ບົດທີ10

1 ຫລັງຈາກ­ສິ່ງເລົ່ານີ້ແລ້ວ ພຣະເຈົ້າອົງເຈົ້ານາຍໄດ້ຕັ້ງອີກເຈັດສິບຄົນ ແລະສົ່ງພວກເຂົາອອກໄປເປັນຄູ່ລະສອງຄົນ ເຂົ້າໄປໃນທຸກເມືອງກ່ອນໜ້າພຣະອົງ ແລະທຸກບ້ານບ່ອນທີ່ພຣະ­ອົງຈະສະເດັດໄປນັ້ນ. 2 ພຣະ­ອົງຊົງກ່າວກັບເຂົາວ່າ, “ເຂົ້າທີ່ເກັບກ່ຽວກໍມີຫລາຍແທ້, ແຕ່ຄົນງານຍັງມີຫນ້ອຍຢູ່. ສະ­ນັ້ນພວກທ່ານຈົ່ງພາວັນ­ນາອະທິຖານຕໍ່ພຣະເຈົ້າອົງເຈົ້ານາຍຜູ້ເປັນເຂົ້າຂອງນາ ໃຫ້ສົ່ງຄົນງານມາເກັບກ່ຽວເຂົ້າຂອງພຣະອົງ. 3 ຈົ່ງອອກໄປຕາມທາງຂອງເຈົ້າ. ເບິ່ງແມ! ເຮົາໄດ້ໃຊ້ພວກເຈົ້າໄປເຫມືອນດັ່ງແກະນ້ອຍຢູ່ທ່າມ­ກາງຝູງຫມາ­ໄນ. 4 ຢ່າຖືກະ­ເປົາເງິນ, ຫລືຖົງເຄື່ອງ, ຫລືຖືເກີບໄປນຳ ແລະຢ່າຄຳ­ນັບຜູ້ໃດຕາມທາງ. 5 ເມື່ອເຈົ້າທັງຫລາຍເຂົ້າໄປໃນເຮືອນຫລັງໃດກໍຕາມ ຈົ່ງເວົ້າກ່ອນວ່າ ‘ຂໍໃຫ້ສັນຕິສຸກຈົ່ງມີແກ່ເຮືອນຫລັງນີ້!’. 6 ຖ້າມີຄົນຮັກສັນຕິສຸກຢູ່ໃນເຮືອນນັ້ນ ສັນຕິສຸກຂອງເຈົ້າຈະສະ­ຖິດຢູ່ກັບຜູ້ນັ້ນ ຖ້າຫາກບໍ່ມີ, ສັນຕິສຸກນັ້ນຈະກັບຄືນມາຫາເຈົ້າ. 7 ຈົ່ງອາໄສຢູ່ໃນເຮືອນນັ້ນ, ຈົ່ງກິນແລະດື່ມຕາມທີ່ເຂົາມີຢູ່ ດ້ວຍວ່າຜູ້ທຳງານກໍສົມຄວນໄດ້ຮັບຄ່າຈ້າງຂອງຕົນ ຢ່າຍ້າຍຈາກເຮືອນນີ້ໄປຢູ່ເຮືອນນັ້ນ. 8 ບໍ່ວ່າທ່ານຈະເຂົ້າໄປໃນເມືອງໃດ ແລະພວກເຂົາຕ້ອນ­ຮັບເຈົ້າໄວ້ ຈົ່ງກິນຂອງທີ່ພວກເຂົາຈັດໄວ້ໃຫ້. 9 ແລະ ຮັກສາຄົນເຈັບປ່ວຍຢູ່ໃນເມືອງນັ້ນໃຫ້ຫາຍດີ. ບອກພວກເຂົາວ່າ ‘ຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າໄດ້ມາໃກ້ທ່ານທັງ­ຫລາຍແລ້ວ’. 10 ແຕ່ເມື່ອພວກເຈົ້າເຂົ້າໃນເມືອງໃດ ແລະເຂົາບໍ່ຕ້ອນ­ຮັບພວກເຈົ້າໄວ້ ຈົ່ງອອກໄປກາງຖະ­ຫນົນແລະກ່າວວ່າ. 11 ‘ແມ່ນວ່າຂີ້ຝຸ່ນດິນໃນເມືອງຂອງເຈົ້າທີ່ຕິດຕີນຂອງພວກເຮົາ ເຮົາຂໍປັດອອກຕໍ່­ສູ້ພວກເຈົ້າ! ແຕ່ຈົ່ງເຂົ້າ­ໃຈຂໍ້ນີ້ວ່າ: ຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າໄດ້ມາໃກ້ພວກເຈົ້າແລ້ວ’. 12 ເຮົາບອກພວກເຈົ້າວ່າໃນວັນພິພາກສາ ໂທດຂອງເມືອງໂຊດົມໃນວັນນັ້ນຈະເບົາກວ່າ ໂທດຂອງເມືອງນີ້.” 13 “ວິ­ບັດແກ່ເຈົ້າເມືອງໂຂ­ຣາ­ຊິນ, ວິ­ບັດແກ່ເຈົ້າເມືອງເບັດຊາ­ອີ­ດາ ເອີຍ!, ຖ້າການອັດ­ສະ­ຈັນເຫລົ່ານັ້ນທີ່ໄດ້ເຮັັດທ່າມ­ກາງພວກເຈົ້ານັ້ນ ໄດ້ຖືກເຮັດໃນເມືອງຕີ­ເຣແລະເມືອງຊີໂດນແລ້ວ, ພວກເຂົາຄົງຈະໄດ້ຖິ້ມໃຈເກົ່າເອົາ­ໃຈໃຫມ່ດົນແລ້ວ, ແລະນຸ່ງຫົ່ມຜ້າຫຍາບ ນັ່ງເທິງຂີ້­ເຖົ່າ. 14 ແຕ່ໂທດຂອງເມືອງຕີ­ເຣແລະເມືອງຊີ­ໂດນຈະເບົາກວ່າໂທດຂອງພວກເຈົ້າ ໃນວັນພິ­ພາກ­ສາ. 15 ຝ່າຍເຈົ້າ, ເມືອງກາ­ເປ­ນາ­ອູມເອີຍ ເຈົ້າຄິດວ່າ ເຈົ້າຈະຖືກຍົກຂຶ້ນສູ່ສະຫວັນບໍ? ບໍ່, ເຈົ້າຈະຖືກຖິ້ມລົງໄປໃນບຶງໄຟນະຣົກ. 16 “ຜູ້ທີ່ຟັງເຈົ້າທັງ­ຫລາຍກໍໄດ້ຟັງເຮົາ, ແລະຜູ້ທີ່ບໍ່ຍອມຮັບເຈົ້າທັງ­ຫລາຍກໍບໍ່ຍອມ­ຮັບເຮົາ, ແລະຜູ້ທີ່ບໍ່ຍອມ­ຮັບເຮົາກໍບໍ່ຍອມ­ຮັບຜູ້ທີ່ຊົງໃຊ້ເຮົາມາ.” 17 ພວກເຈັດສິບຄົນ ໄດ້ກັບມາດ້ວຍຄວາມຊື່ນຊົມຍິນດີ ແລະບອກວ່າ, “ພຣະເຈົ້າອົງເຂົ້ານາຍ, ແມ່ນແຕ່ຜີປີສາດກໍຍອມຟັງຄວາມຂອງພວກຂ້າ­ນ້ອຍໃນນາມຊື່ຂອງພຣະອົງ.” 18 ພຣະເຢຊູເຈົ້າກ່າວກັບເພິ່ນວ່າ, “ເຮົາໄດ້ເຫັນຊາ­ຕານຕົກຈາກສະຫວັນເຫມືອນຟ້າຜ່າ. 19 ເບິ່ງແມ! ເຮົາໄດ້ໃຫ້ພວກເຈົ້າມີອຳ­ນາດຢຽບງູແລະແມງ­ງອດ, ແລະເຫນືອອໍານາດທັງໝົດຂອງສັດ­ຕູ ແລະບໍ່ມີສິ່ງໃດເຮັດອັນ­ຕະ­ຣາຍແກ່ພວກເຈົ້າໄດ້ເລີຍ. 20 ແຕ່ຢ່າໄດ້ຊື່ນຊົມຍິນ­ດີໃນສິ່ງເຫລົ່ານີ້ເພາະວິນຍານທັງ­ຫລາຍຍອມຟັງຄວາມຂອງເຈົ້າ ແຕ່ຈົ່ງຊົມ­ຊື່ນຍິນ­ດີເພາະຊື່ຂອງພວກເຈົ້າໄດ້ຈົດໄວ້ໃນສະ­ຫວັນແລ້ວ.” 21 ໃນຂະນະດຽວກັນ ພຣະ­ເຢຊູເຈົ້າມີຄວາມຊົມ­ຊື່ນຍິນ­ດີໃນພຣະວິນ­ຍານ­ບໍ­ຣິສຸດ ເຈົ້າແລະກ່າວວ່າ, “ຂ້ານ້ອຍສັນ­ຣະ­ເສີນພຣະອົງພຣະບິ­ດາເຈົ້າ, ພຣະເຈົ້າອົງຈອມເຈົ້ານາຍແຫ່ງຟ້າສະ­ຫວັນແລະແຜ່ນ­ດິນໂລກ ເພາະພຣະອົງຊົງໄດ້ປົກບັງສິ່ງເຫລົ່ານີ້ໄວ້ຈາກຜູ້ມີປັນ­ຍາແລະຜູ້ສະ­ຫລາດ ແຕ່ໄດ້ຊົງເປີດເຜີຍສິ່ງນັ້ນໃຫ້ແກ່ບັນດາຄົນທີ່ບໍ່ໄດ້ຮັບການສອນ ເຊິ່ງເປັນເຫມືອນເດັກນ້ອຍ, ແມ່ນແລ້ວ, ພຣະ­ບິ­ດາ, ເພາະນີ້ເປັນສິ່ງທີ່ເຫັນຊອບຕໍ່ສາຍຕາຂອງພຣະອົງ.” 22 “ພຣະ­ບິ­ດາຂອງເຮົາໄດ້ມອບສິ່ງສາ­ຣະ­ພັດໃຫ້ແກ່ເຮົາແລ້ວ ແລະບໍ່ມີໃຜຮູ້ວ່າພຣະ­ບຸດແມ່ນຜູ້ໃດ ເວັ້ນໄວ້ແຕ່ພຣະ­ບິ­ດາ ແລະບໍ່ມີໃຜຮູ້ວ່າພຣະ­ບິ­ດາແມ່ນຜູ້ໃດ ເວັ້ນໄວ້ແຕ່ພຣະ­ບຸດ ກັບຜູ້ທີ່ພຣະ­ບຸດເລືອກທີ່ຈະສະ­ແດງໃຫ້ຮູ້.” 23 ແລ້ວພຣະ­ເຢຊູເຈົ້າກໍຫລຽວໄປຫາພວກສາ­ວົກ ແລະກ່າວແກ່ພວກເພິ່ນເປັນການສ່ວນຕົວວ່າ, “ບັນດາຜູ້ທີ່ເຫັນແບບດຽວກັບທີ່ທ່ານເຫັນກໍເປັນສຸກ. 24 ເຮົາບອກເຈົ້າທັງຫລາຍວ່າ, ຜູ້ປະ­ກາດພຣະ­ທັມຫລາຍຄົນ ແລະກະ­ສັດຫລາຍອົງປາດຖະນາຈະເຫັນສິ່ງທີ່ພວກເຈົ້າເຫັນຢູ່ນີ້ ແຕ່ກໍບໍ່ໄດ້ເຫັນ ແລະປາ­ດຖະນາທີ່ຈະໄດ້ຍິນສິ່ງທີ່ພວກເຈົ້າໄດ້ຍິນ ແຕ່ກໍບໍ່ໄດ້ຍິນສິ່ງນັ້ນ.” 25 ເບິ່ງແມ, ມີອາຈານສອນພຣະບັນຍັດຂອງພວກຄົນຢີວຄົນຫນຶ່ງຢືນຂຶ້ນ ເພື່ອທົດລອງພຣະ­ເຢຊູເຈົ້າ ໂດຍຖາມວ່າ, “ທ່ານອາ­ຈານເອີຍ, ຂ້າ­ນ້ອຍຈະຕ້ອງເຮັດແນວ­ໃດຈຶ່ງຈະໄດ້ຊີ­ວິດນິລັນດອນ?”. 26 ພຣະ­ເຢຊູເຈົ້າ ຕອບລາວວ່າ, “ພຣະ­ບັນ­ຍັດຂຽນໄວ້ວ່າຢ່າງ­ໃດ? ທ່ານໄດ້ອ່ານແລ້ວເຂົ້າ­ໃຈຢ່າງ­ໃດ?”. 27 ເພິ່ນຈຶ່ງໃຫ້ຄໍາຕອບແລະກ່າວວ່າ, “ທ່ານຈົ່ງຮັກພຣະເຈົ້າອົງເຈົ້ານາຍ ພຣະ­ເຈົ້າຂອງເຈົ້າ ດ້ວຍສຸດໃຈ, ດ້ວຍສຸດຈິດ, ດ້ວຍສຸດກຳ­ລັງ, ແລະດ້ວຍສຸດຄວາມຄິດຂອງເຈົ້າ’ ແລະຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ’.” 28 ພຣະ­ເຢຊູເຈົ້າຕອບເພິ່ນວ່າ, “ທ່ານຕອບຖືກແລ້ວ. ຈົ່ງເຮັດຢ່າງນັ້ນ ­ແລ້ວທ່ານຈະໄດ້ຊີ­ວິດ.” 29 ແຕ່ອາຈານທ່ານນັ້ນຢາກສະ­ແດງວ່າຕົນເປັນຄົນສິນທັມ ຈິ່ງເວົ້າກັບພຣະ­ເຢຊູເຈົ້າວ່າ, “ແມ່ນໃຜເປັນເພື່ອນບ້ານຂອງຂ້າ­ນ້ອຍ?” 30 ພຣະ­ເຢຊູເຈົ້າຈຶ່ງຕອບລາວແລະເວົ້າວ່າ, “ມີຊາຍຄົນຫນຶ່ງລົງຈາກນະຄອນເຢ­ຣູຊາ­ເລັມຈະໄປເມືອງເຢ­ຣິ­ໂກ. ເພີ່ນໄດ້ຕົກຢູ່ໃນທ່າມກາງພວກໂຈນ, ພວກເຂົາໄດ້ປຸ້ນເອົາຊັບສິ່ງຂອງ ແລະທັງທຸບຕີ ແລ້ວປະຖິ້ມໄວ້ເກືອບຕາຍ. 31 ໂດຍບັງ­ເອີນມີປະ­ໂຣ­ຫິດຄົນຫນຶ່ງໄດ້ລົງໄປທາງນັ້ນ ເມື່ອເຂົາໄດ້ເຫັນຄົນເຈັບນັ້ນກໍເວັ້ນໄປຟາກອື່ນເສຍ. 32 ໃນທໍານອງດຽວກັນ ຄົນເລ­ວີຜູ້ຫນຶ່ງ ເມື່ອມາຮອດບ່ອນນັ້ນ ແລະເຫັນຄົນລາວ ກໍຍ່າງກາຍ­ໄປອີກຟາກໜຶ່ງ. 33 ແຕ່ມີໄທຊາ­ມາ­ເຣັຍຄົນຫນຶ່ງໄດ້ເດີນ­ທາງຜ່ານມາທີ່ຄົນເຈັບນອນຢູ່ນັ້ນ, ເມື່ອລາວເຫັນຄົນເຈັບແລ້ວກໍມີໃຈເມດຕາ. 34 ເພິ່ນຈິ່ງເຂົ້າໄປເອົາຜ້າ­ພັນບາດໃຫ້ ແລະເອົານ້ຳ­ມັນກັບເຫລົ້າແວງຖອກໃສ່ບາດນັ້ນ ຈິ່ງໂຈມຂຶ້ນຂີ່ສັດຂອງຕົນພາໄປເຖິງໂຮງ­ແຮມ, ແລະເອົາໃຈ­ໃສ່ບົວຣະ­ບັດລາວ. 35 ໃນມື້ຖັດມາ ລາວໄດ້ອອກເງິນສອງເດ­ນາ­ຣິ­ອົນໃຫ້ເຈົ້າຂອງໂຮງ­ແຮມ ບອກວ່າ, ‘ຈົ່ງເບິ່ງແຍງຄົນນີ້ເດີ, ຖ້າທ່ານຈ່າຍເກີນນີ້ໄປເທົ່າ­ໃດ ເມື່ອເຮົາກັບມາກໍຈະໃຊ້ໃຫ້’. 36 ທ່ານຄິດວ່າຄົນໃດໃນສາມຄົນນີ້ເປັນເພື່ອນບ້ານຂອງຄົນທີ່ຖືກໂຈນປຸ້ນນັ້ນ.” 37 ອາຈານຜູ້ນັ້ນຕອບວ່າ, “ຊາຍທີ່ໄດ້ສະ­ແດງຄວາມເມດຕາໃຫ້ແກ່ຄົນເຈັບ,” ພຣະ­ເຢຊູເຈົ້າບອກລາວວ່າ, “ຈົ່ງໄປເຮັດແບບດຽວກັນເຖີດ. 38 ໃນຂະນະເມື່ອພວກເຂົາເດີນທາງ, ພຣະ­ອົງກໍເຂົ້າໄປໃນຫມູ່ບ້ານຫນຶ່ງ ແລະມີຍິງຄົນຫນຶ່ງຊື່ມາ­ທາໄດ້ຕ້ອນ­ຮັບພຣະ­ອົງເຂົ້າໃນເຮືອນຂອງຕົນ. 39 ມາ­ທາມີນ້ອງສາວຊື່ມາ­ຣິ­ອາ ເຊິ່ງເປັນຜູ້ທີ່ນັ່ງໃກ້ຕີນຂອງອົງພຣະ­ເຢຊູຄຣິດ­­ເຈົ້າ ແລະຟັງຖ້ອຍຄຳຂອງພຣະອົງ. 40 ແຕ່ມາ­ທາໄດ້ມົວ­ເມົາຢູ່ໃນການຈັດຕຽມອາຫານຫລາຍເກີນໄປ. ນາງຈິ່ງໄດ້ມາຫາພຣະເຢຊູ ແລະບອກວ່າ, “ພຣະເຈົ້າອົງເຈົ້ານາຍເອີຍ, ພຣະອົງບໍ່ສົນ­ໃຈຫລືວ່ານ້ອງສາວຂອງຂ້າ­ນ້ອຍປະໃຫ້ຂ້າ­ນ້ອຍຮັບໃຊ້ແຕ່ຜູ້ດຽວ? ສະນັ້ນຂໍບອກໃຫ້ລາວມາຊ່ວຍຂ້ານ້ອຍແດ່!”. 41 ແຕ່ພຣະເຈົ້າອົງ­ເຈົ້ານາຍກ່າວຕໍ່ນາງວ່າ, “ມາ­ທາ, ມາ­ທາເອີຍ, ເຈົ້າວຸ້ນວາຍ­ໃຈກັບຫລາຍສິ່ງແທ້! 42 ສິ່ງຊຶ່ງຈຳເປັນນັ້ນມີແຕ່ສິ່ງດຽວ ມາ­ຣິ­ອາໄດ້ເລືອກເອົາສ່ິ່ງທີ່ດີທີ່ສຸດນັ້ນແລ້ວ ເຊິ່ງຈະຍົກເອົາໄປຈາກນາງບໍ່ໄດ້.”