ບົດທີ 4

1 ແລ້ວພຣະ­ເຢຊູເຈົ້າຊົງເຕັມໄປດ້ວຍພຣະ­ວິນ­ຍານ­ບໍຣິ­ສຸດ, ໄດ້ສະເດັດກັບຈາກແມ່­ນ້ຳຈໍ­ແດນ ແລະພຣະ­ວິນ­ຍານບໍຣິສຸດເຈົ້າໄດ້ຊົງນຳພຣະອົງໄປໃນຖິ່ນແຫ້ງແລ້ງກັນດານ. 2 ທີ່ຊຶ່ງພຣະ­ອົງຖືກມານຮ້າຍທົດລອງເປັນເວ­ລາສີ່ສິບວັນ. ໃນວັນເວລາ­ນັ້ນພຣະ­ອົງບໍ່ໄດ້ກິນສິ່ງໃດເລີຍ ເມື່ອເວລາແຫ່ງການທົດລອງສິ້ນສຸດລົງ ພຣະ­ອົງກໍຊົງຢາກອາຫານ. 3 ມານຮ້າຍຈຶ່ງໄດ້ກ່າວຕໍ່ພຣະ­ອົງວ່າ, “ຖ້າທ່ານເປັນພຣະ­ບຸດຂອງພຣະ­ເຈົ້າ ຈົ່ງສັ່ງຫີນກ້ອນນີ້ໃຫ້ກາຍ­ເປັນເຂົ້າຈີ່.” 4 ພຣະເຢຊູເຈົ້າຊົງຕອບມັນວ່າ, “ມີພຣະ­ຄັມພີຂຽນໄວ້ວ່າ ‘ມະ­ນຸດຈະລ້ຽງຊີວິດພຽງອາ­ຫານສິ່ງດຽວກໍບໍ່ໄດ້.” 5 ຈາກນັ້ນມານຮ້າຍໄດ້ນຳພຣະເຢຊູເຈົ້າຂຶ້ນໄປທີ່ສູງ ແລະສະແດງບັນ­ດາຣາ­ຊະອານາຈັກຕ່າງໆຂອງໂລກໃຫ້ພຣະອົງເຫັນໃນຊົ່ວຂະນະຫນຶ່ງ. 6 ມານໄດ້ກ່າວກັບພຣະ­ອົງວ່າ, “ເຮົາຈະມອບຣິດອຳນາດທຸກຢ່າງແກ່ທ່ານ ລວມທັງສະ­ຫງ່າຣາ­ສີ ເພາະວ່າອານາຈັກເຫລົ່ານີ້ໄດ້ຖືກມອບສິດໄວ້ແກ່ເຮົາປົກຄອງແລ້ວ ແລະເຮົາສາມາດ­ມອບໃຫ້ແກ່ຜູ້ໃດກໍໄດ້. 7 ດັ່ງນັ້ນ ຫາກທ່ານກົ້ມລົງຂາບໄຫວ້ເຮົາ ແລະນະມັດສະການເຮົາ ສັບ­ພະສິ່ງນັ້ນຈະເປັນຂອງທ່ານ.” 8 ແຕ່ພຣະ­ເຢຊູເຈົ້າຊົງຕອບມານວ່າ, “ດັ່ງທີ່ມີຄຳຂຽນໄວ້ວ່າ, ‘ທ່ານຈົ່ງຂາບໄຫວ້ອົງພຣະ­ຜູ້ເປັນເຈົ້າຂອງເຈົ້າແລະຮັບໃຊ້ພຣະ­ອົງແຕ່ຜູ້ດຽວ’.” 9 ຈາກນັ້ນ­ມານຮ້າຍໄດ້ນຳພຣະ­ອົງໄປຍັງນະຄອນເຢ­ຣູຊາເລັມ ແລະນຳພຣະ­ອົງຂື້ນໄປຢູ່ເທິງຫລັງ­ຄາພຣະວິຫານ ແລະກ່າວຕໍ່ພຣະອົງວ່າ, “ຖ້າທ່ານເປັນພຣະ­ບຸດຂອງພຣະເຈົ້າ ຈົ່ງໂຕນລົງຈາກທີ່ນີ້. 10 ເພາະ­ວ່າມີຄຳຂຽນໄວ້ວ່າ, ‘ພຣະ­ເຈົ້າຈະສັ່ງພວກທ­ູດສະຫວັນຂອງພຣະ­ອົງດູແລແລະປົກປ້ອງທ່ານ’. 11 ແລະ, ‘ທ­ູ­ດສະຫວັນເຫລົ່າ­ນັ້ນຈະເອົາມືຮັບທ່ານໄວ້ ບໍ່ໃຫ້ຕີນຂອງທ່ານຕຳຫີນ’.” 12 ພຣະ­ເຢຊູເຈົ້າຊົງຕອບມານວ່າ, “ມີຄຳກ່າວໄວ້ວ່າ, ‘ຢ່າໄດ້ທົດລອງອົງພຣະ­ຜູ້­ເປັນ­ເຈົ້າພຣະເຈົ້າຂອງເຈົ້າ’.” 13 ເມື່ອມານໄດ້ທົດລອງພຣະ­ອົງທຸກປະ­ການແລ້ວ ມັນກໍຫນີຈາກໄປແລະປະພຣະ­ອົງໄວ້ຈົນກວ່າຈະມີໂອ­ກາດອີກ. 14 ຈາກນັ້ນ ພຣະ­ເຢຊູເຈົ້າໄດ້ສະ­ເດັດກັບຄືນແຂວງຄາ­ລີ­ເລ ດ້ວຍຣິດອຳນາດຂອງພຣະ­ວິນ­ຍານບໍຣິສຸດເຈົ້າ, ແລະ ຂ່າວເລື່ອງຂອງພຣະ­ອົງໄດ້ຊ່າ­ລືໄປທົ່ວດິນແດນທີ່ຢູ່ອ້ອມເຂດນັ້ນ. 15 ແລະພຣະ­ອົງເລີ່ມສັ່ງ­ສອນໃນໂຮງທັມະສາລາຂອງພວກເຂົາແລະທຸກຄົນກໍພາກັນສັນ­ຣະ­ເສີນພຣະອົງ. 16 ພຣະ­ອົງໄດ້ສະ­ເດັດມາຍັງເມືອງນາ­ຊາ­ເຣັດ, ເມືອງທີ່ພຣະອົງຊົງຈະ­ເຣີນໃຫຍ່ຂຶ້ນ ພຣະ­ອົງໄດ້ສະ­ເດັດເຂົ້າໄປໃນໂຮງທັມະສາລາໃນວັນສະບາ­ໂຕຕາມເຄີຍ ແລະ ຊົງຢືນຂຶ້ນເພື່ອຈະອ່ານພຣະ­ທັມ. 17 ພວກເຂົາໄດ້ຍື່ນພຣະ­ຄັມພີມ້ວນຂອງເອ­ຊາ­ຢາຜູ້ປະກາດພຣະທັມໃຫ້ພຣະ­ອົງ. ພຣະອົງຊົງພືຫນັງ­ສືພຣະ­ທັມມ້ວນອອກກໍພົບຂໍ້ທີ່ຂຽນໄວ້ວ່າ, 18 “ພຣະ­ວິນ­ຍານຂອງອົງພຣະ­ຜູ້­ເປັນ­ເຈົ້າຊົງສະຖິດຢູ່ເທິງຂ້າພຣະເຈົ້າ, ເພາະຊົງໄດ້ຫົດສົງໃຫ້ຂ້າພຣະເຈົ້າປະກາດຂ່າວປະເສີດແກ່ຄົນຍາກຈົນ. ພຣະອົງສົ່ງຂ້າພຣະເຈົ້າປະກາດອິສຣະພາບແກ່ບັນດາຊະເລີຍ ແລະເປີດຕາຄົນຕາບອດໃຫ້ໄດ້ເຫັນຮຸ່ງ, ເພື່ອປົດປ່ອຍຜູ້ຖືກບີບບັງຄັບໃຫ້ເປັນອິສຣະ. 19 ເພື່ອປະກາດປີແຫ່ງຄວາມເມດຕາຂອງອົງພຣະ­ຜູ້­ເປັນເຈົ້າ.” 20 ຈາກນັ້ນພຣະ­ອົງຊົງມ້ວນຫນັງ­ສືນັ້ນສົ່ງຄືນໃຫ້ເຈົ້າຫນ້າ­ທີ່ ແລະຊົງນັ່ງລົງ. ສາຍຕາຂອງຄົນທັງປວງໃນໂຮງທັມະສາລາກໍຫລຽວເບິ່ງພຣະອົງ. 21 ພຣະ­ອົງຈິ່ງຊົງຕັ້ງ­ຕົ້ນກ່າວກັບພວກເຂົາວ່າ, “ພຣະ­ຄັມພີທີ່ທ່ານໄດ້ຍິນວັນນີ້ໄດ້ສຳເລັດແລ້ວ.” 22 ທຸກຄົນທີ່ຢູ່ໃນທີ່ນັ້ນເປັນພະຍານໃນສິ່ງທີ່ພຣະອົງກ່າວ ແລະຕ່າງກໍພາກັນປະ­ຫລາດໃຈກັບຖ້ອຍຄຳແຫ່ງພຣະຄຸນ ຊຶ່ງອອກມາຈາກພຣະໂອດຂອງພຣະ­ອົງ, ເຂົາຈິ່ງເວົ້າກັນວ່າ, “ຄົນຜູ້ນີ້ເປັນລູກຊາຍຂອງໂຢເຊັບບໍ່ແມ່ນຫລື?” 23 ພຣະ­ອົງຊົງກ່າວແກ່ເຂົາວ່າ, “ທ່ານທັງ­ຫລາຍຄົງຈະກ່າວຄຳສຸພາ­ສິດຂໍ້ນີ້ຕໍ່ເຮົາເປັນແນ່ວ່າ ‘ນາຍຫມໍເອີຍ, ຈົ່ງປົວຕົວເອງໃຫ້ດີເຖີດ. ອັນໃດກໍຕາມຊຶ່ງພວກເຮົາໄດ້ຍິນວ່າ ທ່ານໄດ້ກະ­ທຳໃນເມືອງກາ­ເປ­ນາ­ອູມ ກໍຈົ່ງເຮັດໃນບ້ານເກີດເມືອງນອນຂອງຕົນທີ່ນີ້ເຫມືອນກັນ.’” 24 ແຕ່ພຣະ­ອົງຊົງກ່າວອີກວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ບໍ່ມີຜູ້ປະ­ກາດພຣະ­ທັມຄົນໃດໄດ້ຮັບຄວາມນັບ­ຖືໃນບ້ານເກີດເມືອງນອນຂອງຕົນ. 25 ແຕ່ເຮົາບອກຄວາມຈິງແກ່ພວກທ່ານວ່າ ໃນຄາວເອ­ລີ­ຢາ ມີແມ່­ຫມ້າຍຫລາຍຄົນໃນແຜ່ນດິນອິ­ສະຣາເອນ ຂະນະທີ່ຊົງອັດທ້ອງ­ຟ້າເປັນເວລາສາມປີຫົກເດືອນແລະກໍເກີດການອຶດຢາກຢ່າງຫນັກທົ່ວແຜ່ນ­ດິນ. 26 ແຕ່ເອ­ລີ­ຢາກໍບໍ່ໄດ້ຖືກສົ່ງໄປຫາຜູ້ໃດ ຍົກເວັ້ນແຕ່ແມ່­ຫມ້າຍຄົນຫນຶ່ງໃນເມືອງຊາເຣ­ຟັດແຂວງຊີໂດນທີ່ອາໄສຢູ່ທີ່ນັ້ນ. 27 ແລະມີຄົນຂີ້­ທູດຫລາຍຄົນໃນແຜ່ນດິນອິດສະຣາເອນໃນຄາວຂອງເອ­ລີ­ຊາຜູ້ປະ­ກາດພຣະ­ທັມ, ແຕ່ບໍ່ມີຄົນໃດໄດ້ຮັບການຊົງຊຳຣະໃຫ້ດີສະ­ອາດ ຍົກເວັ້ນແຕ່ ນາ­ອາ­ມານ ຊາວຊີເຣຍ.” 28 ເມື່ອຄົນທັງປວງໃນໂຮງທັມະສາລາພາກັນເຕັມໄປດ້ວຍຄວາມຄຽດເມື່ອໄດ້ຍິນຖ້ອຍຄຳເຫລົ່າ­ນີ້ 29 ພວກເຂົາຈິ່ງພາກັນລຸກຂຶ້ນແລະຊຸກພຣະ­ອົງອອກໄປນອກເມືອງ ແລະ ພາພຣະ­ອົງໄປຍັງຫນ້າຜາຊັນບ່ອນເມືອງຕັ້ງຢູ່ ເພື່ອຫມາຍຈະຊຸກພຣະ­ອົງລົງຫນ້າຜາ. 30 ແຕ່ພຣະ­ອົງຊົງຍ່າງຜ່ານໃຈກາງຂອງພວກເຂົາໄປ ແລະ ໄປຍັງທີ່ອີກແຫ່ງຫນຶ່ງ. 31 ຈາກນັ້ນ ພຣະ­ອົງໄດ້ສະ­ເດັດລົງໄປເຖິງເມືອງກາ­ເປ­ນາ­ອູມເຊິ່ງເປັນເມືອງຫນຶ່ງໃນແຂວງຄາ­ລີ­ເລ ແລະຊົງເລີ່ມຕົ້ນສັ່ງ­ສອນພວກເຂົາທັງ­ຫລາຍໃນວັນສະ­ບາ­ໂຕ. 32 ພວກເຂົາກໍປະ­ຫລາດໃຈໃນຄຳ­ສອນຂອງພຣະ­ອົງ ເພາະພຣະ­ອົງຊົງກ່າວດ້ວຍຣິດອຳນາດ. 33 ໃນໂຮງທັມະສາລານັ້ນ ມີຊາຍຄົນຫນຶ່ງມີຜີຮ້າຍເຂົ້າສິງຢູ່ ແລະ ລາວໄດ້ຮ້ອງສຽງດັງວ່າ. 34 “ໂອ! ພວກເຮົາໄດ້ເຮັດອັນໃດໃຫ້ແກ່ທ່ານ, ເຢ­ຊູໄທນາ­ຊາ­ເຣັດເອີຍ? ທ່ານມາເພື່ອທຳ­ລາຍພວກເຮົາຫລື? ເຮົາຮູ້ວ່າທ່ານຄືອົງຜູ້ບໍ­ຣິສຸດຂອງພຣະ­ເຈົ້າ.” 35 ພຣະ­ເຢຊູເຈົ້າຊົງຫ້າມຜີຮ້າຍໂດຍກ່າວວ່າ, “ມິດແມ ແລະອອກຈາກຄົນນີ້ເສຍ!’ ເມື່ອຜີຮ້າຍເຮັດໃຫ້ຄົນນັ້ນລົ້ມລົງທ່າມ­ກາງປະຊາ­ຊົນແລ້ວ ມັນໄດ້ອອກຈາກຊາຍຜູ້ນັ້ນໄປແລະບໍ່ໄດ້ເຮັດອັນ­ຕະ­ຣາຍແກ່ຄົນນັ້ນແຕ່ຢ່າງ­ໃດ. 36 ຄົນທັງປວງກໍປະ­ຫລາດໃຈ ແລະເວົ້າຕໍ່ກັນກ່ຽວກັບເລື່ອງນີ້. ພວກເຂົາເວົ້າວ່າ, “ຄຳເວົ້າເຫລົ່ານີ້ເປັນຢ່າງ­ໃດຫນໍ? ເພິ່ນໄດ້ສັ່ງຜີຖ່ອຍຮ້າຍດ້ວຍສິດອຳ­ນາດແລະຣິດເດດ ແລະພວກມັນກໍອອກມາ.” 37 ແລະຊື່ສຽງຂອງພຣະ­ເຢຊູເຈົ້າໄດ້ເລີ່ມຊ່າ­ລືໄປທຸກບ່ອນທົ່ວຂົງ­ເຂດນັ້ນ. 38 ເມື່ອພຣະ­ອົງອອກຈາກໂຮງທັມະສາລາ ແລະສະເດັດເຂົ້າໄປໃນເຮືອນຂອງຊີ­ໂມນ. ແມ່ເມຍຂອງຊີ­ໂມນລົ້ມປ່ວຍເປັນໄຂ້ແຮງຫລາຍ, ແລະພວກເຂົາໄດ້ອ້ອນ­ວອນພຣະເຢຊູເຈົ້າໃຫ້ໂຜດຮັກສານາງ. 39 ພຣະ­ອົງຊົງຢືນຢູ່ຂ້າງນາງ ແລະຊົງຂະນາບຫ້າມອາການໄຂ້ ແລະໄຂ້ກໍເຊົາໃນທັນ­ໃດນັ້ນ ນາງກໍລຸກຂຶ້ນບົວຣະບັດຮັບໃຊ້ພຣະອົງກັບພວກສາວົກ. 40 ໃນເວ­ລາຕາ­ເວັນຕົກດິນ ປະຊາຊົນກໍພາທຸກຄົນທີ່ເຈັບເປັນພະ­ຍາດຕ່າງໆ ມາຫາພຣະ­ອົງ. ພຣະ­ອົງກໍຊົງວາງພຣະ­ຫັດໃສ່ເຂົາທຸກຄົນ ແລະໂຜດໃຫ້ທຸກຄົນຫາຍດີ. 41 ພວກຜີມານຮ້າຍກໍໄດ້ອອກຈາກພວກເຂົາ, ພາກັນຮ້ອງແຜດສຽງ ແລະເວົ້າວ່າ, “ທ່ານເປັນພຣະບຸດຂອງພຣະ­ເຈົ້າ” ແຕ່ພຣະ­ເຢຊູຄຣິດເຈົ້າຊົງຫ້າມຜີຮ້າຍ ແລະ ບໍ່ໃຫ້ມັນເວົ້າ ເພາະພວກມັນຮູ້ແລ້ວວ່າພຣະ­ອົງຊົງເປັນພຣະ­ຄຣິດເຈົ້າ. 42 ເມື່ອເຖິງເວລາຮຸ່ງເຊົ້າ ພຣະເຢຊູເຈົ້າກໍອອກໄປຍັງປ່າບ່ອນສະ­ຫງັດ. ປະ­ຊາ­ຊົນກໍຊອກຫາພຣະ­ອົງ ແລະມາຍັງສະຖານທີ່ໆພຣະອົງຊົງຢູ່. ເມື່ອພົບແລ້ວພວກເຂົາກໍພະຍາຍາມຫນ່ວງຫນ່ຽວພຣະ­ອົງໄວ້ບໍ່ໃຫ້ໄປຈາກພວກເຂົາ. 43 ແຕ່ພຣະ­ອົງຊົງກ່າວແກ່ເຂົາວ່າ, “ເຮົາຕ້ອງປະ­ກາດຂ່າວປະ­ເສີດເລື່ອງຣາ­ຊະອານາ­ຈັກຂອງພຣະເຈົ້າແກ່ຄົນໃນເມືອງອື່ນໆ ອີກຫລວງຫລາຍ, ເພາະ­ນີ້ເປັນເຫດຜົນທີ່ເຮົາຖືກສົ່ງມາທີ່ນີ້.” 44 ຈາກນັ້ນພຣະເຢຊູເຈົ້າຊົງເທສະ­ຫນາປ່າວປະກາດໃນໂຮງທັມະສາລາຕະຫລອດຈົນເຖິງແຂວງຢູ­ດາຍ.