1 ເລື່ອງກຽ່ວກັບຊັບຊຶ່ງມີການແຜ່ເພື່ອສົງເຄາະແກ່ໄພ່ພົນຂອງພຣະເຈົ້ານັ້ນ, ຂ້າພະເຈົ້າສັ່ງຄຣິສຕະຈັກໃນແຂວງຄາລາເຕຍວ່າແນວໃດ, ທ່ານທັງຫລາຍກໍ່ຈົ່ງເຮັດເຊັ່ນນັ້ນ. 2 ທຸກວັນຕົ້ນອາທິດໃດ, ໃຫ້ພວກທ່ານແຕ່ລະຄົນແຍກເງິນອອກ ແລະ ສະສົມໄວ້ຕາມທີ່ທ່ານສາມາດເຮັດໄດ້. ເພື່ອຈະບໍ່ຕ້ອງເກັບສັ່ງສົມເມື່ອຂ້າພະເຈົ້າມາຮອດ. 3 ແລະເມື່ອຂ້າພະເຈົ້າມາແລ້ວ, ຖ້າພວກທ່ານເຫັນດີນຳໃຜ, ຂ້າພະເຈົ້າຈະສົ່ງຄົນນັ້ນໃຫ້ນຳເງິນຖວາຍຂອງທ່ານ ພ້ອມກັບຈົດຫມາຍໄປທີ່ນະຄອນ ເຢຣູຊາເລັມ. 4 ແລະຖ້າເຫັນວ່າຂ້າພະເຈົ້າຄວນຈະໄປດ້ວຍ ພວກເຂົາກໍ່ຈະໄປພ້ອມກັບຂ້າພະເຈົ້າ. 5 ເມື່ອຂ້າພະເຈົ້າຜ່ານແຂວງມາເກໂດເນຍແລ້ວ. ຂ້າພະເຈົ້າຈະມາຫາທ່ານທັງຫລາຍ. ເພາະຂ້າພະເຈົ້າຈະໄປທາງມາເກໂດເນຍ. 6 ແລະ ຂ້າພະເຈົ້າອາດຈະພັກກັບທ່ານ ຫລື ອາດຈະຢູ່ຈົນຮອດຣະດູຫນາວ, ເພື່ອວ່າເມື່ອຂ້າພະເຈົ້າຈະໄປທາງໃດ, ພວກທ່ານຈະໄດ້ສົ່ງຂ້າພະເຈົ້າໄປ. 7 ເພາະວ່າຂ້າພະເຈົ້າບໍ່ຕ້ອງການພົບພວກທ່ານໃນຊ່ວງເວລາສັ້ນໆ. ແຕ່ຂ້າພະເຈົ້າຫວັງວ່າຈະໄດ້ຢູ່ກັບພວກທ່ານໃນໄລຍະຫນຶ່ງ, ຖ້າອົງພຣະຜູ້ເປັນເຈົ້າເຫັນດີ. 8 ແລະ ຂ້າພະເຈົ້າຈະຢູ່ທີ່ເມືອງ ເອເຟໂຊ, ຈົນຮອດເທດສະການ ເພັນເຕຄໍສະເຕ. 9 ເພາະວ່າທີ່ນີ້ມີປະຕູເປີດໃຫ້ກັບຂ້າພະເຈົ້າຢ່າງກວ້າງຂວາງ, ແລະ ຄົນຂັດຂວາງກໍ່ມີຫລາຍ. 10 ເມື່ອຕີໂມທຽວມາຫາທ່ານ, ຈົ່ງຣະວັງຢ່າເຮັດໃຫ້ລາວບໍ່ສະບາຍໃຈເມື່ອຢູ່ກັບພວກທ່ານ, ເພາະລາວເຮັດວຽກຂອງອົງພຣະຜູ້ເປັນເຈົ້າຄືກັບຂ້າພະເຈົ້າ. 11 ຢ່າໃຫ້ຄົນດູຫມິ່ນລາວ. ຈົ່ງຊ່ວຍລາວໃຫ້ເດີນທາງໄປໂດຍສັນຕິສຸກ, ເພື່ອລາວຈະກັບມາຫາຂ້າພະເຈົ້າ. ເພາະຂ້າພະເຈົ້າກຳລັງລໍຖ້າລາວກັບພວກພີ່ນ້ອງຢູ່. 12 ສ່ວນເລື່ອງຂອງ ອາໂປໂລ, ເຊິ່ງເປັນພີ່ນ້ອງຂອງເຮົານັ້ນ. ຂ້າພະເຈົ້າຂໍຮ້ອງໃຫ້ລາວໃຫ້ໄປຢ້ຽມຢາມທ່ານທັງຫລາຍ ພ້ອມກັບພວກພີ່ນ້ອງ. ແຕ່ລາວຍັງບໍ່ຕ້ອງການໄປໃນເວລານີ້. ເຖິງຢ່າງໃດກໍ່ຕາມ, ລາວຈະໄປເມື່ອຮອດເວລາທີ່ເຫມາະສົມ. 13 ຈົ່ງເຝົ້າຣະວັງໃຫ້ດີ ຈົ່ງຫມັ້ນຄົງໃນຄວາມເຊື່ອ ຈົ່ງເປັນຄົນກ້າຫານ, ຈົ່ງເຂັ້ມແຂງ. 14 ຈົ່ງເຮັດທຸກສິ່ງດ້ວຍຄວາມຮັກ. 15 ທ່ານຮູ້ວ່າຄອບຄົວຂອງສະເຕຟານາ, ເປັນຄຣິສຕຽນພວກທຳອິດໃນແຂວງ ອະຂາຢາ, ແລະ ພວກເຂົາໄດ້ອຸທິດຕົນໃນງານບົວຣະບັດຮັບໃຊ້ໄພ່ພົນຂອງພຣະເຈົ້າ. ຂ້າພະເຈົ້າຂໍຮ້ອງ, ທ່ານທັງຫລາຍ, 16 ໃຫ້ຖ່ອມຕົວຕໍ່ຄົນເຊັ່ນນີ້ ແລະ ຕໍ່ທຸກຄົນທີ່ຮ່ວມເຮັດວຽກ ແລະ ພຽນພະຍາຍາມກັບພວກເຮົາ. 17 ແລະຂ້າພະເຈົ້າດີໃຈທີ່ ສະເຕຟານາ, ຟອກຕູນາໂຕ, ແລະ ອະຂາອີໂກມາຫາ. ພວກເຂົາໄດ້ຊົດເຊີຍການທີ່ພວກທ່ານບໍ່ມານັ້ນຈົນຄົບຖ້ວນ. 18 ເພາະວ່າພວກເຂົາເຮັດໃຫ້ວິນຍານຂອງຂ້າພະເຈົ້າແລະ ຂອງພວກກທ່ານມີຄວາມສຸກ. ເພາະສະນັ້ນ, ທ່ານທັງຫລາຍຈົ່ງຍອມຮັບຄົນແບບນີ້. 19 ຄຣິສຕະຈັກຕ່າງໆໃນແຂວງເອເຊຍຝາກຄຳທັກທາຍມາຫາທ່ານທັງຫລາຍ. ອາກີລາ ແລະ ປີຊະກີລາ, ກັບຄຣິສຕະຈັກທີ່ຢູ່ໃນເຮືອນຂອງພວກເຂົາຝາກຄຳທັກທາຍມາຫາພວກທ່ານໃນອົງພຣະຜູ້ເປັນເຈົ້າ. 20 ພີ່ນ້ອງທຸກຄົນຝາກຄຳທັກທາຍມາຫາທ່ານ. ຈົ່ງທັກທາຍເຊິ່ງກັນ ແລະ ກັນດ້ວຍຈູບທີ່ບໍຣິສຸດ. 21 ຂ້າພະເຈົ້າ, ໂປໂລ, ຂຽນຈົດຫມາຍ ນີ້ດ້ວຍລາຍມືຂອງຂ້າພະເຈົ້າເອງ. 22 ຖ້າຜູ້ໃດບໍ່ຮັກອົງພຣະຜູ້ເປັນເຈົ້າ, ກໍ່ຂໍໃຫ້ຄົນນັ້ນຖືກສາບແຊ່ງ. ຂໍອົງພຣະຜູ້ເປັນເຈົ້າຂອງເຮົາ, ສະເດັດມາເຖີດ! 23 ຂໍພຣະຄຸນຂອງພຣະເຢຊູຄຣິດເຈົ້າສະຖິດກັບທ່ານທັງຫລາຍ. 24 ຄວາມຮັກຂອງຂ້າພະເຈົ້າຢູ່ກັບພວກທ່ານທຸກຄົນໃນພຣະເຢຊູຄຣິດເຈົ້າ.