ບົດທີ 7

1 ບັດນີ້ ກ່ຽວກັບເລື່ອງທີ່ພວກເຈົ້າຂຽນມານັ້ນ: "ການທີ່ຜູ້ຊາຍບໍ່ແຕະຕ້ອງຜູ້ຍິງເລີຍເປັນເລື່ອງທີ່ດີແລ້ວ." 2 ແຕ່ເນື່ອງຈາກມີສີ່ງລໍ້ລວງໃຈຕ່າງໆ ທີ່ຈະນຳໄປສູ່ການປະພຶດທີ່ບໍ່ຖືກຕ້ອງທາງເພດ, ຜູ້ຊາຍແຕ່ລະຄົນຄວນມີເມຍເປັນຂອງຕົນເອງ, ແລະ ແມ່ຍິງແຕ່ລະຄົນຄວນມີຜົວເປັນຂອງຕົນເອງ. 3 ຜົວຄວນປະຕິບັດໜ້າທີ່ຂອງຕົນໃນການມີເພດສຳພັນກັບເມຍ, ແລະ ໃນທຳນອງດຽວກັນ ເມຍກໍຄວນປະຕິບັດໜ້າທີ່ນັ້ນຕໍ່ຜົວເໝືອນກັນ. 4 ບໍ່ແມ່ນເມຍທີ່ມີອຳນາດເໜືອຮ່າງກາຍຂອງຕົນເອງ, ແຕ່ແມ່ນຜົວທີ່ມີອຳນາດ. ໃນທຳນອງດຽວກັນ, ຜົວກໍບໍ່ມີອຳນາດເໜືອຮ່າງກາຍຂອງຕົນເອງ, ແຕ່ແມ່ນເມຍທີ່ມີອຳນາດ. 5 ຢ່າປະຕິເສດການມີຄວາມສຳພັນຕໍ່ກັນ, ເວັ້ນແຕ່ທີ່ໄດ້ຕົກລົງເຫັນດີກັນນໍາກັນທັງສອງຝ່າຍແລະເປັນເວລາທີກໍານົດໄວ້ສະເພາະຈົ່ງເຮັດສີ່ງນີ້ເພື່ອທີ່ເຈົ້າຈະໄດ້ອຸທິດຕົວໃນການອະທິຖານ. ຈາກນັ້ນກໍ່ຄວນກັບມາຢູ່ຮ່ວມກັນອິກຄັ້ງ, ເພື່ອທີ່ມານຊາຕານຈະບໍ່ໄດ້ລໍ້ລວງເຈົ້າເພາະວ່າເຈົ້າຂາດການຄວບຄຸມ ຕົນເອງ. 6 ແຕ່ຂ້າພະເຈົ້າກ່າວສິ່ງເຫຼົ່ານີ້ກັບພວກເຈົ້າເພື່ອເປັນການອະນຸຍາດ ແລະ ບໍ່ແມ່ນການສັ່ງ. 7 ຂ້າພະເຈົ້າປາຖະໜາໃຫ້ທຸກຄົນໆຈະເປັນເໝືອນຢາງຂ້າພະເຈົ້າ.ແຕ່ລະຄົນກໍມີຂອງປະທານຂອງຕົນເອງຈາກພຣະເຈົ້າ. ຄົນໜື່ງໄດ້ຮັບປະທານຢ່າງນີ້, ແລະ ອີກຄົນໝຶ່ງໄດ້ຮັບຂອງປະທານຢ່າງນັ້ນ. 8 ຂ້າພະເຈົ້າຂໍກ່າວແກ່ຄົນທີ່ຍັງເປັນໂສດ ແລະ ພວກແມ່ໝ້າຍວ່າ ມັນເປັນສິ່ງທີ່ດີສໍາລັບພວກເຂົາ ຖ້າພວກເຂົາຈະຮັກສາຕົວເປັນໂສດຕໍ່ໄປ ເໝືອນຢ່າງທີ່ຂ້າພະເຈົ້າເປັນຢູ. 9 ແຕ່ຖ້າພວກເຂົາບໍ່ສາມາດຄວບຄຸມຕົວເອງໄດ້, ພວກເຂົາກໍ່ຄວນຈະແຕ່ງງານ. ເພາະໃຫ້ພວກເຂົາແຕ່ງງານກໍ່ດີກ່ວາມີໃຈຮ້ອນຮົນດ້ວຍຕັນຫາ. 10 ບັດນີ້ ສ່ວນຄົນທີ່ແຕ່ງງານແລ້ວ ຂ້າພະເຈົ້າຂໍສັ່ງ-ບໍ່ແມ່ນຕົວຂອງຂ້າພະເຈົ້າເອງ, ແຕ່ມາຈາກພຮະເຈົ້າອົງເຈົ້ານາຍສັ່ງ-ວ່າ ເມຍບໍ່ຄວນແຍກຈາກຜົວຂອງນາງ, 11 (ແຕ່ຖ້ານາງແຍກຈາກຜົວຂອງນາງແລ້ວ ນາງກໍ່ບໍ່ຄວນຈະແຕ່ງງານໃຫມ່ ຫລື ບໍ່ກໍກັບໄປຄືນດີກັບຜົວຂອງນາງ)-ແລະ ຜົວບໍ່ຄວນຢ່າຮ້າງກັບເມຍ. 12 ສ່ວນຄົນອື່ນໆນັ້ນ ຂ້າພະເຈົ້າຂໍກ່າວເອງ—ແມ່ນຂ້າພະເຈົ້າ, ບໍ່ແມ່ນພຣະເຈົ້າອັງເຈົ້ານາຍ—ວ່າ ຖ້າພີ່ນ້ອງຊາຍຄົນໃດມີເມຍທີ່ບໍ່ເຊື່ອ, ແລະ ຖ້ານາງຍິນດີທີ່ຈະຢູ່ຮ່ວມກັບລາວ, ລາວກໍບໍ່ຄວນຢ່າຮ້າງກັບນາງ. 13 ຖ້າຜູ້ຍິງຄົນໃດມີຜົວທີ່ບໍ່ເຊື່ອ, ແລະ ຖ້າເພີ່ນພໍໃຈທີ່ຈະຢູ່ກັບນາງ, ນາງກໍ່ບໍ່ຄວນຢ່າຮ້າງຈາກລາວ. 14 ດ້ວຍວ່າຜົວທີ່ບໍ່ເຊື່ອນັ້ນກໍ່ໄດ້ຮັບການຊຳຣະໃຫ້ບໍຣິສຸດຜ່ານທາງເມຍ, ແລະ ເມຍທີ່ບໍ່ເຊື່ອນັ້ນກໍ່ໄດ້ຮັບການຊຳຣະໃຫ້ບໍຣິສຸດຜ່ານທາງຜົວ ຖ້າບໍ່ດັ່ງນັ້ນລູກໆຂອງພວກເຈົ້າກໍ່ເປັນມົນທິນ. ແຕ່ໃນຄວາມເປັນຈິງຄືພວກເຂົາໄດ້ຮັບການຊຳຣະແລ້ວ 15 ແຕ່ຖ້າຝາ່ຍທີ່ບໍ່ເຊື່ອຂໍແຍກທາງໄປ, ກໍ່ໃຫ້ລາວໄປເສຍ.ໃນກໍລະນີແບບນີ້, ພີ່ນ້ອງຊາຍຫຼືຍິງບໍ່ໄດ້ຖືກຜູກມັດໄວ້ກັບຄຳປະຕິຍານຂອງພວກເຂົາ. ພຣະເຈົ້າເອີ້ນພວກເຮົາໃຫ້ຢູ່ຢ່າງມີສັນຕິສຸກ. 16 ເພາະວ່າ ໂອ້ ຜູ້ຍິງເອີຍ! ເຈົ້າຈະຮູ້ໄດ້ແນວໃດວ່າເຈົ້າຈະຊ່ວຍຜົວຂອງເຈົ້າໃຫ້ຮອດໄດ້ຫຼືບໍ່? ຫຼື ໂອ້ ຜູ້ຊາຍເອີຍ! ເຈົ້າຈະຮູ້ໄດ້ແນວໃດວ່າເຈົ້າຈະຊ່ວຍເມຍຂອງເຈົ້າໃຫ້ຮອດໄດ້ຫຼືບໍ່? 17 ຢ່າງໃດກໍຕາມ, ຕາມທີ່ພຣະເຈົ້າອົງເຈົ້ານາຍປະທານສ່ວນ (ຖານະ) ໃຫ້ແກ່ທຸກໆຄົນ, ໃຫ້ແຕ່ລະຄົນດຳເນີນຊີວິດຕາມທີ່ພຣະເຈົ້າໄດ້ເອີ້ນເຂົາມານັ້ນແຫຼະ. ນີ້ຄືກົດເກນຂອງຂ້າພະເຈົ້າໃນທຸກໆຄຣິສຕະຈັກ. 18 ມີຜູ້ໃດທີ່ໄດ້ເຂົ້າພິທີຕັດແລ້ວ ເມື່ອລາວໄດ້ຮັບການເອີ້ນໃຫ້ມາເຊື່ອ? ເຂົາກໍບໍ່ຄວນພະຍາຍາມປິດບັງຫຼືລົບລ້າງເຄື່ອງໝາຍນັ້ນ.ມີຜູ້ໃດທີ່ຍັງບໍ່ໄດ້ເຂົ້າພິທີຕັດເມື່ອລາວໄດ້ຮັບການເອີ້ນໃຫ້ມາເຊື່ອ? ລາວກໍ່ບໍ່ຄວນຕ້ອງເຂົ້າພິທີຕັດ. 19 ເພາະວ່າການເຂົ້າພິທີຕັດຫຼືບໍ່ເຂົ້າພິທີຕັດນັ້ນບໍ່ແມ່ນສິ່ງສຳຄັນ. ສິ່ງທີ່ສຳຄັນຄືການເຊື່ອຟັງພຣະບັນຍັດຂອງພຣະເຈົ້າ. 20 ແຕ່ລະຄົນຄວນຈະຢູ່ໃນສະຖານະທີ່ລາວເຄີຍຢູ່ ເມື່ອເວລາທີ່ພຣະເຈົ້າເອີ້ນລາວໃຫ້ມາເຊື່ອ. 21 ເຈົ້າເປັນທາດບໍໃນຕອນທີ່ພຣະເຈົ້າເອີ້ນເຈົ້າ? ກໍຢ່າກັງວົນກັບມັນເລີຍ. ແຕ່ຖ້າເຈົ້າສາມາດເປັນອິດສະຫຼະໄດ້, ກໍຈົ່ງໃຊ້ໂອກາດນັ້ນໃຫ້ເປັນປະໂຫຍດເຖີດ. 22 ເພາະວ່າຜູ້ທີ່ພຣະເຈົ້າອົງເຈົ້ານາຍເອີ້ນໃນຂະນະທີ່ເປັນທາດ ກໍເປັນຄົນອິດສະຫຼະຂອງພຣະເຈົ້າອົງເຈົ້ານາຍ. ໃນທຳນອງດຽວກັນ, ຜູ້ທີ່ເປັນອິດສະຫຼະໃນຕອນທີ່ຖືກເອີ້ນໃຫ້ມາເຊື່ອ ກໍເປັນທາດຂອງພຣະຄຣິດ. 23 ພວກເຈົ້າຖືກຊື້ໄວ້ດ້ວຍລາຄາແພງແລ້ວ, ສະນັ້ນ ຢ່າເຂົ້າເປັນທາດຂອງມະນຸດເລີຍ. 24 ພີ່ນ້ອງທັງຫຼາຍເອີຍ, ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມໃນຕອນທີ່ຖືກເອີ້ນ, ໃຫ້ແຕ່ລະຄົນຍັງຄົງຢູ່ກັບພຣະເຈົ້າໃນສະຖານະການນັ້ນ. 25  ບັດນີ້, ເລື່ອງຄົນໂສດນັ້ນ, ຂ້າພະເຈົ້າບໍ່ມີຄໍາສັ່ງຈາກພຣະເຈົ້າອົງເຈົ້ານາຍ. ແຕ່ຂ້າພະເຈົ້າຂໍສະແດງຄວາມຄິດເຫັນ ໃນຖານະເປັນຜູ້ທີ່ໄວ້ວາງໃຈໄດ້ ໂດຍພຣະເມດຕາຂອງພຣະເຈົ້າອົງເຈົ້ານາຍ. 26 ດັ່ງນັ້ນ, ຍ້ອນວ່າຄວາມລຳບາກທີ່ກຳລັງໃກ້ເຂົ້າມາ, ຂ້າພະເຈົ້າຄິດວ່າເປັນເລື່ອງທີ່ດີທີ່ທຸກຄົນຈະຢູ່ຢ່າງທີ່ເຂົາເປັນຢູ່. 27 ທ່ານມີເມຍຜູກພັນຢູ່ແລ້ວບໍ? ຢ່າຊອກຫາທາງຢ່າຮ້າງເລີຍ. ທ່ານເປັນອິດສະຫຼະແລ້ວບໍ່? ຢ່າຊອກຫາເມຍເລີຍ. 28 ແຕ່ຖ້າທ່ານແຕ່ງງານ, ທ່ານກໍບໍ່ໄດ້ເຮັດບາບ, ແລະ ຖ້າຫາກຍິງບໍລິສຸດແຕ່ງງານ, ນາງກໍບໍ່ໄດ້ເຮັດບາບຄືກັນ. ເຖິງຢ່າງໃດກໍຕາມ, ຜູ້ທີ່ແຕ່ງງານນັ້ນຈະຕ້ອງປະເຊີນກັບຄວາມຍາກລຳບາກຫຼາຍປະການໃນຊີວິດຝ່າຍເນື້ອໜັງ, ແລະ ຂ້າພະເຈົ້າຢາກຊ່ວຍໃຫ້ພວກທ່ານພົ້ນຈາກສິ່ງເຫຼົ່ານີ້. 29 ພີ່ນ້ອງທັງຫຼາຍເອີຍ, ຂ້າພະເຈົ້າຂໍກ່າວດັ່ງນີ້ຄື: ເວລານັ້ນສັ້ນຫຼາຍແລ້ວ. ນັບແຕ່ ນີ້ໄປ, ໃຫ້ຜູ້ທີ່ມີເມຍດຳເນີນຊີວິດເໝືອນຢ່າງຄົນທີ່ບໍ່ມີ. 30 ໃຫ້ຜູ້ທີ່ຮ້ອງໄຫ້ ເປັນເໝືອນຢ່າງຄົນທີ່ບໍ່ໄດ້ຮ້ອງໄຫ້, ໃຫ້ຜູ້ທີ່ຊົມຊື່ນຍິນດີ ເປັນເໝືອນຢ່າງຄົນທີ່ບໍ່ໄດ້ຊົມຊື່ນຍິນດີ, ແລະ ໃຫ້ຜູ້ທີ່ຊື້ສິ່ງຂອງ ເປັນເໝືອນຢ່າງຄົນທີ່ບໍ່ມີສິ່ງໃດເປັນຂອງຕົນ. 31 ແລະ ໃຫ້ຜູ້ທີ່ໃຊ້ສິ່ງຂອງຂອງໂລກນີ້ ບໍ່ຈົມປັກ ເໝືອນຢ່າງຄົນທີ່ໃຊ້ໂລກນີ້ຢ່າງເຕັມທີ່. ເພາະວ່າໂລກນີ້ໃນຮູບແບບທີ່ເປັນຢູ່ນັ້ນ ກຳລັງຈະຜ່ານພົ້ນໄປ. 32 ຂ້າພະເຈົ້າຢາກໃຫ້ພວກທ່ານເປັນອິດສະຫຼະຈາກຄວາມກັງວົນ. ຜູ້ຊາຍທີ່ເປັນໂສດຍ່ອມເອົາໃຈໃສ່ໃນພາລະກິດຂອງອົງພຣະເຈົ້າອົງເຈົ້ານາຍ, ວ່າຈະເຮັດແນວໃດໃຫ້ເປັນທີ່ພໍພຣະໄທຂອງພຣະອົງ. 33 ແຕ່ຜູ້ຊາຍທີ່ແຕ່ງງານແລ້ວ ຍ່ອມກັງວົນໃນສິ່ງທາງໂລກ, ວ່າຈະເຮັດແນວໃດໃຫ້ເປັນທີ່ພໍໃຈຂອງເມຍ — 34 ລາວຖືກແຍກອອກເປັນສອງສ່ວນ. ຝ່າຍຜູ້ຍິງທີ່ເປັນໂສດ ຫລື ຍິງສາວບໍຣິສຸດກໍ່ເອົາໃຈໃສ່ໃນພາລະກິດຂອງອົງພຣະເຈົ້າອົງເຈົ້ານາຍ, ວ່າຈະເຮັດແນວໃດຈື່ງຈະໄດ້ເປັນຄົນບໍຣິສຸດໃນຝ່າຍຮ່າງກາຍ ແລະ ໃນຝ່າຍວິນຍານ. ແຕ່ຜູ້ຍິງທີ່ແຕ່ງງານແລ້ວກໍເອົາໃຈໃສ່ໃນວຽກງານຂອງໂລກ, ວ່າຈະເຮັດແນວໃດໃຫ້ເປັນທີ່ພໍໃຈຂອງພົວ 35 ຂ້າພະເຈົ້າກ່າວເລື່ອງນີ້ເພື່ອປະໂຫຍດຂອງທ່ານເອງ, ແລະ ບໍ່ໄດ້ໃຊ້ຫຍັງມາບີບບັງຄັບທ່ານ. ຂ້າພະເຈົ້າກ່າວສິ່ງນີ້ເພື່ອໃຫ້ທ່ານເຮັດໃນສິ່ງທີ່ຖືກຕ້ອງເໝາະສົມ, ເພື່ອທີ່ທ່ານຈະອຸທິດຕົນຕໍ່ພຣເຈົ້າອົງເຈົ້ານາຍໂດຍບໍ່ມີສິ່ງໃດມາເຮັດໃຫ້ທ່ານຫວັ່ນໄຫວ. 36 ແຕ່ຖ້າຊາຍໃດຄິດວ່າຕົນເອງບໍ່ສາມາດປະຕິບັດຕໍ່ຄູ່ຫມັ້ນຂອງຕົນດ້ວຍການໃຫ້ກຽດໄດ້ ແລະ ຖ້ານາງມີອາຍຸເກີນໄວແຕ່ງງານແລ້ວ ແລະມັນເຖິງເວລາທີ່ຈະແຕ່ງງານ - ຊາຍຄົນນັ້ນກໍ່ຄວນເຮັດໃນສິ່ງທີ່ລາວຕ້ອງການ ລາວບໍ່ໄດ້ເຮັດບາບ. ພວກເຂົາຄວນແຕ່ງງານກັນ. 37 ແຕ່ຊາຍໃດທີ່ຕັ້ງໃຈໝັ້ນຄົງ, ຖ້າລາວບໍ່ຮູ້ສຶກກົດດັນ ແຕ່ສາມາດຄວບຄຸມຄວາມຕ້ອງການຂອງຕົນເອງໄດ້, ແລະ ຖ້າລາວຕັດສິນໃຈວ່າຈະເຮັດສິ່ງນີ້, ທີ່ຈະຮັກສາຄູ່ໝັ້ນຂອງລາວໃຫ້ບໍຣິສຸດ, ລາວກໍ່ເຮັດໄດ້ດີ. 38 ສະນັ້ນ ຄົນທີ່ແຕ່ງງານກັບຄູ່ໝັ້ນຂອງຕົນກໍ່ເຮັດໄດ້ດີແລ້ວ, ແລະ ຄົນທີ່ເລືອກທີ່ຈະບໍ່ແຕ່ງງານກໍ່ເຮັດໄດ້ດີກວ່າ. 39 ຜູ້ເປັນເມຍຍ່ອມມີພັນທະຜູກພັນພົວຂອງນາງຕະຫຼອດເວລາທີ່ລາວມີຊີວິດຢູ່. ແຕ່ຫາກພົວຂອງນາງຕາຍໄປ, ນາງກໍມີອິດສະຫຼະທີ່ຈະແຕ່ງງານກັບໃຜກໍໄດ້ຕາມທີ່ນາງປາດຖະໜາ, ແຕ່ຕ້ອງເປັນການແຕ່ງງານໃນພຣະເຈົ້າອົງເຈົ້ານາຍເທົ່ານັ້ນ. 40 ເຖິງຢ່າງໃດກໍຕາມ,ຄວາມຄິດຂອງຂ້າພະເຈົ້າ, ນາງຈະມີຄວາມສຸກຫຼາຍກວ່າ ຫາກນາງຍັງຄົງຢູ່ເປັນໂສດເໝືອນຢ່າງທີ່ເປັນຢູ່ນັ້ນ. ແລະ ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າເອງກໍມີພຣະວິນຍານຂອງພຣະເຈົ້າດ້ວຍເຊັ່ນກັນ.