1 ພີ່ນ້ອງທັງຫລາຍ, ຂ້າພະເຈົ້າຢາກໃຫ້ພວກທ່ານເຂົ້າໃຈ. ກ່ຽວກັບຂອງປະທານຕ່າງໆຝ່າຍວິນຍານ, 2 ພວກທ່ານຮູ້ບໍ່ວ່າເມື່ອກ່ອນພວກທ່ານຍັງເປັນຄົນທີ່ບໍ່ເຊື່ອ, ພວກທ່ານຖືກນຳໃຫ້ຫລົງໄປນັບຖືຮູບເຄົາຣົບເຊິ່ງເວົ້າບໍ່ໄດ້, ແລ້ວແຕ່ວ່າພວກມັນຈະພາພວກທ່ານໄປທາງໃດ. 3 ສະນັ້ນ ຂ້າພະເຈົ້າຕ້ອງການໃຫ້ພວກທ່ານຮູ້ວ່າ ບໍ່ມີຜູ້ໃດທີ່ເວົ້າໂດຍພຣະວິນຍານຂອງພຣະເຈົ້າຈະເວົ້າວ່າ, "ພຣະເຢຊູຄຣິດເຈົ້າຖືກສາບແຊ່ງ" ບໍ່ມີໃຜສາມາດເວົ້າວ່າ "ພຣະເຢຊູຄຣິດເຈົ້າຄືພຣະເຈົ້າອົງເຈົ້ານາຍ" ນອກຈາກຈະເວົ້າໂດຍພຣະວິນຍານບໍຣິສຸດ. 4 ຂອງປປະທານນັ້ນມີແຕກຕ່າງກັນ, ແຕ່ມີພຣະວິນຍານອົງດຽວກັນ. 5 ການຮັບໃຊ້ນັ້ນມີແຕກຕ່າງກັນ, ແຕ່ມີອົງພຣະເຈົ້າອົງເຈົ້ານາຍດຽວກັນ; 6 ແລະ ການດຳເນີນງານນັ້ນມີແຕກຕ່າງກັນ, ແຕ່ມີອົງພຣະຜູ້ເປັນເຈົ້າອົງດຽວຊົງເປັນສາເຫດແຫ່ງການດຳເນີນງານຕ່າງໆໃນທຸກຄົນ. 7 ການສຳແດງຂອງພຣະວິນຍານບໍຣິສຸດນັ້ນ ພຣະອົງປະທານໃຫ້ແຕ່ລະຄົນເພື່ອປະໂຫຍດຮ່ວມກັນ. 8 ເພາະໂດຍຜ່ານທາງພຣະວິນຍານບໍຣິສຸດ ຊົງໃຫ້ຄົນຫນື່ງມີຖ້ອຍຄຳແຫ່ງປັນຍາ, ອີກຄົນຫນຶ່ງມີຖ້ອຍຄຳແຫ່ງຄວາມຮູ້ ໂດຍພຣະວິນຍານອົງດຽວກັນ. 9 ໃຫ້ຄົນຫນຶ່ງມີຄວາມເຊື່ອ, ໂດຍພຣະວິນຍານອົງດຽວກັນ ແລະ ໃຫ້ອີກຄົນຫນຶ່ງມີຂອງປຣະທານໃນການຮັກສາພະຍາດ ໂດຍພຣະວິນຍານອົງດຽວກັນ. 10 ໃຫ້ອີກຄົນຫນຶ່ງມີຣິດອຳນາດເຮັດການອັດສະຈັນ, ໃຫ້ອີກຄົນຫນຶ່ງປະກາດພຣະທັມ, ໃຫ້ອີກຄົນຫນຶ່ງມີຄວາມສາມາດສັງເກດເບິ່ງວິນຍານຕ່າງໆ, ໃຫ້ອີກຄົນຫນຶ່ງເວົ້າພາສາແປກໆ, ແລະ ໃຫ້ອີກຄົນຫນຶ່ງແປພາສາແປກໆໄດ້. 11 ສິ່ງສາຣະພັດເຫລົ່ານີ້ແມ່ນພຣະວິນຍານອົງດຽວກັນຊົງທຳການ, ແລະ ມອບຂອງປຣະທານເຫລົ່ານີ້ທັງຫມົດໃຫ້ແຕ່ລະຄົນ, ຕາມທີ່ພຣະອົງໄດ້ຊົງເລືອກໄວ້. 12 ເພາະວ່າເຫມືອນກັບຮ່າງກາຍດຽວທີ່ມີຫລາຍໆ ອະໄວຍະວະ ແລະ ອະໄວຍະວະທັງຫມົດເປັນຂອງຮ່າງກາຍດຽວກັນ, ເຊັ່ນດຽວກັນກັບພຣະຄຣິດເຈົ້າ. 13 ເພາະວ່າບໍ່ວ່າຈະເປັນຊາວຢິວ, ຫລື ຊາວກະຣີກ, ເປັນຂ້າທາດ ຫລື ເປັນອິສຣະ, ເຮົາໄດ້ຮັບບັບຕິສະມາໃນພຣະວິນຍານອົງດຽວເຂົ້າເປັນກາຍດຽວກັນ, ແລະ ຊົງສ້າງເຮົາທຸກຄົນໃຫ້ດື່ມຈາກພຣະວິນຍານອົງດຽວກັນ. 14 ເພາະວ່າຮ່າງກາຍບໍ່ໄດ້ປະກອບດ້ວຍອະໄວຍະວະດຽວ, ແຕ່ດ້ວຍຫລາຍອະໄວຍະວະ. 15 ຖ້າຕີນຈະເວົ້າວ່າ, "ເພາະຂ້ອຍບໍ່ໄດ້ເປັນມື, ຂ້ອຍຈື່ງບໍ່ແມ່ນອະໄວຍະວະຂອງຮ່າງກາຍ,” ບໍ່ມີພາກສ່ວນໃດທີ່ຕໍ່າກວ່າໃນຮ່າງກາຍ. 16 ແລະ ຖ້າຫູຈະເວົ້າວ່າ, "ເພາະຂ້ອຍບໍ່ໄດ້ເປັນຕາ, ຂ້ອຍຈຶ່ງບໍ່ແມ່ນອະໄວຍະວະຂອງຮ່າງກາຍ,” ບໍ່ມີພາກສ່ວນໃດທີ່ຕໍ່າກວ່າໃນຮ່າງກາຍ. 17 ຖ້າຮ່າງກາຍທັງຫມົດ ເປັນຕາ, ການໄດ້ຍິນຈະຢູ່ບ່ອນໃດ? ຖ້າຮ່າງກາຍທັງຫມົດເປັນຫູ, ການດົມກິ່ນຈະຢູ່ບ່ອນໃດ? 18 ແຕ່ວ່າພຣະເຈົ້າຊົງຕັ້ງອະໄວຍະວະ ແຕ່ລະອະໄວຍະວະໄວ້ໃນແຕ່ລະສ່ວນຂອງຮ່າງກາຍຕາມທີ່ພຣະອົງຊົງອອກແບບໄວ້. 19 ຖ້າອະໄວຍະວະທຸກສ່ວນໃນຮ່າງກາຍເປັນອັນດຽວກັນ, ຮ່າງກາຍຈະມີຢູໃສ? 20 ສະນັ້ນ ຈຶ່ງມີອະໄວຍະວະຫລາຍຢ່າງ ແຕ່ມີພຽງຮ່າງກາຍດຽວ. 21 ຕາກໍ່ບໍ່ສາມາດເວົ້າກັບມືວ່າ, "ຂ້ອຍບໍ່ຕ້ອງການເຈົ້າ." ຫລື ຫົວຈະເວົ້າກັບຕີນ, "ຂ້ອຍບໍ່ຕ້ອງການເຈົ້າ." 22 ແຕ່ຫລາຍໆອະໄວຍະວະທີ່ເຮົາຄິດວ່າອ່ອນແອກວ່າ ກໍ່ຍັງມີຄວາມຈຳເປັນ, 23 ອະໄວຍະວະຂອງຮ່າງກາຍທີ່ເຮົາຄິດວ່າບໍ່ມີກຽດ, ເຮົາຕ້ອງໃຫ້ກຽດຫລາຍຂຶ້ນ. ແລະ ອະໄວຍະວະທີ່ຕ້ອງປົກປິດ, ກໍ່ຕ້ອງໃຫ້ກຽດຕື່ມອີກ. 24 ເພາະວ່າອະໄວຍະວະທີ່ເປັນຕາເບີ່ງຢູ່ແລ້ວ, ກໍ່ບໍ່ຈຳເປັນຕ້ອງຕົບແຕ່ງອີກ. ເພາະພວກເຂົາມີຄວາມສະຫງ່າງາມຢູ່ແລ້ວ. ແຕ່ພຣະເຈົ້າຊົງຈັດວາງອະໄວຍະວະຕ່າງໆເຂົ້ານຳກັນ, ແລະ ໄດ້ຊົງປະທານກຽດຫລາຍຂຶ້ນແກ່ອະໄວຍະວະຕ່າງໆເຫລົ່ານັ້ນທີ່ຕ່ຳຕ້ອຍ. 25 ພຣະອົງຊົງເຮັດສິ່ງນີ້ເພື່ອບໍ່ໃຫ້ມີການແບ່ງແຍກກັນໃນຮ່າງກາຍ, ແຕ່ໃຫ້ອະໄວຍະວະຕ່າງໆ ມີຄວາມຫວ່ງໃຍກັນ ແລະ ກັນດ້ວຍຄວາມຮັກແບບດຽວກັນ. 26 ເມື່ອອະໄວຍະວະຫນຶ່ງທຸກ, ອະໄວຍະວະທັງຫມົດກໍ່ຮ່ວມທຸກນຳ; ຫລື ເມື່ອອະໄວຍະວະຫນຶ່ງ ໄດ້ຮັບກຽດ, ອະໄວຍະວະທັງຫມົດກໍ່ປິຕິຍິນດີນຳ. 27 ສ່ວນທ່ານທັງຫລາຍເປັນຮ່າງກາຍຂອງພຣະຄຣິດ ແລະ ແຕ່ອະໄວຍະວະກໍ່ເປັນສ່ວນ ຫນຶ່ງຂອງຮ່າງກາຍນັ້ນ. 28 ແລະ ພຣະເຈົ້າໄດ້ຊົງຕັ້ງບາງຄົນໄວ້ໃນຄຣິສຕະຈັກ ຄືຫນຶ່ງ ແມ່ນອັກຄະສາວົກ, ສອງແມ່ນຜູ້ປະກາດພຣະທັມ, ສາມ ແມ່ນອາຈານ, ຫລັງຈາກນັ້ນ ຜູ້ເຮັດການອິດທິຣິດຕ່າງໆ, ຫລັງຈາກນັ້ນຂອງປຣະທານແຫ່ງການຮັກສາພະຍາດ, ພວກທີ່ໃຫ້ຄວາມຊ່ວຍເຫລືອ, ພວກທີ່ເຮັດວຽກໃນການຄຸ້ມຄອງ, ແລະ ພວກທີ່ເວົ້າພາສາແປກໆຊະນິດຕ່າງໆ. 29 ທຸກຄົນເປັນອັກຄະສາວົກບໍ? ທຸກຄົນເປັນຜູ້ທຳນວາຍບໍ? ທຸກຄົນເປັນອາຈານບໍ? ທຸກຄົນເປັນຜູ້ເຮັດການດ້ວຍຣິດອຳນາດບໍ? 30 ທຸກຄົນມີຂອງປຣະທານສຳລັບການຮັກສາພະຍາດບໍ? ທຸກຄົນເວົ້າພາສາແປກໆບໍ? ທຸກຄົນແປພາສາແປກໆບໍ? 31 ຈົ່ງພະຍາຍາມຊອກຫາຂອງປຣະທານຕ່າງໆ. ທີ່ຍິ່ງໃຫຍ່ກວ່າ ແລະ ຂ້າພະເຈົ້າຈະຊີ້ທາງໃຫ້ພວກທ່ານເຫັນເຖິງທາງທີ່ດີເລີດກວ່ານັ້ນອີກ.