ບົດທີ 3

1 ໃນປີທີສິບຫ້າໃນຣາຊການຂອງຈັກກະພັດຕີ­ເບຣິ­ໂອ - ຂະນະທີ່ ປົນ­ຕີໂອປີ­ລາດ ເປັນຜູ້ປົກຄອງແຂວງຢູ­ດາຍ, ເຮ­ໂຣດເປັນຜູ້ປົກຄອງແຂວງຄາ­ລີ­ເລ, ນ້ອງຊາຍຂອງເຮ­ໂຣດຄື ຟີ­ລິບ ເປັນຜູ້ປົກຄອງແຂວງອີ­ຕູ­ຣາຍແລະ­ທຣາ­ໂຄ­ນິດ, ແລະລີ­ຊາ­ເນຍເປັນຜູ້ປົກຄອງແຂວງອາ­ບີ­ເລັນ. 2 ໃນສະໄຫມຂອງມະ­ຫາປະ­ໂຣ­ຫິດອັນ­ນາ ແລະ ກາ­ຢະ­ຟາມີພຣະ­ທັມຂອງພຣະ­ເຈົ້າໄດ້ມາເຖິງໂຢ­ຮັນບຸດເຊ­ກາ­ຣີ­ຢາໃນຖິ່ນແຫ້ງແລ້ງກັນດານ. 3 ໂຢ­ຮັນໄດ້ໄປທົ່ວທຸກເຂດອ້ອມ­ແອ້ມແມ່­ນ້ຳຈໍແດນ, ປະ­ກາດເລື່ອງບັບຕິສະ­ມາ ແຫ່ງການຖິ້ມໃຈເກົ່າເອົາ­ໃຈໃຫມ່ ເພື່ອຮັບການຍົກໂທດຍົກຄວາມຜິດບາບເສຍ. 4 ຕາມທີ່ຂຽນໄວ້ແລ້ວໃນຫນັງ­ສືຖ້ອຍຄຳຂອງເອ­ຊາ­ຢາຜູ້ປະກາດພຣະ­ທັມວ່າ,“ມີສຽງຫນຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ ‘ຈົ່ງກຽມທາງຂອງອົງພຣະ­ຜູ້­ເປັນ­ເຈົ້າໃຫ້ພ້ອມ, ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ. 5 ຮ່ອມພູທຸກແຫ່ງຈະຖືກຖົມໃຫ້ເຕັມ, ພູ ແລະ ໂນນພູທຸກຫນ່ວຍຈະເຮັດໃຫ້ຕ່ຳລົງ, ທາງຄົດຈະເຮັດໃຫ້ຊື່ໄປ ແລະທາງມີຕໍກໍຈະເຮັດໃຫ້ກ້ຽງ. 6 ມະນຸດທັງປວງຈະໄດ້ເຫັນການຊົງຊ່ວຍຂອງພຣະ­ເຈົ້າ’.” 7 ໂຢ­ຮັນຈິ່ງກ່າວແກ່ປະ­ຊາ­ຊົນກຸ່ມໃຫຍ່ທີ່ອອກມາຮັບບັບ­ຕິສະມາຈາກຕົນວ່າ, “ໂອ ອ້າຍຊາດງູຮ້າຍເອີຍ! ໃຜໄດ້ບອກສູໃຫ້ປົບຫນີຈາກພຣະ­ພິ­ໂຣດແລະໂທດທີ່ກຳລັງຈະມາເຖິງ? 8 ເຫດສັນ­ນັ້ນ, ຈົ່ງສະແດງໃຫ້ເຫັນ­ຜົນຂອງການຖິ້ມໃຈເກົ່າເອົາໃຈໃຫມ່, ຢ່າຕັ້ງນຶກໃນໃຈເອົາເອງວ່າ ‘ພວກເຮົາມີອັບ­ຣາ­ຮາມເປັນບິດາ’ ເພາະເຮົາບອກເຈົ້າທັງ­ຫລາຍວ່າພຣະ­ເຈົ້າຊົງຣິດອາດຈະບັນ­ດານລູກຫລານທັງຫຼາຍແກ່ອັບ­ຣາ­ຮາມຈາກກ້ອນຫີນເຫລົ່ານີ້ກໍໄດ້. 9 ບັດນີ້ຂວານກໍວາງໄວ້ທີ່ຮາກຕົ້ນ­ໄມ້ແລ້ວ. ດັ່ງນັ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີ ກໍຈະຖືກຕັດລົງແລະໂຍນຖິ້ມລົງໃສ່ໄຟເສຍ.” 10 ດັ່ງນັ້ນປະ­ຊາ­ຊົນຈິ່ງຖາມໂຢ­ຮັນວ່າ, “ຖ້າດັ່ງ­ນັ້ນພວກເຮົາຄວນເຮັດຢ່າງ­ໃດ?” 11 ເພິ່ນໄດ້ຕອບພວກເຂົາວ່າ, “ຫາກຜູ້ໃດທີ່ມີເສື້ອສອງໂຕ ເຈົ້າຈົ່ງປັນໃຫ້ຜູ້ບໍ່ມີ ແລະຜູ້ທີ່ມີອາ­ຫານກໍຄວນເຮັດເຊັ່ນດຽວກັນ.” 12 ພວກຄົນເກັບພາ­ສີກໍໄດ້ມາຮັບບັບ­ຕິ­ສະ­ມາເຫມືອນກັນ ແລະພວກເຂົາຖາມເພິ່ນວ່າ, “ອາ­ຈານເອີຍ, ພວກຂ້າ­ນ້ອຍຕ້ອງເຮັດຢ່າງ­ໃດ?” 13 ເພິ່ນຕອບພວກເຂົາວ່າ, “ຢ່າໄດ້ເກັບພາ­ສີເກີນອັດຕາທີ່ພວກທ່ານໄດ້ຮັບຄຳສັ່ງໃຫ້ເກັບ.” 14 ມີທະ­ຫານບາງຄົນກໍຖາມເພິ່ນເຫມືອນກັນວ່າ, “ແລ້ວພວກຂ້າ­ນ້ອຍເດ? ພວກເຮົາຕ້ອງເຮັດຢ່າງ­ໃດ?” ເພິ່ນຈິ່ງຕອບພວກເຂົາວ່າ, “ຢ່າຂົ່ມ­ເຫັງເອົາເງິນຈາກຜູ້ໃດ, ຢ່າຫາຄວາມບໍ່ຈິງໃສ່ໃຜ. ຈົ່ງພໍ­ໃຈໃນຄ່າຈ້າງທີ່ຕົນໄດ້ຮັບ.” 15 ຂະນະທີ່ປະຊາຊົນກຳລັງຄາດຫວັງຢ່າງແຮງກ້າວ່າພຣະຄຣິດຈະສະເດັດມາ, ທຸກຄົນກໍຄຶດໃນໃຈວ່າໂຢ­ຮັນອາດຈະເປັນພຣະຄຣິດ. 16 ໂຢ­ຮັນຈິ່ງໄດ້ຕອບພວກເຂົາທຸກຄົນວ່າ, “ຝ່າຍເຮົາ, ເຮົາໃຫ້ເຈົ້າທັງຫລາຍຮັບບັບ­ຕິ­ສະ­ມາໃນນ້ຳກໍຈິງ, ແຕ່ມີທ່ານຜູ້ຫນຶ່ງຈະສະເດັດມາເປັນຜູ້ມີຣິອຳນາດກວ່າເຮົາ, ຊຶ່ງເຮົາບໍ່ສົມ­ຄວນແມ່ນແຕ່ຈະແກ້ສາຍຮັດເກີບຂອງພຣະອົງ, ພຣະອົງຈະໃຫ້ພວກເຈົ້າຮັບບັບ­ຕິສະມາດ້ວຍພຣະວິນຍານ­ບໍ­ຣິ­ສຸດແລະດ້ວຍໄຟ. 17 ດົ້ງຝັດເຂົ້າຂອງພຣະອົງກໍຢູ່ໃນມືພຣະອົງແລ້ວ ເພື່ອຊຳຣະລານເຂົ້າ­ຂອງພຣະອົງໃຫ້ກ້ຽງດີ ແລະ ເພື່ອແຍກເຂົ້າເມັດດີໃສ່ໄວ້ໃນເລົ້າຂອງພຣະອົງ ແຕ່ພຣະອົງຈະຊົງເຜົາເຂົ້າ­ລີບດ້ວຍໄຟທີ່ບໍ່ຮູ້ມອດ.” 18 ໂຢ­ຮັນໃຊ້ການກະຕຸ້ນເຕືອນຫລາຍປະການ ໃນການປະກາດຂ່າວປະ­ເສີດແກ່ປະຊາຊົນ. 19 ເມື່ອເຮ­ໂຣດຜູ້ປົກຄອງເມືອງ, ເມື່ອຖືກໂຢ­ຮັນກ່າວຕິ­ຕຽນເພາະເລື່ອງນາງ ເຮໂຣ­ເດຍ ພັນຣະຍານ້ອງຊາຍຂອງຕົນ ແລະ ການຊົ່ວຮ້າຍທັງຫລາຍທີ່ເຮ­ໂຣດໄດ້ເຮັດນັ້ນ. 20 ເຮ­ໂຣດຈຶ່ງໄດ້ເພີີ່ມຄວາມຜິດອີກຢ່າງໜຶ່ງ ຄືໄດ້ຈັບໂຢ­ຮັນຂັງໄວ້ໃນຄຸກ. 21 ຢູ່ມາເມື່ອຄົນທັງປວງໄດ້ຮັບບັບ­ຕິ­ສະ­ມາ, ພຣະເຢຊູເຈົ້າກໍຊົງຮັບບັບ­ຕິ­ສະ­ມາເຫມືອນກັນ, ແລະ ຂະ­ນະທີ່ພຣະ­ອົງກຳລັງອະທິຖານຢູ່ ­ຟ້າສະຫວັນກໍໄຂອອກ. 22 ແລະ ພຣະ­ວິນ­ຍານ­ບໍ­ຣິສຸດ ຊົງຮູບເຫມືອນນົກເຂົາໄດ້ສະ­ເດັດລົງມາ­ສະຖິດຢູ່ເທິງພຣະ­ອົງ ແລະມີພຣະ­ສຸ­ຣະສຽງອອກມາຈາກຟ້າສະ­ຫວັນວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ ເຮົາພໍໃຈຫລາຍໃນທ່ານ.” 23 ເມື່ອພຣະ­ເຢຊູເຈົ້າຊົງຕັ້ງ­ຕົ້ນປະ­ຕິບັດພາຣະກິດຂອງພຣະ­ອົງ, ພຣະອົງມີອາ­ຍຸປະ­ມານສາມສິບປີ. ພຣະອົງເປັນບຸດຂອງໂຢ­ເຊັບ(ຕາມທີ່ເຂົ້າໃຈກັນ), ໂຢເຊັບເປັນບຸດຂອງເຮລີ. 24 ເຮລີເປັນບຸດຂອງມັດ­ທາດ, ມັດທາດເປັນບຸດຂອງເລ­ວີ, ເລ­ວີເປັນບຸດຂອງເມ­ລະ­ຂີ, ເມ­ລະ­ຂີເປັນບຸດຂອງຢັນ­ນາ, ຢັນ­ນາເປັນບຸດຂອງໂຢ­ເຊັບ. 25 ໂຢ­ເຊັບເປັນບຸດຂອງມັດ­ຕາ­ເທຍ, ມັດ­ຕາ­ເທຍເປັນບຸດຂອງອາ­ໂມ, ອາ­ໂມເປັນບຸດຂອງນາ­ຮູມ, ນາ­ຮູມເປັນບຸດຂອງເອ­ຊະລີ, ເອ­ຊະ­ລີເປັນບຸດຂອງນາ­ຄາຍ. 26 ນາ­ຄາຍເປັນບຸດຂອງມາອາດ, ມາ­ອາດເປັນບຸດຂອງມັດ­ຕາ­ເທຍ, ມັດ­ຕາ­ເທຍເປັນບຸດຂອງເຊ­ເມ­ອີນ, ເຊ­ເມ­ອີນເປັນບຸດຂອງໂຢ­ເຊັກ, ໂຢ­ເຊັກເປັນບຸດຂອງໂຢ­ດາ. 27 ໂຢ­ດາເປັນບຸດຂອງໂຢ­ຮາ­ນັນ, ໂຢ­ຮາ­ນັນເປັນບຸດຂອງເຣສາ, ເຣ­ສາເປັນບຸດຂອງເຊ­ຣຸບບາ­ເບນ, ເຊ­ຣຸບ­ບາ­ເບນເປັນບຸດຂອງເຊອານ­ຕີ­ເອນ, ເຊ­ອານ­ຕີ­ເອນເປັນບຸດຂອງເນ­ຣີ. 28 ເນ­ຣີເປັນບຸດຂອງເມ­ລະ­ຂີ, ເມ­ລະ­ຂີເປັນບຸດຂອງອັດ­ດີ, ອັດ­ດີເປັນບຸດຂອງໂກ­ຊາມ, ໂກ­ຊາມເປັນບຸດຂອງເອັນ­ມາ­ດາມ, ເອັນມາດາມເປັນບຸດຂອງເອ­ຣະ. 29 ເອ­ຣະເປັນບຸດຂອງໂຢ­ຊວຍ, ໂຢ­ຊວຍເປັນບຸດຂອງເອລີ­ເອ­ເຊ, ເອ­ລີ­ເອ­ເຊເປັນບຸດຂອງໂຢ­ຣີມ, ໂຢ­ຣີມເປັນບຸດຂອງມັດ­ທາດ, ມັດ­ທາດເປັນບຸດຂອງເລ­ວີ. 30 ເລ­ວີເປັນບຸດຂອງຊິມີ­ໂອນ, ຊິມ­ີໂອນເປັນບຸດຂອງຢູ­ດາ, ຢູດາເປັນບຸດຂອງໂຢ­ເຊັບ, ໂຢ­ເຊັບເປັນບຸດຂອງໂຢ­ນາມ, ໂຢ­ນາມເປັນບຸດຂອງເອ­ລີ­ຢາ­ກີມ. 31 ເອ­ລີ­ຢາ­ກີມເປັນບຸດຂອງເມເລ­ອາ, ເມເລ­ອາເປັນບຸດຂອງເມັນ­ນາ, ເມັນ­ນາເປັນບຸດຂອງມັດຕາ­ທາ, ມັດ­ຕາ­ທາເປັນບຸດຂອງນາ­ທານ, ນາ­ທານເປັນບຸດຂອງດາ­ວິດ. 32 ດາ­ວິດເປັນບຸດຂອງເຢ­ຊີ, ເຢ­ຊີເປັນບຸດຂອງໂອເບັດ, ໂອ­ເບັດເປັນບຸດຂອງໂບ­ອາດ, ໂບ­ອາດເປັນບຸດຂອງສານໂມນ, ສານໂມນເປັນບຸດຂອງນາ­ໂຊນ. 33 ນາ­ໂຊນເປັນບຸດຂອງອຳ­ມີ­ນາ­ດາບ, ອຳມີ­ນາ­ດາບເປັນບຸດຂອງອັດ­ມີນ, ອັດ­ມີນເປັນບຸດຂອງອາ­ນີ, ອາ­ນີເປັນບຸດຂອງເຮຊະ­ໂຣນ, ເຮຊະ­ໂຣນເປັນບຸດຂອງເປ­ເຣັດ, ເປເຣັດເປັນບຸດຂອງຢູ­ດາ. 34 ຢູ­ດາເປັນບຸດຂອງຢາ­ໂຄບ, ຢາ­ໂຄບເປັນບຸດຂອງອີຊາກ, ອີ­ຊາກເປັນບຸດຂອງອັບ­ຣາ­ຮາມ, ອັບຣາຮາມເປັນບຸດຂອງເຕ­ຣາ, ເຕ­ຣາເປັນບຸດຂອງນາ­ໂຮ. 35 ນາ­ໂຮເປັນບຸດຂອງເສ­ຣຸກ, ເສ­ຣຸກເປັນບຸດຂອງເຣ­ອູ, ເຣ­ອູເປັນບຸດຂອງເປ­ເລັກ, ເປເລັກເປັນບຸດຂອງເອເບ, ເອ­ເບເປັນບຸດຂອງເຊ­ລາ. 36 ເຊ­ລາເປັນບຸດຂອງກາຍ­ນານ, ກາຍ­ນານເປັນບຸດຂອງອາກປັກຊາດ, ອາ­ກ­ປັກຊາດເປັນບຸດຂອງເຊມ, ເຊມເປັນບຸດຂອງໂນ­ອາ, ໂນ­ອາເປັນບຸດຂອງລາ­ເມັກ. 37 ລາ­ເມັກເປັນບຸດຂອງເມ­ທູ­ເຊ­ລາ, ເມ­ທູ­ເຊ­ລາເປັນບຸດຂອງເອ­ໂນກ, ເອ­ໂນກເປັນບຸດຂອງຢາ­ເຣັດ, ຢາ­ເຣັດເປັນບຸດຂອງມະຫາ­ລາ­ເລນ, ມະ­ຫາ­ລາ­ເລນເປັນບຸດຂອງເກ­ນານ. 38 ເກນານເປັນບຸດຂອງເອ­ໂນດ, ເອໂນດເປັນບຸດຂອງເຊດ, ເຊດເປັນບຸດຂອງອາ­ດາມ, ອາ­ດາມເປັນບຸດພຣະ­ເຈົ້າ.