1 ຂ້າພະເຈົ້າບໍ່ມີເສລີພາບ ບໍ? ຂ້າພະເຈົ້າບໍ່ໄດ້ເປັນອັກຄະສາວົກບໍ? ຂ້າພະເຈົ້າບໍ່ໄດ້ເຫັນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາບໍ? ທ່ານທັງຫລາຍບໍ່ໄດ້ເປັນຄົນງານຂອງຂ້າພະເຈົ້າໃນອົງພຣະຜູ້ເປັນເຈົ້າບໍ? 2 ຖ້າຂ້າພະເຈົ້າບໍ່ໄດ້ເປັນອັກຄະສາວົກຕໍ່ຄົນອື່ນ, ຢ່າງຫນ້ອຍໆຂ້າພະເຈົ້າກໍ່ເປັນອັກຄະສາວົກຕໍ່ພວກທ່ານ. ເພາະພວກທ່ານຄືຫລັກຖານສະແດງວ່າການເປັນອັກຄະສາວົກໃນອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ. 3 ນີ້ຄືຄຳໃຫ້ການຂອງຂ້າພະເຈົ້າຕໍ່ຄົນເຫລົ່ານີ້ທີ່ໄດ້ສອບຖາມຂ້າພະເຈົ້າ: 4 ພວກເຮົາບໍ່ມີສິດທີ່ຈະກິນ ແລະ ດື່ມບໍ? 5 ພວກເຮົາບໍ່ມີສິດທີ່ຈະພາເມຍທີ່ເປັນຜູ້ທີ່ເຊື່ອໄປກັບເຮົາ, ຄືກັບພວກອັກຄະສາວົກຄົນອື່ນໆ, ຫລື ຢ່າງທີ່ພວກພີ່ນ້ອງໃນອົງພຣະຜູ້ເປັນເຈົ້າ, ແລະ ເປໂຕນັ້ນບໍ? 6 ມີສະເພາະບາຣະນາບາ ແລະ ຂ້າພະເຈົ້າເທົ່ານັ້ນທີ່ຈະຕ້ອງເຮັດວຽກບໍ? 7 ແມ່ນໃຜແດ່ທີ່ເປັນທະຫານແລ້ວອອກຄ່າໃຊ້ຈ່າຍເອງ? ມີໃຜແດ່ທີີ່ເຮັດສວນອະງຸ່ນແລ້ວບໍ່ໄດ້ກິນຫມາກຂອງມັນ? ຫລື ໃຜແດ່ລ້ຽງຝູງສັດແລ້ວບໍ່ໄດ້ດື່ມນ້ຳນົມຈາກຝູງສັດນັ້ນ? 8 ຂ້າພະເຈົ້າກ່າວສິ່ງເຫລົ່ານີ້ດ້ວຍອຳນາດມະນຸດບໍ? ກົດບັນຍັດບໍ່ໄດ້ກ່າວໄວ້ເຫມືອນກັນບໍໍ? 9 ເພາະມີຂຽນໄວ້ໃນກົດບັນຍັດຂອງໂມເຊວ່າ, "ຢ່າເອົາກະສອບປິດປາກງົວເມື່ອມັນກຳລັງນວດເຂົ້າ." ພຣະເຈົ້າຊົງຫ່ວງງົວແທ້ໆບໍ? 10 ພຣະອົງບໍ່ໄດ້ກຳລັງກ່າວເຖິງພວກເຮົາບໍ? ສີ່ງນີ້ໄດ້ຂຽນໄວ້ເພື່ອພວກເຮົາ, ເພາະຄົນທີ່ໄຖນາກໍຄວນໄຖດ້ວຍຄວາມຫວັງ, ຜູ້ທີ່ນວດເຂົ້າກໍຄວນນວດດ້ວຍຄວາມຄາດຫວັງວ່າຈະໄດ້ສ່ວນແບ່ງເມື່ອເກັບກ່ຽວ. 11 ຖ້າພວກເຮົາຫວ່ານສິ່ງຕ່າງໆຝ່າຍວິນຍານໃຫ້ແກ່ພວກເຈົ້າແລ້ວ,ມັນຈະເກີນໄປບໍ ຖ້າພວກເຮົາຈະເກັບກ່ຽວສິ່ງຝ່າຍວັດຖຸ ຈາກພວກທ່ານ? 12 ຖ້າຄົນອື່ນມີສິດທີ່ຈະໄດ້ຮັບປະໂຫຍດນີ້ຈາກທ່ານ, ພວກເຮົາກໍຄວນທີ່ຈະໄດ້ຮັບຕັ້ງຫລາຍເທົ່າບໍ່ແມ່ນບໍ? ເຖິງຢ່າງໃດກໍ່ຕາມ, ພວກເຮົາບໍ່ໄດ້ອ້າງສິດນີ້ເລີຍ, ໃນທາງກົງກັນຂ້າມ, ພວກເຮົາອົດທົນທຸກຢ່າງເພື່ອຈະບໍ່ມີສີ່ງກີດຂວາງຂ່າວປະເສີດຂອງພຣະຄຣິດ. 13 ທ່ານບໍ່ຮູ້ບໍວ່າຄົນເຫຼົ່ານັ້ນທີ່ຮັບໃຊ້ຢູ່ໃນພຣະວິຫານ, ກໍ່ໄດ້ຮັບອາຫານຈາກພຣະວິຫານນັ້ນ? ທ່ານບໍ່ຮູ້ບໍວ່າຄົນເຫຼົ່ານັ້ນທີ່ຮັບໃຊ້ຢູ່ແທ່ນບູຊາ ກໍ່ໄດ້ຮັບສ່ວນແບ່ງຈາກເຄື່ອງຖວາຍທີ່ແທ່ນບູຊານັ້ນ? 14 ໃນທຳນອງດຽວກັນ, ພຣະເຈົ້າອົງເຈົ້ານາຍຜສັ່ງວ່າຄົນເຫຼົ່ານັ້ນທີ່ປະກາດຂ່າວປະເສີດ ຄວນຈະໄດ້ຮັບການລ້ຽງດູຈາກຂ່າວປະເສີດ. 15 ແຕ່ຂ້າພະເຈົ້າບໍ່ໄດ້ອ້າງສິດໃດໆເຫຼົ່ານີ້ເລີຍ. ແລະ ຂ້າພະເຈົ້າບໍ່ໄດ້ຂຽນສີ່ງເຫຼົ່ານີ້ເພື່ອຈະໃຫ້ຜູ້ໃດເຮັດສິ່ງໃດໃຫ້ກັບຂ້າພະເຈົ້າ. ຂ້າພະເຈົ້າຍອມຕາຍເສຍຍັງດີກ່ວາທີ່ຈະໃຫ້ຜູ້ໃດຖອດຖອນຂ້າພະເຈົ້າຈາກການອວດອ້າງນີ້. 16 ເຖິງແມ່ນວ່າຂ້າພະເຈົ້າປະກາດຂ່າວປະເສີດ, ຂ້າພະເຈົ້າບໍ່ມີເຫດທີ່ຈະອວດອ້າງໄດ້, ເພາະນີ້ຄືສິ່ງທີ່ຂ້າພະເຈົ້າຕ້ອງເຮັດ. ແລະ ວິບັດແກ່ຂ້າພະເຈົ້າຖ້າຂ້າພະເຈົ້າບໍ່ໄດ້ປະກາດຂ່າວປະເສີດ! 17 ເພາະຖ້າຂ້າພະເຈົ້າເຮັດສິ່ງນີ້ຢ່າງເຕັມໃຈ, ຂ້າພະເຈົ້າກໍ່ຍັງມີລາງວັນ. ແຕ່ຖ້າບໍ່ເຕັມໃຈ, ຂ້າພະເຈົ້າກໍ່ຍັງມີຄວາມຮັບຜິດຊອບທີ່ໄດ້ຮັບມອບໄວ້ກັບຂ້າພະເຈົ້າ. 18 ສະນັ້ນລາງວັນຂອງຂ້າພະເຈົ້າແມ່ນຫຍັງ? ນັ້ນຄືເມື່ອຂ້າພະເຈົ້າປະກາດ, ຂ້າພະເຈົ້າໃຫ້ຂ່າວປະເສີດໂດຍບໍ່ຄິດລາຄາ ແລະ ບໍ່ໄດ້ໃຊ້ສິດໃນຂ່າວປະເສີດນັ້ນຢ່າງຄົບຖ້ວນ 19 ເພາະເຖິງແມ່ນຂ້າພະເຈົ້າໄດ້ເປັນອິສະຫຼະຈາກທຸກຄົນ, ຂ້າພະເຈົ້າກໍ່ຍອມເປັນຜູ້ຮັບໃຊ້ຂອງທຸກຄົນ, ເພື່ອຂ້າພະເຈົ້າຈະໄດ້ນຳຄົນຫຼວງຫລາຍມາເປັນສິດ. 20 ຕໍ່ພວກຢິວຂ້າພະເຈົ້າກໍເປັນເໝືອນຄົນຢິວ, ເພື່ອຈະໄດ້ໃຈພວກຢິວ. ຕໍ່ພວກເລົ່ານັ້ນທີ່ຢູ່ໃຕ້ກົດບັນຍັດ, ຂ້າພະເຈົ້າກໍປະພຶດຕົວຄືກັບຄົນທີ່ຢູ່ໃຕ້ກົດບັນຍັດ. ເພື່ອຈະໄດ້ໃຈຄົນເຫຼົ່ານັ້ນທີ່ຢູ່ໃຕ້ກົດບັນຍັດ ຂ້າພະເຈົ້າເຮັດສິ່ງນີ້ເຖິງແມ່ນວ່າຕົວຂ້າພະເຈົ້າເອງບໍ່ໄດ້ຢູ່ໃຕ້ກົດບັນຍັດ. 21 ຕໍ່ຄົນພວກທີ່ຢູ່ນອກກົດບັນຍັດ, ຂ້າພະເຈົ້າກໍ່ປະພຶດຕົວຄືກັບຄົນທີ່ຢູ່ນອກກົດບັັນຍັດ, ເຖິງແມ່ນວ່າຂ້າພະເຈົ້າເອງບໍ່ໄດ້ຢູ່ນອກກົດບັນຍັດຂອງພຣະເຈົ້າ, ແຕ່ຢູ່ໃຕ້ພຣະບັນຍັດຂອງພຣະຄຣິດ. ຂ້າພະເຈົ້າເຮັດສິ່ງນີ້ເພື່ອຈະໄດ້ໃຈຄົນເຫຼົ່ານີ້ທີ່ຢູ່ນອກກົດບັນຍັດ. 22 ຕໍ່ຄົນອ່ອນແອ ຂ້າພະເຈົ້າກໍ່ເຮັດຄືກັບຄົນອ່ອນແອ, ເພື່ອຈະໄດ້ໃຈຄົນອ່ອນແອນັ້ນ. ຂ້າພະເຈົ້າຍອມເປັນຄົນທຸກຊະນິດຕໍ່ຄົນທັງປວງ, ເພື່ອຂ້າພະເຈົ້າຈະຊ່ວຍເຂົາໃຫ້ພົ້ນໄດ້ໂດຍທຸກວິທີທາງ. 23 ຂ້າພະເຈົ້າເຮັດທັງໝົດກໍ່ເພາະເຫັນແກ່ຂ່າວປະເສີດ, ເພື່ອຂ້າພະເຈົ້າຈະໄດ້ມີສ່ວນໃນພຣະພອນແຫ່ງຂ່າວປະເສີດນັ້ນ. 24 ທ່ານບໍ່ຮູ້ບໍວ່າພວກທີ່ແລ່ນແຂ່ງນັ້ນ ນັກແລ່ນທຸກຄົນໃນການແລ່ນແຂງຂັນນັ້ນ, ແຕ່ມີພຽງຄົນດຽວທີ່ໄດ້ຮັບລາງວັນ? ສະນັ້ນ ຈົ່ງແລ່ນເພື່ອຊີງລາງວັນມາໃຫ້ໄດ້. 25 ນັກກິລາຍັງຕ້ອງຄວບຄຸມໂຕເອງໃນການຝຶກຊ້ອມ. ຕ່າງກໍຢູ່ໃນລະບຽບວິນັຍຢ່າງເຄັ່ງຄັດ ພວກເຂົາເຮັດເພື່ອຈະໄດ້ມົງກຸດທີ່ຫ່ຽວແຫ້ງໄດ້, ແຕ່ເຮົາແລ່ນເພື່ອຈະໄດ້ມົງກຸດຊື່ງບໍ່ມີວັນຫຽ່ວແຫ້ງ. 26 ເຖິງຢ່າງໃດກໍ່ຕາມ ຂ້າພະເຈົ້າກໍ່ບໍ່ໄດ້ແລ່ນໂດຍບໍ່ມີເປົ້າຫມາຍ ແລະບໍ່ໄດ້ຕໍ່ສູ້ແບບນັກມວຍທີ່ຊົກລົມ. 27 ແຕ່ຂ້າພະເຈົ້າກຳຈັດເນື້ອໜັງຂອງຂ້າພະເຈົ້າ ແລະ ໃຫ້ຢູ່ໃຕ້ການຄວບຄຸມ, ເພື່ອວ່າຫຼັງຈາກທີ່ຂ້າພະເຈົ້າໄດ້ປະກາດໃຫ້ຄົນອື່ນແລ້ວ, ຂ້າພະເຈົ້າຈະບໍ່ເປັນຄົນທີ່ໃຊ້ການບໍ່ໄດ້ເອງ.