1 ພີ່ນ້ອງທັງຫລາຍ ເມື່ອໄດ້ເຮົາມາຫາພວກເຈົ້າເຮົາບໍ່ໄດ້ມາດ້ວຍຖ້ອຍຄຳອອນຫວານ ຫລື ດ້ວຍສະຕິປັນຍາ. ເພື່ອປະກາດຄວາມເລິກລັບຂອງພຣະເຈົ້າແກ່ພວກເຈົ້າ 2 ເພາະຂ້າພະເຈົ້າ ຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ເລື່ອງໃດໆເລີຍເມືອຢູ່ທ່າມກາງພວກເຈົ້າ ນອກຈາກເລື່ອງພຣະເຢຊູຄຣິດເຈົ້າ, ແລະ ການທີ່ພຣະອົງຖືກຄຶງໄວ້ທີ່ໄມ້ກາງແຂນນັ້ນ. 3 ແລະ ເມື່ອຂ້າພະເຈົ້າຢູ່ກັບພວກເຈົ້າ ດ້ວຍອ່ອນແອ, ຄວາມຢ້ານກົວ, ແລະ ຢ້ານຈົນຕົວສັນ. 4 ຄຳສອນ ແລະ ຄໍາເທດສະໜາຂອງຂ້າພະເຈົ້າ ບໍ່ໄດ້ໃຊ້ຖ້ອຍຄຳທີ່ໂນ້ມນ້າວດ້ວຍສະຕິປັນຍາຂອງມະນຸດ, ແຕ່ເປັນການສຳແດງອອກດ້ວຍພຣະວິນຍານ ແລະ ຣີດອານາດ, 5 ເພື່ອຄວາມເຊື່ອຂອງພວກເຈົ້າຈະບໍ່ຂື້ນກັບປັນຍາຂອງມະນຸດ, ແຕ່ຂື້ນກັບ ຣິດອຳນາດຂອງພຣະເຈົ້າ. 6 ບັດນີ້ ພວກເຮົາກຳລັງກ່າວເຖິງປັນຍາທ່າມກາງຄົນທີ່ເປັນຜູ້ໃຫຍ່, ບໍ່ແມ່ນປັນຍາຂອງໂລກນີ້, ຫລືພວກຜູ້ປົກຄອງຂອງສະໄໝນີ້ທີ່ກຳລັງຈະເສື່ອມສູນໄປ. 7 ແຕ່ພວກເຮົາກ່າວເຖິງປັນຍາຂອງພຣະເຈົ້າໃນຄວາມຈິງທີ່ເຊື່ອງໄວ້, ປັນຍາທີ່ເຊືື່ອງໄວ້ນັ້ນ ພຣະເຈົ້າໄດ້ກຳນົດໄວ້ກ່ອນຕັ້ງແຕ່ຕົນເດີມ ເພື່ອສະຫງ່າລາສີແກ່ພວກເຮົາ. 8 ບໍ່ມີຜູ້ປົກຄອງຄົນໃດໃນຍຸກນີ້ທີ່ເຂົາໃຈສະຕິປັນຍານີ້, ເພາະວ່າຖ້າພວກເຂົາໃຈແລ້ວ, ພວກເຂົາກໍຄົງຈະບໍ່ຄຶງພຣະເຈົ້າອົງເຈົ້ານາຍແຫ່ງສະຫງ່າລາສີໄວ້ທີ່ໄມ້ກາງແຂນ. 9 ແຕ່ມີຂຽນໄວ້ໃນພຣະຄໍາພີວ່າ, “ສິ່ງທີ່ຕາເບິ່ງບໍ່ເຫັນ, ຫູບໍ່ໄດ້ຍິນ, ສີ່ງທີ່ມະນຸດທີ່ຄິດບໍ່ເຖິງ, ຄືສິ່ງສິ່ງທີ່ພຣະເຈົ້າໄດ້ຈັດຕຽມໄວ້ສຳລັບຄົນທັງຫລາຍທີ່ຮັກພຣະອົງ." 10 ເພາະພຣະເຈົ້າໄດ້ເປີດເຜີຍສີ່ງເຫຼົ່ານີ້ແກ່ພວກເຮົາໂດຍທາງພຣະວິນຍານ. ເພາະວ່າພຣະວິນຍານຮູ້ທຸກຢ່າງ ແມ່ນແຕ່ສີ່ງເລິກຂອງພຣະເຈົ້າ. 11 ເພາະວ່າໃຜຈະຮູ້ຄວາມຄິດຂອງມະນຸດໄດ້ ນອກຈາກແຕ່ຈິດວິນຍານຂອງຕົນເອງ? ໃນທໍານອງດຽວກັນ ຄວາມເລິກຂອງພຣະເຈົ້າ ກໍ່ບໍ່ມີໃຜສາມາດຮູ້ໄດ້ ມີແຕ່ພຣະວິນຍານຂອງພຣະເຈົ້າເອງ. 12 ແຕ່ພວກເຮົາບໍ່ໄດ້ຮັບເອົາວິນຍານຂອງໂລກ, ແຕ່ໄດ້ຮັບພຣະວິນຍານທີ່ມາຈາກພຣະເຈົ້າ, ເພື່ອພວກເຮົາຮູ້ສິ່ງທີ່ພຣະເຈົ້າໂຜດໃຫ້ຫຼ້າໆແກ່ພວກເຮົານັ້ນ. 13 ພວກເຮົາກ່າວເຖິງສິ່ງເຫຼົ່ານີ້ ບໍ່ແມ່ນດ້ວຍຖ້ອຍຄຳທີ່ສອນສະຕີປັນຍາໂດຍມະນຸດ ແຕ່ດ້ວຍຖ້ອຍຄຳທີ່ສອນໂດຍພຣະວິນຍານ, ຄືການອະທິບາຍສິ່ງຝ່າຍວິນຍານໃຫ້ແກ່ຄົນຝ່າຍວິນຍານ. 14 ຜູ້ທີ່ບໍ່ໄດ້ຢູ່ຝ່າຍວິນຍານ ບໍ່ສາມາດຮັບເອົາສິ່ງຕ່າງໆທີ່ເປັນຂອງພຣະວິນຍານຂອງພຣະເຈົ້າໄດ້, ເພາະວ່າສິ່ງເຫລົ່ານັ້ນເປັນເລື່ອງໂງ່ສຳລັບລາວ. ລາວບໍ່ສາມາດເຂົ້າໃຈສິ່ງເຫລົ່ານັ້ນໄດ້ ເພາະເປັນສີ່ງທີ່ສາມາດແຍກແຍະຝ່າຍວິນຍານ. 15 ຄົນທີ່ຢູ່ຝ່າຍວິນຍານສາມາດຕັດສີນຮູ້ທຸກສີ່ງໄດ້, ແຕ່ລາວບໍ່ໄດ້ຂື້ນກັບການຕັດສິນຂອງຄົນອື່ນໆ. 16 “ດ້ວຍວ່າ ຜູ້ໃດ ຮູ້ຄວາມຄິດຂອງພຣະເຈົ້າອົງເຈົ້ານາຍໄດ້ເພື່ອວ່າຈະໃຫ້ຄໍາແນະນໍາພຣະອົງໄດ້?"ແຕ່ພວກເຮົາມີຈິດໃຈຂອງພຣະຄຣີດເຈົ້າ.