1 ຈາກໂປໂລ, ຜູ້ທີ່ຖືກເອີ້ນໂດຍພຣະຄຣິດເຈົ້າເຢຊູໃຫ້ເປັນອັກຄະສາວົກຕາມຄວາມພຣະປະສົງຂອງພຣະເຈົ້າ, ແລະ ໂຊຊະເທເນສນ້ອງຊາຍຂອງພວກເຮົາ, 2 ເຖິງຄຣິສຕະຈັກຂອງພຣະເຈົ້າຢູ່ໃນເມືອງ ໂກຣິນໂທ, ສຳລັບຄົນເຫລົ່ານັ້ນທີ່ໄດ້ອຸທິດຕົນໃນພຣະຄຣິດເຈົ້າເຢຊູ, ຜູ້ທີ່ຖືກເອີ້ນໃຫ້ເປັນໄພ່ພົນບໍຣິສຸດ. ຂ້າພະເຈົ້າຂຽນເຖິງທຸກຄົນໃນທຸກບ່ອນທີ່ເອີ້ນນາມຊື່ຂອງພຣະເຈົ້າອົງເຈົ້ານາຍຄືພຣະເຢຊູຄຣິດເຈົ້າ, ວ່າເປັນພຣະເຈົ້າອົງເຈົ້ານາຍຂອງພວກເຂົາ ແລະ ຂອງພວກເຮົາ. 3 ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາຂອງພວກເຮົາ ແລະ ພຮະເຈົ້້າອົງເຈົ້ານາຍຄືພຣະເຢຊູຄຣິດເຈົ້າ .ຈົງຢູ່ນໍາພວກເຈົ້າ" 4 ຂ້າພະເຈົ້າຂອບຄຸນພຮະເຈົ້າຢູ່ສະເໝີສຳລັບພຣະຄຸນຂອງພຣະອົງທີ່ໄດ້ມອບໃຫ້ພວກເຈົ້າ ໂດຍທາງຂອງພຣະຄຣີດເຈົ້າເຢຊູ 5 ພຣະອົງໄດ້ເຮັດໃຫ້ທ່ານມີຄວາມຮັ່ງມີໃນທຸກດ້ານ, ໃນທຸກຖ້ອຍຄຳ ແລະ ດ້ວຍຄວາມຮູ້ທັງໝົດ, 6 ດ້ວຍຄຳພະຍານກ່ຽວກັບພຣະຄຣິດເຈົ້າທີ່ໄດ້ເປັນທີ່ຍອມຮັບຢ່າງໝັ້ນຄົງໃນທາງທ່າມກາງພວກເຈົ້າແລ້ວ 7 ສະນັ້ນ ທ່ານບໍ່ຂາດເຂີນຂອງປະທານ ຝ່າຍວິນຍານທີ່ທ່ານໄດ້ລໍຄອຍຢ່າງ ຂະນະທີພວກເຈົ້າຄອງຄອຍຖ້າດ້ວຍຄວາມຫວັງ.ໃນການມາປາກົດຂອງພຣະເຈົ້າອົງເຈົ້າພຣະຄຣີເຈົ້າເຢຊູ 8 ພຣະອົງຈະໂຜດຊ່ວຍພວກເຈົ້າໃຫ້ຕັ້ງໝັ້ນຄົງຈົນເຖິງທີ່ສຸດ ເພື່ອວ່າໃນວັນຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົານັ້ນ ພວກເຈົ້າຈະບໍ່ຖືກຕຳໜິ 9 ພຣະເຈົ້າສັດຊື່ ພຣະອົງໄດ້ຊົງເອີ້ນພວກເຈົ້າໃຫ້ສຳພັນສະໜິດກັບພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດເຈົ້າພຮະອົງເຈົ້ານາຍຂອງພວກເຮົາ 10 ພີ່ນ້ອງທັງຫລາຍບັດນີ້, ຂ້າພະເຈົ້າຂໍຮ້ອງພວກເຈົ້້າດ້ວຍນາມຂອງພຣະເຈົ້າອົງເຈົ້ານາຍພຣະຄຣິດເຈົ້າເຢຊູ, ໃຫ້ພວກເຈົ້າຢູ່ຮ່ວມກັນຢ່າງປອງດອງ, ແລະ ຢ່າມີການແບ່ງແຍກໃນບັນດາພວກເຈົ້າ. ຂ້າພະເຈົ້າຂໍຮ້ອງໃຫ້ເຈົ້າຢູ່ຮ່ວມກັນເປັນຈິດຫນື່ງໃຈດຽວກັນ ແລະ ດ້ວຍຈຸດປະສົງດຽວກັນ. 11 ພີ່ນ້ອງທັງຫລາຍເອີຍ, ເພາະມີບາງຄົນ ຈາກກຸ່ມຂອງນາງຂະໂລເອ ໄດ້ເລົ່າໃຫ້ເຮົາຟັງວ່າ, ໄດ້ເກີດມີການຜິດຂ້ອງຕ້ອງຖຽງກັນໃນທ່າມກາງພວກເຈົ້າ 12 ຂ້າພະເຈົ້າໝາຍຍຄວາມວ່າຢ່າງນີ້: ຕ່າງຄົນຕ່າງເວົ້າວ່າ, "ຂ້າພະເຈົ້າຢູ່ຝ່າຍຂອງໂປໂລ," ຫລື "ຂ້າພະເຈົ້າຢູ່ຝ່າຍ ອາໂປໂລ," ຫລື "ຂ້າພະເຈົ້າຢູ່ຝ່າຍເຄຟັສ," ຫລື "ຂ້າພະເຈົ້າຢູ່ຝ່າຍພຣະຄຣິດ." 13 ພຣະຄຣິດແບ່ງເປັນຫລາຍອົງແລ້ວບໍ? ໂປໂລຖືກຄຶງທີ່ໄມ້ກາງແຂນເພື່ອພວກເຈົ້າຊັ້ນບໍ? ພວກເຈົ້າຮັບບັບຕິສະມາໃນນາມຂອງໂປໂລຊັ້ນບໍ? 14 ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ ທີ່ຂ້າພະເຈົ້າບໍ່ໄດ້ໃຫ້ຜູ້ໃດໃນພວກເຈົ້າຮັບບັບຕິສະມາ ນອກຈາກທ່ານຄຣີສປັສ ແລະ ທ່ານກາຍອັສ. 15 ດັ້ງນັ້ນ,ຈຶ່ງບໍ່ມີຜູ້ໃດເວົ້າໄດ້ວ່າ ພວກເຈົ້າໄດ້ຮັບບັບຕິສະມາໃນນາມຂອງຂ້າພະເຈົ້າ. 16 (ຂ້າພະເຈົ້າໄດ້ໃຫ້ບັບຕິສະມາຄົນໃນຄອບຄົວຂອງ ສະເຕຟານັສ. ນອກຈາກນັ້ນແລ້ວ ເຮົາບໍ່ຮູ້ວ່າເຮົາໄດ້ໃຫ້ບັບຕິສະມາຜູ້ໃດອີກ.) 17 ເນື່ອງຈາກ ພຣະຄຣິດບໍ່ໄດ້ສົ່ງຂ້າພະເຈົ້າມາເພື່ອໃຫ້ບັບຕິສະມາ ແຕ່ເພື່ອໃຫ້ປະກາດ ຂ່າວປະເສີດ. ພຣະອົງບໍ່ໄດ້ສົ່ງຂ້າພະເຈົ້າມາເພື່ອໄປປະກາດດ້ວຍຖ້ອຍຄຳແຫ່ງປັນຍາຂອງມະນຸດ, ເພື່ອບໍ່ໃຫ້ໄມ້ກາງແຂນຂອງພຣະຄຣິດຖືກເຮັດໃຫ້ໝົດຣິດອໍານາດ 18 ເພາະຂໍ້ຄວາມກ່ຽວໄມ້ກາງແຂນເປັນເລື່ອງໂງ່ສຳລັບພວກທີ່ກຳລັງຈິບຫາຍໄປ, ແຕ່ສຳລັບພວກເຮົາທີ່ກຳລັງຮັບຄວາມພົ້ນນັ້ນ ຖືວ່າເປັນຣິດອຳນາດຂອງພຣະເຈົ້າ. 19 ເພາະມີຄຳຂຽນໄວ້ວ່າ, “ເຮົາຈະທຳລາຍປັນຍາຂອງຄົນມີປັນຍາ. ເຮົາຈະເຮັດໃຫ້ຄວາມເຂົ້າໃຈຂອງຄົນສະຫຼາດບໍ່ມີປະໂຫຍດ." 20 ຄົນມີປັນຍາຢູ່ໃສ? ຫລືຄົນສະຫຼາດຢູ່ໃສ? ຫລືນັກໂຕ້ຕອບບັນຫາຂອງໂລກນີ້ຢູ່ໃສ? ພຣະເຈົ້າເຮັດໃຫ້ເຫັນວ່າ ປັນຍາຂອງໂລກນີ້ເປັນຄວາມໂງ່ 21 ເນື່ອງຈາກວ່າມະນຸດບໍ່ສາມາດຮູ້ຈັກພຣະເຈົ້າໄດ້ ເພາະຕາມສະຕິປັນຍາຂອງພຣະເຈົ້າ ແຕ່ພຣະເຈົ້າພໍໃຈເພື່ອຊ່ວຍຜູ້ທີ່ເຊື່ອໃຫ້ພົ້ນ ໂດຍຜ່ານຄໍາເທດໜາຖືວ່າເລື່ອງໂງ່. 22 ເພາະພວກຢິວຂໍໝາຍສຳຄັນ ແລະ ພວກກຣີກຊອກຫາປັນຍາ. 23 ແຕ່ພວກເຮົາປະກາດເລື່ອງ ພຣະຄຣິດຜູ້ທີ່ຖືກຄຶງທີ່ໄມ້ກາງແຂນ, ຊຶ່ງເປັນສິ່ງທີ່ເຮັດໃຫ້ຄົນຢິວສະດຸດ ແລະ ເປັນເລື່ອງໂງ່ ສຳລັບພວກກຣີກ. 24 ແຕ່ສຳລັບພວກທີ່ພຣະເຈົ້າເອີ້ນໄວ້ແລ້ວນັ້ນ ບໍ່ວ່າຄົນຢິວ ແລະ ຄົນຣີກ, ເຂົາຖືວ່າພຣະຄຣິດເປັນຣິດອຳນາດ ແລະເປັນສະຕິປັນຍາຂອງພຣະເຈົ້າ. 25 ເພາະສິ່ງທີ່ເບິ່ງຄືວ່າເປັນຄວາມໂງ່ຂອງພຣະເຈົ້າກໍ່ຍັງສະຫຼາດກວ່າປັນຍາຂອງມະນຸດ, ແລະສິ່ງທີ່ເບິ່ງຄືວ່າເປັນ ຄວາມອ່ອນແອຂອງພຣະເຈົ້າ ກໍ່ຍັງເຂັ້ມແຂງກວ່າກຳລັງຂອງມະນຸດ. 26 ພີ່ນ້ອງທັງຫລາຍເອີຍ, ຈົ່ງພິຈາລະນາເບິ່ງວ່າ ພວກເຈົ້າທີ່ພຣະເຈົ້າເອີ້ນມານັ້ນ ເປັນຄົນຢ່າງໃດ? ຄືຄົນທີ່ມະນຸດຖືວ່າສະຫຼາດກໍມີໜ້ອຍຄົນ, ຄົນທີ່ມີອຳນາດກໍມີໜ້ອຍຄົນ ຄົນທີ່ມີຖານະສູງກໍມີໜ້ອຍຄົນ. 27 ແຕ່ພຣະເຈົ້າໄດ້ເລືອກເອົາສິ່ງທີ່ມະນຸດຖືວ່າໂງ່ ເພື່ອໃຫ້ຄົນສະຫຼາດຖືກອັບອາຍ ແລະພຣະອົງໄດ້ເລືອກເອົາສິ່ງທີ່ມະນຸດຖືວ່າອ່ອນແອ ເພື່ອໃຫ້ຄົນທີ່ມີແຂງແຮງຖືກອັບອາຍ. 28 ພຣະເຈົ້າເລືອກພວກທີ່ຕໍ່າຕ້ອຍ ແລະ ໜ້າກຽດຊັງໃນໂລກ ພຣະອົງເລືອກສິ່ງທີ່ເບິ່ງຄືວ່າບໍ່ມີຄ່າ, ເພື່ອເຮັດໃຫ້ສິ່ງທີ່ຖືວ່າມີຄ່ານັ້ນບໍ່ມີປະໂຫຍດ. 29 ພຣະອົງໄດ້ເຮັດສິ່ງນີ້ ເພື່ອວ່າຈະບໍ່ມີໃຜມີເຫດຜົນທີ່ຈະອວດອ້າງຕໍ່ພຣະອົງໄດ້. 30 ເພາະສິ່ງທີ່ພຣະເຈົ້າເຮັດ, ດຽວນີ້ພວກເຈົ້າໄດ້ຢູ່ໃນພຣະຄຣິດເຈົ້າເຢຊູ, ຜູ້ທີ່ເປັນປັນຍາຂອງພຣະເຈົ້າເພື່ອພວກເຮົາ ພຣະອົງເປັນຄວາມຊອບທໍາ, ຄວາມບໍຣິສຸດ ແລະ ການໄຖ່ໂທດຂອງພວກເຮົາທັງຫລາຍ. 31 ເພື່ອໃຫ້ເປັນໄປຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ຜູ້ຢາກອວດອ້າງນັ້ນ ຈົ່ງເອົາພຣະເຈົ້າອົງເຈົ້ານາຍມາອວດອ້າງ.”