ເປັນເຈົ້າ; 20 ແລະພຣະອົງຈະມອບໃຫ້ພຣະຄຣິດເຈົ້າ. ຜູ້ຊົງແຕ່ງຕັ້ງໃຫ້ເປັນພຣະເຢຊູຄຣິດເຈົ້າໃຫ້ແກ່ທ່ານ, 21 ພຣະອົງຈຳຕ້ອງຢູ່ໃນສະຫວັນຈົນກ່ວາຈະຮອດເວລາທີ່ທຸກສິ່ງຈະຖືກສ້າງຕັ້ງຂຶ້ນມາໃໝ່, ຕາມທີ່ພຣະເຈົ້າໄດ້ກ່າວໄວ້ເປັນເວລາດົນນານແລ້ວ ໂດຍປາກຂອງບັນດາຜູ້ທຳນວາຍບໍຣິສຸດຂອງພຣະອົງ. 22 ໂມເຊກ່າວຄວາມຈິງວ່າ, 'ອົງພຣະຜູ້ເປັນເຈົ້າຈະແຕ່ງຕັ້ງຜູ້ທຳນວາຍ ຄືກັບຂ້າພະເຈົ້າຂຶ້ນມາໃນທ່າມກາງພີ່ນ້ອງຂອງພວກທ່ານ. ພວກທ່ານຈະຟັງທຸກສິ່ງທີ່ພຣະອົງຈະກ່າວຕໍ່ພວກທ່ານ. 23 ສິ່ງທີ່ຈະເກີດຂຶ້ນກັບທຸກຄົນ ທີ່ບໍ່ຟັງຜູ້ທຳນວາຍນັ້ນ ພວກເຂົາກໍຈະຖືກທຳລາຍໃຫ້ໝົດໄປຈາກຄົນທັງປວງ.' 24 ແມ່ນແລ້ວ, ບັນດາຜູ້ທຳນວາຍຕັ້ງແຕ່ຊາມູເອນ, ແລະຄົນເຫລົ່ານັ້ນທີ່ມາພາຍຫລັງ, ພວກເຂົາກ່າວ ແລະ ປະກາດເຖິງມື້ເຫລົ່ານີ້. 25 ພວກທ່ານເປັນເຊື້ອສາຍຂອງຜູ້ທຳນວາຍ ແລະຂອງພັນທະສັນຍາທີ່ພຣະເຈົ້າໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກທ່ານ, ພຣະອົງກ່າວກັບອັບຣາຮາມວ່າ, 'ບັນດາເຊື້ອສາຍຂອງແຜ່ນດິນໂລກທັງໝົດຈະໄດ້ຮັບພຣະພອນ ຍ້ອນເຊື້ອສາຍຂອງທ່ານ.' 26 ຫລັງຈາກທີ່ພຣະເຈົ້າໄດ້ເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງເປັນຄືນມາແລ້ວ, ພຣະອົງໄດ້ສົ່ງທ່ານໄປຫາພວກທ່ານກ່ອນ, ເພື່ອທີ່ຈະຊົງອວຍພອນແກ່ພວກທ່ານ ໂດຍການເຮັດໃຫ້ພວກທ່ານທຸກຄົນຫັນກັບຈາກຄວາມຊົ່ວຮ້າຍຂອງຕົນ."