1 ໃຫ້ທຸກຄົນຖືວ່າ ພວກເຮົາເປັນຜູ້ຮັບໃຊ້ຂອງພຣະຄຣິດ ທັງເປັນຜູ້ປ້ອງກັນຮັກສາຄວາມຈິງອັນເລິກລັບຂອງພຣະເຈົ້າ. . 2 ຜູ້ຮັບຜິດຊອບປ້ອງກັນຮັກສາຕ້ອງເປັນຄົນສັດຊື່. 3 ແຕ່ສຳລັບຂ້າພະເຈົ້າແລ້ວ, ມັນເປັນເລື່ອງເລັກນ້ອຍຫຼາຍ ທີ່ຂ້າພະເຈົ້າຈະຖືກຕັດສິນ ໂດຍພວກເຈົ້າ ຫຼື ໂດຍສານຂອງມະນຸດ. ເພາະວ່າຂ້າພະເຈົ້າເອງກໍບໍ່ໄດ້ຕັດສິນຕົນເອງຄືກັນ. 4 ຂ້າພະເຈົ້າບໍ່ຮູ້ວ່າຂ້າພະເຈົ້າເຮັດຜິດອັນໃດ. ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າຂ້າພະເຈົ້າບໍ່ມີຄວາມຜິດ, ມີພຣະເຈົ້າອົງເຈົ້ານາຍເທົ່ານັ້ນທີ່ພິພາກສາຂ້າພະເຈົ້າໄດ້. 5 ສະນັ້ນ ຢ່າຟ້າວຕັດສີນ ກ່ຽວກັບສິ່ງໃດກ່ອນເຖິງເວລາ, ກ່ອນທີ່ພຣະເຈົ້າອົງເຈົ້ານາຍຈະກັບມາ. ພຣະອົງຈະນຳສິ່ງຕ່າງໆທີ່ຖືກຊ້ອນໄວ້ໃນຄວາມມືດໃຫ້ອອກມາສູ່ຄວາມສະຫວ່າງ ແລະ ຈະຊົງເປີດເຜີຍຈຸດປະສົງຕ່າງໆໃນໃຈ. ເມື່ອນັ້ນ, ແຕ່ລະຄົນກໍຈະໄດ້ຮັບຄຳຊົມເຊີຍຂອງຕົນຈາກພຣະເຈົ້າ. 6 ພີ່ນ້ອງທັງຫລາຍເອີຍ, ທີ່ຂ້າພະເຈົ້າໄດ້ນຳຫຼັກຖານຕ່າງມາໃຊ້ຂ້າພະເຈົ້າເອງແລະອາໂປໂລມາກ່າວເປັນຕົວຢ່າງກໍເພື່ອຜົນປະໂຫຍດຂອງພວກເຈົ້າທີ່ຈະຮຽນຮູ້ເອົາຕາມແບຢາງຂ້າພະເຈົ້າ ຄືຢ່າອອກນອກຂອບເຂດພຣະຄຳພີ, ຢ່າໃຫ້ຜູ້ໃດຜູ້ໜຶ່ງໃນພວກເຈົ້າມີໃຈຈອງຫອງ ໂດຍຍົກຜູ້ໜຶ່ງຂຶ້ນ ແລະຂົ່ມຜູ້ໜຶ່ງລົງ. 7 ເພາະວ່າຜູ້ໃດເຫັນຄວາມແຕກຕ່າງລະຫວ່າງພວກເຈົ້າ ແລະ ຄົນອຶ່ນ? ແມ່ນຫຍັງທີພວກເຈົ້າມີແຕ່ພວກເຈົ້າບໍ່ໄດ້ຮັບ, ເມື່ອໄດ້ຮັບແລ້ວ ເປັນຫຍັງພວກເຈົ້າຈຶ່ງອວດເໝືອນກັບວ່າບໍ່ໄດ້ຮັບເລີຍ? 8 ພວກເຈົ້າມີທຸກຢ່າງທີ່ພວກເຈົ້າຕ້ອງການແລ້ວໜໍ! ພວກເຈົ້າກາຍເປັນຄົນຮັ່ງມີແລ້ວໜໍ! ພວກເຈົ້າໄດ້ເລີ່ມຕົ້ນຄອບຄອງແລ້ວ ໂດຍບໍ່ມີພວກເຮົາ, ຈິງໆແລ້ວ! ຂ້າພະເຈົ້າຢາກໃຫ້ພວກເຈົ້າໄດ້ຄອບຄອງ, ເພື່ອທີ່ຂ້າພະເຈົ້າໄດ້ຄອບຄອງຮ່ວມກັນກັບເຈົ້້າດ້ວຍ 9 ເພາະຂ້າພະເຈົ້າຄິດວ່າພຣະເຈົ້າໄດ້ແຕ່ງຕັ້ງພວກເຮົາເຊິ່ງເປັນອັກຄະສາວົກໃຫ້ປະກົດຕົວຕາມລຳດັບສຸດທ້າຍ ແລະຢ່າງຜູ້ຖືກລົງໂທດປະຫານ.ພວກເຮົາໄດ້ກາຍເປັນສິ່ງທີ່ໃຫ້ໂລກເບິ່ງ ທັງແກ່ບັນດາທູດສະຫວັນ ແລະ ມະນຸດທັງຫຼາຍ. 10 ພວກເຮົາເປັນຄົນໂງ່ ເພາະເຫັນແກ່ພຣະຄຣິດ, ແຕ່ພວກເຈົ້າເປັນຄົນມີປັນຍາໃນພຣະຄຣິດ ພວກເຮົາເປັນຜູ້ອ່ອນແຮງ, ແຕ່ພວກເຈົ້າເປັນຜູ້ແຂງແຮງ ພວກເຈົ້າມີກຽດ, ແຕ່ເຮົາບໍ່ມີກຽດ. 11 ຈົນເຖິງປະຈຸບັນນີ້ ພວກເຮົາກໍຍັງອຶດເຂົ້າ, ຢາກນໍ້າ, ຂາດເຄື່ອງນຸ່ງຫົ່ມ, ຖືກຕົບຕີ ແລະບໍ່ມີບ່ອນພັກພາອາໄສເປັນຫຼັກແຫຼ່ງ 12 ພວກເຮົາຍັງອົດສາຫາລ້ຽງຊີບຕົນເອງ ໂດຍເຮັດວຽກຢ່າງໜັກໜ່ວງ. ເມື່ອຖືກປ້ອຍດ່າ ພວກເຮົາກໍອວຍພອນ ເມື່ອຖືກຂົ່ມເຫັງ ພວກເຮົາກໍອົດທົນເອົາ, 13 ເມື່ອຖືກກ່າວຫາ, ພວກເຮົາກໍ່ເວົ້າດ້ວຍຄວາມສຸພາບ. ພວກເຮົາໄດ້ກາຍເປັນ, ຄືຂີ້ເຫຍື້ອຂອງໂລກ ແລະ ຄ້າຍຄືສີ່ງຂອງເສດເຫລືອທີ່ສຸດຂອງທຸກສິ່ງ ແລະ ຍັງເປັນຢູ່ຈົນເຖິງບັດນີ້. 14 ຂ້າພະເຈົ້າບໍ່ໄດ້ຂຽນສີ່ງເຫຼົ່ານີ້ເພື່ອເຮັດໃຫ້ຳວກເຈົ້າອັບອາຍ, ແຕ່ເພື່ອເຕືອນສະຕິພວກເຈົ້າໃນຖານະທີ່ພວກເຈົ້າເປັນລູກທີ່ຮັກຂອງຂ້າພະເຈົ້າ. 15 ເມື່ອຖືກນິນທາປະໝາດ ພວກເຮົາກໍຊອກຫາທາງປອງດອງ ພວກເຮົາເປັນເໝືອນຂີ້ເຫຍື້ອຂອງໂລກ 16 ພວກເຮົາເປັນເໝືອນຂອງເສດເຫຼືອຈາກສິ່ງສາລະພັດທີ່ໂລກເລືອກຖິ້ມຈົນເຖິງບັດນີ້. 17 ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງສົ່ງຕີໂມທຽວ, ລູກທີ່ຮັກ ແລະ ສັດຊື່ໃນອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ. ລາວຈະເຕືອນພວກເຈົ້າກ່ຽວກັບການດຳເນີນຊີວິດຕ່າງໆຂອງຂ້າພະເຈົ້້າໃນພຣະຄຣິດ, ດັ່ງທີ່ຂ້າພະເຈົ້າສອນພວກເຂົາໃນທຸກບ່ອນ ແລະ ທຸກຄຣິສຕະຈັກ. 18 ບັດນີ້ ບາງຄົນໃນພວກເຈົ້າໄດ້ອວດຕົວຂຶ້ນ, ເຫມືອນກັບວ່າຂ້າພະເຈົ້າຈະບໍ່ມາຫາພວກເຈົ້າ 19 ຖ້າເປັນເປັນນາມພຣະໄທຂອງພຣະເຈົ້າອົງເຈົ້ານາຍ, ຂ້າພະເຈົ້າຈະມາຫາພວກເຈົ້າໃນໄວໆນີ້. ຕອນນັ້ນຂ້າພະເຈົ້າກໍ່ຈະໄດ້ຮູ້ ບໍ່ພຽງແຕ່ຄຳເວົ້າຂອງຄົນເຫຼົ່ານີ້ທີ່ອວດຕົວຂຶ້ນເທົ່ານັ້ນ, ແຕ່ທີ່ຂ້າພະເຈົ້າຈະເຫັນອຳນາດຂອງພວກເຂົາຄືກັນ. 20 ເພາະວ່າຣາຊອານາຈັກຂອງພຣະເຈົ້ານັ້ນບໍ່ໄດ້ປະກອບດ້ວຍຄຳເວົ້າ ແຕ່ດ້ວຍຣິດອຳນາດ. 21 ພວກເຈົ້າຕ້ອງການແບບໃດ? ຈະໃຫ້ຂ້າພະເຈົ້າມາຫາພວກເຈົ້າດ້ວຍໄມ້ແສ້ ຫຼື ດ້ວຍຄວາມຮັກ ແລະ ດ້ວຍໃຈທີ່ອ່ອນສຸພາບ?