1 ຈົ່ງຮຽນແບບຢ່າງຂ້າພະເຈົ້າ, ດັ່ງທີ່ຂ້າພະເຈົ້າຮຽນແບບພຣະຄຣິດ. 2 ບັດນີ້ ຂ້າພະເຈົ້າຂໍຊົມເຊີຍທ່ານທັງຫລາຍ ເພາະທ່ານລະນຶກເຖິງຂ້າພະເຈົ້າໃນທຸກເລື່ອງ. ຂ້າພະເຈົ້າໄດ້ຊົມເຊີຍທ່ານແລະຍຶດໝັ້ນໃນຄຳສອນສືບທອດ ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກທ່ານໄວ້. 3 ແຕ່ຂ້າພະເຈົ້າຕ້ອງການໃຫ້ພວກທ່ານເຂົ້າໃຈວ່າພຣະຄຣິດເປັນປະມຸກຂອງຜູ້ຊາຍທຸກຄົນ, ຢ່າງທີ່ຜົວເປັນປະມຸກຂອງເມຍ, ແລະ ປະມຸກຂອງພຣະຄຣິດ ຄຶພຣະເຈົ້າ. 4 ດັ່ງນັ້ນຊາຍຄົນໃດທີ່ອະທິຖານ ຫຼື ປະກາດພຣະຄໍາໂດຍການປົກຄຸມຫົວນັ້ນ ກໍເຮັດເສຍກຽດແກປະມຸກຂອງຕົນ. 5 ແຕ່ຜູ້ຍິງທີ່ອະທິຖານ ຫຼື ປະກາດພຣະຄໍາໂດຍບໍ່ໄດ້ປົກຄຸມຫົວຂອງນາງ. ກໍ່ເຮັດຄວາມອັບອາຍຕໍ່ຫົວຂອງນາງ. ແບບດຽວກັນກັບທີ່ນາງແຖຫົວ. 6 ເພາະຖ້າຜູ້ຍິງບໍ່ປົກຄຸມຫົວ, ນາງກໍ່ຄວນຕັດຜົມສັ້ນ. ແຕ່ຖ້າການຕັດຜົມສັ້ນ ຫລື ແຖຜົມເປັນເລື່ອງຫນ້າອັບອາຍ, ກໍ່ໃຫ້ນາງປົກຄຸມຫົວຂອງນາງດີກວ່າ. 7 ສຳລັບຜູ້ຊາຍ ບໍ່ຄວນປົກຄຸມຫົວເພາະເຂົາເປັນແບບລັກສະນະ ແລະ ສະຫງ່າຣາສີຂອງພຣະເຈົ້າ. ແຕ່ຜູ້ຍິງເປັນສະຫງ່າຣາສີຂອງຜູ້ຊາຍ. 8 ເພາະວ່າບໍ່ໄດ້ຊົງສ້າງຜູ້ຊາຍຈາກຜູ້ຍິງ. ແຕ່ສ້າງ, ຜູ້ຍິງຈາກຜູ້ຊາຍ. 9 ແລະບໍ່ໄດ້ສ້າງຜູ້ຊາຍໄວ້ສຳລັບຜູ້ຍິງ. ແຕ່ສ້າງ, ຜູ້ຍິງໄວ້ສຳລັບຜູ້ຊາຍ. 10 ນີ້ຄືເຫດຜົນທີ່ວ່າເປັນຫຍັງຜູ້ຍິງຄວນມີສັນຍາລັກຂອງສິດອຳນາດເໜືອຫົວຂອງນາງ ເພາະເຫັນແກ່ເຫຼົ່າທູດສະຫວັນ 11 ຢ່າງໃດກໍຕາມ, ໃນອົງພຣະຜູ້ເປັນເຈົ້າ, ຜູ້ຍິງຕ້ອງເພິ່ງຜູ້ຊາຍ, ແລະ ຜູ້ຊາຍກໍ່ຕ້ອງເພິ່ງຜູ້ຍິງ. 12 ເພາະວ່າຜູ້ຍິງແມ່ນມາຈາກຜູ້ຊາຍ, ແລະ ຜູ້ຊາຍແມ່ນມາຈາກຜູ້ຍິງ. ແລະ ທຸກສິ່ງທຸກຢ່າງແມ່ນມາຈາກພຣະເຈົ້າ. 13 ຈົ່ງພິຈາລະນາເອົາເອງວ່າ: ສົມຄວນຫຼືບໍ່ທີ່ຜູ້ຍິງຈະອະທິຖານຕໍ່ພຣະເຈົ້າ ໂດຍບໍ່ປົກຄຸມຫົວ? 14 ທໍາມະຊາດເອງກໍສອນພວກທ່ານບໍ່ແມ່ນບໍ? ວ່າຖ້າຜູ້ຊາຍໄວ້ຜົມຍາວ, ກໍ່ເປັນເລື່ອງຫນ້າອັບອາຍສຳລັບເຂົາ? 15 ທໍາມະຊາດບໍ່ໄດ້ສອນທ່ານບໍ? ວ່າຖ້າຜູ້ຍິງໄວ້ຜົມຍາວ, ນັ້ນຄືສະຫງ່າຣາສີຂອງນາງ? ເພາະຜົມຂອງນາງຄືສີ່ງທີ່ປົກຄຸມຫົວ. 16 ແຕ່ຖ້າຈະມີບາງຄົນໂຕ້ຖຽງກັນເລື່ອງນີ້, ພວກເຮົາ ແລະ ຄຣິສຕະຈັກຕ່າງໆຂອງພຣະເຈົ້າ, ບໍ່ມີວິທີການປະຕິບັດອື່ນ. 17 ແຕ່ໃນຄໍາແນະນໍາດັງຕໍ່ໄປນີ້, ຂ້າພະເຈົ້າບໍຊົມເຊີຍພວກເຈົ້າ ເພາະເມື່ອພວກເຈົ້າມາປະຊຸມນັ້ນ, ເຮັດໃຫ້ເກີດຜົນເສຍຫລາຍກວ່າຜົນດີ. 18 ເປັນຕົ້ນ, ຂ້າພະເຈົ້າໄດ້ຍິນວ່າເມື່ອພວກທ່ານມາປະຊຸມກັນທີ່ຄຣິສຕະຈັກ, ມີການແຕກແຍກກັນໃນຄີຣສຈັກ ແລະ ຂ້າພະເຈົ້າເຊື່ອວ່າມີມູນຄວາມຈິງສວນໜື່ງ. 19 ເພາະຕ້ອງມີການຂັດແຍ້ງກັນໃນບັນດາພວກທ່ານ, ເພື່ອຄົນເຫຼົ່ານັ້ນທີ່ເປັນຝ່າຍຖືກຕ້ອງຈະໄດ້ປະກົດແຈ້ງຂື້ນໃນບັນດາພວກເຈົ້າ. 20 ເມື່ອພວກເຈົ້າໄດ້ມາປະຊຸມກັນນັ້ນ, ບໍ່ໄດ້ເປັນການກິນໃນງານລ້ຽງຂອງພຣະເຈົ້າອົງເຈົ້ານາຍ. 21 ເພາະວ່າໃນການກິນອາຫານນັ້ນ, ແຕ່ລະຄົນຕ່າງກິນອາຫານຂອງຕົນກ່ອນ. ໃນຂະນະທີ່ຄົນໜື່ງກຳລັງຫີວ, ແຕ່ອີກຄົນ ເມົາແລ້ວ. 22 ພວກເຈົ້າບໍ່ມີເຮືອນທີ່ຈະກິນ ແລະ ດື່ມບໍ? ຫລື ພວກເຈົ້າກຳລັງດູໝີ່ນຄຣິສຕະຈັກຂອງພຣະເຈົ້າ ແລະ ປະຈານຄົນເຫລົ່ານັ້ນທີ່ຂັດສົນ? ຂ້າພະເຈົ້າຄວນກ່າວຫຍັງຕໍ່ພວກເຈົ້າອີກ? ສົມຄວນບໍ່ທີ່ຈະຊົມເຊີຍພວກເຈົ້າ? ໃນເລື່ອງນີ້ ຂ້າພະເຈົ້າຈະບໍ່ໄດ້ຊົມເຊີຍພວກເຈົ້າ! 23 ເພາະເລື່ອງທີ່ຂ້າພະເຈົ້າໄດ້ຮັບຈາກພຣະເຈົ້າອົງເຈົ້ານາຍນັ້ນ ຂ້າພະເຈົ້າໄດ້ມອບໄວ້ກັບພວກທ່ານແລ້ວ, ຄືໃນຄືນທີ່ພຣະເຢຊູຄຣິດເຈົ້າຖືກທໍລະຍົດນັ້ນ, ພຣະອົງຈັບເອົາເຂົ້າຈີ່ມາ. 24 ເມື່ອໂມທະນາຂອບພຣະຄຸນແລ້ວ, ພຣະອົງຊົງຫັກເຂົ້າຈີ່ ແລະ ກ່າວວ່າ, "ນີ້ຄືຮ່າງກາຍຂອງເຮົາ, ເຊິ່ງມອບໃຫ້ແກ່ທ່ານທັງຫລາຍ. ຈົ່ງເຮັດສິ່ງນີ້ເພື່ອລະນຶກເຖິງເຮົາ." 25 ຫຼັັັງຈາກຮັບປະທານເຂົ້າແລງແລ້ວ ພຣະອົງຊົງຈັບເອົາຈອກດ້ວຍອາການຢ່າງດຽວກັນ, ແລະ ກ່າວວ່າ, “ຈອກນີ້ແມ່ນພັນທະສັນຍາໃຫມ່ ດ້ວຍເລືອດຂອງເຮົາ. ຈົ່ງເຮັດສີ່ງນີ້ທຸກຄັ້ງທີ່ທ່ານດື່ມ, ເພື່ອລະນຶກເຖິງເຮົາ.” 26 ເພາະວ່າເມື່ອໃດທີ່ທ່ານກິນເຂົ້າຈີ່ນີ້ ແລະ ດື່ມຈາກຈອກນີ້, ທ່ານໄດ້ປະກາດການຕາຍຂອງອົງພຣະຜູ້ເປັນເຈົ້າຈົນກວ່າພຣະອົງຈະກັບມາ. 27 ສະນັ້ນ, ຖ້າຜູ້ໃດ, ກິນເຂົ້າຈີ່ ຫຼື ດື່ມຈາກຈອກຂອງພຣະເຈົ້າອົງເຈົ້ານາຍຢ່າງບໍ່ຖືກຕ້ອງ, ກໍໄດ້ເຮັດຜິດຕໍ່ພຣະກາຍ ແລະ ເລືອດຂອງພຣະເຈົ້າອົງເຈົ້ານາຍ. 28 ທຸກຄົນຈົ່ງສຳຫຼວດຕົວເອງກ່ອນ, ແລ້ວຈື່ງກິນເຂົ້າຈີ່ ແລະ ດື່ມຈາກຈອກນີ້. 29 ເພາະວ່າຄົນທີ່ກິນ ແລະ ດື່ມໂດຍບໍ່ໄດ້ສັງເກດເຖິງພຣະກາຍ, ເຂົາກໍ່ກິນ ແລະ ດື່ມການພິພາກສາຕົວເຂົາເອງ. 30 ນັ້ນແມ່ນເຫດຜົນທີ່ວ່າເປັນຫຍັງຫລາຍຄົນໃນບັນດາພວກທ່ານອ່ອນແອ ແລະ ເຈັບປ່ວຍ, ແລະ ບາງຄົນກໍ່ລ່ວງຫລັບໄປ. 31 ແຕ່ຖ້າພວກເຮົາສັງເກດໂຕເອງກ່ອນ, ເຮົາກໍ່ຈະບໍ່ຖືກລົງໂທດ. 32 ແຕ່ເມື່ອພຣະເຈົ້າອົງເຈົ້ານາຍລົງໂທດເຮົານັ້ນ, ພຣະອົງຊົງຕີສອນເຮົາ, ເພື່ອບໍ່ໃຫ້ຖືກລົງໂທດໄປພ້ອມກັບໂລກ. 33 ສະນັ້ນ, ພີ່ນ້ອງຂອງຂ້າພະເຈົ້າ, ເມື່ອພວກທ່ານມາປະຊຸມກັນເພື່ອຮັບປະທານອາຫານນັ້ນ, ຈົ່ງລໍຖ້າກັນ ແລະ ກັນ. 34 ຖ້າຜູ້ໃດຫິວ, ກໍ່ໃຫ້ເຂົາກິນຢູ່ເຮືອນກ່ອນ, ເພື່ອວ່າເມື່ອມາເຕົ້າໂຮມກັນພວກທ່ານຈະບໍ່ຖືກລົງໂທດ. ສ່ວນເປັນປະເດັນອື່ນໆ ທີ່ທ່ານຂຽນມານັ້ນ, ຂ້າພະເຈົ້າຈະໃຫ້ຄຳແນະນຳຕ່າງໆເມື່ອຂ້າພະເຈົ້າມາ.