1 ພວກເຮົາໄດ້ຍີນຂ່າວລືວ່າມີການຜິດສີນທໍາທາງພາດໃນທ່າມກາງພວກເຈົ້າເຊີງເປັນຜິດສີນທໍາແມ່ນແຕ່ໃນພວກຕ່າງຊາດ ກໍບໍ່ເຄີຍມີເລີຍ ຄືມີຊາຍຄົນໜຶ່ງໄດ້ເອົາເມຍຂອງພໍ່ຕົນເອງມາເປັນເມຍ. 2 ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງອວດຕົວຂຶ້ນ ແທນທີ່ຈະເປັນທຸກຮ້ອນໃຈ ແລະຄົນຢ່າງນີ້ຄວນຖືກຂັບໄລ່ອອກຈາກພວກເຈົ້າໄປບໍແມ່ນບໍ່ 3 ເຖິງແມ່ນວ່າ ຂ້າພະເຈົ້າບໍ່ໄດ້ຢູ່ກັບພວກເຈົ້າທາງກາຍ, ແຕ່ທາງຈີດໃຈຂອງຂ້າພະເຈົ້າກໍຢູ່ກັບພວກເຈົ້າ ຂ້າພະເຈົ້າໄດ້ຕັດສິນລົງໂທດຜູ້ທີ່ປະພຶດຜິດຢ່າງນີ້ ເໝືອນດັ່ງຂ້າພະເຈົ້າຢູ່ທ່າມກາງພວກເຈົ້າ. 4 ເມື່ອພວກເຈົ້າມາປະຊຸມກັນ ໃນພຣະນາມອົງພຣະເຢຊູເຈົ້າຂອງພວກເຮົາ ແລະຈີດໃຈຂອງຂ້າພະເຈົ້າກໍຢູ່ນໍາພວກເຈົ້າ ພ້ອມທັງຣິດອຳນາດຂອງອົງພຣະເຢຊູເຈົ້າຂອງພວກເຮົາ. 5 ຈົ່ງມອບຊາຍຄົນນີ້ໃຫ້ມານຊາຕານເພື່ອການທຳລາຍເນື້ອໜັ່ງ, ເພື່ອວິນຍານຂອງລາວຈະໄດ້ພົ້ນໃນວັນແຫ່ງພຣະເຈົ້າອົງເຈົ້ານາຍ 6 ການທີ່ພວກເຈົ້າອວດອ້າງນັ້ນ ບໍ່ເປັນການດີເລີຍ ພວກເຈົ້າກໍຮູ້ວ່າເຊື້ອແປ້ງແຕ່ໜ້ອຍດຽວ ກໍເຮັດໃຫ້ແປ້ງນວດຟູຂຶ້ນທັງກ້ອນໄດ້? 7 ຈົ່ງຊຳລະບາບຕົນອັນເປັນເຊື້ອເກົ່າອອກໄປເສຍ ແລ້ວພວກເຈົ້າກໍຈະເປັນເໝືອນແປ້ງນວດກ້ອນໃໝ່ ໂດຍບໍ່ມີເຊື້ອແປ້ງແລ້ວ. ເພາະວ່າ, ພຣະຄຣິດຜູ້ເປັນລູກແກະປັດສະຄາຂອງພວກເຮົານັ້ນໄດ້ຖືກຂ້າບູຊາແລ້ວ. 8 ດ້ວຍເຫດນັ້ນ ເຮົາທັງຫລາຍຈຶ່ງຖືປັດສະຄານັ້ນ, ບໍ່ແມ່ນດ້ວຍເຊື້ອແປ້ງເກົ່າ ຄືເຊື້ອການປະເຝີກທີບໍ່ດີແລະ ຂອງຄວາມຊົ່ວຮ້າຍ, ແຕ່ດ້ວຍເຂົ້າຈີ່ບໍ່ມີເຊື້ອແປ້ງ ຄືຄວາມຈີງໃຈແລະຄວາມຈິງ. 9 ຂ້າພະເຈົ້າໄດ້ຂຽນຈົດໝາຍບອກເຈົ້າທັງຫລາຍແລ້ວວ່າ, ຢ່າຄົບຫາກັບຄົນຜິດສີນທາງເພດ 10 ແຕ່ຂ້າພະເຈົ້າບໍ່ໄດ້ໝາຍເຖິງຄົນໃນໂລກນີ້ທີ່ຜິດສິນລະທຳທາງເພດ ຫຼື ຄົນໂລບ, ຄົນຂົ່ມຂູ່ ຫຼືຄົນຂາບໄຫວ້ຮູບເຄົາຣົບ. ເພາະວ່າ ຖ້າຫ້າມຢ່າງນັ້ນແລ້ວ ພວກເຈົ້າຈະຕ້ອງໄດ້ອອກໄປເສຍຈາກໂລກນີ້. 11 ແຕ່ຂ້າພະເຈົ້າໄດ້ຂຽນມາບອກພວກເຈົ້າວ່າ ຖ້າຜູ້ໃດໄດ້ຊື່ວ່າເປັນພີ່ນ້ອງແລ້ວ, ແຕ່ຍັງດໍາເນີນຊີວີດໃນການຜິດສີນທໍາທາງເພດ ຄົນໂລບ ຄົບນຂາບໄຫວ້ຮູບເຄົາຣົບ ຄົນເວົ້າຫຍາບຊ້າ ຄົນຂີ້ເຫຼົ້າ ຄົນຂົ່ມຂູ່ກໍດີ ຢ່າຄົບຫາກັບຄົນຢ່າງນັ້ນ, ແມ່ນແຕ່ກິນເຂົ້າຮ່ວມພາ ກໍຢ່າຊູ່ກິນ. 12 ບໍ່ແມ່ນໜ້າທີ່ຂອງຂ້າພະເຈົ້າທີ່ຈະຕັດສິນລົງໂທດຄົນພາຍນອກຄຣິດສຈັກ, ແຕ່ແມ່ນໜ້າທີ່ຂອງພວກເຈົ້າ ທີ່ຕັດສິນລົງໂທດຄົນພາຍໃນບໍ່ແມ່ນບໍ? 13 ສ່ວນຄົນພາຍນອກນັ້ນ ແມ່ນພຣະເຈົ້າຈະຕັດສິນລົງໂທດ, “ຈົ່ງກຳຈັດຄົນຊົ່ວຊ້ານີ້ໃຫ້ອອກໄປຈາກພວກເຈົ້າ.