ບົດທີ 9

1 ເມື່ອພຣະ­ເຢຊູເຈົ້າເອີ້ນສາວົກສິບສອງຄົນມາພ້ອມກັນແລ້ວ ກໍຊົງປະ­ທານໃຫ້ເຂົາມີຣິດເດດແລະສິດອຳ­ນາດ ເພື່ອຂັບໄລ່ຜີມານຮ້າຍທຸກໂຕ ແລະເພື່ອຮັກສາພະ­ຍາດໂລຄາຕ່າງໆ. 2 ພຣະ­ອົງຊົງໃຊ້ພວກເຂົາອອກໄປປະ­ກາດເລື່ອງຣາ­ຊະອາ­ນາ­ຈັກຂອງພຣະເຈົ້າ ແລະເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍຫາຍດີພະ­ຍາດ. 3 ພຣະ­ອົງຈິ່ງຊົງສັ່ງເຂົາວ່າ, “ເມື່ອເດີນທາງໄປນັ້ນ ຢ່າເອົາສິ່ງໃດໄປ ບໍ່ວ່າຈະເປັນໄມ້­ຄ້ອນເທົ້າ, ຖົງ, ຫລືອາ­ຫານ, ຫລື ເງິນ, ຫລື ເສື້ອສອງໂຕ. 4 ເມື່ອພວກທ່ານເຂົ້າໄປໃນເຮືອນຫລັງໃດ ກໍໃຫ້ອາໄສຢູ່ໃນເຮືອນຫລັງນັ້ນຈົນກວ່າຈະຈາກໄປ. 5 ຖ້າຜູ້ໃດບໍ່ຕ້ອນ­ຮັບພວກທ່ານ ເມື່ອທ່ານອອກຈາກເມືອງນັ້ນໄປ ແລະຈົ່ງສັ່ນຂີ້­ຝຸ່ນທີ່ຕິດຕີນຂອງພວກທ່ານອອກເສັຍ ເພື່ອເປັນພະ­ຍານຕໍ່ພວກເຂົາວ່າທ່ານໄດ້ຕໍ່ຕ້ານພວກເຂົາ.” 6 ຫລັງຈາກນັ້ນ ພວກສາ­ວົກກໍພາ­ກັນອອກໄປ ຕາມບ້ານເມືອງຕ່າງໆ ເພື່ອປະ­ກາດຂ່າວປະເສີດ ແລະໄດ້ຮັກສາພະຍາດໃຫ້ຄົນເຈັບປ່ວຍທົ່ວທຸກບ່ອນຫາຍດີ. 7 ໃນເວລານັ້ນ ເຮ­ໂຣດຜູ້ປົກ­ຄອງໄດ້ຍິນເລື່ອງເຫດ­ການທັງປວງຊຶ່ງເກີດຂຶ້ນນັ້ນ ຈຶ່ງເກີດຄວາມກະວົນກະວາຍໃຈ ເພາະບາງຄົນເວົ້າວ່າ, “ໂຢ­ຮັນບັບຕິສະໂຕເປັນຄືນມາຈາກຕາຍແລ້ວ.” 8 ບາງຄົນເວົ້າວ່າ, “ເອ­ລີ­ຢາມາປະ­ກົດ” ແຕ່ຄົນອື່ນກໍເວົ້າວ່າ, “ເປັນຜູ້ປະ­ກາດພຣະ­ທັມແຕ່ບູ­ຮານກັບເປັນຄືນມາແລະມີຊີວິດ” 9 ເຮ­ໂຣດຈິ່ງເວົ້າ ວ່າ, “ໂຢ­ຮັນນັ້ນເຮົາໄດ້ຕັດຫົວແລ້ວ ແຕ່ຄົນຜູ້ທີ່ເຮົາໄດ້ຍິນຂ່າວນີ້ແມ່ນຜູ້ໃດຫນໍ?” ແລ້ວເຮໂຣດຈຶ່ງໄດ້ຫາໂອ­ກາດທີ່ຈະໄປພົບພຣະ­ເຢຊູເຈົ້າ. 10 ເມື່ອອັກຄະສາ­ວົກທີ່ຖືກສົ່ງອອກໄປໄດ້ກັບຄືນມາ, ພວກເຂົາໄດ້ບອກພຣະອົງເຖິງທຸກໆສິ່ງທີ່ພວກເຂົາໄດ້ເຮັດ. ແລ້ວພຣະ­ອົງຊົງພາພວກເພິ່ນອອກໄປເຖິງເມືອງຫນຶ່ງ ຊື່ເບັດ­ສາ­ອີ­ດາ. 11 ແຕ່ເມື່ອປະ­ຊາຊົນຮູ້­ຈັກ ເຂົາກໍຕາມໄປຫາພຣະ­ອົງ ແລະພຣະ­ອົງກໍຊົງຕ້ອນ­ຮັບພວກເຂົາ ແລະບອກເຂົາເຖິງຣາ­ຊະອານາຈັກຂອງພຣະເຈົ້າ ແລະຊົງໂຜດຮັກສາພະ­ຍາດໃຫ້ກັບບັນດາຄົນເຫລົ່ານັ້ນທີ່ຕ້ອງການໃຫ້ຫາຍດີ. 12 ໃນເວລາໃກ້ຄ່ຳ ສາວົກສິບສອງຄົນນັ້ນໄດ້ມາທູນພຣະ­ອົງວ່າ, “ຂໍໃຫ້ປະ­ຊາ­ຊົນເລີກໄປຕາມບ້ານແລະເມືອງໃນແຖບນີ້ ເພື່ອຫາບ່ອນພັກນອນແລະອາ­ຫານ ເພາະບ່ອນນີ້ກໍຢູ່ຫ່າງໄກ.” 13 ແຕ່ພຣະ­ອົງຊົງຕອບເຂົາວ່າ, “ພວກທ່ານຈົ່ງລ້ຽງເຂົາສາ” ພວກສາ­ວົກຈິ່ງທູນວ່າ, “ພວກຂ້າ­ນ້ອຍບໍ່ມີຫຍັງນອກຈາກເຂົ້າ­ຈີ່ຫ້າກ້ອນແລະປາສອງໂຕເທົ່ານັ້ນ ເວັ້ນແຕ່ພວກຂ້າ­ນ້ອຍຈະໄປຊື້ອາຫານສຳ­ລັບຄົນທັງຫມົດນີ້.” 14 ເພາະ­ວ່າຄົນເຫລົ່າ­ນັ້ນມີຜູ້ຊາຍປະ­ມານຫ້າພັນຄົນ ແລ້ວພຣະເຢຊູເຈົ້າສັ່ງພວກສາ­ວົກວ່າ, “ຈົ່ງໃຫ້ພວກເຂົານັ່ງລົງເປັນຫມູ່ ໆ ລະຫ້າສິບຄົນ.” 15 ດັ່ງນັ້ນ ພວກເຂົາກໍເຮັດຕາມ ແລະຈັດໃຫ້ປະຊາຊົນທັງຫມົດນັ່ງລົງ. 16 ສ່ວນພຣະ­ອົງຊົງຮັບເອົາເຂົ້າ­ຈີ່ຫ້າກ້ອນແລະປາສອງໂຕນັ້ນ­ແລ້ວກໍຊົງເງີຍຫນ້າຂຶ້ນຟ້າ ແລະຂໍພຣະ­ພອນສຳລັບອາຫານນັ້ນ ແລ້ວຊົງຫັກເຂົ້າ­ຈີ່ນັ້ນຍື່ນໃຫ້ພວກສາ­ວົກເພື່ອແຈກໃຫ້ແກ່ປະຊາຊົນ. 17 ພວກເຂົາກໍກິນອີ່ມທຸກຄົນ ແລະເກັບເສດສ່ວນຕ່ອນຫັກທີ່ເຫລືອນັ້ນກໍເກັບໄດ້ສິບສອງກະຕ່າ. 18 ຢູ່ມາມື້ຫນຶ່ງ ຂະນະທີ່ພຣະເຢຊູເຈົ້າກຳ­ລັງອະທິຖານຢູ່ໃນບ່ອນຕ່າງ­ຫາກ ມີແຕ່ພວກສາ­ວົກຢູ່ນຳພຣະ­ອົງແລະພຣະອົງຊົງຖາມພວກເຂົາວ່າ, “ປະ­ຊາ­ຊົນເວົ້າກັນວ່າເຮົາແມ່ນຜູ້ໃດ?”. 19 ພວກສາ­ວົກທູນຕອບວ່າ, “ເຂົາວ່າແມ່ນໂຢ­ຮັນບັບ­ຕິ­ສະ­ໂຕ, ແຕ່ບາງຄົນວ່າແມ່ນເອ­ລີ­ຢາ, ແຕ່ຄົນອື່ນວ່າແມ່ນຜູ້ປະ­ກາດພຣະ­ທັມ ແຕ່ບູ­ຮານທີ່ກັບເປັນຄືນມາ.” 20 ພຣະ­ອົງຖາມພວກເຂົາວ່າ, “ແຕ່ພວກທ່ານເດຄິດວ່າເຮົາແມ່ນໃຜ?” ເປ­ໂຕທູນຕອບວ່າ, “ແມ່ນພຣະຄຣິດຂອງພຣະ­ເຈົ້າ.” 21 ແຕ່ພຣະເຢຊູເຈົ້າສັ່ງຫ້າມເຂົາຢ່າງແຂງ­ແຮງ ບໍ່ໃຫ້ບອກສິ່ງນີ້ແກ່ຜູ້ໃດ. 22 ທີ່ກ່າວຢ່າງນັ້ນ ເພາະວ່າ “ບຸດມະນຸດຈະຕ້ອງທົນທຸກ­ທໍ­ຣະ­ມານຫລາຍປະ­ການ ບັນດາພວກເຖົ້າແກ່ກັບພວກປະ­ໂຣ­ຫິດ ແລະພວກ­ທັມະຈານຈະບໍ່ຍອມ­ຮັບພຣະອົງ ເຂົາຈະຂ້າພຣະອົງເສັຍ ແລ້ວໃນວັນຖ້ວນສາມພຣະອົງຈະຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍ.” 23 ພຣະ­ອົງກ່າວກັບຄົນທັງ­ຫລາຍວ່າ, “ຖ້າຜູ້ໃດຈະຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງຕົນເອງ ແລະແບກໄມ້ກາງແຂນຂອງຕົນທຸກວັນແລະຕິດ­ຕາມເຮົາມາ. 24 ຜູ້ໃດຢາກຊ່ວຍຊີວິດຂອງຕົນໃຫ້ພົ້ນ, ແຕ່ຜູ້ນັ້ນຈະເສັຍຊີ­ວິດ, ແຕ່ຜູ້ໃດທີ່ເສັຍຊີວິດຂອງຕົນເພາະເຫັນ­ແກ່ເຮົາ ຜູ້ນັ້ນກໍຈະຊ່ວຍຊີ­ວິດຂອງຕົນໃຫ້ພົ້ນ. 25 ຈະໄດ້ປະ­ໂຫຍດອັນໃດສຳລັບມະນຸດ ຖ້າເຂົາໄດ້ຮັບສິ່ງຂອງຫມົດທັງໂລກ ແຕ່ຈະຕ້ອງສູນເສັຍ ຫຼືຖືກຕັດຊີວິດຂອງຕົນໄປ? 26 ຜູ້ໃດກໍຕາມທີ່ມີຄວາມລະ­ອາຍຕໍ່ເຮົາແລະຖ້ອຍຄຳຂອງເຮົາ, ບຸດມະ­ນຸດກໍຈະມີຄວາມລະ­ອາຍຕໍ່ຜູ້ນັ້ນເມື່ອເຮົາມາປາກົດດ້ວຍສະ­ຫງ່າຣາ­ສີຂອງພຣະອົງ, ແລະສະ­ຫງ່າຣາ­ສີຂອງພຣະ­ບິ­ດາເຈົ້າພ້ອມດ້ວຍພວກທ­ູດສະຫວັນບໍ­ຣິ­ສຸດ. 27 ແຕ່ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ມີບາງຄົນທີ່ຢືນຢູ່ທີ່ນີ້ຈະບໍ່ຮູ້ຣົດຄວາມຕາຍຈົນກວ່າຈະໄດ້ເຫັນຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າ.” 28 ປະ­ມານແປດວັນຕໍ່ມາ ຫລັງຈາກພຣະ­ເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານີ້ແລ້ວ, ພຣະ­ອົງໄດ້ຊົງພາເປ­ໂຕ, ໂຢ­ຮັນ, ແລະຢາໂກ­ໂບ ຂຶ້ນໄປເທິງພູເພື່ອອະທິຖານ. 29 ຂະນະທີ່ພຣະ­ອົງກຳ­ລັງອະທິຖານຢູ່ນັ້ນ ໜ້າຂອງພຣະ­ອົງກໍປ່ຽນໄປແລະເຄື່ອງຂອງພຣະ­ອົງກໍຂາວເຫລື້ອມ. 30 ເບິ່ງແມ້, ມີຊາຍສອງຄົນກຳລັງສົນ­ທະ­ນາຢູ່ກັບພຣະ­ອົງ ຄືໂມ­ເຊແລະເອ­ລີ­ຢາ. 31 ຜູ້ມາປະ­ກົດດ້ວຍຣັດ­ສະ­ຫມີ ພວກເຂົາກ່າວເຖິງການທີ່ພຣະ­ອົງຈະສະເດັດຈາກໂລກໄປ ຊຶ່ງຈະສຳ­ເລັດໃນນະຄອນເຢ­ຣູ­ຊາ­ເລັມ. 32 ຝ່າຍເປ­ໂຕກັບຫມູ່ຂອງຕົນກໍເຫງົາ­ນອນ ແຕ່ເມື່ອພວກເຂົາຕື່ນຂຶ້ນແລ້ວ ພວກເຂົາກໍໄດ້ເຫັນພຣະ­ຫງ່າຣາສີຂອງພຣະ­ເຢຊູເຈົ້າ ແລະ ເຫັນສອງຄົນນັ້ນຢືນຢູ່ກັບພຣະ­ອົງ. 33 ຂະນະທີ່ສອງຄົນນັ້ນກຳ­ລັງລາຈາກພຣະ­ເຢຊູເຈົ້າໄປ, ເປ­ໂຕໄດ້ທູນພຣະ­ເຢຊູວ່າ, “ອາຈານເຈົ້າເອີຍ, ເປັນການດີທີ່ພວກເຮົາໄດ້ຢູ່ທີ່ນີ້. ໃຫ້ ພວກຂ້າ­ນ້ອຍພາ­ກັນປຸກຕູບສາມຫລັງ, ຫລັງຫນຶ່ງສຳ­ລັບທ່ານ, ຫລັງຫນຶ່ງສຳ­ລັບໂມ­ເຊ, ແລະ ຫລັງຫນຶ່ງສຳ­ລັບເອ­ລີ­ຢາ” (ເພິ່ນບໍ່ຮູ້ສຶກຕົວວ່າຕົນກຳ­ລັງເວົ້າຫຍັງ.) 34 ຂະນະທີ່ເປ­ໂຕກຳລັງກ່າວຢູ່ນັ້ນກໍມີກ້ອນເມກມາປົກຫຸ້ມເພິ່ນໄວ້ ແລະເພິ່ນກໍຢ້ານເມື່ອຢູ່ໃນກ້ອນເມກນັ້ນ. 35 ແລະມີພຣະ­ສຸຣະ­ສຽງອອກມາຈາກເມກນັ້ນວ່າ, “ທ່ານຜູ້ນີ້ເປັນບຸດຂອງເຮົາຜູ້ທີ່ເຮົາເລືອກໄວ້ ຈົ່ງເຊື່ອຟັງທ່ານ.” 36 ເມື່ອສຽງນັ້ນກ່າວແລ້ວ ກໍມີແຕ່ພຣະ­ເຢຊູເຈົ້າຜູ້ດຽວຊົງຢູ່ທີ່ນັ້ນ. ສ່ວນພວກເຂົາທັງສາມກໍມິດຢູ່ ແລະໃນຄາວນັ້ນພວກເຂົາບໍ່ໄດ້ບອກເຫດ­ການທີ່ເຂົາໄດ້ເຫັນນັ້ນຈັກ­ຢ່າງໃຫ້ຜູ້ໃດຟັງ. 37 ວັນຕໍ່ມາ, ເມື່ອພຣະ­ເຢຊູເຈົ້າພ້ອມກັບພວກສາ­ວົກລົງມາຈາກພູເຂົາແລ້ວ ມີປະ­ຊາ­ຊົນຈຳ­ນວນຫລາຍໄດ້ມາພົບພຣະ­ອົງ. 38 ດັ່ງ­ນີ້, ມີຊາຍຄົນຫນຶ່ງໃນຫມູ່ປະ­ຊາຊົນນັ້ນຮ້ອງຂຶ້ນວ່າ, “ອາ­ຈານເອີຍ, ຂໍໂຜດເບິ່ງລູກຊາຍຂ້າ­ນ້ອຍແດ່­ທ້ອນ ເພາະຂ້ານ້ອຍມີແຕ່ລູກຄົນດຽວ. 39 ເບິ່ງແມ, ເມື່ອຜີຮ້າຍເຂົ້າສິງເດັກ­ນ້ອຍ ມັນກໍຮ້ອງຂຶ້ນທັນ­ທີ, ເຮັດໃຫ້ເດັກ­ນ້ອຍຊັກດີ້ນ, ນ້ຳລາຍຟູມປາກ, ແລະໃຫ້ຕົວເດັກ­ນ້ອຍຟົກຊ້ຳໄປ ແລະບໍ່ຍອມອອກໄປໂດຍງ່າຍ. 40 ຂ້າ­ນ້ອຍໄດ້ຂໍໃຫ້ພວກສາ­ວົກຂອງທ່ານຂັບໄລ່ຜີນັ້ນອອກເສຍ ແຕ່ເຂົາເຮັດບໍ່ໄດ້.” 41 ພຣະ­ເຢຊູເຈົ້າໄດ້ຕອບແລະກ່າວວ່າ, “ໂອຄົນໃນສະ­ໄຫມທີ່ຂາດຄວາມເຊື່ອແລະມີໃຈຊົ່ວ­ຊ້າ, ເຮົາຈະຕ້ອງທົນຢູ່ກັບເຈົ້າທັງ­ຫລາຍອີກດົນປານໃດ? ຈົ່ງພາລູກຂອງທ່ານມານີ້”. 42 ເມື່ອເດັກ­ນ້ອຍນັ້ນກຳ­ລັງມາ ຜີໄດ້ເຮັດໃຫ້ມັນລົ້ມກິ້ງ­ເກືອກໄປມາ ແຕ່ພຣະ­ເຢຊູເຈົ້າຊົງດຸຜີຊົ່ວຮ້າຍນັ້ນ ແລະຊົງຮັກສາເດັກ­ຊາຍໃຫ້ຫາຍດີ ແລ້ວສົ່ງຄືນໃຫ້ພໍ່ຂອງລາວ. 43 ພວກເຂົາທັງຫລາຍກໍງຶດປະ­ຫລາດໃຈໃນຣິດເດດອຳນາດອັນຍິ່ງໃຫຍ່ຂອງພຣະ­ເຈົ້າ. ແຕ່ເມື່ອຂະນະທີ່ຄົນເຫລົ່ານັ້ນຍັງປະ­ຫລາດໃຈຢູ່ກັບສິ່ງເຫລົ່ານັ້ນທີ່ພຣະ­ເຢຊູເຈົ້າຊົງກະ­ທຳ, ພຣະ­ອົງຈິ່ງກ່າວກັບພວກສາ­ວົກຂອງພຣະອົງວ່າ, 44 “ຈົ່ງໃຫ້ຄຳເຫລົ່ານີ້ເຂົ້າໄປໃນຫູຂອງພວກເຈົ້າ ເພາະ­ວ່າບຸດມະ­ນຸດຈະຕ້ອງຖືກມອບໄວ້ໃນມືມະ­ນຸດ.” 45 ແຕ່ພວກສາ­ວົກບໍ່ເຂົ້າ­ໃຈເຖິງຄວາມຫມາຍນີ້ ແລະມັນຖືກປິດບັງໄວ້ຈາກພວກເຂົາ, ດັ່ງນັ້ນພວກເຂົາຈຶ່ງບໍ່ເຂົ້າໃຈໃນເລື່ອງນີ້ ແຕ່ພວກເຂົາບໍ່ກ້າຖາມເລື່ອງນັ້ນກັບພຣະ­ອົງ. 46 ຫລັງຈາກນັ້ນ ໄດ້ເກີດການຖຽງກັນຂຶ້ນໃນທ່າມກາງພວກສາ­ວົກ ວ່າໃຜຈະເປັນໃຫຍ່ກວ່າຫມູ່. 47 ແຕ່ພຣະເຢຊູເຈົ້າຊົງຮູ້ຄວາມຄິດໃນໃຈຂອງພວກເຂົາ ພຣະອົງຈຶ່ງຊົງໃຫ້ເດັກ­ນ້ອຍຄົນຫນຶ່ງມາຢືນຢູ່ໃກ້ພຣະ­ອົງ. 48 ແລະພຣະອົງກ່າວກັບເພິ່ນວ່າ, “ຖ້າຜູ້ໃດຍອມຮັບເດັກ­ນ້ອຍຄົນນີ້ໃນນາມຂອງເຮົາ ຜູ້ນັ້ນກໍຍອມຮັບເຮົາ ແລະຖ້າຜູ້ໃດຍອມຮັບເຮົາ ຜູ້ນັ້ນກໍຍອມຮັບພຣະ­ອົງຜູ້ຊົງໃຊ້ເຮົາມາ ເພາະວ່າໃນພວກທ່ານທັງຫລາຍ ຜູ້ໃດເປັນຜູ້ເລັກນ້ອຍທີ່ສຸດ ຜູ້ນັ້ນແຫລະ, ເປັນຜູ້ຍິ່ງໃຫຍ່.” 49 ຝ່າຍໂຢ­ຮັນທູນພຣະ­ອົງວ່າ, “ທ່ານອາ­ຈານເອີຍ, ພວກຂ້າ­ນ້ອຍໄດ້ເຫັນບາງຄົນຂັບໄລ່ຜີອອກໃນນາມຂອງພຣະອົງ ແລະພວກຂ້າ­ນ້ອຍໄດ້ຫ້າມຄົນນັ້ນເສັຍ ເພາະເພິ່ນບໍ່ຮ່ວມຕິດຕາມພຣະ­ອົງກັບພວກຂ້າ­ນ້ອຍ.” 50 ແຕ່ພຣະ­ເຢຊູເຈົ້າຕອບໂຢຮັນວ່າ, “ຢ່າຫ້າມເທາະ, ເພາະ­ວ່າຜູ້ໃດບໍ່ຕໍ່­ສູ້ພວກທ່ານກໍເປັນຝ່າຍທ່ານແລ້ວ.” 51 ເມື່ອວັນເວລາທີ່ພຣະ­ເຢຊູເຈົ້າຈະຖືກຍົກຂຶ້ນໃກ້ເຂົ້າມາ, ພຣະ­ອົງຊົງຕັ້ງ­ໃຈໄປນະຄອນເຢ­ຣູ­ຊາ­ເລັມ. 52 ພຣະ­ອົງໄດ້ຊົງໃຊ້ຜູ້ຮັບໃຊ້ໄປກ່ອນຫນ້າພຣະ­ອົງ, ພວກເພິ່ນຈຶ່ງອອກໄປແລະເຂົ້າໄປໃນບ້ານຫນຶ່ງຂອງຊາວຊາ­ມາ­ເຣັຍ ເພື່ອຈັດຕຽມທຸກສິ່ງໄວ້ສຳ­ລັບພຣະ­ອົງ. 53 ແຕ່ຊາວບ້ານນັ້ນບໍ່ໄດ້ຕ້ອນ­ຮັບພຣະ­ອົງ ເພາະພຣະ­ອົງກຳລັງມຸ້ງຫນ້າທີ່ຈະໄປນະຄອນເຢ­ຣູ­ຊາ­ເລັມ. 54 ດັ່ງນັ້ນ ເມື່ອສາ­ວົກຂອງພຣະ­ອົງ ຄືຢາ­ໂກໂບແລະໂຢ­ຮັນ ໄດ້ເຫັນດັ່ງ­ນັ້ນພວກເຂົາຈິ່ງທູນວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງຢາກໃຫ້ພວກຂ້າ­ນ້ອຍສັ່ງໄຟລົງມາຈາກສະ­ຫວັນ ເພື່ອເຜົາຜານພວກເຂົາຫລືບໍ?”. 55 ແຕ່ພຣະ­ອົງຊົງຫລຽວຫລັງແລະເຕືອນພວກເຂົາ, 56 ແລະພຣະ­ອົງພ້ອມກັບພວກສາ­ວົກກໍໄດ້ເດີນທາງໄປທີ່ບ້ານອື່ນ. 57 ຂະ­ນະທີ່ພຣະ­ອົງເຢຊູເຈົ້າພ້ອມກັບພວກສາ­ວົກກຳ­ລັງໄປຕາມທາງ ມີຊາຍຄົນຫນຶ່ງເວົ້າກັບພຣະອົງວ່າ, “ຂ້ານ້ອຍຈະຕິດ­ຕາມພຣະອົງໄປບໍ່ວ່າພຣະອົງຈະໄປໃສ.” 58 ພຣະ­ເຢຊູເຈົ້າຕອບລາວວ່າ, “ຫມາຈິງຈອກຍັງມີຫມົ້ງນອນແລະນົກປ່າກໍຍັງມີຮັງ, ແຕ່ບຸດມະ­ນຸດບໍ່ມີບ່ອນຈະວາງຫົວລົງ.” 59 ພຣະ­ອົງກ່າວກັບອີກຄົນຫນຶ່ງວ່າ, “ຈົ່ງຕາມເຮົາມາ” ແຕ່ລາວເວົ້າວ່າ, “ພຣະເຈົ້າອົງເຈົ້ານາຍເອີຍ ຂໍໂຜດອະ­ນຸຍາດໃຫ້ຂ້າ­ນ້ອຍໄປຝັງສົບພໍ່ຂອງຂ້າ­ນ້ອຍກ່ອນ.” 60 ພຣະເຢຊູເຈົ້າຕອບຜູ້ນັ້ນວ່າ, “ຈົ່ງປະໃຫ້ຄົນຕາຍຝັງກັນເອງເທາະ ແຕ່ທ່ານຈົ່ງໄປແລະປະ­ກາດກ່ຽວກັບຣາ­ຊະອາ­ນາ­ຈັກຂອງພຣະເຈົ້າທຸກຫົນທຸກແຫ່ງ.” 61 ແຕ່ມີອີກຄົນຫນຶ່ງກ່າວ, “ອົງເຈົ້ານາຍຂ້ານ້ອຍຈະຕາມທ່ານໄປ ແຕ່ຂໍ­ອະ­ນຸ­ຍາດໃຫ້ຂ້າ­ນ້ອຍໄປລາໄທເຮືອນຂອງຂ້ານ້ອຍກ່ອນ.” 62 ພຣະເຢຊູເຈົ້າຕອບເຂົາວ່າ“ຜູ້ໃດເອົາມືຈັບງ້ອນໄຖແລ້ວຫລຽວຄືນຫລັງ ຜູ້ນັ້ນບໍ່ສົມ­ຄວນກັບຣາຊະອາ­ນາ­ຈັກຂອງພຣະ­ເຈົ້າ.”