1 ໃນເວລານັ້ນ, ເມື່ອພວກສາວົກກຳລັງເພີ່ມທະວີຈຳນວນຂື້ນ, ພວກຊາວຢິວທີ່ເວົ້າພາສາກຣີກກໍພາກັນຈົ່ມກ່ຽວກັບຊາວຢິວທີ່ເວົ້າພາສາເຮັບເຣີ, ເພາະວ່າບັນດາແມ່ໝ້າຍຂອງພວກເຂົາບໍ່ໄດ້ຮັບການເອົາໃຈໃສ່ ແລະ ບໍ່ໄດ້ຮັບແຈກອາຫານປະຈຳວັນ. 2 ອັກຄະສາວົກສິບສອງຄົນຈຶ່ງໄດ້ເອີ້ນພວກສາວົກຈຳນວນຫລວງຫລາຍມາຫາພວກທ່ານ ແລະກ່າວວ່າ, "ມັນເປັນສິ່ງທີ່ບໍ່ສົມຄວນທີ່ພວກເຮົາຈະບໍ່ໃສ່ໃຈພຣະທັມຂອງພຣະເຈົ້າ ແຕ່ເພື່ອໃຫ້ສາມາດມາແຈກຢາຍອາຫານໄດ້ນັ້ນ. 3 ພີ່ນ້ອງທັງຫລາຍ, ທ່ານຄວນຈະເລືອກເອົາເຈັດຄົນໃນພວກທ່ານ, ທີ່ເປັນຄົນທີ່ມີຊື່ສຽງດີ, ເຕັມລົ້ນໄປດ້ວຍພຣະວິນຍານບໍຣິສຸດເຈົ້າ, ແລະ ສະຕິປັນຍາ ຜູ້ທີ່ຂ້າພະເຈົ້າຈະຕັ້ງໃຫ້ເພື່ອເບິ່ງແຍງວຽກງານນີ້. 4 ສ່ວນພວກທ່ານ, ຈະຍັງຄົງຢູ່ໃນການອະທິຖານ ແລະ ພາລະກິດດ້ານພຣະທັມຂອງພຣະເຈົ້າສະເໝີໄປ." 5 ຄຳກ່າວຂອງພວກອັກຄະສາວົກເປັນທີ່ພໍໃຈໃຫ້ຝູງຊົນ, ດັ່ງນັ້ນພວກເຂົາຈຶ່ງເລືອກເອົາຊະເຕຟາໂນ, ຜູ້ທີ່ເຕັມໄປດ້ວຍຄວາມເຊື່ອ ແລະ ພຣະວິນຍານບໍຣິສຸດເຈົ້າ, ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ, ແລະ ນີໂກລາໂອຊາວເມືອງ ອັນຕີໂອເຂຍທີ່ເຂົ້າໃນສາສະໜາຢິວ. 6 ບັນດາຜູ້ທີ່ເຊື່ອນຳຄົນເຫລົ່ານີ້ມາຢູ່ຕໍ່ຫນ້າ ພວກອັກຄະສາວົກ, ຜູ້ທີ່ອະທິຖານ ແລະ ວາງມືເທິງພວກເຂົາ. 7 ເມື່ອພຣະທັມຂອງພຣະເຈົ້າຂະຫຍາຍ ແລະ ຈຳນວນສາວົກໃນນະຄອນ ເຢຣູຊາເລັມເພີ່ມຂື້ນຢ່າງວ່ອງໄວ, ພວກປະໂລຫິດກໍໄດ້ມາເຊື່ອຖືເປັນຈຳນວນຫລາຍ. 8 ຊະເຕຟາໂນ, ຜູ້ເຕັມໄປດ້ວຍພຣະຄຸນ ແລະ ຣິດເດດ, ໄດ້ເຮັດການອັດສະຈັນ ແລະ ໝາຍສຳຄັນອັນຍິ່ງໃຫຍ່ໃນທ່າມກາງປະຊາຊົນ. 9 ແຕ່ວ່າມີຄົນຈາກທຳມະສາລາທີ່ເອີ້ນວ່າໂຮງທຳຂອງຊາວຢິວອົບພະຍົບ, ທີ່ເປັນຊາວກີເຣເນ ແລະ ຊາວອາເລັກຊັນເດຍ, ແລະບາງຄົນຈາກແຂວງກີລີເກຍ ແລະ ເອເຊຍ, ຄົນເຫລົ່ານີ້ກຳລັງໂຕ້ຖຽງກັບຊະເຕຟາໂນ. 10 ແຕ່ພວກເຂົາບໍ່ສາມາດຕໍ່ສູ້ກັບຖ້ອຍຄຳທີ່ຊະເຕຟາໂນກ່າວດ້ວຍສະຕິປັນຍາ ແລະ ພຣະວິນຍານບໍຣິສູດເຈົ້າໄດ້. 11 ພວກເຂົາໄດ້ຊັກຊວນບາງຄົນແບບລັບໆເພື່ອໃຫ້ກ່າວວ່າ, "ຂ້າພະເຈົ້າໄດ້ຍິນຊະເຕຟາໂນເວົ້າຖ້ອຍຄຳໝິ່ນປະໝາດໂມເຊ ແລະ ພຣະເຈົ້າ." 12 ພວກເຂົາປຸກລະດົມປະຊາຊົນ, ພວກຜູ້ອາວຸໂສ, ແລະພວກທຳມະຈານ, ແລະພວກຄົນເຫລົ່ານັ້ນກໍໄດ້ເຂົ້າມາຈັບຊະເຕຟາໂນ ແລະ ພາຕົວລາວໄປທີ່ສະພາຢິວ. 13 ພວກເຂົາໄດ້ນຳເອົາພະຍານປອມມາ, ກ່າວວ່າ, "ຊາຍຄົນນີ້ບໍ່ໄດ້ເຊົາເວົ້າຖ້ອຍຄຳໝິ່ນປະໝາດສະຖານທີ່ອັນສັກສິດແຫ່ງນີ້ ແລະ ພຣະບັນຍັດ. 14 ເພາະວ່າຂ້າພະເຈົ້າໄດ້ຍິນລາວເວົ້າວ່າ, ພະເຢຊູຄຣິດເຈົ້າແຫ່ງນາຊາເຣັດຄົນນີ້ຈະທຳລາຍສະຖານທີ່ແຫ່ງນີ້ ແລະ ປ່ຽນທຳນຽມທີ່ໂມເຊໄດ້ມອບໃຫ້ພວກເຮົາໄວ້." 15 ທຸກຄົນທີ່ນັ່ງຢູ່ໃນສະພາຢິວກໍແນມໄປເບິ່ງທີ່ ຊະເຕຟາໂນ ແລະ ເຫັນໜ້າຂອງທ່ານຄືກັບໜ້າຂອງເທວະດາ.