1 ເຖິງແມ່ນວ່າຂ້າພະເຈົ້າເວົ້າເປັນພາສາແປກ ທີ່ເປັນພາສາຂອງມະນຸດ ແລະ ທູດສະຫວັນໄດ້. ແຕ່ບໍ່ມີຄວາມຮັກ, ຂ້າພະເຈົ້າກໍ່ເປັນຄືກັບຄ້ອງ ຫລື ແຊ່ງ ທີ່ສົ່ງສຽງດັງ. 2 ເຖິງແມ່ນວ່າຂ້າພະເຈົ້າມີຂອງປຣະທານໃນການປະກາດພຣະທັມ ແລະ ເຂົ້າໃຈຄວາມຈິງ ແລະ ຄວາມຮູ້ທັງຫມົດ, ທີ່ຖືກປິດບັງໄວ້ ແລະ ເຖິງແມ່ນວ່າຂ້າພະເຈົ້າມີຄວາມເຊື່ອທີ່ຍ້າຍພູເຂົາໄດ້ ແຕ່ບໍ່ມີຄວາມຮັກ, ຂ້າພະເຈົ້້າກໍ່ບໍ່ມີຄ່າອັນໃດ. 3 ແລະເຖິງແມ່ນຂ້າພະເຈົ້າໄດ້ບໍຣິຈາກທັງຫມົດທີ່ຂ້າພະເຈົ້າມີເພື່ອລ້ຽງຄົນຍາກຈົນ, ແລະເຖິງແມ່ນວ່າໃຫ້ຮ່າງກາຍຂອງຂ້າພະເຈົ້າໄປເຜົາໄຟ. ແຕ່ຖ້າບໍ່ມີຄວາມຮັກ ຂ້າພະເຈົ້າກໍ່ບໍ່ມີຄ່າອັນໃດ. 4 ຄວາມຮັກຄືຄວາມອົດທົນດົນນານ ຄວາມຮັກຄືຄວາມເມດຕາກະຣຸນາ. ຄວາມຮັກບໍ່ອິດສາ, ບໍ່ໂອ້ອວດ, ບໍ່ຈອງຫອງ 5 ບໍ່ເຮັດການອັນບໍ່ສຸພາບ. ບໍ່ເຫັນແກ່ຕົວ. ບໍ່ໃຈຮ້າຍ, ບໍ່ຈົດຈຳຄວາມຜິດ. 6 ບໍ່ຊື່ນຊົມຍິນດີໃນຄວາມ ອະທັມ. ແຕ່ຊື່ນຊົມຍິນດີໃນຄວາມຈິງ. 7 ຄວາມຮັກສູ້ທົນໄດ້ທຸກສິ່ງ, ເຊື່ອທຸກສິ່ງ, ມີຄວາມຫວັງ ແລະ ຄວາມອົດທົນຢູ່ສະເຫມີ 8 ຄວາມຮັກບໍ່ເຄີຍສູນຫາຍໄປ. ເຖິງແມ່ນວ່າການປະກາດພຣະທັມຈະຊຸດໂຊມລົງ, ເຖິງແມ່ນວ່າການເວົ້າພາສາແປກໆຈະຢຸດການເວົ້າ, ເຖິງແມ່ນວ່າຄວາມຮູ້ຈະສູນຫາຍໄປກໍ່ຕາມ. 9 ເພາະວ່າເຮົາຮູ້ພຽງບາງສ່ວນ ແລະ ກໍ່ປະກາດພຣະທັມພຽງແຕ່ບາງສ່ວນ. 10 ແຕ່ເມື່ອຄວາມສົມບູນມາເຖິງ ສີ່ງທີ່ບໍ່ສົມບູນຈະສູນຫາຍໄປ. 11 12 13 ພີ່ນ້ອງທັງທັງເອີຍ, ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ວ່າ, ບັນພະບຸຣຸດຂອງພວກເຮົາທຸກຄົນເພິ່ນໄດ້ຢູ່ໃຕ້ການຄຸ້ມຄອງຂອງເສົາເມກ ແລະ ໄດ້ຍ່າງຜ່ານທະເລແດງໄປທຸກຄົນ. ທຸກຄົນໄດ້ຮັບບັບຕິສະມາໃນເມກ ແລະ ໃນທະເລເຂົ້າຮ່ວມກັບໂມເຊ, ແລະ ທຸກຄົນໄດ້ກິນອາຫານຝ່າຍວິນຍານຢ່າງດຽວກັນ. ທຸກຄົນໄດ້ດື່ມນ້ຳຝ່າຍວິນຍານຢ່າງດຽວກັນ. ເພາະທຸກຄົນໄດ້ດື່ມຈາກສີລາຝ່າຍວິນຍານທີ່ຕິດຕາມພວກເຂົາ, ສີລານັ້ນຄືພຣະເຢຊູຄຣິດເຈົ້າ.