1 ເມື່ອຜູ້ໃດໃນພວກເຈົ້າຂັດແຍ້ງກັນກັບອີກຄົນ, ສົມຄວນບໍທີ່ລາວຈະໄປເວົ້າຄວາມກັນທີ່ສານຕໍ່ຫນ້າຜູ້ພິພາກສາທີ່ບໍ່ໄດ້ເປັນຜູ້ທີ່ເຊື່ອຖືແທນທີ່ຈະໄປຢູ່ຕໍ່ຫນ້າຜູ້ບໍລີສຸດພຣະເຈົ້າ ຕັດສີນບໍ? 2 ເຈົ້າບໍ່ຮູ້ບໍວ່າຜູ້ທີ່ຜູ້ບໍລີສຸດຂອງພຣະເຈົ້າຈະຕັດສີນໂລກໄດ້? ແລະ ຖ້າເຈົ້າຈະຕັດສີນໂລກ, ເຈົ້າບໍ່ສາມາດຈັດການກັບສິ່ງຕ່າງໆທີ່ເປັນເລື່ອງເລັກນ້ອຍເຫລົ່ານີ້ໄດ້ເລີຍບໍ? 3 ທ່ານບໍ່ຮູ້ບໍວ່າພວກເຮົາຈະຕັດສີນພວກເທວາດາ? ແລ້ວຍິ່ງໄປກວ່ານັ້ນ ເຮົາຕັດສິນເລື່ອງຂອງຊີວິດນີ້ບໍ່ໄດ້ເລີຍບໍ? 4 ດັ່ງນັ້ນ ຖ້າຫາກຕ້ອງການຕັດສິນຄະດີຕ່າງໆ ທີ່ກ່ຽວກັບຊີວິດປະຈຳວັນ, ເປັນຫຍັງເຈົ້າຈຶ່ງວາງຄະດີຄວາມຕ່າງໆນີ້ໄວ້ກັບຜູ້ທີ່ບໍ່ໄດ້ຢູ່ໃນຄຣິສຕະຈັກ? 5 ຂ້າພະເຈົ້າໄດ້ເວົ້າເລື່ອງນີ້ເພື່ອໃຫ້ເຈົ້າອັບອາຍ. ບໍ່ມີໃຜໃນທ່າມກາງພວກທ່ານມີປັນຍາພໍທີ່ຈະຈັດການກັບຄວາມຂັດແຍ້ງລະຫວ່າງພີ່ນ້ອງທັງຫລາຍບໍ? 6 ແຕ່ກາຍເປັນວ່າມີພີນ້ອງຄົນໜື່ງ, ໄປຟ້ອງຮ້ອງພີ່ນ້ອງອີກຄົນກັບສານ, ແລະ ຄະດີຄວາມນັ້ນກໍ່ຖືກຍື່ນຕໍ່ຜູ້ພິພາກສາຜູ້ທີ່ບໍ່ແມ່ນຜູ້ທີ່ເຊື່ອ! 7 ທີຈີງແລ້ວ ການພວກເຈົ້າມີຄະດີກ່ຽວຂ້ອງກັນແລະກັນນັ້ນ ພວກເຈົ້າກໍໄດ້ຝ່າຍແພ້ແລ້ວ. ເປັນຫຍັງຈີງບໍ່ຍ່ອມຮັບຜິດ ເປັນຫຍັງຈຶ່ງບໍ່ຍອມໃຫ້ພວກເຂົາສໍ້ໂກງຕົນເອງກໍດີກວ່າ? 8 ແຕ່ພວກເຈົ້າພັດເຮັດຜິດ ແລະ ຫຼອກລວງຄົນອື່ນ, ແລະ ຄົນເຫຼົ່ານີ້ກໍ່ແມ່ນພວກພີ່ນ້ອງຂອງເຈົ້າເອງ! 9 ເຈົ້າບໍ່ຮູ້ບໍວ່າຜູ້ທີ່ເຊື່ອຈະບໍ່ໄດ້ຮັບມໍຣະດົກໃນຣາຊອານາຈັກຂອງພຣະເຈົ້າ? ຢ່າຫລົງເຊື່ອຄຳຫລອກລວງ, ຄົນທີ່ຜິດສີນທໍາທາງເພດ, ພວກຂາບໄຫ້ວຮູບເຄົາຣົບ, ພວກລ່ວງປະເວນີ, ພວກຜູ້ຊາຍທີເພດສໍາພັນກັບຜູ້ຊາຍ, ຄົນເຫລົ່ານັ້ນທີ່ມີຮັກຮ່ວມເພດ, 10 ພວກຂີ້ລັກ, ພວກໂລບ, ພວກຂີ້ເຫລົ້າເມົາຢາ, ພວກເວົ້າຕົວະ, ພວກຄົນໂກງ - ບໍ່ມີຄົນໃດໃນພວກເຂົາຈະໄດ້ຮັບມໍຣະດົກໃນຣາຊອານາຈັກຂອງພຣະເຈົ້າ. 11 ແລະ ບາງຄົນໃນພວກເຈົ້າເຄີຍເປັນແບບນັ້ນ. ແຕ່ເຈົ້າທັງຫລາຍໄດ້ຮັບການຊຳລະແລ້ວ, ແຕ່ເຈົ້າທັງຫລາຍໄດ້ໄດ້ຮັບການຊໍາລະໃຫ້ບໍລິສຸດແລ້ວ ແຕ່ເຈົ້າທັງຫລາຍໄດ້ຖືກເຮັດໃຫ້ຊອບທໍາໃນນາມຂອງອົງພຣະເຢຊູຄຣິດເຈົ້າ ແລະ ໂດຍພຣະວິນຍານຂອງພຣະເຈົ້າຂອງພວກເຮົາ. 12 "ຂ້າພະເຈົ້າເຮັດທຸກຢ່າງໄດ້," ແຕ່ບໍ່ແມ່ນທຸກຢ່າງຈະມີປະໂຫຍດ. "ຂ້າພະເຈົ້າເຮັດທຸກຢ່າງໄດ້," ແຕ່ຂ້າພະເຈົ້າຈະບໍ່ຍອມຢູ່ໃຕ້ອຳນາດໂດຍສີ່ງໃດໆເຫຼົ່ານັ້ນ. 13 "ອາຫານນັ້ນມີໄວ້ສຳລັບກະເພາະ, ແລະ ກະເພາະກໍ່ມີໄວ້ສຳລັບອາຫານ," ແຕ່ພຣະເຈົ້າຈະເປັນຜູ້ທຳລາຍທັງສອງຢ່າງ. ຮ່າງກາຍບໍ່ໄດ້ໄວ້ເພື່ອການເຮັດຜິດlສີນທໍທາງເພດ. ແຕ່ໃນທາງກົງກັນ ຂ້າມ, ຮ່າງກາຍມີໄວ້ສຳລັບພຮະເຈົ້າອົງເຈົ້ານາຍ, ແລະ ພຣະເຈົ້າອົງເຈົ້ານາຍຈະຈັດຕຽມສຳລັບຮ່າງກາຍ. 14 ພຣະເຈົ້າບັນດານໃຫ້ອົງພຣະເຈົ້າອົງເຈົ້ານາຍຄືນຂຶ້ນມາຈາກຕາຍຢ່າງໃດ ແລະ ຈະເຮັດໃຫ້ພວກເຮົາເປັນຂື້ນມາໂດຍຣິດອຳນາດຂອງພຣະອົງດ້ວຍ. 15 ເຈົ້າຮູ້ບໍ່ວ່າຮ່າງກາຍຂອງພວກເຈົ້າເປັນອະໄວຍະຂອງພຣະຄຣິດ? ແລ້ວຂ້າພະເຈົ້າສົມຄວນຫລືທີ່ຈະເອົາອະໄວຍະຂອງພຣະຄຣິດໄປເຂົ້າຮ່ວມກັບຄົນໂສເພນີ? ຢ່າປ່ອຍໃຫ້ເປັນແບບນັ້ນ! 16 ທ່ານບໍ່ຮູບໍ່ວ່າຄົນທີ່ເຂົ້າຮ່ວມກັບຍິງໂສເພນີກາຍເປັນຮ່າງກາຍດຽວກັບນາງ ດັ່ງທີ່ ພຣະຄໍາພີກ່າວໄວ້ວ່າ, "ທັງສອງຈະກາຍເປັນຮ່າງກາຍດຽວກັນ." 17 ແຕ່ຜູ້ທີ່ເຂົ້າສ່ວນກັບອົງພຣະເຈົ້າອົງເຈົ້ານາຍກໍ່ກາຍເປັນວິນຍານດຽວກັນກັບພຣະອົງ. 18 ຈົ່ງຫຼີກລຽງຈາກການປະພຶດທີ່ຜິດສີນທໍາທາງເພດ! ບາບອື່ນໆນອກຈາກນີ້ທັງໝົດທີ່ມະນຸດເຮັດນັ້ນຢູ່ນອກຮ່າງກາຍ, ແຕ່ມະນຸດທີ່ປະພຶດສີນທໍາຜິດທາງເພດນັ້ນໄດ້ເຮັດຜິດບາບຕໍ່ຮ່າງກາຍຕົນເອງ. 19 ເຈົ້າຮູ້ບໍ່ວ່າຮ່າງກາຍຂອງເຈົ້າເປັນພຣະວິຫານຂອງພຣະວິນຍານບໍຣິສຸດເຈົ້າ, ຜູ້ສະຖິດຢູ່ພາຍໃນເຈົ້າ, ເປັນຜູ້ທີ່ເຈົ້າໄດ້ຮັບມາຈາກພຣະເຈົ້າ? ເຈົ້າບໍ່ຮູ້ບໍວ່າທ່ານບໍ່ໄດ້ເປັນເຈົ້າຂອງໂຕທ່ານເອງ? 20 ເພາະເຈົ້າຖືກຊື້ດ້ວຍຄ່າສູງເ. ດ້ວຍເຫດນີ້ ຈົ່ງຖວາຍພຣະກຽດແດ່ພຣະເຈົ້າດ້ວຍຮ່າງກາຍຂອງເຈົ້າ ດວ້ຍຮ່າງກາຍຂອງເຈົ້້າແລະຈີດວີນຍານເປັນຂອງພຣະເຈົ້າ