ບົດທີ 10

1 ພີ່​ນ້ອງ​ທັງ​ທັງເອີຍ, ຂ້າ​ພະ​ເຈົ້າຢາກໃຫ້ພວກ​ທ່ານຮູ້ວ່າ, ບັນພະບຸຣຸດຂອງພວກເຮົາທຸກ​ຄົນເພິ່ນໄດ້ຢູ່ໃຕ້ການຄຸ້ມຄອງຂອງເສົາເມກ ແລະທຸກຄົນໄດ້ຍ່າງຜ່ານທະເລໄປ. 2 ທຸກຄົນໄດ້ຮັບບັບຕິສະມາໃນເມກ ແລະ ໃນທະເລເຂົ້າຮ່ວມກັບໂມເຊ, 3 ແລະ ທຸກຄົນໄດ້ກິນອາຫານຝ່າຍວິນຍານຢ່າງດຽວກັນ. 4 ທຸກຄົນໄດ້ດື່ມນ້ຳ​ຝ່າຍວິນຍານຢ່າງດຽວ​ກັນ. ເພາະທຸກຄົນໄດ້ດື່ມຈາກສີ​ລາຝ່າຍວິນຍານທີ່ຕິດຕາມພວກ​ເຂົາ, ສີ​ລາ​ນັ້ນ​ຄືພຣະຄຣິດເຈົ້າ. 5 ແຕ່ພຣະເຈົ້າບໍ່ໄດ້​ພໍ​ພ​ຣະ​ໄທກັບພວກເຂົາສ່ວນຫຼາຍ, ແລະ ສົບຂອງພວກເຂົາກໍ່ຖືກກະແຈກກະຈາຍຢູ່ໃນຖິ່ນແຫ້ງແລ້ງກັນດານ. 6 ດຽວນີ້ ສີ່ງເຫຼົ່ານີ້ກໍ່​ເປັນບົດຮຽນໃຫ້​ກັບ​ເຮົາ, ຢ່າໃຫ້ເຮົາປາຖະໜາທີ່ຈະເຮັດສິ່ງທີ່ຊົ່ວຮ້າຍ​ຕ່າງໆ ຄືກັບທີ່ພວກເຂົາເຄີຍເຮັດ 7 ຢ່າເປັນຄົນ​ກາບໄຫ້ວຮູບເຄົາ​ຣົບ, ດັ່ງທີ່ບາງຄົນໃນພວກເຂົາເຄີຍເປັນ. ຕາມ​ທີ່​ມີຄຳຂຽນໄວ້ວ່າ, "ປະ​ຊາ​ຊົນ​ກໍ່ນັ່ງລົງກິນແລະດື່ມ, ແລ້ວກໍລຸກຂຶ້ນມ່ວນຊື່ນ." 8 ຢ່າ​ໃຫ້​ເຮົາ​ປະ​ພຶດ​ຜິດ​ທາງ​ເພດ​ຄື​ກັບ​ທີ່​ຫຼາຍ​ຄົນ​ໃນ​ພວກ​ເຂົາ​ໄດ້​ເຄີຍ​ເຮັດ. ເພາະໃນວັນດຽວ ຄົນ​ຈຳ​ນວນສອງຫມື່ນສາມພັນຄົນຕ້ອງຕາຍຍ້ອນເຫດນີ້. 9 ແລະຢ່າທົດ​ລອງກັບພຣະຄຣິດ, ຢ່າງທີ່ຫຼາຍ​ຄົນ​ໃນພວກເຂົາເຮັດ ແລ້ວກໍຕ້ອງຕາຍດ້ວຍງູພິດຕອດ. 10 ເຊັ່ນດຽວກັນ ຢ່າຈົ່ມເໝືອນທີ່ຫຼາຍຄົນໃນພວກເຂົາເຮັດ, ແລ້ວກໍ່​ຖືກທຳລາຍໂດຍທູດສະຫວັນ 11 ບັດນີ້ ເຫດການເຫຼົ່ານີ້ໄດ້ເກີດຂື້ນກັບພວກເຂົາເພື່ອເປັນຕົວຢ່າງແກພວກເຮົາ ແລະໄດ້ຮັບການບັນທຶກໄວ້ເພື່ອເເນວທາງແກ່ພວກເຮົາ ຜູ້ທີ່ວາລະສຸດທ້າຍຂອງຍຸກນີ້ມາເຖິງແລ້ວ. 12 ເຫດສະນັ້ນທຸກຄົນທີ່ຄິດວ່າຕົນເອງໝັ້ນຄົງດີແລ້ວ ຈົ່ງລະະວັງໃຫ້ດີເພື່ອທີ່ເຂົາຈະບໍ່ລົ້ມລົງ 13 ບໍ່ມີການທົດລອງໃດໆ ເກີດຂື້ນກັບເຈົ້າ ນອກເຫນືອຈາກການທົດລອງທີ່ເຄີຍເກີດກັບມະນຸດທຸກຄົນ ພຣະເຈົ້າສັດຊື່ ພຣະອົງຈະບໍ່ຍອມໃຫ້ທ່ານຖືກທົດລອງເກີນກວ່າທີ່ທ່ານຈະທົນໄດ້. ພ້ອມກັບການທົດລອງນັ້ນ ພຣະອົງຈະໂຜດໃຫ້ມີທາງໜິ່ລອດດ້ວຍ ເພື່ອໃຫ້ທ່ານສາມາດອົດທົນໄດ້ 14 ພວກທີ່ຮັກຂອງຂ້າ​ພະ​ເຈົ້າ, ຈົ່ງຫຼີກໜີຈາກການຂາບໄຫວ້ຮູບເຄົາຣົບ. 15 ຂ້າ​ພະ​ເຈົ້າເວົ້າກັບທ່ານຄືກັບເວົ້າກັບທ່ານໃນຖານະຜູ້ຄົນທີ່ມີຄວາມເຂົ້າໃຈ ເພື່ອທ່ານຈະພິຈາລະນາວ່າຂ້າ​ພະ​ເຈົ້າຫ​ມາຍເຖິງ​ອັນ​ໃດ. 16 ຖ້ວຍແຫ່ງ​ພ​ຣະພອນທີ່ພວກເຮົາໄດ້ຂໍ​ພ​ຣະ​ພອນ​ນັ້ນ, ເຮັດ​ໃຫ້ເຮົາ​ໄດ້ເຂົ້າສ່ວນໃນເລືອດຂອງພຣະຄຣິດບໍ່​ແມ່ນບໍ? ເຂົ້າຈີ່ທີ່ເຮົາຫັກອອກ, ເຮັດ​ໃຫ້ພວກເຮົາໄດ້ເຂົ້າສ່ວນໃນພ​ຣະກາຍຂອງພຣະຄຣິດບໍ່​ແມ່ນ​ບໍ? 17 ເນື່ອງ​ຈາກ​ມີເຂົ້າຈີ່ກ້ອນດຽວ, ພວກເຮົາຊຶ່ງເປັນຫລາຍ​ບຸກຄົນ ຄືເປັນກາຍດຽວ. ເຮົາທຸກຄົນຕ່າງ​ໄດ້ຮັບ​ຈາກເຂົ້າຈີ່ກ້ອ​ນດຽວກັນນັ້ນ. 18 ຈົ່ງເບິ່ງຊົນຊາດອິດສະຣາເອນຕາມທາງກາຍະພາບ. ພວກຄົນທີ່ຮັບປະທານເຄື່ອງບູຊານັ້ນ, ບໍ່ແມ່ນຜູ້ທີ່ມີສ່ວນຮ່ວມໃນແທ່ນບູຊາບໍ? 19 ດັ່ງນັ້ນ ຂ້າ​ພະ​ເຈົ້າຈະເວົ້າແນວ​ໃດ? ຮູບ​ເຄົາ​ຣົບ​ນັ້ນ​ສຳ​ຄັນ​ຫ​ຍັງ? ຫຼື ອາຫານທີ່ຖວາຍບູ​ຊາ​ແກ່​ຮູບ​ເຄົາ​ຣົບ​ນັ້ນສຳ​ຄັນ​ຫ​ຍັງ? 20 ແຕ່ຂ້າ​ພະ​ເຈົ້າ ໄດ້ເວົ້າ​ເຖິງ​ການທີ່​ຄົນ​ຕ່າງ​ຊາດຖວາຍ​ບູ​ຊາ​ນັ້ນ, ພວກ​ເຂົາ​ຖວາຍ​ສິ່ງ​ຕ່າງໆເຫຼົ່ານີ້ໃຫ້ກັບຜີມານຮ້າຍ ບໍ່ໄດ້ຖວາຍແກ່ພຣະເຈົ້າ. ຂ້າ​ພະ​ເຈົ້າບໍ່ຕ້ອງ​ການໃຫ້ທ່ານເປັນຜູ້ມີ​ສ່ວນຮ່ວມກັບຜີມານຮ້າຍເຫຼົ່ານັ້ນ! 21 ທ່ານບໍ່ສາມາດທີ່​ຈະດື່ມຈາກຈອກຂອງພຣະເຈົ້າອົງເຈົ້ານາຍ ແລະ ດື່ມຈາກຈອກຂອງ​ຜີມານຊາຕານໄດ້. ທ່ານບໍ່ສາມາດກິນຮ່ວມໂຕະຂອງພຣະເຈົ້າອົງເຈົ້ານາຍແລະ ຮ່ວມໂຕະຂອງຜີມານຮ້າຍໄດ້ເຊັ່ນກັນ. 22 ຫລື ພວກເຮົາຈະ​ຍຸ​ຍົງພຣະເຈົ້າອົງເຈົ້ານາຍໃຫ້​ຫຶງ​ຫວງ​ບໍ? ພວກເຮົາມີກຳ​ລັຫຼາຍກວ່າພຣະອົງບໍ? 23 "ຂ້າ​ພະ​ເຈົ້າເຮັດສິ່ງສາລະພັດໄດ້," ແຕ່ບໍ່ແມ່ນທຸກສິ່ງມີປະໂຫຍດ. "ຂ້າ​ພະ​ເຈົ້າເຮັດສິ່ງສາລະະພັດໄດ້" ແຕ່ບໍ່ແມ່ນທຸກສິ່ງທີ່ເຮັດໃຫ້ຈະເລີນນຂື້ນ. 24 ບໍ່ຄວນໃຫ້​ຜູ້ໃດສະແຫວງຫາຄວາມດີຂອງຕົນເອງ. ແຕ່ໃນ​ທາງ​ກົງ​ກັນ​ຂ້າມ, ແຕ່ລະຄົນຄວນສະແຫວງຫາຄວາມດີຂອງເພື່ອນບ້ານຂອງຕົນ. 25 ທ່ານອາດຈະກິນ​ໄດ້ທຸກຢ່າງທີ່ຂາຍໃນຕະຫລາດ, ໂດຍບໍ່ຕ້ອງມີຄຳຖາມເລື່ອງໃຈສຳນຶກຜິດແລະຊອບ. 26 "ເພາະວ່າແຜ່ນດິນໂລກນີ້ເປັນຂອງພຣະເຈົ້າອົງເຈົ້ານາຍ, ແລະ ທຸກຢ່າງທັງ​ໝົດທີ່ຢູ່ໃນນັ້ນດ້ວຍ.” 27 ຖ້າຜູ້ບໍ່ເຊື່ອເຊີນທ່ານໄປກິນອາ​ຫານ, ແລະ ທ່ານຢາກໄປ, ແລ້ວ​ກິນສິ່ງໃດກໍ່ຕາມທີ່ເຂົາ​ກຽມໄວ້ໃຫ້ທ່ານ ໂດຍບໍ່ຕ້ອງຖາມຄຳຖາມເລື່ອງ​ໃຈສຳນຶກຜິດແລະຊອບ. 28 ແຕ່ຖ້າມີໃຜ​ມາບອກທ່ານວ່າ, "ອາຫານນີ້ໄດ້ຖືກຖວາຍ​ແກ່ຮູບເຄົາ​ຣົບ​ແລ້ວ," ກໍຢ່າສູ່ກິນອາຫານນັ້ນ. ເພື່ອເຫັ​ນ​ແກ່ຄົນທີ່ບອກກັບທ່ານ, ແລະ ເຫັນ​ແກ່ໃຈ​ສຳນຶກ​ຜິດ ແລະຊອບ. 29 ຂ້າ​ພະ​ເຈົ້າບໍ່ໄດ້ໝາຍເຖິງໃຈ​ສຳນຶກຜິດແລະຊອບຂອງທ່ານເອງ, ແຕ່ເປັນໃຈ​ສຳນຶກຜິດແລະຊອບຂອງຄົນອື່ນໆ. ເພາະເປັນຫຍັງເສຣີພາບຂອງຂ້າ​ພະ​ເຈົ້າຄວນຖືກຕັດສິນໂດຍໃຈ​ສຳນຶກຜິດແລະຊອບຂອງຄົນອື່ນ? 30 ຖ້າຂ້າ​ພະ​ເຈົ້າຮ່ວມ​ກິນ​ອາ​ຫານດ້ວຍໃຈຂອບ​ພ​ຣະ​ຄຸນ, ເປັນຫຍັງຂ້າ​ພະ​ເຈົ້າ​ຕ້ອງຖືກຕິ​ຕຽນ​ດ້ວຍ ສິ່ງຊຶ່ງຂ້າ​ພະ​ເຈົ້າໄດ້ຂອບ​ພ​ຣະ​ຄຸນ​ນັ້ນ​ແລ້ວ? 31 ດັ່ງນັ້ນແຫຼະ, ບໍ່ວ່າທ່ານຈະກິນ ຫຼື ດື່ມ,ຫຼື ເຮັດສິ່ງ​ໃດກໍ່ຕາມ, ຈົ່ງເຮັດທຸກສິ່ງເພື່ອເປັນການຖວາຍກຽດຂອງພຣະເຈົ້າ. 32 ຢ່າເປັນເຫດໃຫ້ໃຜຫຼົງຜິດ ບໍ່ວ່າຈະເປັນຊາວຢິວ ຫຼື ຊາວກຣີກ, ຫຼຶ ຄຣິສຕະຈັກຂອງພຣະເຈົ້າສະ​ດຸດ​ໄປ. 33 ຂ້າ​ພະ​ເຈົ້າພະຍາຍາມເຮັດໃຫ້ທຸກຄົນພໍໃຈໃນ​ທຸກສິ່ງ. ຂ້າ​ພະ​ເຈົ້າບໍ່ໄດ້ສະແຫວງຫາຜົນປະໂຫຍດຂອງຕົວເອງ, ແຕ່ເພື່ອປະໂຫຍດຂອງຄົນຈໍານວນລາຍ. ຂ້າ​ພະ​ເຈົ້າເຮັດສິ່ງນີ້ເພື່ອພວກເຂົາຈະໄດ້ພົ້ນ.