ບົດທີ 6

1 ເມື່ອເຖິງວັນສະ­ບາ­ໂຕ ໃນຂະນະທີ່ພຣະ­ເຢຊູເຈົ້າສະ­ເດັດຜ່ານທົ່ງນາໄປ, ພວກສາວົກຂອງພຣະ­ອົງໄດ້ເດັດເອົາຮວງເຂົ້າ ແລະ ໃສ່ຝາມື ແລະ ກິນເມັດເຂົ້ານັ້ນ. 2 ແຕ່ພວກຟາ­ຣີ­ຊາຍບາງຄົນຖາມວ່າ, “ເປັນຫຍັງພວກທ່ານຈິ່ງຜິດຕໍ່ກົດພຣະບັນຍັດໃນວັນສະບາ­ໂຕ?” 3 ພຣະ­ເຢຊູເຈົ້າຊົງຕອບເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານເຖິງເລື່ອງທີ່ດາ­ວິດໄດ້ເຮັດຕອນທີ່ທ່ານຫິວ ທັງດາວິດແລະພັກພວກຂອງເພິ່ນຫລື? 4 ເພິ່ນໄດ້ເຂົ້າໄປໃນພຣະວິຫານຂອງພຣະ­ເຈົ້າ ແລະເອົາເຂົ້າ­ຈີ່ທີ່ຕັ້ງຖວາຍແກ່ພຣະ­ເຈົ້າມາຮັບປະ­ທານ ແລະປັນໃຫ້ພັກພວກຂອງຕົນຮັບປະທານເຫມືອນກັນ ຊຶ່ງພຣະບັນ­ຍັດຈະກຳນົດແຕ່ປະ­ໂຣ­ຫິດເທົ່ານັ້ນທີ່ສາມາດຮັບປະທານໄດ້.” 5 ແລ້ວພຣະ­ອົງຊົງບອກພວກເຂົາວ່າ, “ບຸດມະ­ນຸດເປັນເຈົ້ານາຍເຫນືອວັນສະ­ບາ­ໂຕ.” 6 ໃນວັນສະ­ບາ­ໂຕອີກວັນຫນຶ່ງ ພຣະ­ອົງໄດ້ສະເດັດເຂົ້າໄປໃນໂຮງທັມະສາລາ ແລະສັ່ງ­ສອນປະຊາຊົນທີ່ນັ້ນ. ມີຊາຍຄົນຫນຶ່ງທີ່ມີມືເບື້ອງຂວາລີບຢູ່ທີ່ນັ້ນ. 7 ພວກທໍາມະຈານແລະພວກຟາ­ຣີຊາຍຊອມເບິ່ງວ່າ ພຣະ­ອົງຈະຊົງຮັກສາໃຜໃຫ້ດີໃນວັນສະ­ບາ­ໂຕຫລືບໍ່ ເພື່ອທີ່ເຂົາຈະຫາເຫດຟ້ອງພຣະ­ອົງໃນການເຮັດຜິດ. 8 ແຕ່ພຣະ­ອົງຊົງຊາບຄວາມຄຶດຂອງຄົນເຫລົ່ານັ້ນ ຈິ່ງຊົງບອກຄົນມືລີບນັ້ນວ່າ, “ລຸກ­ຂຶ້ນແລະມາຢືນຢູ່ເຄິ່ງກາງຂອງທຸກຄົນ” ດັ່ງນັ້ນ ລາວຈິ່ງລຸກຂຶ້ນແລະຢືນຢູ່ທີ່ນັ້ນ. 9 ພຣະເຢຊູເຈົ້າກ່າວຕໍ່ພວກເຂົາວ່າ "ເຮົາຖາມພວກທ່ານວ່າ, ອັນໃດທີ່ເປັນການເຮັດຕາມພຣະບັນຍັດໃນວັນສະ­ບາ­ໂຕ ການເຮັດດີ ຫລື ການເຮັດຊົ່ວ, ການຊ່ວຍຊີ­ວິດໄວ້ ຫລື ການໃຫ້ທຳລາຍຊີ­ວິດເສຍ?”. 10 ແລ້ວພຣະ­ອົງຈຶ່ງຫລຽວເບິ່ງອ້ອມເຂົາທຸກຄົນ ແລະຊົງກ່າວແກ່ຄົນມືລີບນັ້ນວ່າ, “ຈົ່ງຢຽດມືຂອງເຈົ້າອອກມາ” ຄົນນັ້ນກໍເຮັດຕາມ, ມືຂອງລາວກໍດີເປັນປົກກະ­ຕິ. 11 ແຕ່ຄົນເຫລົ່າ­ນັ້ນກໍເຕັມໄປດ້ວຍຄວາມຄຽດແຄ້ນ ແລະໄດ້ປຶກ­ສາກັນວ່າຈະເຮັດຢ່າງ­ໃດກັບພຣະ­ເຢຊູເຈົ້າ. 12 ໃນຄາວນັ້ນ ພຣະ­ເຢຊູເຈົ້າໄດ້ສະ­ເດັດຂຶ້ນໄປເທິງພູເຂົາເພື່ອພາວັນນາອະທິຖານ ພຣະອົງອະທິຖານຕໍ່ພຣະ­ເຈົ້າຢູ່ທີ່ນັ້ນຕະ­ຫລອດຄືນ. 13 ພໍຮຸ່ງເຊົ້າພຣະ­ອົງໄດ້ຊົງເອີ້ນເອົາພວກສາວົກມາຫາພຣະອົງ, ພຣະ­ອົງຊົງເລືອກເອົາສິບສອງຄົນໃນພວກເຂົາ, ເຊິ່ງເປັນຜູ້ທີ່ພຣະອົງຊົງຕັ້ງຊື່­ວ່າ ອັກຄະສາ­ວົກ. 14 ລາຍຊື່ຂອງບັນດາອັກຄະສາວົກ ຄື ຊີໂມນ (ຜູ້ທີ່ພຣະ­ອົງຊົງຕັ້ງຊື່ອີກວ່າ ເປ­ໂຕ) ແລະອັນ­ເດ­ອາ ນ້ອງຊາຍຂອງລາວ, ຢາໂກ­ໂບແລະໂຢ­ຮັນ, ຟີ­ລິບແລະບາ­ຣະໂທໂລ­ມາຍ. 15 ມັດ­ທາຍແລະໂທມາ, ຢາ­ໂກ­ໂບລູກຊາຍຂອງອາລະ­ຟາຍ, ຊີ­ໂມນ(ຜູ້ທີ່ເອີ້ນກັນວ່າ ເຊໂລເຕ) 16 ຢູ­ດາລູກຊາຍຂອງຢາ­ໂກ­ໂບ, ແລະຢູດາອິ­ດສະກາຣີ­ອົດ ຜູ້ທີ່ກາຍ­ເປັນຄົນທໍ­ຣະຍົດ. 17 ເມື່ອພຣະເຢຊູເຈົ້າໄດ້ສະ­ເດັດລົງມາຈາກພູເຂົາ ພ້ອມກັບພວກສາວົກ ແລະຊົງຢືນຢູ່ທີ່ຮາບພຽງ ພວກສາວົກຂອງພຣະ­ອົງຫລາຍຄົນກໍຢູ່ທີ່ນັ້ນ ເຊັ່ນດຽວກັນກັບປະ­ຊາ­ຊົນຈຳ­ນວນຫລວງ­ຫລາຍທີ່ມາຈາກທົ່ວແຂວງຢູ­ດາຍ, ຈາກນະຄອນເຢ­ຣູຊາເລັມ, ແລະຈາກຝັ່ງທະ­ເລເຂດເມືອງຕີ­ເຣກັບເມືອງຊີ­ໂດນ. 18 ພວກເຂົາໄດ້ມາພຣະ­ອົງ ເພື່ອຟັງພຣະອົງ ແລະເພື່ອໃຫ້ໂຜດດີພະ­ຍາດຕ່າງໆຂອງເຂົາ. ບັນດາຄົນທີ່ທຸກທໍຣະມານຈາກຜີຮ້າຍ ກໍຊົງໂຜດໃຫ້ຫາຍດີເຫມືອນກັນ. 19 ທຸກຄົນໃນປະ­ຊາ­ຊົນຕ່າງກໍພະ­ຍາ­ຍາມຈະແຕະຕ້ອງພຣະ­ອົງ ເພາະຣິດເດດແຫ່ງການຮັກສາໂຣກອອກມາຈາກພຣະ­ອົງ ແລະພຣະອົງຊົງຮັກສາພວກເຂົາໃຫ້ດີພະຍາດທຸກຄົນ. 20 ແລ້ວພຣະ­ອົງທອດພະ­ເນດຫລຽວເບິ່ງພວກສາ­ວົກແລະຊົງກ່າວວ່າ, “ທ່ານທັງຫລາຍທີ່ຍາກຈົນກໍເປັນສຸກ ເພາະຣາຊະອານາຈັກຂອງພຣະ­ເຈົ້າເປັນຂອງພວກທ່ານ. 21 ທ່ານທັງຫລາຍທີ່ອຶດຢາກດຽວນີ້ກໍເປັນສຸກ ເພາະວ່າທ່ານຈະໄດ້ອີ່ມເຕັມ. ທ່ານທັງຫລາຍທີ່ຮ້ອງໄຫ້ດຽວນີ້ກໍເປັນສຸກ, ເພາະວ່າພວກທ່ານຈະໄດ້ຫົວ.” 22 “ເມື່ອຄົນທັງຫລາຍກຽດຊັງພວກທ່ານກໍເປັນສຸກ ແລະເມື່ອພວກເຂົາຂັບໄລ່ທ່ານ, ແລະປະຕິເສດຊື່ຂອງພວກທ່ານວ່າຊົ່ວຮ້າຍ ເພາະເຫັນແກ່ບຸດມະນຸດ. 23 ຈົ່ງຊື່ນຊົມຍິນດີໃນວັນນັ້ນ ແລະຕື່ນເຕັ້ນດ້ວຍຄວາມຍິນດີ. ເພາະທ່ານຫມັ້ນໃຈວ່າຈະໄດ້ບຳເຫນັດອັນຍິ່ງໃຫຍ່ໃນສະຫວັນ ເພາະວ່າບັນພະບຸຣຸດຂອງພວກເຂົາໄດ້ເຮັດຢ່າງນັ້ນ ແກ່ຜູ້ປະກາດພຣະທັມເຫມືອນກັນ. 24 “ແຕ່ວິບັດຈົ່ງມີແກ່ທ່ານທັງຫລາຍຜູ້ເປັນຄົນຮັ່ງມີ ເພາະວ່າພວກທ່ານໄດ້ຮັບຄວາມສຸກສະບາຍແລ້ວ. 25 ວິບັດຈົ່ງມີແກ່ທ່ານທັງຫລາຍທີ່ອີ່ມເຕັມດຽວນີ້, ເພາະວ່າພວກທ່ານຈະອຶດຢາກໃນພາຍຫລັງ. ວິບັດຈົ່ງມີແກ່ທ່ານທັງຫລາຍທີ່ຫົວຢູ່ດຽວນີ້, ເພາະວ່າພວກທ່ານຈະທຸກໂສກແລະຮ້ອງໄຫ້ພາຍຫລັງ.” 26 “ວິບັດຈົ່ງມີແກ່ພວກທ່ານ ເມື່ອຄົນທັງຫລາຍຍ້ອງຍໍວ່າທ່ານດີ, ເພາະບັນພະບຸຣຸດຂອງພວກເຂົາກໍໄດ້ເວົ້າຢ່າງດຽວກັນນັ້ນຕໍ່ຜູ້ປະກາດພຣະທັມປອມເຫມືອນກັນ.” 27 “ແຕ່ເຮົາບອກແກ່ທ່ານທີ່ກຳ­ລັງຟັງຢູ່ວ່າ ຈົ່ງຮັກສັດ­ຕູຂອງພວກທ່ານແລະເຮັດດີແກ່ຜູ້ກຽດຊັງພວກທ່ານ. 28 ຈົ່ງອວຍພອນແກ່ຜູ້ທີ່ປ້ອຍດ່າພວກທ່ານ, ແລະຈົ່ງອ້ອນ­ວອນເພື່ອຜູ້ທີ່ກ່າວຫຍາບ­ຊ້າຕໍ່ພວກທ່ານ. 29 ຖ້າຜູ້ໃດຕົບແກ້ມຂອງທ່ານເບື້ອງຫນຶ່ງ ຈົ່ງປິ່ນອີກເບື້ອງຫນຶ່ງໃຫ້ເຂົາ. ຖ້າຜູ້ໃດຍາດເອົາເສື້ອຊັ້ນນອກຂອງທ່ານໄປ ຢ່າຫວງຫ້າມທີ່ຈະເອົາເສື້ອໃນໃຫ້ພວກເຂົາ. 30 ຈົ່ງໃຫ້ແກ່ທຸກຄົນທີ່ຂໍຈາກທ່ານ ຖ້າຜູ້ໃດເອົາສິ່ງທີ່ເປັນຂອງທ່ານໄປ, ຢ່າຊູ່ທວງຖາມເພື່ອທີ່ຈະເອົາຄືນ. 31 ທ່ານຈົ່ງປະຕິບັດຕໍ່ຄົນທັງປວງເຫມືອນຢ່າງທ່ານຢາກໃຫ້ເຂົາປະຕິບັດຕໍ່ທ່ານ. 32 ຖ້າທ່ານຮັກຄົນທັງ­ຫລາຍທີ່ຮັກທ່ານ ທ່ານຈະໄດ້ຮັບການຍົກຍ້ອງຫລື? ເພາະເຖິງແມ່ນຄົນບາບກໍຍັງຮັກຄົນທີ່ຮັກເຂົາເຫມືອນກັນ. 33 ຖ້າທ່ານເຮັດດີສະເພາະແຕ່ຄົນທີ່ເຮັດດີຕໍ່ທ່ານ ຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ? ເພາະຄົນບາບກໍຍັງເຮັດຢ່າງດຽວກັນ. 34 ຖ້າທ່ານທັງຫລາຍໃຫ້ຢືມແກ່ຜູ້ທີ່ທ່ານຫວັງວ່າຈະໄດ້ຮັບຄືນ ທ່ານຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ? ແມ່ນແຕ່ຄົນບາບກໍຍັງໃຫ້ຄົນບາບຢືມໂດຍຫວັງວ່າຈະໄດ້ຮັບຄືນກັບມາເຕັມຈຳນວນ. 35 ແຕ່ຈົ່ງຮັກສັດ­ຕູຂອງທ່ານທັງ­ຫລາຍແລະຈົ່ງເຮັດດີຕໍ່ເຂົາ ຈົ່ງໃຫ້ເຂົາຢືມໂດຍບໍ່ຫວັງຈະໄດ້ຮັບຄືນ ແລະທ່ານຈະໄດ້ຮັບບຳເຫນັດທີ່ຍິ່ງໃຫຍ່, ທ່ານທັງ­ຫລາຍຈະໄດ້ເປັນບຸດຂອງພຣະ­ເຈົ້າຜູ້ສູງສຸດ ເພາະ­ວ່າພຣະ­ອົງຍັງຊົງພຣະກາຣຸນາ ແກ່ຄົນທີ່ເນຣະ­ຄຸນແລະຄົນຊົ່ວ. 36 ຈົ່ງມີຄວາມເມດຕາກະ­ຣຸ­ນາ ເຫມືອນຢ່າງພຣະບິ­ດາຂອງທ່ານຊົງມີພຣະ­ເມດຕາກະ­ຣຸ­ນາ. 37 “ຢ່າໄດ້ຕັດສິນ ແລະ ທ່ານຈະບໍ່ຖືກຕັດສິນ. ຢ່າສາບແຊ່ງໃຜ ແລະ ທ່ານຈະບໍ່ຖືກສາບແຊ່ງ. ຈົ່ງຍົກ­ໂທດໃຫ້ເຂົາ ແລະ ທ່ານຈະໄດ້ຮັບການຍົກ­ໂທດ. 38 ຈົ່ງໃຫ້ຄົນອື່ນ ແລະທ່ານຈະໄດ້ຮັບເຫມືອນກັນ ໃນຈຳນວນທີ່ຫລາຍ ແລະລົ້ນໄຫລ ເຊິ່ງຈະເທລົງເທິງຕັກຂອງທ່ານ. ເພາະ­ວ່າພວກທ່ານຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ກໍຈະຊົງຕວງໃຫ້ພວກທ່ານດ້ວຍເຄື່ອງຜອງອັນນັ້ນ.” 39 ແລ້ວພຣະ­ອົງຊົງກ່າວແກ່ເຂົາເປັນຄຳອຸ­ປະ­ມາວ່າ, “ຄົນຕາບອດຈະຈູງຄົນຕາ­ບອດໄດ້ບໍ? ຖ້າເຂົາເຮັດແບບນັ້ນ ທັງສອງຈະບໍ່ຕົກໃນຂຸມ ບໍ່ແມ່ນບໍ? 40 ສິດບໍ່­ຫ່ອນໃຫຍ່ກວ່າຄູຂອງຕົນ ແຕ່ສິດທຸກຄົນທີ່ຮັບການຝຶກຝົນຢ່າງດີແລ້ວ ກໍຈະເປັນ ເຫມືອນຄູຂອງພວກເຂົາ. 41 ເປັນຫຍັງທ່ານຫລຽວເຫັນຂີ້ເຫຍື່ອທີ່­ຢູ່ໃນຕາພີ່­ນ້ອງຂອງທ່ານ ແຕ່ໄມ້ທັງທ່ອນທີ່­ຢູ່ໃນຕາຕົນເອງທ່ານບໍ່ຮູ້­ສຶກ. 42 ດ້ວຍເຫດ­ໃດທ່ານຈິ່ງຈະເວົ້າກັບພີ່­ນ້ອງຂອງຕົນໄດ້ວ່າ ‘ພີ່­ນ້ອງເອີຍ, ໃຫ້ຂ້ອຍເຂ່ຍຂີ້ເຫຍື່ອອອກຈາກຕາຂອງເຈົ້າ’ ແຕ່ທ່ານເອງໄມ້ທັງທ່ອນທີ່­ຢູ່ໃນຕາຂອງຕົນກໍຍັງບໍ່ເຫັນ? ໂອ ຄົນຫນ້າຊື່ໃຈຄົດເອີຍ! ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງຕົນກ່ອນ ແລ້ວທ່ານຈະເຫັນໄດ້ແຈ້ງ ຈິ່ງເຂ່ຍຂີ້ເຫຍື່ອອອກຈາກຕາພີ່­ນ້ອງຂອງທ່ານໄດ້. 43 “ເພາະບໍ່­ມີຕົ້ນ­ໄມ້ດີທີ່ເກີດຜົນບໍ່ດີ ແລະຕົ້ນໄມ້ບໍ່ດີກໍບໍ່ຫ່ອນເກີດຜົນດີ. 44 ເພາະ­ວ່າຈະຮູ້­ຈັກຕົ້ນ­ໄມ້ທຸກຕົ້ນໄດ້ກໍເພາະຜົນຂອງມັນ ເຫດວ່າເຂົາບໍ່­ຫ່ອນເກັບຫມາກ­ເດື່ອເທດຈາກຕົ້ນມີຫນາມ ແລະບໍ່­ຫ່ອນເກັບຫມາກອະ­ງຸ່ນຈາກພຸ່ມມີຫນາມເຊັ່ນກັນ. 45 ຄົນດີຍ່ອມເອົາຂອງດີທີ່ມີຢູ່ຄັງດີໃນໃຈຂອງຕົນອອກມາ, ແລະຄົນຊົ່ວກໍຍ່ອມເອົາຂອງຊົ່ວຈາກຄັງຊົ່ວໃນໃຈຂອງຕົນອອກມາ. ເພາະ­ວ່າໃຈເຕັມລົ້ນດ້ວຍອັນໃດ ປາກກໍເວົ້າອອກມາຢ່າງນັ້ນ. 46 “ເຫດ­ໃດທ່ານທັງ­ຫລາຍຈຶ່ງເອີ້ນເຮົາວ່າ, ‘ອົງພຣະຜູ້ເປັນເຈົ້າ ອົງພຣະຜູ້ເປັນເຈົ້າ’ ແຕ່ທ່ານບໍ່ໄດ້ເຮັດຕາມຖ້ອຍຄຳທີ່ເຮົາບອກນັ້ນ. 47 ທຸກຄົນທີ່ມາຫາເຮົາ ແລະຟັງຄຳຂອງເຮົາ ແລະປະ­ຕິ­ບັດຕາມເຮົາ, ເຮົາຈະ­ບອກທ່ານໃຫ້ຮູ້ວ່າຄົນນັ້ນປຽບເຫມືອນຜູ້ໃດ. 48 ເຂົາກໍປຽບເຫມືອນຄົນຜູ້ຫນຶ່ງທີ່ກໍ່­ສ້າງເຮືອນ ຜູ້ນັ້ນຂຸດດິນລົງເລິກແລ້ວຕັ້ງຮາກເທິງດານຫີນ ແລະເມື່ອນ້ຳມາຖ້ວມແລ້ວກະແສນ້ຳໄຫລທັ່ງໃສ່ ແຕ່ບໍ່ອາດຈະເຮັດໃຫ້ເຮືອນນັ້ນຫວັ່ນ­ໄຫວ ເພາະ­ວ່າໄດ້ສ້າງດີແລ້ວ. 49 ແຕ່ຄົນທີ່ໄດ້ຍິນຖ້ອຍຄຳຂອງເຮົາແລະບໍ່ປະ­ຕິ­ບັດຕາມຖ້ອຍຄຳນັ້ນ, ກໍປຽບເຫມືອນຄົນຫນຶ່ງທີ່ໄດ້ກໍ່­ສ້າງເຮືອນເທິງດິນທີ່ບໍ່ມີຮາກຖານ. ເມື່ອກະແສນ້ຳໄຫລທັ່ງໃສ່ເຮືອນນັ້ນ, ມັນກໍເຈື່ອນລົງທັນ­ທີ, ແລະນຳຄວາມຈິບ­ຫາຍມາສູ່ເຮືອນນັ້ນຈົນກ້ຽງບໍ່ເຫລືອຍັງເລີຍ.”