1 ບັດນີ້, ກ່ຽວກັບເລື່ອງອາຫານທີ່ໄດ້ບູຊາແກ່ຮູບເຄົາລົບນັ້ນ: ພວກເຮົາຮູ້ແລ້່ວວ່າ "ພວກເຮົາທຸກຄົນຕ່າງກໍມີຄວາມຮູ້". ຄວາມຮູ້ນັ້ນເຮັດໃຫ້ຄົນຍົກຕົວຈອງຫອງ ແຕ່ຄວາມຮັກນັ້ນກໍ່ຮ່າງສ້າງຕົວສ້າງຕົວຂື້ນ. 2 ຖ້າໃຜຄິດວ່າຕົນເອງຮູ້ສິ່ງໃດສິ່ງໜຶ່ງແລ້ວ, ຄົນນັ້ນກໍຍັງບໍ່ທັນໄດ້ຮູ້ ຕາມທີ່ລາວຄວນຈະຮູ້ຢ່າງແທ້ຈິງ. 3 ແຕ່ຖ້າຜູ້ໃດຮັກພຣະເຈົ້າ, ພຣະອົງກໍຮູ້ຈັກຜູ້ນັ້ນ. 4 ເຫດສະນັ້ນ, ກ່ຽວກັບການກິນອາຫານທີ່ໄດ້ບູຊາແກ່ຮູບເຄົາລົບນັ້ນ: ພວກເຮົາມີຄວາມຮູ້ແລ້ວວ່າ ຮູບເຄົາລົບໃນໂລກນີ້ບໍ່ມີຕົວຕົນ ຫຍັງເລີຍ ແລະ ບໍ່ມີພຣະເຈົ້າອົງອື່ນໃດ ມີແຕ່ພຣະເຈົ້າອົງດຽວເທົ່ານັ້ນ. 5 ເພາະເຖິງແມ່ນວ່າຈະມີສິ່ງທີ່ຖືກເອີ້ນວ່າ "ພຣະ" ບໍ່ວ່າຈະຢູ່ເທິງຟ້າສະຫວັນ ຫຼື ເທິງແຜ່ນດິນໂລກກໍຕາມ (ຕາມທີ່ມີ "ພຣະ" ຫຼາຍອົງ ແລະ "ເຈົ້າ" ຫຼາຍອົງນັ້ນ, 6 ແຕ່ສຳລັບພວກເຮົາແລ້ວ, ມີພຣະເຈົ້າອົງດຽວ,ຄືພຣະບິດາເຈົ້າ ທຸກສິ່ງມາຈາກພຣະອົງ, ແລະພວກ ເຮົາມີຊີວິດຢູ່ເພື່ອພຣະອົງ, ແລະ ເຮົາມີພຣະເຢຊູຄຣິດເຈົ້າພຽງອົງດຽວ, ທຸກສິ່ງມີຢູ່ໂດຍທາງພຣະອົງ, ແລະ ເຮົາມີຊີວິດໂດຍທາງພຣະອົງ. 7 ຢ່າງໃດກໍ່ຕາມ, ບໍ່ແມ່ນທຸກຄົນມີຄວາມຮູ້ແບບນີ້. ເພາະບາງຄົນທີ່ເຄີຍບູຊາຮູບເຄົາຣົບມາກ່ອນ, ເມື່ອພວກເຂົາກິນອາຫານນີ້ກໍຖືວ່າເປັນຂອງບູຊາແກ່ຮູບເຄົາຣົບແທ້ໆ. ໃຈສຳນຶກຜິດແລະ ຊອບຂອງພວກເຂົາຍັງອ່ອນຢູ່ຈື່ງເປັນມົນທິນຍ້ອນອາຫານນັ້ນ. 8 ອາຫານບໍ່ແມ່ນສິ່ງທີ່ຊ່ວຍເຮົາ ໃຫ້ມີຄວາມສຳພັນກັບພຣະເຈົ້າດີຂຶ້ນ ຖ້າເຮົາບໍ່ກິນ ເຮົາກໍບໍ່ໄດ້ຊົ່ວລົງ ຖ້າເຮົາກິນ ເຮົາກໍບໍ່ໄດ້ດີຂຶ້ນ. 9 ແຕ່ຈົ່ງລະມັດລະວັງ ຢ່າປ່ອຍໃຫ້ເສຣີພາບຂອງພວກທ່ານນັ້ນເປັນເຫດໃຫ້ຜູ້ທີ່ອ່ອນແອໃນຄວາມເຊື່ອຕ້ອງສະດຸດລົ້ມ. 10 ເພາະສົມມຸດວ່າມີໃຜຄົນໜື່ງເຫັນທ່ານຜູ້ມີຄວາມຮູ້, ນັ່ງກິນອາຫານໃນວິຫານຂອງຮູບເຄົາຣົບ. ໃຈສຳນຶກຜິດ ແລະ ຊອບທີ່ອ່ອນແອຂອງເຂົາກໍ່ຈະຊຸກຍູ້ຂື້ນຈົນກິນຂອງທີ່ບູຊາແກ່ຮູບເຄົາຣົບບໍ່ແມ່ນບໍ? 11 ດັ່ງນັ້ນ ຍ້ອນຄວາມເຂົ້າໃຈຂອງເຈົ້າກ່ຽວກັບທໍາມະຊາດທີ່ແທ້ຈິງຂອງຮູບເຄົາລົບ, ຄົນທີ່ອ່ອນແອກວ່າ, ເຊິ່ງເປັນພີ່ນ້ອງຜູ້ທີ່ພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອເຂົາ, ຈຶ່ງຕ້ອງຈີບຫານຍໄປ. 12 ໃນທຳນອງດຽວກັນ, ເມື່ອພວກທ່ານເຮັດບາບຕໍ່ພີ່ນ້ອງຂອງຕົນ ແລະ ເຮັດໃຫ້ຈິດສໍານືກຜິດແລະຊອບທີ່ອ່ອນແອຂອງພວກເຂົາຕ້ອງບາດເຈັບ, ພວກທ່ານກໍກຳລັງເຮັດບາບຕໍ່ພຣະຄຣິດ 13 ສະນັ້ນ, ຖ້າອາຫານເຮັດໃຫ້ພີ່ນ້ອງຂອງຂ້າພະເຈົ້າສະດຸດລົ້ມ, ຂ້າພະເຈົ້າກໍ່ຈະບໍ່ກິນຊີ້ນສັດອີກຕໍ່ໄປ, ເພື່ອທີ່ຂ້າພະເຈົ້າຈະບໍ່ເຮັດໃຫ້ພີ່ນ້ອງຂອງຕົນລົ້ມລົງ.