1 ແລະ ພີ່ນ້ອງທັງຫຼາຍ, ຂ້າພະເຈົ້າບໍ່ສາມາດເວົ້າກັບພວກເຈົ້າເໝືອນຢ່າງເວົ້າກັບຄົນຝ່າຍວິນຍານໄດ້, ແຕ່ໄດ້ເວົ້າກັບພວກເຈົ້າເໝືອນຢ່າງຄົນຝ່າຍເນື້ອໜັງ, ຄືເໝືອນຢ່າງເດັກນ້ອຍໃນພຣະຄຣິດດ. 2 ຂ້າພະເຈົ້າໄດ້ ລ້ຽງພວກເຈົ້າດ້ວຍນົມບໍ່ແມ່ນອາຫານແຂງ, ເພາະໃນອະດີດພວກເຈົ້າທັງຫລາຍບໍ່ພ້ອມສຳລັບອາຫານແຂງ; ແລະ ແມ່ນແຕ່ດຽວນີ້ພວກເຈົ້າກໍ່ຍັງບໍ່ພ້ອມ. 3 ເພາະວ່າພວກທ່ານຍັງເປັນຝ່າຍເນື້ອໜັງຢູ່. ເພາະວ່າໃນເມື່ອຍັງມີຄວາມອິດສາ ແລະ ການຜິດຖຽງກັນໃນທ່າມກາງພວກທ່ານ, ພວກທ່ານບໍ່ໄດ້ກຳລັງດຳເນີນຊີວິດຕາມຝ່າຍເນື້ອໜັງ ແລະ ດຳເນີນຊີວິດຕາມມາດຕະຖານຂອງມະນຸດບໍ? 4 ເພາະເມື່ອຄົນໜື່ງກ່າວວ່າ, "ຂ້າພະເຈົ້າຕິດຕາມໂປໂລ," ແລະ ອີກຄົນກ່າວວ່າ, "ຂ້າພະເຈົ້າຕິດຕາມ ອາໂປໂລ," ພວກທ່ານກໍ່ແມ່ນຄົນທົ່ວໄປບໍ່ແມ່ນບໍ? 5 ຖ້າຢ່າງນັ້ນ ອະໂປໂລແມ່ນໃຜ? ແລະ ໂປໂລແມ່ນໃຜ? ເຂົາເຈົ້າຄືຜູ້ຮັບໃຊ້ທີ່ພວກເຈົ້າໄດ້ເຊື່ອຜ່ານທາງເຂົາເຈົ້າ, ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງມອບໝາຍໜ້າທີ່ໃຫ້ແກ່ແຕ່ລະຄົນ. 6 ຂ້າພະເຈົ້າໄດ້ປູກ ແລະ ອະໂປໂລໄດ້ຫົດນ້ຳ, ແຕ່ພຣະເຈົ້າຊົງເຮັດໃຫ້ຈະເລີນເຕີບໂຕ. 7 ສະນັ້ນ, ຄົນທີ່ປູກ ແລະ ຄົນທີ່ຫົດນ້ຳບໍ່ສຳຄັນຫຍັງ. ແຕ່ພຣະເຈົ້າຜູ້ທີ່ເຮັດໃຫ້ການເຕີບໃຕນັ້ນຕ່າງຫາກທີ່ສຳຄັນ. 8 ບັດນີ້ຄົນທີ່ປູກ ແລະ ຄົນທີ່ຫົດນ້ຳກໍ່ເປັນໜື່ງດຽວກັນ, ແລະ ແຕ່ລະຄົນກໍ່ຈະໄດ້ຮັບລາງວັນຕາມທີ່ຕົນຳໄດ້ເຮັດນັ້ນ 9 ດ້ວຍວ່າ ຂ້າພະເຈົ້າເປັນເພື່ອນຮ່ວມງານຂອງພຣະເຈົ້າ, ພວກເຈົ້າທັງຫຼາຍກໍ່ເປັນໄຮ່ນາຂອງພຣະເຈົ້າ, ເປັນຕືກອາຄານຂອງພຣະເຈົ້າ. 10 ໂດຍພຣະຄຸນຂອງພຣະເຈົ້າທີ່ໄດ້ຖືກມອບໃຫ້ແກ່ຂ້າພະເຈົ້າ ຂ້າພະເຈົ້າໄດ້ວາງຮາກຖານລົງແລ້ວຄ້າຍຄືນາຍຊ່າງທີ່ຊຳນານ, ແລະ ຄົນອື່ນກໍກຳລັງກໍ່ສ້າງຂຶ້ນເທິງຮາກຖານນັ້ນ. ແຕ່ໃຫ້ແຕ່ລະຄົນລະມັດລະວັງໃຫ້ດີວ່າຕົນຈະກໍ່ສ້າງຂຶ້ນມາຢ່າງໃດ. 11 ເພາະບໍ່ມີຜູ້ໃດຈະວາງຮາກຖານອື່ນໄດ້ອີກ ນອກຈາກທີ່ໄດ້ຖືກວາງລົງໄປແລ້ວຄື, ພຣະເຢຊູຄຣິດເຈົ້າ. 12 ບັດນີ້ເທິງຮາກຖານນັ້ນ ຖ້າຜູ້ໃດສ້າງຂື້ນດ້ວຍຄໍາ, ເງິນ, ເພັດພອຍ, ໄມ້, ຫຍ້າແຫ້ງ, ຫລື ເຟືອງ, 13 ການງານຂອງແຕ່ລະຄົນຈະປາກົດໃຫ້ເຫັນ, ເພາະແສງສະຫວ່າງຈະເປີດເຜີຍໃຫ້ເຫັນ. ເຊິ່ງຈະຖືກເປີດເຜີຍໃຫ້ເຫັນດ້ວຍໄຟ. ໄຟນັ້ນຈະພິສູດວການງານທີ່ແຕ່ລະຄົນໄດ້ເຮັດ. 14 ຖ້າວຽກງານຂອງຜູ້ໃດທີ່ສາມາດອົດທົນໄດ້, ເຂົາກໍ່ຈະໄດ້ຮັບລາງວັນ; 15 ຖ້າວຽກງາານຂອງໃຜຖືກເຜົາໄຫມ້ໄປ, ເຂົາກໍ່ຈະທົນທຸກກັບການສູນເສຍ, ສ່ວນໂຕເຂົາເອງຈະພົ້ນ, ແຕ່ຄືກັບວ່າພົ້ນອອກຈາກໄຟ. 16 ທ່ານບໍ່ຮູ້ບໍວ່າພວກເຈົ້າເປັນວິຫານຂອງພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າສະຖິດໃນພວກເຈົ້າ? 17 ຖ້າຜູ້ໃດທຳລາຍວິຫານຂອງພຣະເຈົ້າ, ພຣະເຈົ້າຈະທຳລາຍຜູ້ນັ້ນ. ເພາະວ່າວິຫານຂອງພຣະເຈົ້ານັ້ນບໍຣິສຸດ, ແລະ ພວກເຈົ້າກໍ່ເຊັ່ນກັນ. 18 ຢ່າໃຫ້ຜູ້ໃດຫຼອກລວງຕົນເອງ. ຖ້າຄົນໃດໃນທ່າມກາງພວກເຈົ້າຄິດວ່າຕົນເອງເປັນຄົນມີປັນຍາໃນຍຸກນີ້, ກໍໃຫ້ຜູ້ນັ້ນກາຍເປັນ "ຄົນໂງ່" ເພື່ອຈະໄດ້ກາຍເປັນຄົນມີປັນຍາ. 19 ເພາະວ່າປັນຍາຂອງໂລກນີ້ເປັນຄວາມໂງ່ຈ້າສຳລັບພຣະເຈົ້າ. ເພາະມີຂຽນໄວ້ວ່າ, "ພຣະອົງຈັບຄົນມີປັນຍາດ້ວຍອຸບາຍຂອງເຂົາເອງ." 20 ແລະ ມີຄໍາຂຽນພຣະຄໍາພີອີກວ່າ, "ພຣະເຈົ້າອົງເຈົ້ານາຍຮູ້ວ່າຄວາມຄິດເຫດຜົນຂອງພວກມີປັນຍານັ້ນກໍໄຮ້ປະໂຫຍດ." 21 ສະນັ້ນ ຢ່າເວົ້າໂອ້ອວດເລື່ອງມະນຸດເລີຍ! ເພາະວ່າທຸກຢ່າງເປັນຂອງພວກເຈົ້າທັງລາຍ, 22 ບໍ່ວ່າໂປໂລ, ຫລື ອາໂປໂລ, ຫລື ເປໂຕ, ຫລື ໂລກ, ຫລື ຊີວິດ, ຫລື ຄວາມຕາຍ, ຫລືສິ່ງຂອງຕ່າງໆໃນປະຈຸບັນ, ຫລືສິ່ງຕ່າງໆໃນອະນາຄົດ, ທຸກສິ່ງລ້ວນເປັນຂອງພວກເຈົ້າ, 23 ແລະ ທ່ານທັງຫລາຍເປັນຂອງພຣະຄຣິດ, ແລະ ພຣະຄຣິດເປັນຂອງພຣະເຈົ້າ.