ບົດທີ 7

1 ຫລັງຈາກທີ່ພຣະ­ເຢຊູເຈົ້າຊົງກ່າວຄຳເຫລົ່າ­ນັ້ນໃຫ້ປະຊາຊົນຟັງຫມົດແລ້ວ ພຣະ­ອົງກໍສະ­ເດັດເຂົ້າໄປໃນເມືອງກາ­ເປ­ນາ­ອູມ. 2 ມີຂ້ອຍໃຊ້ຂອງນາຍທະ­ຫານໂຣມຄົນຫນຶ່ງທີ່ນາຍຮັກຫລາຍ ກຳລັງປ່ວຍຢູ່ແລະໃກ້ຈະຕາຍແລ້ວ. 3 ເມື່ອນາຍ­ທະຫານໄດ້ຍິນກ່ຽວກັບພຣະເຢຊູເຈົ້າ ເພິ່ນໄດ້ສົ່ງເຖົ້າແກ່ບາງຄົນຂອງພວກຢິວໄປຫາພຣະເຢຊູເຈົ້າ ເພື່ອເຊີນພຣະ­ອົງສະ­ເດັດມາຊ່ວຍຊີວິດຂ້ອຍໃຊ້ຂອງຕົນບໍ່ໃຫ້ຕາຍ. 4 ເມື່ອພວກເຂົາເຂົ້າມາໃກ້ພຣະ­ເຢຊູເຈົ້າແລ້ວ ເຂົາກໍອ້ອນ­ວອນພຣະ­ອົງດ້ວຍໃຈ­ຮ້ອນຮົນວ່າ, “ນາຍ­ທະຫານຜູ້ນັ້ນສົມ­ຄວນທີ່ຈະຮັບການຊ່ວຍເຫລືອນີ້ຈາກທ່ານ. 5 ເພາະ­ວ່າເພິ່ນຮັກປະ­ເທດຊາດຂອງເຮົາ ແລະແມ່ນຜູ້ນີ້ແຫລະ, ໄດ້ສ້າງໂຮງທັມະສາລາໃຫ້ແກ່ພວກເຮົາ.” 6 ດັ່ງນັ້ນ ພຣະ­ເຢຊູເຈົ້າຈິ່ງສະ­ເດັດໄປກັບພວກເຂົາ. ແຕ່ເມື່ອພຣະອົງໃກ້ຈະເຖິງບ້ານຂອງເຂົາແລ້ວ, ນາຍ­ທະ­ຫານໄດ້ໃຊ້ຫມູ່ສະຫາຍໄປຫາພຣະ­ອົງທູນວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍຢ່າໄດ້ລຳບາກເລີຍ ເພາະ­ວ່າຂ້າ­ນ້ອຍເປັນຄົນບໍ່ສົມ­ຄວນທີ່ຈະໃຫ້ທ່ານເຂົ້າໄປລຸ່ມຫລັງ­ຄາເຮືອນຂອງຂ້າ­ນ້ອຍ. 7 ເພາະເຫດນັ້ນຂ້ານ້ອຍຈິ່ງຖືວ່າເປັນຜູ້ບໍ່ສົມ­ຄວນທີ່ຈະໄປຫາພຣະອົງ, ແຕ່ຂໍພຣະອົງພຽງແຕ່ກ່າວຄຳດຽວ ແລະຄົນໃຊ້ຂອງຂ້າ­ນ້ອຍກໍຈະຫາຍດີ. 8 ເພາະຂ້າ­ນ້ອຍເປັນຄົນທີ່­ຢູ່ໃຕ້ວິ­ໄນທະ­ຫານ ແລະຂ້ານ້ອຍຍັງມີທະ­ຫານຢູ່ໃຕ້ບັງ­ຄັບບັນ­ຊາຂອງຂ້າ­ນ້ອຍອີກ. ຄືຂ້ານ້ອຍສັ່ງຄົນນີ້ວ່າ ‘ໄປ’ ລາວກໍໄປ, ສັ່ງອີກຄົນຫນຶ່ງວ່າ ‘ມາ’ ລາວກໍມາ ແລະບອກແກ່ຂ້ອຍໃຊ້ຂອງຂ້າ­ນ້ອຍວ່າ ‘ຈົ່ງເຮັດສິ່ງນີ້’ ລາວກໍເຮັດ.” 9 ເມື່ອພຣະ­ເຢຊູໄດ້ຍິນຄຳເຫລົ່າ­ນັ້ນ ພຣະອົງກໍປະ­ຫລາດໃຈໃນຕົວນາຍທະຫານນັ້ນ ແລະຫລຽວຫລັງກ່າວກັບປະ­ຊາ­ຊົນທີ່ຕາມມາວ່າ, “ເຮົາບອກທ່ານທັງ­ຫລາຍວ່າ ເຮົາຍັງບໍ່ເຄີຍເຫັນຜູ້ໃດມີຄວາມເຊື່ອໃຫຍ່ເທົ່ານີ້ໃນ­ອິສະຣາ­ເອນ.” 10 ເມື່ອຄົນເຫລົ່ານັ້ນທີ່ຖືກສົ່ງກັບໄປເຖິງເຮືອນແລ້ວ ກໍພົບວ່າຂ້ອຍໃຊ້ຜູ້ນັ້ນດີພະ­ຍາດເປັນປົກກະຕິແລ້ວ. 11 ຫລັງຈາກນັ້ນບໍ່ດົນ ພຣະ­ເຢຊູເຈົ້າກໍສະ­ເດັດໄປຍັງເມືອງຫນຶ່ງຊື່ນາ­ອິນ, ພວກສາ­ວົກຂອງພຣະ­ອົງ ພ້ອມກັບປະ­ຊາ­ຊົນຫລວງຫລາຍໄດ້ຕາມພຣະ­ອົງໄປ. 12 ເມື່ອສະ­ເດັດມາໃກ້ປະ­ຕູເມືອງແລ້ວ, ເບິ່ງແມ, ມີຄົນກຳ­ລັງຫາມສົບຊາຍຫນຸ່ມຄົນຫນຶ່ງອອກມາ ລາວເປັນລູກຊາຍຄົນດຽວຂອງແມ່ (ຊຶ່ງເປັນແມ່­ຫມ້າຍ), ແລະມີຊາວເມືອງຫລາຍສົມ­ຄວນ ອອກມາພ້ອມນາງ. 13 ເມື່ອເຫັນນາງແລ້ວ­ອົງພຣະຜູ້ເປັນເຈົ້າກໍຊົງເມດຕານາງຫລາຍແລ້ວຊົງກ່າວວ່າ, “ຢ່າຮ້ອງ­ໄຫ້.” 14 ແລ້ວພຣະ­ອົງສະ­ເດັດເຂົ້າໄປໃກ້ແລະບາຍຂອບໄມ້ໂລງສົບທີ່ພວກເຂົາໃສ່ສົບໄວ້ ແລະຄົນທີ່ຫາມໂລງສົບນັ້ນກໍຢຸດຢືນຢູ່ ພຣະ­ອົງຈິ່ງສັ່ງວ່າ, “ຊາຍໜຸ່ມເອີຍ, ເຮົາສັ່ງເຈົ້າວ່າ ຈົ່ງລຸກຂຶ້ນ.” 15 ແລ້ວຄົນທີ່ຕາຍນັ້ນ ກໍລຸກ­ຂຶ້ນນັ່ງແລະຕັ້ງ­ຕົ້ນເວົ້າ ແລ້ວພຣະ­ເຢຊູເຈົ້າຈຶ່ງຊົງມອບຊາຍນັ້ນໃຫ້ແມ່ຂອງລາວ. 16 ແລ້ວພວກເຂົາທຸກຄົນຈຶ່ງເຕັມໄປດ້ວຍຄວາມຢ້ານພວກເຂົາຈິ່ງສັນ­ຣະເສີນພຣະ­ເຈົ້າບໍ່ຢຸດໂດຍເວົ້າວ່າ, “ທ່ານຜູ້ປະ­ກາດພຣະ­ທັມຜູ້ຍິ່ງໃຫຍ່ໄດ້ເກີດຂຶ້ນທ່າມ­ກາງພວກເຮົາແລ້ວ ແລະພຣະເຈົ້າໄດ້ລົງມາຢ້ຽມ­ຢາມພົນ­ລະ­ເມືອງຂອງພຣະ­ອົງ.” 17 ແລ້ວເລື່ອງຂອງພຣະອົງໄດ້ຊ່າ­ລືໄປທົ່ວແຂວງຢູ­ດາຍແລະທົ່ວຂົງ­ເຂດທີ່­ຢູ່ອ້ອມຮອບທັງໝົດ. 18 ສາວົກຂອງໂຢ­ຮັນກໍໄດ້ເລົ່າກ່ຽວກັບສິ່ງເຫລົ່ານີ້ທັງຫມົດແກ່ໂຢຮັນ. 19 ແລ້ວໂຢ­ຮັນຈິ່ງເອີ້ນສາວົກສອງຄົນມາ ແລະໃຊ້ເຂົາໄປຫາອົງພຣະຜູ້­ເປັນ­ເຈົ້າທູນຖາມວ່າ, "ທ່ານເປັນຜູ້ທີ່ຈະມານັ້ນຫລຶ? ຫລືວ່າເຮົາຕ້ອງລໍຄອຍຄົນຫນຶ່ງອີກ." 20 ເມື່ອພວກເຂົາທັງສອງໄດ້ມາໃກ້ພຣະເຢຊູຈິ່ງທູນວ່າ, "ໂຢ­ຮັນບັບ­ຕິ­ສະ­ໂຕ ໄດ້ໃຊ້ພວກຂ້ານ້ອຍມາຖາມທ່ານວ່າ ‘ທ່ານເປັນຜູ້ທີ່ຈະມານັ້ນບໍ ຫລືຈະຕ້ອງລໍຄອຍຜູ້ອື່ນຕື່ມອີກ?'" 21 ໃນເວ­ລານັ້ນ ພຣະ­ອົງໄດ້ຊົງໂຜດຮັກສາຫລາຍຄົນໃຫ້ຫາຍດີຈາກການເຂັບໄຂ້ໄດ້ປ່ວຍ ຈາກໂລຄາພະຍາດຕ່າງໆ ແລະພົ້ນຈາກວິນຍານຜີຮ້າຍ ,ພຣະອົງຮັກສາຄົນຕາ­ບອດຫລາຍຄົນໃຫ້ເຫັນ­ຮຸ່ງ, 22 ພຣະ­ເຢຊູເຈົ້າຊົງຕອບແລະກ່າວຕໍ່ສິດທັງສອງວ່າ, “ຈົ່ງໄປແຈ້ງແກ່ໂຢ­ຮັນ ຕາມທີ່ທ່ານໄດ້ເຫັນແລະໄດ້ຍິນວ່າ ຄົນຕາ­ບອດກໍເຫັນຮຸ່ງ, ຄົນຂາເສັ້ງກໍຍ່າງເປັນປົກ­ກະ­ຕິ, ຄົນຂີ້­ທູດກໍດີສະ­ອາດ, ຄົນຫູຫນວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ, ແລະຂ່າວປະ­ເສີດກໍປະ­ກາດແກ່ຄົນຍາກຈົນ. 23 ຜູ້ໃດທີ່ບໍ່ລົ້ມເລີກຄວາມເຊື່ອໃນເຮົາ ເນື່ອງຈາກສິ່ງທີ່ເຮົາກະທຳຜູ້ນັ້ນກໍເປັນສຸກ.” 24 ຫລັງຈາກພວກຮັບໃຊ້ຂອງໂຢ­ຮັນໄປແລ້ວ ພຣະ­ເຢຊູເຈົ້າກໍຊົງຕັ້ງຕົ້ນກ່າວກັບປະ­ຊາ­ຊົນເຖິງເລື່ອງໂຢ­ຮັນວ່າ, “ທ່ານທັງ­ຫລາຍໄດ້ອອກໄປໃນຖິ່ນແຫ້ງແລ້ງກັນດານເພື່ອເບິ່ງຫຍັງ? ເພື່ອເບິ່ງຕົ້ນອໍ້ໄຫວໄປມາດ້ວຍລົມພັດຫລື? 25 ແຕ່ທ່ານທັງ­ຫລາຍອອກໄປເບິ່ງຫຍັງ? ໄປເບິ່ງຄົນນຸ່ງຫົ່ມເຄື່ອງລະ­ອຽດອ່ອນນວນຫລື? ເບິ່ງແມ, ຄົນທີ່ນຸ່ງຫົ່ມເຄື່ອງອັນງົດງາມ ແລະໃຊ້ຊີວິດຢ່າງຫລູຫລາຟຸມເຟືອຍຍ່ອມຢູ່ໃນຣາ­ຊະວັງ. 26 ແຕ່ພວກທ່ານອອກໄປເບິ່ງຫຍັງ? ເບິ່ງຜູ້ປະ­ກາດພຣະ­ທັມຫລື? ແມ່ນແລ້ວ ເຮົາບອກພວກທ່ານວ່າ ເປັນຍິ່ງກວ່າຜູ້ປະ­ກາດພຣະ­ທັມອີກ. 27 ທ່ານຜູ້ນີ້ແຫລະທີ່ພຣະ­ຄັມພີຂຽນໄວ້ເຖິງເພິ່ນວ່າ, ‘ເບິ່ງແມ, ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນຫນ້າທ່ານ ຜູ້ທີ່ຈັດຕຽມຫົນ­ທາງສໍາລັບທ່ານ’. 28 ເຮົາບອກພວກທ່ານວ່າ ໃນບັນ­ດາຜູ້ທີ່ເກີດຈາກຜູ້­ຍິງເຫລົ່ານັ້ນ ບໍ່ມີຜູ້ໃດໃຫຍ່ກວ່າໂຢ­ຮັນ ແຕ່ຜູ້ນ້ອຍທີ່ສຸດໃນຣາ­ຊະອານາຈັກຂອງພຣະ­ເຈົ້າ ຍັງໃຫຍ່ກວ່າໂຢ­ຮັນອີກ.” 29 (ເມື່ອຄົນທັງປວງທີ່ໄດ້ຍິນດັ່ງນັ້ນ, ລວມເຖິງບັນດາຄົນເກັບພາ­ສີ, ພວກເຂົາກໍໄດ້ຍອມຮັບວ່າພຣະ­ເຈົ້າຊົງຍຸດ­ຕິທັມ ໂດຍທີ່ພວກເຂົາເປັນຫນຶ່ງໃນກຸ່ມຄົນທີ່ໄດ້ຮັບບັບ­ຕິ­ສະມາຈາກໂຢ­ຮັນແລ້ວ. 30 ແຕ່ພວກຟາ­ຣີຊາຍ ແລະ ພວກທໍາມະຈານທີ່ໄດ້ປະຕິເສດພຣະ­ປະ­ສົງຂອງພຣະ­ເຈົ້າດ້ວນຕົວຂອງພວກເຂົາ, ເພາະວ່າພວກເຂົາບໍ່ໄດ້ຮັບປະຕິສະມາໂດຍໂຢຮັນ.) 31 “ແລ້ວເຮົາຄວນຈະປຽບທຽບຄົນສະ­ໄຫມນີ້ໃສ່ກັບອັນໃດ? ພວກເຂົາເປັນເຫມືອນອັນໃດ? 32 ພວກເຂົາເປັນເຫມືອນເດັກນ້ອຍທີ່ນັ່ງຢູ່ກາງຕະ­ຫລາດຮ້ອງໃສ່ກັນແລະກັນວ່າ, ‘ພວກເຮົາໄດ້ເປົ່າປີ່ໃຫ້ພວກເຈົ້າ ແຕ່ພວກເຈົ້າບໍ່ໄດ້ຟ້ອນລຳ. ພວກເຮົາໄດ້ຮ້ອງເພງໄວ້ອາໄລ ແຕ່ພວກເຈົ້າບໍ່ໄດ້ນ່ອງໄຮ້ ’. 33 ເພາະ­ວ່າໂຢ­ຮັນບັບ­ຕິ­ສະ­ໂຕ ໄດ້ມາໂດຍບໍ່ກິນເຂົ້າຈີ່ ຫລື ດື່ມເຫລົ້າແວງ ແລະ ພວກທ່ານເວົ້າວ່າ ‘ເພິ່ນມີຜີສິງຢູ່’. 34 ສ່ວນບຸດມະ­ນຸດໄດ້ມາທັງກິນ ແລະດື່ມ ແລະພວກທ່ານເວົ້າວ່າ ‘ເບິ່ງແມ, ນີ້ເປັນຄົນກິນເກີນສ່ວນ ແລະ ມັກເມົາ, ເປັນເພື່ອນຂອງຄົນເກັບພາ­ສີ ແລະ ຄົນບາບ’. 35 ແຕ່ສະຕິ­ປັນ­ຍາກໍຊົງຖືກສໍາແດງໂດຍຜູ້ທີ່ເຊື່ອໃນພຣະອົງ.” 36 ມີຄົນຫນຶ່ງໃນພວກຟາ­ຣີ­ຊາຍ ໄດ້ເຊີນພຣະ­ເຢຊູເຈົ້າໄປຮັບປະທານອາຫານໃນເຮືອນຂອງຕົນ. ຫລັງຈາກທີ່ພຣະເຢຊູເຈົ້າສະ­ເດັດເຂົ້າໄປໃນເຮືອນຂອງຟາ­ຣີ­ຊາຍ­ແລ້ວພຣະອົງຊົງນັ່ງລົງທີ່ໂຕະເພື່ອຈະຮັບປະທານອາຫານ. 37 ເບິ່ງແມ້, ມີຍິງຄົນຫນຶ່ງໃນເມືອງນັ້ນຊຶ່ງເປັນຄົນບາບ. ເມື່ອນາງຮູ້ວ່າພຣະ­ເຢຊູເຈົ້າຊົງນັ່ງຮັບປະທານອາ­ຫານໃນເຮືອນຂອງຟາ­ຣີ­ຊາຍ ນາງໄດ້ຖືເຕົ້າຫີນຂາວມີນ້ຳ­ຫອມລາຄາແພງມາ. 38 ນາງຢືນຂ້າງຫລັງໃກ້ຕີນຂອງພຣະ­ອົງແລະຮ້ອງ­ໄຫ້ ນ້ຳຕາໄຫລຈົນປຽກຕີນຂອງພຣະອົງ ແລ້ວນາງເອົາຜົມເຊັດທັງຈູບຕີນຂອງພຣະ­ອົງ ແລະເອົານ້ຳ­ຫອມນັ້ນຫົດສົງຕີນຂອງພຣະອົງ. 39 ເມື່ອຟາ­ຣີ­ຊາຍຄົນທີ່ໄດ້ເຊີນພຣະ­ເຢຊູມາໄດ້ເຫັນດັ່ງ­ນັ້ນແລ້ວກໍນຶກໃນໃຈວ່າ “ຖ້າຜູ້ນີ້ແມ່ນຜູ້ປະ­ກາດພຣະ­ທັມ ເພິ່ນຄົງຮູ້ໄດ້ວ່າຍິງຜູ້ແຕະຕ້ອງກາຍຂອງເພິ່ນເປັນຜູ້ໃດ ແລະເປັນຄົນແນວ­ໃດ ເພາະນາງເປັນຄົນບາບ.” 40 ພຣະ­ເຢຊູເຈົ້າຊົງຕອບເພິ່ນວ່າ, “ຊີໂມນເອີຍ, ເຮົາມີບາງຢ່າງຈະເວົ້າກັບທ່ານ” ຊີ­ໂມນທູນຕອບວ່າ, “ອາ­ຈານເອີຍ, ເຊີນເວົ້າໂລດ!” 41 ພຣະເຢຊູເຈົ້າຊົງກ່າວວ່າ, “ເຈົ້າຫນີ້ຜູ້ຫນຶ່ງມີລູກຫນີ້ສອງຄົນ. ຄົນຫນຶ່ງເປັນຫນີ້ເງິນຫ້າຮ້ອຍຫລຽນເດ­ນາ­ຣິ­ອົນ ແລະອີກຄົນຫນຶ່ງເປັນຫນີ້ຫ້າສິບຫລຽນເດນາຣິອົນ. 42 ເນື່ອງຈາກພວກເຂົາບໍ່ມີອັນໃດຈະໃຊ້ຫນີ້ແລ້ວ ເຈົ້າຫນີ້ຈຶ່ງໂຜດຍົກຫນີ້ໃຫ້ເຂົາທັງສອງ. ໃນສອງຄົນນັ້ນຄົນໃດຈະຮັກເຈົ້າຫນີ້ຫລາຍກວ່າກັນ.” 43 ຊີ­ໂມນທູນຕອບວ່າ, “ຂ້າ­ນ້ອຍຄຶດວ່ານ່າຈະເປັນຄົນທີ່ເຈົ້າຫນີ້ຍົກຫນີ້ໃຫ້ຫລາຍນັ້ນເປັນຜູ້ຮັກຫລາຍທີ່ສຸດ” ພຣະ­ເຢຊູເຈົ້າຊົງຕອບວ່າ, “ທ່ານຄຶດຖືກແລ້ວ.” 44 ພຣະ­ເຢຊູເຈົ້າຫລຽວໄປຫາຍິງຄົນນັ້ນແລະຊົງກ່າວກັບຊີ­ໂມນວ່າ, “ເຈົ້າເຫັນຍິງຜູ້ນີ້ບໍ່. ເຮົາໄດ້ເຂົ້າມາໃນເຮືອນຂອງເຈົ້າ ເຈົ້າບໍ່ໄດ້ໃຫ້ນ້ຳລ້າງຕີນຂອງເຮົາ, ແຕ່ຍິງຜູ້ນີ້ໄດ້ເອົານ້ຳຕາລ້າງຕີນຂອງເຮົາ ແລະໄດ້ເອົາຜົມຂອງຕົນເຊັດ. 45 ເຈົ້າບໍ່ໄດ້ຈູບເຮົາ, ແຕ່ຍິງຄົນນີ້ ຕັ້ງ­ແຕ່ເຮົາເຂົ້າມາລາວບໍ່ໄດ້ເຊົາຈູບຕີນຂອງເຮົາ. 46 ເຈົ້າບໍ່ໄດ້ຫົດຫົວຂອງເຮົາດ້ວຍນ້ຳ­ມັນ ແຕ່ຍິງຜູ້ນີ້ໄດ້ຫົດຕີນຂອງເຮົາດ້ວຍນ້ຳມັນຫອມ. 47 ເຫດສັນ­ນັ້ນເຮົາບອກເຈົ່າວ່າ ຄວາມຜິດບາບຂອງຍິງນີ້ຊຶ່ງມີຫລາຍນັ້ນ, ດ້ວຍຄວາມຮັັກຂອງນາງກໍມີຫລາຍ ຄວາມບາບກໍໍໄດ້. ແຕ່ຜູ້ທີ່ໄດ້ຮັບການອະໄພແລ້ວ. ແຕ່ຜູ້ທີ່ໄດ້ຮັບການອິໄພຫນ້ອຍ ຜູ້ນັ້ນກໍຮັກຫນ້ອຍ.” 48 ແລ້ວພຣະ­ອົງຊົງກ່າວແກ່ນາງວ່າ, “ຄວາມຜິດບາບຂອງເຈົ້າໄດ້ຮັບຫານນອະໄພແລ້ວ.” 49 ຄົນທັງ­ຫລາຍທີ່ນັ່ງຮັບປະທານອາຫານຮ່ວມກັບພຣະ­ອົງກໍຕັ້ງຄິດໃນໃຈວ່າ, “ຜູ້ນີ້ແມ່ນໃຜຈຶ່ງໃຫ້ອະໄພຄວາມຜິດບາບໄດ້ ?” 50 ແລ້ວພຣະ­ເຢຊູເຈົ້າຈຶ່ງກ່າວກັບຍິງຄົນນັ້ນວ່າ, “ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າພົ້ນແລ້ວ. ຈົ່ງໄປເປັນສຸກເຖີ້ນ.”