ບົດທີ 8

1 ບໍ່ດົນຫລັງຈາກນັ້ນ ພຣະເຢຊູເຈົ້າກໍເລີ່ມເດີນທາງໄປຕາມເມືອງແລະໜູ່ບ້ານຕ່າງໆ, ເພື່ອເທດສະນາ ແລະ ປະ­ກາດຂ່າວດີເລື່ອງຣາ­ຊະອານາ­ຈັກຂອງພຣະ­ເຈົ້າ ແລະສາວົກສິບສອງຄົນນັ້ນກໍຢູ່ກັບພຣະ­ອົງ. 2 ພ້ອມກັບແມ່­ຍິງບາງຄົນທີ່ຊົງໂຜດໃຫ້ພົ້ນຈາກຜີມານຮ້າຍ ແລະພະ­ຍາດຕ່າງໆ ຄືມາ­ຣີ­ອາຜູ້ມີຊື່ອີກວ່າມັກດາລາ ຜູ້ທີ່ພຣະ­ອົງຊົງຂັບໄລ່ຜີເຈັດໂຕອອກ; 3 ໂຢ­ຮັນ­ນາພັນຣະຍາ ຂອງຈູ­ຊາ ຜູ້ເປັນກົມມະ­ວັງຂອງເຮ­ໂຣດ, ຊູ­ຊັນ­ນາ; ແລະຍິງຄົນອື່ນໆອີກຫລາຍຄົນເປັນຜູ້ໄດ້ຈັດຕຽມສິ່ງຂອງໃຫ້ພວກເຂົາ ດ້ວຍຊັບສິນຂອງພວກນາງ. 4 ຂະນະທີ່ປະ­ຊາ­ຊົນຈຳ­ນວນຫລວງ­ຫລາຍກໍາລັງກັນຢູ່, ແລະຜູ້ຄົນຈາກເມືອງຕ່າງໆ ກໍາລັງເດີນທາງມາຫາພຣະ­ອົງ, ພຣະ­ອົງຈິ່ງຊົງກ່າວກັບເຂົາເປັນຄຳອຸ­ປະ­ມາວ່າ, 5 “ມີຊາວນາຄົນໜຶ່ງອອກໄປຫວ່ານເມັດພືໍດຂອງຕົນ, ເມື່ອກຳ­ລັງຫວ່ານຢູ່ນັ້ນ ບາງເມັດກໍຕົກຕາມທາງກໍຖືກຢຽບຢ່ຳ ແລະນົກກໍມາກິນເສຍ. 6 ບາງເມັດກໍຕົກໃສ່ບ່ອນມີຫີນ ແລະເມື່ອງອກຂຶ້ນແລ້ວກໍຫ່ຽວແຫ້ງລົງເພາະຂາດຄວາມຊຸ່ມຊື່ນ. 7 ບາງເມັດກໍຕົກກາງພຸ່ມຫນາມ ແລະຫນາມກໍປົ່ງຂຶ້ນມາພ້ອມກັບເມັດເຂົ້ານັ້ນ ແລະປົກຫຸ້ມມັນເສັຍ. 8 ແຕ່ມີບາງເມັດກໍຕົກໃສ່ດິນດີຈິ່ງງອກຂຶ້ນເກີດຜົນໄດ້ຮ້ອຍຕໍ່” ຫລັງຈາກທີ່ພຣະ­ເຢຊູເຈົ້າຊົງກ່າວດັ່ງ­ນີ້ແລ້ວ ພຣະອົງຈິ່ງຊົງຮ້ອງຂຶ້ນວ່າ, “ຜູ້ໃດມີຫູທີ່ໄດ້ຍິນ ຈົ່ງຟັງເຖີດ.” 9 ຫລັງຈາກນັ້ນ ພວກສາ­ວົກຂອງພຣະອົງຈິ່ງທູນຖາມພຣະ­ອົງເຖິງຄວາມຫມາຍຂອງຄຳອຸ­ປະ­ມານີ້. 10 ພຣະເຢຊູເຈົ້າຊົງກ່າວກັບພວກເຂົາວ່າ, “ທ່ານທັງ­ຫລາຍໄດ້ຮັບສິດພິເສດທີ່ຈະເຂົ້າໃຈຂໍ້ຄວາມລັບເລິກແຫ່ງຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າ ແຕ່ສຳ­ລັບຄົນອື່ນເປັນພຽງແຕ່ຄຳສອນດ້ວຍຄຳອຸ­ປະ­ມາເທົ່ານັ້ນ ພວກເຂົາເບິ່ງແຕ່ຈະບໍ່ເຫັນ, ແລະເມື່ອເຂົາຟັງຈະບໍ່ເຂົ້າ­ໃຈ." 11 ບັດນີ້ ຄວາມຫມາຍຂອງຄຳອຸ­ປະ­ມາເມັດພືດນັ້ນໄດ້­ແກ່ ພຣະ­ທັມຂອງພຣະ­ເຈົ້າ. 12 ເມັດທີ່ຕົກຕາມທາງໄດ້ແກ່ພວກຄົນທີ່ໄດ້ຍິນພຣະຄັມນັ້ນ ແຕ່ມານຮ້າຍມາແລະຍາດເອົາພຣະ­ທັມໄປຈາກໃຈຂອງພວກເຂົາ, ເພື່ອບໍ່ໃຫ້ເຊື່ອແລະບໍ່ໄດ້ຄວາມລອດພົ້ນ. 13 ເມັດທີ່ຕົກໃສ່ບ່ອນມີຫີນໄດ້ແກ່ຜູ້ຄົນທີ່ ເມື່ອໄດ້ຍິນແລ້ວກໍຮັບພຣະ­ທັມນັ້ນດ້ວຍຄວາມຍິນດີແຕ່ບໍ່ມີຮາກ; ພວກເຂົາເຊື່ອຢູ່ແຕ່ຊົ່ວ­ຄາວເມື່ອຖືກທົດລອງເຂົາກໍເລີກໄປ. 14 ເມັດທີ່ຕົກທ່າມກາງພຸ່ມຫນາມນັ້ນໄດ້­ແກ່ພວກຄົນທີ່ໄດ້ຍິນແລ້ວ ແຕ່ຍັງດຳເນີນຊີວິດໃນທາງຂອງຕົນເອງ, ພວກເຂົາຖືກປົກຄຸມດ້ວຍຄວາມກັງ­ວົນ, ຄວາມຮັ່ງມີແລະ ຄວາມສະ­ຫນຸກຂອງຊີ­ວິດນີ້ ດັ່ງນັ້ນ ພວກເຂົາຈິ່ງບໍ່ເກີດຜົນຢ່າງທີ່ພວກເຂົາຈະເປັນ. 15 ແຕ່ເມັດທີ່ຕົກໃສ່ດິນດີນັ້ນໄດ້­ແກ່ຜູ້ທີ່ໄດ້ຍິນພຣະທັມດ້ວຍໃຈທີ່ຊື່ສັດແລະດີ ແລ້ວກໍຢຶດໄວ້ຢ່າງຫມັ້ນຄົງ ແລະ ເກີດຜົນດ້ວຍຄວາມພາກ­ພຽນ.” 16 ບໍ່ມີຜູ້ໃດ ເມື່ອໄຕ້ຕະກຽງແລ້ວຈະເອົາກະບຸງປົກບັງໄວ້ ຫລື ວາງໄວ້ໄຕ້ຕຽງນອນ. ແຕ່ເຂົາຈະຕັ້ງໄວ້ເທິງເຊີງທຽນ ເພື່ອທຸກຄົນທີ່ເຂົ້າມາຈະໄດ້ເຫັນແສງສະ­ຫວ່າງ. 17 ເພາະບໍ່ມີສິ່ງໃດທີ່ເຊື່ອງໄວ້ ຈະບໍ່ປະ­ກົດໃຫ້ເຫັນ ຫລື ສິ່ງໃດທີ່ປົກບັງໄວ້ເປັນຄວາມລັບ ຈະບໍ່ຖືກຮັບຮູ້ ແລະ ຖືກເປີດ­ເຜີຍໃນທີ່ແຈ້ງ. 18 ດັ່ງນັ້ນ ຈົ່ງຟັງໃຫ້ດີຣະ­ວັງໃຫ້ດີ ດ້ວຍວ່າຜູ້ໃດມີຢູ່ແລ້ວຈະຊົງເພີ່ມເຕີມໃຫ້ແກ່ຜູ້ນັ້ນອີກ ແຕ່ຜູ້ໃດທີ່ບໍ່ມີ ເຖິງແມ່ນວ່າສິ່ງທີ່ເຂົາຄິດວ່າມີຢູ່ນັ້ນ ກໍຈະຊົງຖືກຍົກເອົາໄປຈາກຜູ້ນັ້ນເສຍ” 19 ຫລັງຈາກນັ້ນແມ່ແລະພວກນ້ອງຊາຍຂອງພຣະ­ເຢຊູເຈົ້າໄດ້ມາຫາພຣະອົງ ແຕ່ພວກເຂົາບໍ່ສາມາດເຂົ້າໃກ້ພຣະອົງໄດ້ເພາະຄົນຫລາຍ. 20 ມີຄົນໄປບອກພຣະ­ເຢຊູເຈົ້າວ່າ, “ແມ່ແລະພວກນ້ອງຊາຍຂອງທ່ານຢືນຢູ່ຂ້າງນອກ ຢາກພົບພຣະອົງ.” 21 ແຕ່ພຣະ­ເຢຊູເຈົ້າຕອບພວກເຂົາວ່າ, “ແມ່ແລະນ້ອງຂອງເຮົາຄືຄົນທີ່ໄດ້ຍິນພຣະ­ທັມຂອງພຣະ­ເຈົ້າແລະເຮັດຕາມ. 22 ວັນຫນຶ່ງ ພຣະເຢຊູເຈົ້າແລະສາວົກຂອງພຣະອົງໄດ້ສະ­ເດັດລົງເຮືອໄປ ພຣະອົງໄດ້ກ່າວກັບເຂົາວ່າ, “ໃຫ້ພວກເຮົາພາ­ກັນຂ້ວາມໄປຟາກຫນຶ່ງຂອງທະ­ເລ­ສາບເທາະ” ແລ້ວເຂົາກໍຖອຍເຮືອອອກໄປ. 23 ແຕ່ໃນຂະນະທີ່ພວກເຂົາກຳລັງລ່ອງເຮືອຢູ່ ພຣະ­ເຢຊູເຈົ້າກໍນອນຫລັບໄປ. ລົມພະ­ຍຸໄດ້ພັດມາລົງກາງທະ­ເລຢ່າງຮຸນແຮງ ແລະນ້ຳກໍເລີ່ມເຂົ້າເຮືອ ແລະພວກເຂົາກໍຕົກຢູ່ໃນອັນ­ຕະ­ຣາຍ. 24 ຈາກນັ້ນ ພວກສາ­ວົກຈຶ່ງເຂົ້າໄປຫາພຣະອົງ ແລະປຸກພຣະ­ອົງໃຫ້ຕື່ນຂື້ນ ແລະເວົ້າວ່າ, “ທ່ານອາ­ຈານ, ທ່ານອາ­ຈານເຈົ້າເອີຍ, ພວກຂ້ານ້ອຍກຳ­ລັງຈະຕາຍຢູ່ແລ້ວ” ພຣະ­ອົງຈຶ່ງຊົງຕື່ນຂຶ້ນຫ້າມລົມແລະຟອງ­ນ້ຳ, ລົມແລະຟອງ­ນ້ຳກໍຢຸດສະ­ຫງົບງຽບລົງ. 25 ພຣະ­ອົງຊົງກ່າວກັບເຂົາວ່າ, “ຄວາມເຊື່ອຂອງພວກທ່ານຢູ່ໃສ?” ພວກເຂົາກໍຍັງຢ້ານຢຸ່ແລະປະ­ຫລາດໃຈຈຶ່ງເວົ້າກັນວ່າ, “ທ່ານຜູ້ນີ້ແມ່ນໃຜ ທີ່ສັ່ງໄດ້ລົມແລະນ້ຳ, ແລ້ວພວກມັນກໍຍອມຟັງເພິ່ນ?” 26 ແລ້ວ ພວກເພິ່ນໄດ້ຂີ່ເຮືອມາຈອດທີ່ເຂດແດນຂອງຊາວເຄ­ຣາ­ເຊນ ຊຶ່ງຢູ່ກົງກັນ­ຂ້າມກັບແຂວງຄາ­ລີ­ເລ. 27 ເມື່ອພຣະ­ເຢຊູເຈົ້າສະ­ເດັດຂຶ້ນບົກແລ້ວ, ມີຊາຍຄົນຫນຶ່ງຈາກໃນເມືອງນັ້ນມາພົບພຣະ­ອົງ ຊາຍຜູ້ນີ້ມີຜີມານຮ້າຍຫລາຍໂຕສິງຢູ່ ລາວບໍ່ໄດ້ນຸ່ງເຄື່ອງເປັນເວລານານແລ້ວ ແລະລາວບໍ່ໄດ້ອາໄສຢູ່ໃນເຮືອນ­ ແຕ່ຢູ່ຕາມອຸບໂມງຝັງສົບ. 28 ເມື່ອລາວໄດ້ເຫັນພຣະ­ເຢຊູເຈົ້າ, ລາວກໍຮ້ອງຂຶ້ນ ແລະຂາບລົງຕໍ່ຫນ້າພຣະ­ອົງ ແລະກ່າວດ­້ວຍສຽງດັງວ່າ. “ພຣະອົງຈະເຮັດຫຍັງໃຫ້ຂ້ານ້ອຍ, ເຢ­ຊູບຸດຂອງພຣະ­ເຈົ້າຜູ້ສູງສຸດເອີຍ? ພຣະອົງເຈົ້າເອີຍ ຂໍຢ່າໄດ້ທໍ­ຣະມານຂ້ານ້ອຍຖ້ອນ” 29 ແລ້ວພຣະ­ເຢຊູເຈົ້າຈຶ່ງໄດ້ຊົງສັ່ງຜີຮ້າຍບໍ່ສະອາດໃຫ້ອອກຈາກຊາຍຄົນນັ້ນ. ເພາະຫລາຍຄັ້ງແລ້ວທີ່ມັນໄດ້ຄອບຫງໍາລາວ ແມ່ນວ່າຈະຖືກລ່າມໂສ້ແລະຂັງໄວ້ ພ້ອມທັງເຝົ້າເບິ່ງຕະຫລອດເວລາ, ລາວກໍຍັງສາມາດທໍາລາຍໂຊ້ມັດນັ້ນໄດ້ ແລະຖີກຜີມານຮ້າຍບັງ­ຄັບລາວໃຫ້ເຂົ້າໄປໃນປ່າເສຍ. 30 ຝ່າຍພຣະ­ເຢຊູເຈົ້າຈຶ່ງຖາມຜີນັ້ນວ່າ, “ມຶງຊື່ຫຍັງ?” ຜີນັ້ນຕອບວ່າ, “ຊື່ກອງ­ທັບ” ດ້ວຍວ່າຜີທີ່ເຂົ້າສິງລາວຢູ່ນັ້ນມີຫລາຍໂຕ. 31 ແລະພວກມັນໄດ້ອ້ອນ­ວອນຂໍພຣະເຢຊູເຈົ້າບໍ່ໃຫ້ສັ່ງມັນໄປສູ່ເຫວເລິກ. 32 ຂະນະນັ້ນ ມີຫມູຝູງໃຫຍ່ກຳ­ລັງຫາກິນຢູ່ຕາມເນີນພູ ຜີເຫລົ່ານັ້ນຈຶ່ງໄດ້ທູນຂໍພຣະ­ອົງຊົງອະ­ນຸ­ຍາດໃຫ້ພວກມັນເຂົ້າສິງຢູ່ໃນຫມູຝູງນັ້ນ ພຣະ­ອົງກໍຊົງອະ­ນຸ­ຍາດໃຫ້. 33 ດັ່ງນັ້ນພວກມັນຈຶ່ງໄດ້ອອກຈາກຊາຍຄົນນັ້ນ­ແລ້ວເຂົ້າໄປສິງຢູ່ໃນຝູງຫມູ, ແລະ ທັງຫມົດກໍແລ່ນລົງຕາຫລິ່ງຊັນ ໂຕນໃສ່ທະ­ເລ­ສາບ ແລະ ຈົມນ້ຳຕາຍ. 34 ເມື່ອຄົນລ້ຽງຫມູໄດ້ເຫັນເຫດ­ການທີ່ເກີດຂຶ້ນນັ້ນ ພວກເຂົາແລ່ນອອກໄປ ແລະເລົ່າເລື່ອງນັ້ນ ທັງໃນເມືອງແລະນອກເມືອງ. 35 ແລ້ວຄົນທັງປວງກໍອອກມາເບິ່ງເຫດ­ການທີ່ເກີດຂຶ້ນນັ້ນ ແລະມາຫາພຣະ­ເຢຊູເຈົ້າ ພວກເຂົາໄດ້ເຫັນຊາຍຄົນທີ່ຜີຮ້າຍອອກຈາກຕົວນຸ່ງຫົ່ມເສື້ອຜ້າ ແລະ ມີສະ­ຕິ ນັ່ງຢູ່ໃກ້ພຣະ­ບາດພຣະເຢ­ຊູເຈົ້າພວກເຂົາຈຶ່ງມີໃຈຢ້ານ. 36 ຈາກນັ້ນ ຜູ້ທີ່ເຫັນເຫດ­ການນັ້ນ ກໍພາກັນເລົ່າເຖິງເຫດການຄົນທີ່ຜີມານຮ້າຍເຂົ້າສິງນັ້ນໄດ້ໂຜດໃຫ້ດີປົກ­ກະ­ຕິຢ່າງ­ໃດ. 37 ຜູ້ຄົນທີ່ຢູ່ໃນເມືອງເຄ­ຣາເ­ຊນກັບປະ­ຊາ­ຊົນທັງປວງໃນທົ່ວຮອບເຂດນັ້ນໄດ້ຂໍຮ້ອງໃຫ້ພຣະ­ອົງຫນີໄປຈາກເຂົາເສັຍ ເພາະຄວາມຢ້ານອັນໃຫຍ່ໄດ້ຕົກໃສ່ເຂົາ ພຣະ­ອົງຈິ່ງສະ­ເດັດລົງເຮືອກັບຄືນໄປ. 38 ຊາຍທີ່ມີຜີມານຮ້າຍອອກຈາກຕົວນັ້ນໄດ້ຂໍຮ້ອງພຣະເຢຊູເຈົ້າອະນຸຍາດໃຫ້ເຂົາຕິດຕາມພຣະ­ອົງໄປດ້ວຍ ແຕ່ພຣະ­ເຢຊູເຈົ້າບອກໃຫ້ລາວກັບຄືນໄປໂດຍຊົງສັ່ງວ່າ. 39 “ຈົ່ງກັບໄປບ້ານເຮືອນຂອງເຈົ້າ ແລະເລົ່າສິ່ງດີທຸກຢ່າງທີ່ພຣະ­ເຈົ້າໄດ້ຊົງກະ­ທຳແກ່ເຈົ້ານັ້ນ” ແລ້ວຊາຍຄົນນັ້ນກໍກັບໄປແລະປະ­ກາດທົ່ວທັງເມື່ອງໃນສິ່ງທີ່ພຣະ­ເຢຊູເຈົ້າໄດ້ຊົງກະ­ທຳແກ່ຕົນ 40 ບັດນີ້ເມື່ອພຣະເຢຊູກັບມາເຖິງ, ປະຊົນຝູງໃຫຍ່ຕ້ອນຮັບພຣະອົງ, ເພາະພວກເຂົາທຸກຄົນເຄົາລົບພຣະອົງ, 41 ຈົ່ງເບິ່ງ, ຊາຍຄົນໜຶ່ງຊື່ວ່າຢາລິໂອເປັນຫົວໜ້າໂຮງທໍາມະສາລາໃນທ້ອງຖິ່ນນັ້ນ, ໄດ້ມາ ແລະຂາບລົງທີ່ຕີນພຣະອົງ ແລະຊົງຂໍຮ້ອງພຣະອົງໃຫ້ໄປທີ່ບ້າຂອງລາວ 42 ເພາະລູກສາວຄົນດຽວຂອງລາວອາຍສິບສອງປີກໍາລັງຈະຕາຍ.  ຂະນະທີ່ພຣະເຢຊູເຈົ້າກໍາລັງໄປນັ້ນ ມີປະຊາຊົນບຽດພຣະອົງໄປຢ່າງໜາແໜ້ນ. 43 ໃນນັ້ນມີຍິງຄົນຫນຶ່ງເປັນພະ­ຍາດເລືອດຕົກໄດ້ສິບສອງປີມາແລ້ວ ແລະນາງໄດ້ຈ່າຍຊັບຂອງຕົນໄປກັບການຮັກສາ ແຕ່ບໍ່ມີຫມໍຄົນໃດຮັກສາໃຫ້ດີພະ­ຍາດໄດ້. 44 ນາງໄດ້ຫຍັບເຂົ້າມາເບື້ອງຫລັງພຣະ­ເຢຊູ ແລະບາຍແຄມເຄື່ອງທົງຂອງພຣະ­ອົງ ໃນທັນ­ໃດນັ້ນເລືອດຂອງນາງກໍເຊົາໄຫລ. 45 ພຣະ­ເຢຊູຊົງຖາມວ່າ, “ແມ່ນໃຜໄດ້ບາຍເຮົາ?” ເມື່ອຄົນທັງປວງໄດ້ຕອບປະ­ຕິ­ເສດ ເປ­ໂຕ ໄດ້ທູນວ່າ, “ອາ­ຈານເຈົ້າເອີຍ, ກໍແມ່ນປະ­ຊາ­ຊົນທີ່ກຳ­ລັງກີດ­ຂວາງແລະບຽດທ່ານຢູ່.” 46 ແຕ່ພຣະ­ເຢຊູຊົງຕອບວ່າ, “ມີບາງຄົນໄດ້ບາຍເຮົາ ເພາະເຮົາຮູ້ວ່າຣິດອຳນາດໄດ້ແຜ່ຊ່ານອອກຈາກເຮົາໄປ.” 47 ເມື່ອຍິງນັ້ນເຫັນວ່າຈະເຊື່ອງຕົວຈາກການກະທຳຂອງຕົນເອງບໍ່ໄດ້ແລ້ວ, ນາງກໍເຂົ້າມາດ້ວຍຕົວສັ່ນຂາບລົງຕໍ່ໜ້າພຣະອົງ. ຕໍ່­ໜ້າທຸກຄົນໃນທີ່ນັ້ນ ນາງໄດ້ທູນເຖິງເຫດໃດທີ່ຕົນບາຍພຣະ­ອົງ ແລະຕົນໄດ້ດີພະ­ຍາດທັນ­ທີຢ່າງໃດ. 48 ພຣະ­ເຢຊູເຈົ້າກ່າວກັບນາງວ່າ, “ລູກຍິງເອີຍ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ. ຈົ່ງໄປເປັນສຸກເທີ້ນ”. 49 ໃນຂະ­ນະທີ່ພຣະ­ເຢຊູເຈົ້າກ່າວຢູ່ນັ້ນ ມີຄົນຫນຶ່ໍງມາແຕ່ເຮືອນຂອງນາຍໂຮງທັມມະສາລາບອກວ່າ, “ລູກສາວຂອງທ່ານຕາຍແລ້ວ ຂໍຢ່າໄດ້ລົບກວນອາ­ຈານຕໍ່ໄປເລີຍ.” 50 ແຕ່ເມື່ອພຣະ­ເຢຊູເຈົ້າໄດ້ຍິນເຊັ່ນນັ້ນກໍຊົງກ່າວແກ່ເຢລິໂກວ່າ, “ຢ່າຢ້ານເລີຍ ຈົ່ງເຊື່ອເທົ່ານັ້ນ; ແລະລາວກໍຈະຫາຍດີ.” 51 ເມື່ອມາເຖິງເຮືອນແລ້ວ ພຣະ­ອົງບໍ່ໄດ້ຊົງອະ­ນຸ­ຍາດໃຫ້ຜູ້ໃດເຂົ້າໄປນຳ ເວັ້ນແຕ່ເປໂຕ, ໂຢ­ຮັນ, ຢາ­ໂກໂບ, ແລະພໍ່ແມ່ຂອງເດັກ­ນ້ອຍນັ້ນ. 52 ຄົນທັງ­ຫລາຍກໍຕີອົກຮ້ອງ­ໄຫ້ຮ່ຳ­ໄຮເພາະເດັກ­ນ້ອຍນັ້ນ, ແຕ່ພຣະ­ອົງຊົງກ່າວວ່າ, “ຢ່າຮ້ອງ­ໄຫ້ເລີຍ ເດັກ­ນ້ອຍນີ້ຍັງບໍ່ຕາຍ, ພຽງແຕ່ຫລັບຢູ່ເທົ່ານັ້ນ.” 53 ແຕ່ພວກເຂົາພາ­ກັນຫົວ­ຂວັນພຣະ­ອົງ ເພາະເຂົາຮູ້ວ່າເດັກ­ນ້ອຍນັ້ນຕາຍແລ້ວ. 54 ແຕ່ພຣະ­ເຢຊູເຈົ້າຈັບມືເດັກ­ນ້ອຍ ແລ້ວຊົງຮ້ອງອອກມາວ່າ, “ລູກເອີຍ, ຈົ່ງລຸກ­ຂຶ້ນ”. 55 ແລ້ວຈິດວິນຍານຂອງລາວກໍກັບ­ເຂົ້າມາ, ແລະໄດ້ຟື້ນ­ຂຶ້ນທັນທີ. ພຣະ­ອົງຈຶ່ງຊົງສັ່ງໃຫ້ເອົາອາ­ຫານມາໃຫ້ລາວກິນ. 56 ຝ່າຍພໍ່ແມ່ຂອງເດັກ­ນ້ອຍນັ້ນກໍງຶດອັດ­ສະຈັນໃຈຫລາຍ, ແຕ່ພຣະ­ອົງຊົງຫ້າມເຂົາບໍ່ໃຫ້ບອກຜູ້ໃດເຖິງເຫດການຊຶ່ງເປັນມານັ້ນ.