ບົດທີ 14

1 ຈົ່ງຕັ້ງຈຸດມຸ້ງຫມາຍຫາຄວາມຮັກ ແລະ ພະຍາຍາມຊອກຫາຂອງປຣະທານຝ່າຍວິນຍານ, ໂດຍສະເພາະການປະກາດ ພຣະທັມ. 2 ເພາະວ່າຄົນທີ່ເວົ້າພາສາແປກໆນັ້ນ ບໍ່ໄດ້ເວົ້າກັບມະນຸດ ແຕ່ກ່າວຕໍ່ພຣະເຈົ້າ. ບໍ່ມີໃຜເຂົ້າໃຈເຂົາ ເພາະເຂົາໄດ້ເວົ້າສິ່ງທີ່ເປັນຄວາມເລິກເຊິ່ງໃນພຣະວິນຍານ. 3 ແຕ່ຜູ້ທີ່ປະກາດພຣະທັມນັ້ນ ເວົ້າກັບມະນຸດເພື່ອໃຫ້ພວກເຂົາເຕີບໃຫຍ່ຂື້ນ, ເພື່ອຫນູນໃຈ ແລະ ໃຫ້ກຳລັງໃຈພວກເຂົາ, 4 ຄົນທີ່ເວົ້າພາສາແປກໆນັ້ນ ເຮັດໃຫ້ໂຕເອງເຕີບໃຫຍ່ຂື້ນ, ແຕ່ຜູ້ທີ່ປະກາດ ພຣະທັມເຮັດໃຫ້ຄຣິສຕະຈັກຈະເຣີນຂື້ນ. 5 ຂ້າພະເຈົ້າຕ້ອງການໃຫ້ພວກທ່ານທຸກຄົນເວົ້າພາສາແປກໆ. ແຕ່ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າຕ້ອງການໃຫ້ພວກທ່ານປະກາດພຣະທັມ. ຄົນທີ່ປະກາດພຣະທັມນັ້ນໃຫຍ່ກວ່າຄົນທີ່ເວົ້າພາສາແປກໆ (ນອກຈາກວ່າມີຄົນແປ ຄຣິສຕະຈັກກໍ່ຈະເຣີນຂື້ນ.) 6 ແຕ່ວ່າ, ພີ່ນ້ອງທັງຫລາຍ, ຖ້າຂ້າພະເຈົ້າມາຫາທ່ານ ແລະ ເວົ້າພາສາແປກໆ, ຈະເປັນປະໂຫຍດຫຍັງຕໍ່ທ່ານ? ຂ້າພະເຈົ້າບໍ່ສາມາດເປັນປະໂຫຍດຫຍັງເລີຍ, ຖ້າຂ້າພະເຈົ້າບໍ່ເວົ້າກັບພວກທ່ານໂດຍການສຳແດງ, ຫລື ຄວາມຮູ້, ຫລື ປະກາດພຣະທັມ, ຫລື ຄຳສອນ. 7 ເຖິງແມ່ນວ່າເຄື່ອງດົນຕຣີທີ່ບໍ່ມີຊີວິດຍັງມີສຽງໄດ້ເຊັ່ນປີ່ຫລືພິນຖ້າເຄື່ອງດົນຕຣີພວກນັ້ນບໍ່ເຮັດສຳນຽງສຽງແຕກຕ່າງກັນ, ໃຜຈະຮູ້ໄດ້ແນວໃດວ່າປີ່ ຫລື ພີນນັ້ນກຳລັງບັນເລງທຳນອງແນວໃດ? 8 ຖ້າສຽງແກດັງບໍ່ຈະແຈ້ງ, ໃຜຈະຮູ້ໄດ້ແນວໃດວ່າຮອດເວລາກຽມພ້ອມສຳລັບສູ້ຮົບ? 9 ສະນັ້ນ ເປັນເລື່ອງຂອງພວກທ່ານ. ຖ້າທ່ານສົ່ງສຽງທີ່ບໍ່ສາມາດເຂົ້າໃຈໄດ້, ໃຜຈະເຂົ້າໃຈວ່າທ່ານເວົ້າຫຍັງ? ທ່ານເວົ້າ, ແຕ່ບໍ່ມີໃຜເຂົ້າໃຈທ່ານ. 10 ໃນໂລກນີ້ມີຫລາຍພາສາແຕກຕ່າງແນ່ນອນ, ແລະບໍ່ມີພາສາໃດທີ່ບໍ່ມີຄວາມຫມາຍ. 11 ແຕ່ຖ້າຂ້າພະເຈົ້າບໍ່ຮູ້ຄວາມຫມາຍຂອງພາສານັ້ນ, ຂ້າພະເຈົ້າກໍ່ເປັນຄົນຕ່າງພາສາຕໍ່ຄົນທີ່ເວົ້າພາສານັ້ນ, ແລະ ຄົນທີ່ເວົ້າພາສານັ້ນກໍ່ເປັນຄົນຕ່າງພາສາຕໍ່ຂ້າພະເຈົ້າ 12 ທ່ານທັງຫລາຍກໍ່ເປັນແບບນັ້ນຄືກັນ. ຖ້າທ່ານຮ້ອນໃຈຕໍ່ການສຳແດງຂອງພຣະວິນຍານ, ຈົ່ງສະແຫວງຫາເຮັດໃຫ້ຄຣິສຕະຈັກເຕັມໄປດ້ວຍຄວາມຈະເຣີນຂື້ນ. 13 ສະນັ້ນ ຄົນທີ່ເວົ້າພາສາແປກໆ ຄວນອະທິຖານຂໍໃຫ້ເຂົາແປພາສາໄດ້ຄືກັນ. 14 ເພາະຖ້າຂ້າພະເຈົ້າອະທິຖານເປັນພາສາແປກໆ, ຈິດວິນຍານຂອງຂ້າພະເຈົ້າກຳລັງອະທິຖານ, ແຕ່ຄວາມຄິດຂອງຂ້າພະເຈົ້າກໍ່ບໍ່ໄດ້ປະໂຫຍດ. 15 ຂ້າພະເຈົ້າຕ້ອງເຮັດອັນໃດ? ຂ້າພະເຈົ້າຈະອະທິຖານດ້ວຍຈິດວິນຍານກໍຈິງ. ແລະດ້ວຍຄວາມຄິດຂອງຂ້າພະເຈົ້າເຊັ່ນດຽວກັນ. ຂ້າພະເຈົ້າຈະຮ້ອງເພງດ້ວຍວິນຍານ, ແລະ ດ້ວຍຄວາມຄິດຂອງຂ້າພະເຈົ້າເຊັ່ນດຽວກັນ. 16 ບໍ່ດັ່ງນັ້ນ, ຖ້າທ່ານສັນຣະເສີນພຣະເຈົ້າດ້ວຍວິນຍານ, ຄົນພາຍນອກຈະເວົ້າວ່າ "ອາແມນ" ໄດ້ແນວໃດໃນຂະນະທີ່ທ່ານກຳລັງຂອບພຣະຄຸນ ຖ້າເຂົາບໍ່ຮູ້ວ່າທ່ານກຳລັງເວົ້າຫຍັງ? 17 ເຖິງແມ່ນວ່າຄຳໂມທະນາຂອບພຣະຄຸນພຣະເຈົ້າຂອງທ່ານຄັກດີ, ແຕ່ບໍ່ໄດ້ເຮັດໃຫ້ຄົນອື່ນຈະເຣີນຂື້ນ. 18 ຂ້າພະເຈົ້າຂອບພຣະຄຸນພະເຈົ້າທີ່ຂ້າພະເຈົ້າເວົ້າພາສາແປກໆຫລາຍກ່ວາທ່ານທັງຫລາຍ. 19 ແຕ່ໃນຄຣິສຕະຈັກ ຂ້າພະເຈົ້າຕ້ອງການເວົ້າພຽງຫ້າຄຳດ້ວຍຄວາມເຂົ້າໃຈເພື່ອສອນຄົນອື່ນ, ກໍ່ດີກວ່າທີ່ຈະເວົ້າຫລາຍສິບພັນຄຳເປັນພາສາທີ່ແປກໆ. 20 ພີ່ນ້ອງທັງຫລາຍ, ຢ່າເປັນເດັກໃນດ້ານຄວາມຄິດ. ແຕ່ໃນເລື່ອງ, ຄວາມຊົ່ວຮ້າຍ, ຈົ່ງເປັນຄືກັບເດັກອ່ອນ. ແຕ່ໃນດ້ານຄວາມຄິດນ້ັນຈົ່ງເປັນຜູ້ໃຫຍ່. 21 ໃນກົດບັນຍັດມີຂຽນໄວ້ວ່າ, "ເຮົາຈະເວົ້າກັບຊົນຊາດນີ້ດ້ວຍຄົນຕ່າງພາສາ ແລະ ດ້ວຍຮິມສົບຂອງຄົນແປກຫນ້າ. ແມ່ນວ່າພວກເຂົາຈະບໍ່ຟັງເຮົາ, "ອົງພຣະຜູ້ເປັນເຈົ້າກ່າວໄວ້ດັ່ງນີ້. 22 ສະນັ້ນ, ການເວົ້າໃນພາສາແປກໆ, ຈຶ່ງບໍ່ແມ່ນຫມາຍສຳຄັນສຳລັບພວກທີ່ເຊື່ອ, ແຕ່ສຳລັບພວກທີ່ບໍ່ເຊື່ອ, ແຕ່ການປະກາດພຣະທັມນັ້ນ, ບໍ່ແມ່ນຫມາຍສຳຄັນສຳລັບພວກທີ່ບໍ່ເຊື່ອ, ແຕ່ ສຳລັບພວກທີ່ເຊື່ອ. 23 ສະນັ້ນ, ຖ້າ, ທັງຄຣິສຕະຈັກມາປະຊຸມກັນ ແລະ ທຸກຄົນຕ່າງກໍ່ເວົ້າພາສາແປກໆ, ແລະ ມີຄົນພາຍນອກ ແລະ ຄົນບໍ່ເຊື່ອຖືກເຂົ້າມາ, ພວກເຂົາບໍ່ຄິດວ່າພວກທ່ານເປັນບ້າບໍ? 24 ແຕ່ຖ້າທຸກຄົນປະກາດພຣະທັມ ແລະ ຄົນບໍ່ເຊື່ອ ຫລື ຄົນນອກເຂົ້າມາ, ເຂົາຈະສຳນຶກບາບດ້ວຍກັບສິ່ງທີ່ໄດ້ຟັງໄປທັງຫມົດນັ້ນ. ເຂົາຈະຖືກກວດກາໂດຍສິ່ງທີ່ໄດ້ເວົ້າໄປນັ້ນ. 25 ຄວາມລັບໃນໃຈຂອງເຂົາຈະຖືກເປີດເຜີຍ. ສົ່ງຜົນໃຫ້, ພວກເຂົາຫມູບຫນ້າລົງແລະ ນະມັດສະການພຣະເຈົ້າ. ເຂົາຈະປະກາດວ່າພຣະເຈົ້າສະຖິດທ່າມກາງພວກທ່ານແທ້ ໆ. 26 ເພາະສະນັ້ນ, ພີ່ນ້ອງທັງຫລາຍຈະເວົ້າແນວໃດ? ເມື່ອພວກທ່ານມາປະຊຸມກັນ, ແຕ່ລະຄົນກໍ່ມີເພງສັນຣະເສີນ, ມີຄຳສອນ, ການສະແດງອອກ, ມີພາສາແປກໆ, ຫລື ມີການແປ. ຈົ່ງທຸກຢ່າງເພື່ອໃຫ້ຄຣິສຕະຈັກຈະເຣີນຂື້ນ. 27 ຖ້າຜູ້ໃດຈະເວົ້າພາສາແປກໆ, ຈົ່ງໃຫ້ເວົ້າພຽງສອງຄົນ ຫລື ຢ່າງຫລາຍສາມຄົນ, ແລະ ໃຫ້ເວົ້າເທື່ອລະຄົນ, ແລ້ວໃຫ້ອີກຄົນຫນຶ່ງແປ. 28 ແຕ່ຖ້າບໍ່ມີໃຜແປ, ກໍ່ໃຫ້ເຂົາມິດຢູ່ໃນຄຣິສຕະຈັກ. ໃຫ້ເວົ້າກັບໂຕເອງຕາມລຳພັງ ແລະ ກ່າວຕໍ່ພຣະເຈົ້າ. 29 ໃຫ້ພວກຜູ້ປະກາດພຣະທັມ ເວົ້າໄດ້ສອງ ຫລື ສາມຄົນ, ແລະ ໃຫ້ຄົນອື່ນໆ ກວດກາສິ່ງທີ່ເວົ້າ. 30 ແລະ ຖ້າມີການຊົງສຳແດງຕໍ່ຄົນອື່ນທີ່ນັ່ງຢູ່ໃນກອງປະຊຸມນຳ, ກໍ່ໃຫ້ຄົນທຳອິດນັ້ນມິດໄວ້ກ່ອນ. 31 ເພາະພວກທ່ານສາມາດປະກາດພຣະທັມ ໄດ້ເທື່ອລະຄົນ ເພື່ອໃຫ້ແຕ່ລະຄົນໄດ້ຮຽນຮູ້ ແລະ ໄດ້ຮັບການເສີມສ້າງ. 32 ເພາະວິນຍານຂອງພວກຜູ້ປະກາດພຣະທັມນັ້ນ ຢູ່ໃຕ້ການບັງຄັບຂອງພວກຜູ້ປະກາດພຣະທັມ. 33 ເພາະວ່າພຣະເຈົ້າບໍ່ແມ່ນພຣະເຈົ້າແຫ່ງຄວາມວຸ່ນວາຍ, ແຕ່ເປັນພຣະເຈົ້າແຫ່ງສັນຕິສຸກ. ດັ່ງທີ່ເປັນຢູ່ໃນຄຣິສຕະຈັກທຸກແຫ່ງຂອງບັນດາຜູ້ທີ່ເຊື່ອ. 34 ຈົ່ງໃຫ້ບັນດາຜູ້ຍິງຢູ່ມິດໆໃນຄຣິສຕະຈັກ. ເພາະພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ເວົ້າ, ແຕ່ໃຫ້ມີຄວາມຖ່ອມຕົວ, ຄືກັບທີ່ກົດບັນຍັດກ່າວໄວ້. 35 ຖ້າພວກເຂົາຕ້ອງການຮຽນຮູ້ຫຍັງ, ກໍ່ໃຫ້ຖາມສາມີຂອງຕົນຢູ່ເຮືອນ. ເພາະວ່າການທີ່ຜູ້ຍິງທີ່ຈະເວົ້າໃນຄຣິສຕະຈັກນັ້ນເປັນເລື່ອງຫນ້າອາຍ. 36 ເພາະຖ້ອຍຄຳຂອງພຣະເຈົ້າມາຈາກພວກທ່ານບໍ? ຖ້ອຍຄຳມາຮອດທ່ານພວກດຽວບໍ? 37 ຖ້າໃຜຄິດວ່າຕົນເປັນຜູ້ປະກາດ ພຣະທັມ ຫລື ເປັນຄົນຝ່າຍວິນຍານ, ກໍ່ຈົ່ງຍອມຮັບວ່າ ຂໍ້ຄວາມທີ່ຂ້າພະເຈົ້າຂຽນມາເຖິງພວກທ່ານນັ້ນ ເປັນພຣະບັນຍັດຂອງພຣະຜູ້ເປັນເຈົ້າ. 38 ແຕ່ຖ້າຜູ້ໃດບໍ່ສົນໃຈໃນຂໍ້ຄວາມນີ້, ຄົນນັ້ນກໍ່ຈະບໍ່ໄດ້ຮັບການເອົາໃຈໃສ່. 39 ສະນັ້ນ, ພີ່ນ້ອງທັງຫລາຍ, ຈົ່ງສະແຫວງຫາການປະກາດພຣະທັມ, ແລະ ຢ່າຫ້າມການເວົ້າພາສາແປກໆ. 40 ແຕ່ໃຫ້ເຮັດທຸກສິ່ງຢ່າງຖືກຕ້ອງ ແລະ ເປັນຣະບຽບ.