ບົດທີ 15

1 ພີ່ນ້ອງທັງຫລາຍ, ຂ້າພະເຈົ້າຂໍໃຫ້ຄຳນຶງເຖິງ, ຂ່າວປະເສີດທີ່ຂ້າພະເຈົ້າເຄີຍໄດ້ປະກາດກັບທ່ານທັງຫລາຍນັ້ນ, ພວກທ່ານໄດ້ຮັບໄວ້ ແລະ ໄດ້ຕັ້ງຫມັ້ນຢູ່ເທີ່ງນັ້ນແລ້ວ. 2 ທ່ານໄດ້ຮັບຄວາມພົ້້ນໂດຍທາງຂ່າວປະເສີດນີ້, ຖ້າພວກທ່ານຍັງຢຶດຫມັ້ນໃນຄຳທີ່ຂ້າພະເຈົ້າປະກາດນັ້ນ, ບໍ່ດັ່ງນັ້ນທ່ານກໍ່ຈະເຊື່ອຢ່າງບໍ່ມີປະໂຫຍດ. 3 ເພາະວ່າຂ້າພະເຈົ້າໄດ້ມອບເລື່ອງສຳຄັນທີ່ສຸດທີ່ຂ້າພະເຈົ້າໄດ້ຮັບມານັ້ນແກ່ພວກທ່ານ: ຄືພຣະຄຣິດເຈົ້າຊົງສິ້ນພຣະຊົນ ເພາະບາບຂອງເຮົາ ຕາມທີ່ຂຽນໄວ້ໃນພຣະຄັມພີ, 4 ແລະ ຊົງຖືກຝັງ, ແລ້ວໃນມື້ທີສາມຊົງຖືກເຮັດໃຫ້ຟື້ນຄືນມາ ຕາມທີ່ຂຽນໄວ້ໃນພຣະຄັມພີ. 5 ພຣະອົງຊົງປະກົດຕົວຕໍ່ ເປໂຕ, ແລ້ວຕໍ່ອັກຄະສາວົກສິບສອງຄົນ; 6 ຕໍ່ຈາກນັ້ນພຣະອົງຊົງໄດ້ປະກົດຕົວຕໍ່ພີ່ນ້ອງກວ່າຫ້າຮ້ອຍຄົນໃນເວລາດຽວກັນ. ທີ່ສ່ວນຫລາຍຍັງມີຊີວິດຢູ່ຈົນຮອດປະຈຸບັນນີ້, ແຕ່ບາງຄົນກໍ່ລ່ວງລັບໄປແລ້ວ. 7 ຕໍ່ຈາກນັ້ນ ພຣະອົງຊົງປະກົດຕົວຕໍ່ຢາໂກໂບ, ແລ້ວຕໍ່ອັກຄະສາວົກທັງຫມົດ. 8 ຫລັງສຸດ, ພ​ຣະ​ອົງ​ຈະ​ຊົງປະກົດຕົວຕໍ່ຂ້າ​ພະ​ເຈົ້າ, ຜູ້​ເປັນເຫມືອນເດັກນ້ອຍທີ່ເກີດຜິດເວລາ. 9 ເພາະວ່າຂ້າ​ພະ​ເຈົ້າເປັນ​ຜູ້​ເລັກນ້ອຍທີ່ສຸດໃນອັກຄະສາວົກ. ແລະ ບໍ່ສົມຄວນທີ່ຈະຖືກເອີ້ນວ່າເປັນອັກຄະສາວົກ ເພາະວ່າຂ້າ​ພະ​ເຈົ້າໄດ້ຂົ່ມເຫັງຄ​ຣິສ​ຕະ​ຈັກຂອງພຣະເຈົ້າ. 10 ແຕ່ໂດຍພຣະຄຸນຂອງພຣະເຈົ້າ ຂ້າ​ພ​ຣະ​ເຈົ້າຈື່ງ​ເປັນຢ່າງ​ທີ່ຂ້າ​ພະ​ເຈົ້າ​ເປັນຢູ່​ນີ້, ແລະ ພ​ຣະ​ຄຸນຂອງພຣະອົງທີ່ໄດ້ມອບໃຫ້ແກ່ຂ້າ​ພະ​ເຈົ້າ​ນັ້ນ​ກໍ່ບໍ່ແມ່ນສິ່ງທີ່ບໍ່ມີປະໂຫຍດ. ທາງ​ກົງ​ກັນ​ຂ້ວາມ, ຂ້າ​ພະ​ເຈົ້າ​ເຮັດ​ການ​ຫ​ນັກ​ຫ​ນ່ວງກວ່າ​ພວກ​ເຂົ​າ​ທັງ​ຫມົດ. ບໍ່​ແມ່ນ​ຂ້າ​ພະ​ເຈົ້າ​ເອງ​ເປັນ​ຄົນ​ເຮັດ, ແຕ່ເປັນພຣະຄຸນຂອງພຣະເຈົ້າທີ່ຢູ່ໃນຂ້າ​ພະ​ເຈົ້າ​ເຮັດ. 11 ເພາະສະນັ້ນ ຕົວຂ້າພະເຈົ້າ ຫລື ພວກເຂົາກໍ່ດີ, ເຮົາ​ກໍ່​ປະກາດ ແລະ ທ່ານກໍ່​ໄດ້ເຊື່ອ. 12 ຖ້າເຮົາປະກາດວ່າພຣະຄຣິດໄດ້ຊົງເປັນຄືນມາຈາກຄວາມຕາຍແລ້ວ, ເປັນຫຍັງບາງຄົນໃນພວກທ່ານຈຶ່ງເວົ້າວ່າ​ການເປັນຄືນມາຈາກຄວາມຕາຍນັ້ນບໍ່ມີ? 13 ຖ້າການເປັນຄືນມາຈາກຕາຍ ນັ້ນບໍ່ມີ, ພຣະຄຣິດເຈົ້າກໍ່ບໍ່ໄດ້ຖືກເຮັດ​ໃຫ້​ເປັນຄືນ​ຂຶ້ນມາ; 14 ຖ້າພຣະຄຣິດບໍ່ໄດ້ຖືກເຮັດ​ໃຫ້​ເປັນ​ຄືນຂຶ້ນມາ, ການປະກາດຂອງເຮົານັ້ນກໍ່ບໍ່ມີປະໂຫຍດຫຍັງ, ແລະ ຄວາມເຊື່ອຂອງທ່ານທັງ​ຫລາຍກໍໄຮ້ປະໂຫຍດດ້ວຍ. 15 ແລະ ຄົນກໍ່​ຈະເຫັນວ່າເຮົາເປັນພະຍານທີ່ບໍ່ຖືກຕ້ອງເລື່ອງພຣະເຈົ້າ, ເພາະວ່າເຮົາເປັນພະຍານໃນການຂັດແຍ້ງກັບພຣະເຈົ້າ, ທີ່ເວົ້າວ່າພ​ຣະ​ອົງຊົງ​ເຮັດ​ໃຫ້ພຣະຄຣິດເປັນ​ຄືນຂຶ້ນມາແລ້ວ ໃນເມື່ອພ​ຣະ​ອົງບໍ່ໄດ້ຊົງເຮັດ. 16 ເພາະວ່າຖ້າຄົນຕາຍບໍ່ໄດ້ຖືກເຮັດ​ໃຫ້​ເປັນ​ຄືນ​ຂື້ນ​ມາ ພຣະຄຣິດກໍບໍ່ໄດ້ຖືກເຮັດ​ໃຫ້​ເປັນ​ຄືນ​ຂື້ນ​ມາ; 17 ແລະ ຖ້າພຣະຄຣິດບໍ່ໄດ້ຊົງຖືກເຮັດ​ໃຫ້​ເປັນ​ຄືນ​ຂື້ນ​ມາ, ຄວາມ​ເຊື່ອຂອງພວກທ່ານກໍບໍ່ມີປະໂຫຍດ ແລະ ທ່ານ​ກໍຍັງຄົງຢູ່ໃນບາບຂອງຕົນ. 18 ແລະ ຖ້າເປັນ​ແບບ​ນັ້ນຄົນທີ່ລ່ວງ​ລັບໃນພຣະຄຣິດກໍ່ຈິບ​ຫາຍ​ໄປເຊັ່ນກັນ. 19 ຖ້າເຮົາມີຄວາມຫວັງໃນພຣະຄຣິດ, ພຽງ​ແຕ່ຊີວິດນີ້ ເຮົາກໍ່ເປັນພວກຫ​ນ້າ​ສັງ​ເວດທີ່ສຸດໃນ​ຄ​ົນ​ທັງ​ປວງ. 20 ແຕ່ບັດນີ້ ພຣະຄຣິດຊົງ​ຖືກເຮັດ​ໃຫ້ເປັນ​ຄືນຂຶ້ນມາແລ້ວ, ຊົງເປັນຜົນທຳອິດຂອງພວກທີ່ລ່ວງ​ລັບ​ໄປ. 21 ເພາະວ່າໃນເມື່ອຄວາມຕາຍເກີດຂື້ນໂດຍມະນຸດຄົນ​ຫ​ນຶ່ງ, ການເປັນຄືນຂື້​ນມາຈາກຕາຍກໍ່ເກີດຂື້ນມາຈາກມະນຸດຄົນ​ຫ​ນຶ່ງ​ດ້ວຍ. 22 ເພາະວ່າໂດຍທາງອາດາມເຮົາທຸກຄົນໄດ້ຕາຍໄປ, ດັ່ງນັ້ນໂດຍທາງພຣະຄຣິດເຮົາທຸກຄົນໄດ້ຖືກເຮັດໃຫ້ມີຊີວິດ. 23 ແຕ່ເປັ​ນໄປຕາມລຳດັບຄື: ພຣະຄຣິດ, ຊົງເປັນຜົນທຳອິດ, ຕໍ່ຈາກນັ້ນ ຄື​ຄົນ​ເຫລົ່າ​ນັ້ນທີ່ເປັນຂອງພຣະຄຣິດທີ່ຈະຖືກເຮັດໃຫ້ມີຊີວິດເມື່ອພຣະອົງສະ​ເດັດກັບຄືນມາ. 24 ແລ້ວ​ກໍ່ຈະເປັນເວ​ລາສິ້ນສຸດ, ຊຶ່ງພຣະຄຣິດຈະຊົງມອບຣາຊອານາຈັກໃຫ້ພຣະເຈົ້າພຣະບິດາ. ເມື່ອພ​ຣະ​ອົງຈະຊົງທຳລາຍການ​ປົກ​ຄອງທັງຫມົດ ອຳ​ນາດ ແລະ ຣິດເດດທັງຫມົດ. 25 ເພາະວ່າພ​ຣະອົງ​ຕ້ອງຊົງຄອບຄອງຈົນກວ່າພ​ຣະ​ອົງຈະ​ຊົງປາບສັດຕູທັງຫມົດໃຫ້​ຢູ່ໃຕ້ຕີນຂອງພຣະອົງ. 26 ສັດຕຣູຕົວສຸດທ້າຍທີ່ຈະຖືກທຳລາຍຄືຄວາມຕາຍ. 27 ເພາະວ່າ “ພຣະອົງຊົງເຮັດ​ໃຫ້ທຸກສິ່ງຢູ່ໃຕ້ພ​ຣະ​ບາດຂອງພະອົງ.” ແຕ່ເມື່ອພ​ຣະຄຳພີກ່າວວ່າ "ພຣະອົງຊົງ​ເຮັດ​ໃຫ້ທຸກສິ່ງ" ນັ້ນຊັດເຈນວ່າຍົກເວັ້ນແຕ່ພຣະອົງຜູ້ຊົງເຮັດ​ໃຫ້ທຸກສິ່ງ​ຢູ່ໃຕ້ ອຳນາດພຣະອົງ. 28 ເມື່ອທຸກສິ່ງຢູ່ໃຕ້ອຳນາດພຣະອົງແລ້ວ, ເມື່ອນັ້ນພຣະບຸດພຣະອົງເອງກໍ່ຈະຊົງຢູ່ໃຕ້ອຳນາດພຣະເຈົ້າຜູ້ຊົງ​ເຮັດ​ໃຫ້ທຸກສິ່ງຢູ່ໃຕ້ອຳນາດພຣະອົງ. ເພື່ອພຣະເຈົ້າຈະຊົງເປັນເອກໃນທຸກສິ່ງ. 29 ສະ​ນ​ັ້ນ ຄົນ​ເຫລົ່​າ​ນັ້ນທີ່ຮັບບັບຕິສະມາເພື່ອຄົນຕາຍຈະເຮັດແນວໃດ? ຖ້າຄົນຕາຍບໍ່ໄດ້ຖືກ​ເຮັດໃຫ້​ເປັນ​ຄືນຂື້ນມາ​ເລີຍ, ແລ້ວ​ພວກເຂົາຮັບບັບຕິສະມາເພື່ອ​ຄົນ​ຕາຍ​ໄດ້ແນວໃດ? 30 ແລະ ເປັນຫຍັງເຮົາຈຶ່ງສ່ຽງອັນ​ຕະ​ຣາຍຕະຫລອດເວລາ? 31 ພີ່ນ້ອງທັງ​ຫລ​າຍ ຂ້າ​ພະ​ເຈົ້າຕາຍທຸກວັນ! ນັ້ນຄືສິ່ງທີ່ຂ້າ​ພະ​ເຈົ້າຢືນຢັນໂດຍຄວາມພາກພູມໃຈໃນ​ພວກ​ທ່ານ, ເຊິ່ງຂ້າ​ພະ​ເຈົ້າມີໃນພຣະເຢຊູຄຣິດເຈົ້າຂອງເຮົາ. 32 ຂ້າ​ພະ​ເຈົ້າໄດ້ຮັບຫຍັງ, ໃນສາຍຕາມະນຸດ, ຖ້າຂ້າ​ພະ​ເຈົ້າຕໍ່ສູ້ກັບສັດປ່າໃນເມືອງເອເຟໂຊ, ຖ້າຄົນຕາຍບໍ່ໄດ້ເປັນ​ຄືນຂື້ນມາ? “ກໍໃຫ້ເຮົາກິນ ແລະ ດື່ມເຖີດ, ເພາະມື້ອື່ນເຮົາກໍຈະຕາຍ." 33 ຢ່າຫລົງຜິດເລີຍ: "ການ​ຄົບຄົນຊົ່ວຍ່ອມທຳລາຍສິລະທັມທີ່ດີງາມ." 34 ຈົ່ງມີສະຕິ! ຈົ່ງ​ໃຊ້ຊີວິດຢ່າງຖືກຕ້ອງ! ຢ່າເຮັດບາບອີກຕໍ່ໄປເລີຍ. ເພາະບາງຄົນໃນພວກທ່ານບໍ່ມີຄວາມຮູ້ເລື່ອງພຣະເຈົ້າ. ທີ່ຂ້າພະເຈົ້າເວົ້າດັ່ງນີ້ ກໍ່ເພື່ອໃຫ້ພວກທ່ານມີຄວາມລະອາຍໃຈ. 35 ແຕ່​ຈະມີຄົນເວົ້າວ່າ, “ຄົນຕາຍຖືກເຮັດໃຫ້ເປັນຄືນຂື້ນມາໄດ້ແນວໃດ, ແລະ ພວກເຂົາຈະມາດ້ວຍຮ່າງກາຍແບບໃດ?” 36 ໂອ້ ຄົນ​ທີ່​ໂງ່ຈ້າ! ສິ່ງທີ່ທ່ານຫວ່ານນັ້​ນຖ້າບໍ່ຕາຍກ່ອນມັນ​ກໍ່ຈະບໍ່ງອກ​ຂື້ນ​ໃຫ​ມ່. 37 ແລະສິ່ງທີ່ທ່ານຫວ່ານນັ້ນບໍ່ແມ່ນລຳຕົ້ນ, ແຕ່ຫວ່ານແກ່ນລ້າໆ. ທີ່ຈະກາຍເປັນຕົ້​ນເຂົ້າສາລີ ຫລື ຢ່າງອື່ນ. 38 ແຕ່ວ່າພຣະເຈົ້າປະ​ທານຮູບຮ່າງໃຫ້ກັບເມັດນັ້ນ ຕາມທີ່ພຣະອົງ​ຊົງເລືອກ, ແລະ ປະ​ທານ​ຮູບຮ່າງຂອງ​ມັນເອງໃຫ້ກັບເມັດແຕ່ລະຊະ​ນິດ. 39 ຊີ້ນນັ້ນບໍ່ຄືກັນທັງ​ຫມົດ. ຊີ້ນມະນຸດນັ້ນ​ກໍ່ແບບ​ຫ​ນຶ່ງ, ຊີ້ນສັດ​ກໍ່​ແບບ​ຫ​ນຶ່ງ, ຊີ້ນນົກກໍ່​ແບບ​ຫ​ນຶ່ງ, ຊີ້ນປາກໍ່​ແບບ​ຫ​ນຶ່ງ. 40 ຮ່າງກາຍສຳລັບສະຫວັນກໍ່​ມີ ແລະ ຮ່າງກາຍສຳ ລັບໂລກກໍ່​ມີ. ແຕ່ສະ​ຫງ່າ​ຣາ​ສີຂອງຮ່າງກາຍ ສຳລັບສະຫວັນກໍ່​ແບບ​ຫ​ນຶ່ງ ແລະ ສະ​ຫງ່າ​ຣາ​ສີຂອງຮ່າງກາຍ ສຳລັບໂລກກໍ່​ແບບ​ຫ​ນຶ່ງ. 41 ສະ​ຫງ່າຣາສີຂ​ອງ ດວງ​ຕາ​ເວັນກໍ່​ແບບ​ຫ​ນຶ່ງ, ສະ​ຫງ່າ​ຣາ​ສີຂອງ ດວງ​ຈັນກໍ່​ແບບ​ຫ​ນຶ່ງ, ສະ​ຫງ່າ​ຣາ​ສີຂອງ ດວງງ​ດາວກໍ່​ແບບ​ຫ​ນຶ່ງ. ດາວດວງ​ຫ​ນຶ່ງ​ກໍ່​ມີ​ສະ​ຫງ່າ​ຣາ​ສີ​ທີ່​ແຕກ​ຕ່າງ​ຈາກ ສະ​ຫງ່າ​ຣາ​ສີ​ຂອງ​ດາວດວງ​ອື່ນ​ໆ​ດ້ວຍ. 42 ການເປັນຄືນຂຶ້ນມາຂອງຄົນຕາຍກໍ່ຄືກັນ. ສິ່ງທີ່ຖືກຫວ່ານລົງ​ໄປ​ນັ້ນກໍເປື່ອຍເນົ່າ, ແຕ່ສິ່ງທີ່ຖືກເຮັດໃຫ້​ເປັນ​ຂຶ້ນ​ມາ​ນັ້ນບໍ່ໄດ້ເປື່ອຍເນົ່າອີກ. 43 ສິ່ງທີ່​ຖືກ​ຫວ່ານໃນຄວາມອັບອາຍ; ສິ່ງນັ້ນຖືກເຮັດໃຫ້​ເປັ​ນ​ຄືນຂຶ້ນມາໃນສະ​ຫງ່າ​ຣາ​ສີ. ສິ່ງທີ່ຖືກ​ຫວ່ານໃນຄວາມອ່ອນແອ; ສິ່ງນັ້ນຖືກເຮັດໃຫ້​ເປັ​ນ​ຄືນຂຶ້ນມາໃນຣິດ​ທາ​ນຸ​ພາບ. 44 ສິ່ງທີ່ຖື​ກ​ຫວ່ານໃນຮ່າງກາຍຝ່າຍທັມະຊາດ; ສິ່ງນັ້ນຖືກເຮັດໃຫ້​ເປັນ​ຄືນຂຶ້ນມາໃນຮ່າງກາຍຝ່າຍວິນຍານ. ຖ້າຫາກມີຮ່າງກາຍ​ຝ່າຍທັມະຊາດ, ກໍ່​ຍ່ອ​ມມີຮ່າງກາຍຝ່າຍວິນຍານນຳອີກ. 45 ຕາມທີ່ຂຽນໄວ້​ວ່າ, “ມະນຸດຄົນທຳອິດຄື ອາດາມເປັນຈິດວິນຍານທີ່ມີຊີວິດ.” ສ່ວນອາດາມຄົນສຸດທ້າຍນັ້ນ ເປັນຈິດວິນຍານຜູ້​ປະ​ທານຊີວິດ. 46 ແຕ່ຝ່າຍວິນຍານນັ້ນບໍ່ໄດ້ມາກ່ອນ ຝ່າຍທັມະຊາດກ່ອນ, ແລ້ວ​ຈຶ່ງເປັນຝ່າຍຈິດວິນຍານ. 47 ມະນຸດຄົນທຳອິດຂອງແຜ່ນດິນໂລກ, ມາ​ຈາກ​ດິນຈຶ່ງກາຍເປັນຂີ້ຝຸ່ນດິນ. ມະນຸດຄົນທີສອງເປັນມາຈາກສະຫວັນ. 48 ຜູ້​ທີ່​ຖືກສ້າງຂື້ນຈາກດິນເປັນ​ຢ່າງໃດ, ຄົນ​ເຫລົ່າ​ນັ້ນທີ່ຖືກສ້າງຈາກດິນກໍ່ເປັນຢ່າງນັ້ນ, ແລະ ຜູ້​ທີ່​ສະເດັດມາຈາກສະຫວັນເປັນ​ຢ່າງໃດ, ຄົນ​ເຫລົ່າ​ນັ້ນ​ທີ່ເປັນຂອງສະຫວັນກໍ່ເປັນຢ່າງນັ້ນດ້ວຍ. 49 ເຊັ່ນ​ດຽວກັບທີ່ເຮົາມີລັກສະນະຂອງມະນຸດທີ່​ມາຈາກດິນ, ພວກເຮົາກໍ່​ຈະສະທ້ອນລັກສະນະຂອງມະນຸດຈາກສະຫວັນດ້ວຍ. 50 ພີ່ນ້ອງທັງ​ຫລາຍ, ຂ້າພະເຈົ້າຫມາຍຄວາມວ່າ, ສິ່ງທີ່ເປັນເນື້ອຫ​ນັງແລະເລືອດບໍ່ສາມາດເປັນສ່ວນຫ​ນຶ່ງໃນ​ຣາ​ຊອານາຈັກຂອງພຣະເຈົ້າໄດ້. ແລະກາຍທີ່ເປື່ອຍເນົ່າບໍ່ສາມາດມີສ່ວນໃນກາຍທີ່ບໍ່ເປື່ອຍເນົ່າ. 51 ຈົ່ງເບິ່ງ! ຂ້າ​ພະ​ເຈົ້າມີຄວາມຈິງອັນເລິກເຊິ່ງທີ່ຈະບອກແກ່​ທ່ານຄື: ເຮົາຈະບໍ່ລ່ວງ​ລັບ​ຫມົດທຸກຄົນ, ແຕ່ຈະຖືກປ່ຽນໃຫມ່​ຫມົດ​ທຸກ​ຄົນ. 52 ພວກເຮົາຈະຖືກປ່ຽນໃນຊົ່ວຂະນະດຽວ, ໃນກະພິບຕາ, ເມື່ອເປົ່າແກຄັ້ງສຸດທ້າຍ. ເມື່ອສຽງແກດັງຂື້ນ. ຄົນຕາຍຈະຖືກເຮັດ​ໃຫ້ເປັນ​ຄືນ​ຂຶ້ນມາໂດຍບໍ່ມີການເປື່ອຍເນົ່າ, ແລະ ພວກເຮົາຈະໄດ້ຮັບການປ່ຽນໃຫມ່. 53 ເພາະວ່າສິ່ງຊຶ່ງເປື່ອຍເນົ່າໄດ້ນີ້ຕ້ອງໄດ້ສວ​ມໃສ່ກັບສິ່ງທີ່ເປື່ອຍເນົ່າບໍ່ໄດ້, ແລະ ສະພາບທີ່ຕ້ອງຕາຍນີ້ຕ້ອງສວມໃສ່ດ້ວຍສະພາບທີ່ບໍ່ຕາຍ. 54 ເມື່ອສິ່ງທີ່ເປື່ອຍເນົ່າໄດ້​ນີ້ ສວມໃສ່ດ້ວຍສິ່ງທີ່ເປື່ອຍເນົ່າບໍ່ໄດ້, ແລະ ສະພາບທີ່ຕ້ອງຕາຍນີ້ສວມໃສ່ດ້ວຍສະພາບທີ່ບໍ່ຕາຍ, ຈາກນັ້ນ ພ​ຣະຄັມ ທີ່ຂຽນໄວ້ຈະສຳເລັດວ່າ, "ຄວາມຕາຍຖືກກືນເຂົ້າໃນຊັຍຊະນະແລ້ວ.

55 "ໂອ້ ຄວາມຕາຍ, ຊັຍ​ຊະ​ນະຂອງມຶງຢູ່ໃສ? ໂອ້ ຄວາມຕາຍ, ໄລ​ພິດຂອງມຶງຢູ່ໃສ?
56 ໄລ​ຜິດ​ຂອງຄວາມຕາຍນັ້ນຄືຄວາມບາບ, ແລະ ອຳນາດຂອງຄວາມບາບຄືກົດບັນ​ຍັດ. 57 ຂໍ​ໂມ​ທະ​ນາຂອບຄຸນ​ແດ່ພຣະເຈົ້າ, ຜູ້ປະ​ທານຊັຍຊະນະແກ່ເຮົາ ໂດຍທາງອົງພຣະເຢຊູຄຣິດເຈົ້າຂອງເຮົາ! 58 ສະນັ້ນ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າ, ຈົ່ງ​ຫມັ້ນຄົງຢູ່ແລະຢ່າຫວັ່ນໄຫວ. ຈົ່ງ​ປະ​ຕິ​ບັດງານຂອງອົງພຣະຜູ້ເປັນເຈົ້າໃຫ້ຄົບບໍຣິບູນທຸກເວລາ, ເພາະວ່າທ່ານທັງຫລາຍຮູ້ວ່າ ໃນອົງພຣະຜູ້ເປັນເຈົ້າ ການພຽນພະຍາຍາມຂອງທ່ານຈະບໍ່ເສັຍປະໂຫຍດ.