ບົດທີ 5

1 ບັດນີ້ສິ່ງທີ່ເກີດຂື້ນເມື່ອປະ­ຊາ­ຊົນກຳ­ລັງບຸບຽດພຣະເຢຊູເຈົ້າແລະຟັງພຣະ­ທັມຂອງພຣະ­ເຈົ້າ, ພຣະ­ເຢຊູເຈົ້າຊົງຢືນຢູ່ແຄມທະ­ເລສາບເຄັນ­ເນ­ຊາ­ເຣັດ. 2 ພຣະອົງຊົງເຫັນເຮືອສອງລຳກຳລັງຖືກລາກຂື້ນມາຮິມຝັ່ງທະ­ເລ­ສາບນັ້ນ. ພວກຄົນຫາປາໄດ້ອອກໄປຈາກເຮືອ ແລະເຂົາກຳ­ລັງລ້າງມອງຂອງພວກເຂົາ. 3 ພຣະເຢຊູຈິ່ງໄດ້ສະ­ເດັດເຂົ້າໄປໃນເຮືອລຳຫນຶ່ງ ຄືເຮືອຂອງຊີ­ໂມນ ແລ້ວພຣະອົງຂໍໃຫ້ເຂົາຖອຍເຮືອອອກໄປໃນທະເລສາບໂດຍຫ່າງອອກໄປຈາກຝັ່ງຫນ້ອຍຫນຶ່ງ ແລ້ວພຣະອົງຈິ່ງປະ­ທັບລົງແລະສັ່ງ­ສອນປະ­ຊາ­ຊົນຈາກເຮືອລຳນັ້ນ. 4 ເມື່ອພຣະອົງຊົງສັ່ງສອນສຳເລັດແລ້ວ, ພຣະ­ອົງຊົງກ່າວຕໍ່ຊີໂມນວ່າ, “ຈົ່ງພາຍເຮືອອອກໄປບ່ອນນໍ້າເລິກ ແລະ ຢ່ອນມອງຂອງພວກທ່ານລົງຈັບປາ.” 5 ຊີ­ໂມນທູນຕອບວ່າ, “ອາ­ຈານເຈົ້າເອີຍ, ພວກຂ້າ­ນ້ອຍໄດ້ຫາຈົນອິດ­ເມື່ອຍຫມົດຄືນ ແລະ ຈັບປາບໍ່ໄດ້ເລີຍ ແຕ່ເພາະພຣະອົງສັ່ງ ຂ້າ­ນ້ອຍຈະຢ່ອນມອງລົງໄປຈັບປາ.” 6 ເມື່ອພວກເຂົາຢ່ອນລົງແລ້ວ ພວກເຂົາຈັບປາໄດ້ຈຳນວນຫລາຍ ຈົນມອງຂອງເຂົາພວມຈະຂາດ. 7 ດັ່ງນັ້ນພວກເຂົາຈິ່ງກວັກມືເອົາຫມູ່ທີ່­ຢູ່ເຮືອລຳອື່ນໃຫ້ມາຊ່ອຍ. ເມື່ອເຂົາມາຊ່ອຍ ແລະ ເຮືອທັງສອງລຳຂອງພວກເຂົາກໍເຕັມຈົນເຮືອເກືອບຫລົ້ມ. 8 ແຕ່ເມື່ອຊີ­ໂມນເປ­ໂຕໄດ້ເຫັນດັ່ງ­ນັ້ນ ເພິ່ນຈິ່ງຂາບລົງທີ່ຕີນຂອງພຣະ­ເຢຊູຄຣິດເຈົ້າ ແລະ ທູນວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍເຊີນໄປໃຫ້ຫ່າງຈາກຂ້າ­ນ້ອຍຖ້ອນ, ເພາະຂ້າ­ນ້ອຍເປັນຄົນບາບ.” 9 ເປ­ໂຕກັບຄົນທັງຫລາຍທີ່­ຢູ່ນຳກັນນັ້ນ ຕ່າງກໍງຶດປະຫລາດໃຈກ່ຽວກັບເຫດການທີ່ພວກເຂົາຈັບປາໄດ້ນັ້ນ. 10 ຄົນເຫລົ່ານີ້ລວມທັງຢາ­ໂກ­ໂບແລະໂຢ­ຮັນ ລູກຊາຍຂອງເຊ­ເບ­ດາຍ ທີ່ເປັນຫມູ່ຮ່ວມງານກັບຊີ­ໂມນ ແລະພຣະ­ເຢຊູເຈົ້າຊົງກ່າວກັບຊີ­ໂມນວ່າ, “ຢ່າຢ້ານເລີຍ ເພາະຕັ້ງ­ແຕ່ນີ້ໄປທ່ານຈະເປັນຜູ້ຫາຄົນ.” 11 ເມື່ອພວກເຂົາໄດ້ນຳເຮືອມາເຖິງຝັ່ງແລ້ວ, ພວກເຂົາກໍສະ­ຫລະສິ່ງສາຣະ­ພັດໄວ້ບ່ອນນັ້ນແລ້ວຕາມພຣະ­ອົງໄປ. 12 ໃນຂະນະທີ່ພຣະ­ເຢຊູເຈົ້າຢູ່ໃນເມືອງຫນຶ່ງ, ມີຊາຍຄົນຫນຶ່ງທີ່ປ່ວຍເປັນພະຍາດຂີ້ທູດເຕັມ­ຕົວ ເມື່ອຄົນນັ້ນໄດ້ເຫັນພຣະ­ເຢຊູເຈົ້າກໍກົ້ມຂາບລົງແລະອ້ອນ­ວອນພຣະ­ອົງວ່າ, “ພຣະອົງເຈົ້າເອີຍ, ຖ້າຫາກພຣະອົງພໍໃຈ ພຣະອົງສາມາດເຮັດໃຫ້ຂ້ານ້ອຍສະ­ອາດໄດ້.” 13 ແລ້ວພຣະເຢຊູເຈົ້າຈິ່ງຊົງຢຽດມືອອກແລະແຕະລາວ­, ພຣະອົງຊົງກ່າວວ່າ, “ເຮົາພໍ­ໃຈແລ້ວ ຈົ່ງດີສະ­ອາດເຖີດ” ພະ­ຍາດຂີ້­ທູດກໍຫາຍໄປຈາກຄົນນັ້ນທັນ­ທີ. 14 ພຣະ­ອົງຈິ່ງສັ່ງຫ້າມຜູ້ນັ້ນບໍ່ໃຫ້ບອກຜູ້ໃດ ແຕ່ພຣະອົງຊົງກ່າວກັບລາວວ່າ, “ຈົ່ງໄປຕາມທາງຂອງທ່ານ ແລະສະ­ແດງຕົວຕໍ່ປະໂຣ­ຫິດ ແລະຖວາຍເຄື່ອງບູ­ຊາສຳລັບການຮັກສາໃຫ້ສະອາດຂອງທ່ານ ຕາມທີ່ໂມ­ເຊໄດ້ສັ່ງໄວ້ເພື່ອເປັນຄຳພະຍານຕໍ່ພວກເຂົາ.” 15 ແຕ່ຊື່ສຽງຂອງພຣະ­ເຢຊູເຈົ້າຍິ່ງຊ່າ­ລືເຜີຍແຜ່ໄປໄກອີກ ແລະ ປະຊາ­ຊົນຈຳ­ນວນຫລາຍໄດ້ຊຸມ­ນຸມກັນເພື່ອຟັງຄຳສັ່ງສອນຂອງພຣະ­ອົງ ແລະເພື່ອຈະຊົງໂຜດຮັບການຮັກສາໃຫ້ຫາຍດີຈາກພະຍາດຕ່າງໆ. 16 ແຕ່ພຣະ­ອົງມັກສະ­ເດັດອອກໄປສະຖານທີ່ປ່ຽວ ແລະ ອະທິຖານ. 17 ຢູ່ມາວັນຫນຶ່ງເມື່ອພຣະ­ອົງກຳລັງສັ່ງ­ສອນຢູ່, ມີພວກຟາຣີຊາຍແລະພວກອາ­ຈານສອນບັນຍັດນັ່ງຢູ່ທີ່ນັ້ນດ້ວຍ ພວກເຂົາມາຈາກບ້ານຕ່າງໆໃນແຂວງຄາ­ລີ­ເລ, ແຂວງຢູ­ດາຍ ແລະ ຈາກນະຄອນເຢ­ຣູ­ຊາ­ເລັມ. ຣິດ­ເດດອຳນາດຂອງອົງພຣະ­ຜູ້­ເປັນ­ເຈົ້າກໍສະຖິດຢູ່ກັບພຣະ­ອົງ ເພື່ອການຍຽວຍາຮັກສາ. 18 ມີຜູ້ຊາຍບາງຄົນໄດ້ຫາມຄົນເປ້ຍຜູ້ຫນຶ່ງນອນຢູ່ເທິງບ່ອນນອນນັ້ນມາຫາພຣະອົງ, ພວກເຂົາພະ­ຍາ­ຍາມຫາທາງທີ່ຈະຫາມຄົນເປ້ຍນັ້ນເຂົ້າມາດ້ານໃນ ເພື່ອວາງຕໍ່ພຣະ­ພັກຂອງພຣະເຢຊູເຈົ້າ. 19 ພວກເຂົາບໍ່ສາມາດຫາທາງເຂົ້າໄປໄດ້ເພາະມີຝູງຄົນບຽດກັນແຫນ້ນຫນາໄປຫມົດ, ດັ່ງນັ້ນພວກເຂົາຈິ່ງຂຶ້ນຫລັງ­ຄາເຮືອນ ແລ້ວຢ່ອນຄົນເປ້ຍພ້ອມທັງບ່ອນນອນຂອງລາວລົງມາທ່າມກາງຝູງຄົນທັງຫລາຍຕໍ່ໜ້າພຣະ­ເຢຊູເຈົ້າ. 20 ພຣະ­ເຢຊູເຈົ້າຊົງເຫັນຄວາມເຊື່ອຂອງເຂົາແລ້ວກໍຊົງກ່າວກັບຄົນເປ້ຍນັ້ນວ່າ, “ລູກເອີຍ, ຄວາມຜິດບາບຂອງເຈົ້າໄດ້ຮັບອະໄພແລ້ວ.” 21 ຝ່າຍພວກນັກ­ທໍາມະຈານແລະພວກຟາ­ຣີ­ຊາຍ ກໍຕັ້ງ­ຕົ້ນຄຳຖາມກ່ຽວກັບສິ່ງນີ້ ພວກເຂົາເວົ້າວ່າ, “ຜູ້ນີ້ເປັນໃຜຈິ່ງໄດ້ເວົ້າຫມິ່ນ­ປະ­ຫມາດພຣະ­ເຈົ້າເຊັ່ນນີ້? ໃຜນໍຈະຍົກຄວາມຜິດບາບໄດ້ ນອກຈາກພຣະ­ເຈົ້າແຕ່ອົງດຽວເທົ່ານັ້ນ?” 22 ແຕ່ພຣະ­ເຢຊູເຈົ້າຊົງຮູ້ຄວາມຄຶດຂອງພວກເຂົາ ຈິ່ງຊົງກ່າວຕອບພວກເຂົາວ່າ, “ເປັນຫຍັງພວກທ່ານຈິ່ງຕັ້ງຄຳຖາມນີ້ໃນຫົວໃຈຂອງພວກທ່ານ? 23 ອັນໃດຈະງ່າຍກວ່າກັນຫລືທີ່ວ່າ ‘ຜິດບາບຂອງເຈົ້າໄດ້ຮັບອະ­ໄພແລ້ວ’ ຫລື ‘ຈົ່ງລຸກຂຶ້ນແລະຍ່າງໄປ?’ 24 ແຕ່ເຫມືອນກັບທີ່ພວກທ່ານອາດຮູ້ໄດ້ວ່າ ບຸດມະ­ນຸດມີສິດອຳ­ນາດເທິງແຜ່ນດິນໂລກນີ້ ເພື່ອໃຫ້ອະ­ໄພຄວາມຜິດບາບໄດ້, ເຮົາບອກກັບທ່ານວ່າ “ຈົ່ງລຸກ­ຂຶ້ນຍົກເອົາບ່ອນນອນຂອງເຈົ້າແລະກັບເຮືອນສາ.” 25 ໃນທັນ­ໃດນັ້ນຄົນເປ້ຍໄດ້ລຸກ­ຂຶ້ນຕໍ່­ຫນ້າຄົນທັງປວງ ແລະຍົກເອົາບ່ອນນອນຊຶ່ງຕົນໄດ້ນອນນັ້ນກັບເຮືອນຂອງຕົນ ພ້ອມທັງຮ້ອງສັນ­ຣະ­ເສີນແດ່ພຣະ­ເຈົ້າ. 26 ທຸກຄົນຕ່າງກໍງຶດປະຫລາດໃຈຫລາຍແລະພວກເຂົາພາ­ກັນສັນ­ຣະ­ເສີນພຣະ­ເຈົ້າ. ພວກເຂົາເຕັມໄປດ້ວຍຄວາມຢ້ານ ແລະເວົ້າກັນວ່າ, “ວັນນີ້ພວກເຮົາ ໄດ້ເຫັນສິ່ງທີ່ອັດສະຈັນເກີດຂື້ນ.” 27 ­ຫລັງຈາກເຫດ­ການເຫລົ່າ­ນີ້ເກີດຂື້ນ ພຣະເຢຊູເຈົ້າສະ­ເດັດອອກໄປຈາກທີ່ນັ້ນ ແລະພຣະອົງເຫັນຄົນເກັບພາ­ສີຜູ້ຫນຶ່ງຊື່ ເລ­ວີ ນັ່ງຢູ່ດ່ານພາ­ສີ. ພຣະ­ອົງຈຶ່ງບອກລາວວ່າ, “ຈົ່ງຕາມເຮົາມາ.” 28 ແລ້ວເລ­ວີກໍລຸກຂື້ນ ຕາມພຣະ­ອົງໄປ ແລະສະ­ຫລະຖິ້ມຫມົດທຸກສິ່ງໄວ້. 29 ແລ້ວເລ­ວີຈຶ່ງໄດ້ຈັດໃຫ້ມີງານລ້ຽງອັນໃຫຍ່ຕ້ອນຮັບພຣະເຢຊູເຈົ້າໃນເຮືອນຂອງຕົນ. ມີຄົນເກັບພາ­ສີຈຳນວນຫລາຍທີ່ຢູ່ທີ່ນັ້ນ ແລະຄົນອື່ນໆ ໄດ້ເຂົ້າຮ່ວມນັ່ງທີ່ໂຕະແລະຮັບປະທານອາຫານນຳພຣະອົງ. 30 ແຕ່ພວກຟາ­ຣີ­ຊາຍແລະພວກທໍາມະຈານກຳລັງຈົ່ມຕິ­ຕຽນພວກສິດຂອງພຣະ­ອົງ, ພວກເຂົາເວົ້າວ່າ, “ເປັນຫຍັງພວກເຈົ້າຈຶ່ງກິນແລະດື່ມດ້ວຍກັນກັບພວກເກັບພາສີແລະພວກຄົນບາບອື່ນໆ?” 31 ພຣະ­ເຢຊູເຈົ້າຊົງຕອບເຂົາວ່າ, “ຄົນທີ່ມີສຸຂະພາບດີບໍ່ຕ້ອງ­ການຫມໍຮັກສາ ມີແຕ່ຄົນປ່ວຍເທົ່ານັ້ນທີ່ຕ້ອງ­ການຫມໍ. 32 ເຮົາບໍ່ໄດ້ມາເພື່ອຈະເອີ້ນເອົາຄົນສິນທໍາໃຫ້ກັບໃຈ ແຕ່ມາເອີ້ນເອົາຄົນບາບໃຫ້ກັບໃຈ.” 33 ພວກເຂົາໄດ້ກ່າວຕໍ່ພຣະ­ອົງວ່າ, “ພວກລູກສິດຂອງໂຢ­ຮັນຖືສິນອົດອາ­ຫານແລະອະທິຖານຢູ່ເລື້ອຍ ແລະລູກສິດຂອງພວກຟາ­ຣີຊາຍກໍເຮັດເຫມືອນກັນ. ແຕ່ສາວົກຂອງທ່ານພັດກິນແລະດື່ມ.” 34 ພຣະ­ເຢຊູເຈົ້າຊົງຕອບເຂົາວ່າ, “ມີສະ­ຫາຍຂອງເຈົ້າບ່າວຄົນໃດທີ່ຖືສິນອົດອາ­ຫານໃນຂະນະທີ່ເຈົ້າບ່າວຍັງຢູ່ກັບພວກເຂົາ?” 35 ແຕ່ວັນນັ້ນຈະມາເຖິງ ເມື່ອເຈົ້າບ່າວຖືກຍົກຍ້າຍໄປຈາກພວກເຂົາ, ເມື່ອ­ນັ້ນແຫລະພວກເຂົາຈຶ່ງຈະຖືສິນອົດອາ­ຫານ.” 36 ແລ້ວພຣະເຢຊູຈິ່ງກ່າວຄຳອຸ­ປະ­ມາຂໍ້ຫນຶ່ງແກ່ພວກເຂົາວ່າ, “ບໍ່­ຫ່ອນມີຜູ້ໃດຈີກເອົາຜ້າຈາກເສື້ອໃຫມ່ມາຕາບເສື້ອເກົ່າ. ເພາະຖ້າເຂົາເຮັດດັ່ງ­ນັ້ນກໍຈະເຮັດໃຫ້ເສື້ອໃຫມ່ຂາດເສຍໄປ ແລະຜ້າທີ່ເອົາມາຈາກເສື້ອໃຫມ່ກໍຈະບໍ່ສົມກັບເສື້ອເກົ່າເຫມືອນກັນ. 37 ບໍ່ມີຜູ້ໃດເອົານ້ຳອະງຸ່ນໃຫມ່ມາໃສ່ໄວ້ໃນຖົງຫນັງເກົ່າ. ຖ້າເຮັດດັ່ງ­ນັ້ນນ້ຳອະງຸ່ນໃຫມ່ຈະເຮັດໃຫ້ຖົງຫນັງນັ້ນຂາດໄປ, ນ້ຳອະງຸ່ນຈະໄຫລອອກ, ແລ້ວຖົງຫນັງກໍຈະເສຍໄປໃຊ້ການບໍ່ໄດ້. 38 ແຕ່ນ້ຳອະງຸ່ນໃຫມ່ຕ້ອງໃສ່ໄວ້ໃນຖົງຫນັງໃຫມ່. 39 ແລະບໍ່ມີຜູ້ໃດເມື່ອກິນນ້ຳອະງຸ່ນເກົ່າແລ້ວ ຈະຢາກໄດ້ນ້ຳອະງຸ່ນໃຫມ່ເພາະເພິ່ນຍ່ອມເວົ້າວ່າ ‘ອັນເກົ່ານັ້ນແຫລະດີກວ່າ’.”