ບົດທີ 11

1 ວັນໜຶ່ງພຣະ­ເຢຊູເຈົ້າກຳລັງອະທິຖານຢູ່ສະຖານທີ່ແຫ່ງຫນຶ່ງ ເມື່ອພຣະອົງອະທິຖານຈົບແລ້ວ ສາ­ວົກຄົນຫນຶ່ງກໍເວົ້າກັບພຣະອົງວ່າ, “ພຣະເຈົ້າອົງເຈົ້ານາຍ, ຂໍສອນພວກຂ້າ­ນ້ອຍໃຫ້ອະທິຖານເຫມືອນກັບທີ່ໂຢ­ຮັນໄດ້ສອນພວກລູກ­ສິດຂອງເພິ່ນດວ້ຍ.” 2 ພຣະ­ເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ເມື່ອພວກທ່ານອະທິຖານຈົ່ງກ່າວວ່າ, ‘ຂ້າແດ່ພຣະ­ບິ­ດາເຈົ້າ ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ເຄົາຣົບບູຊາ ຂໍໃຫ້ຣາຊະອານາຈັກຂອງພຣະອົງມາຕັ້ງຢູ່. 3 ຂໍຊົງໂຜດປະທານອາຫານປະຈຳວັນໃຫ້ແກ່ພວກຂ້ານ້ອຍທັງຫລາຍ. 4 ຂໍຊົງໂຜດຍົກໂທດຄວາມຜິດບາບຂອງພວກຂ້ານ້ອຍ ເຫມືອນທີ່ພວກຂ້ານ້ອຍຍົກໂທດແກ່ທຸກຄົນ ທີ່ເຮັດຜິດຕໍ່ພວກຂ້ານ້ອຍນັ້ນ. ຂໍຢ່ານໍາພວກຂ້ານ້ອຍ ເຂົ້າໄປໃນການທົດລອງ’.” 5 ພຣະ­ເຢຊູເຈົ້າກ່າວກັບພວກເຂົາວ່າ, “ຜູ້ໃດໃນພວກເຈົ້າມີມິດສະ­ຫາຍຄົນຫນຶ່ງ ແລະຈະໄປຫາລາວໃນເວ­ລາທ່ຽງຄືນແລ້ວເວົ້າວ່າ ‘ສະ­ຫາຍເອີຍ, ຂໍໃຫ້ຂ້ອຍຢືມເຂົ້າ­ຈີ່ຈັກສາມກ້ອນແດ່. 6 ເພາະໝູ່ຄົນຫນຶ່ງຂອງຂ້ອຍເດີນ­ທາງຈາກບ່ອນອື່ນມາແວ່ຂ້ອຍແລະຂ້ອຍບໍ່ຫຍັງຈະສູ່ລາວກິນ’. 7 ຝ່າຍມິດສະຫາຍທີ່­ຢູ່ຂ້າງໃນຈຶ່ງຕອບອອກມາວ່າ, ‘ຢ່າລົບກວນເຮົາເທາະປະ­ຕູກໍອັດແລ້ວ, ພວກລູກຂອງເຮົາກໍນອນຢູ່ກັບເຮົາ, ເຮົາລຸກ­ຂຶ້ນເອົາເຂົ້າຈີ່ໃຫ້ເຈົ້າບໍ່ໄດ້’. 8 ເຮົາບອກເຈົ້າທັງຫລາຍວ່າ ເຖິງແມ່ນວ່າຜູ້ນັ້ນຈະບໍ່ລຸກ­ຂຶ້ນເອົາໃຫ້ເພາະການເປັນໝູ່ກັນກໍຕາມ ແຕ່ຖ້າເພາະເຫັນ­ແກ່ການກ້າຂໍຢ່າງບໍ່ລະອາຍ ເພິ່ນກໍຈະລຸກ­ຂຶ້ນແລະເອົາເຂົ້າຈີ່ໃຫ້ເຈົ້າເທົ່າທີ່ເຈົ້າຕ້ອງ­ການ. 9 ແລະເຮົາບອກພວກເຈົ້າວ່າ ຈົ່ງຫມັ່ນຂໍ ແລ້ວເຈົ້າຈະໄດ້ຮັບ ຈົ່ງຫມັ່ນຊອກແລ້ວເຈົົ້າຈະພົບ ຈົ່ງຫມັ່ນເຄາະແລ້ວຈະໄຂໃຫ້ເຈົ້າ. 10 ດ­້ວຍວ່າທຸກຄົນທີ່ຫມັ່ນຂໍກໍໄດ້ຮັບ ຜູ້ໃດທີ່ຫມັ່ນຊອກຫາກໍໄດ້ພົບ ແລະຜູ້ໃດທີ່ຫມັ່ນເຄາະ ມັນຈະເປີດໃຫ້. 11 ມີພໍ່ຄົນໃດໃນພວກເຈົ້າ ຖ້າລູກຂໍປາຈະເອົາງູໃຫ້ລູກແທນປາ? 12 ຫລືເມື່ອລູກຂໍໄຂ່ ຈະເອົາແມງງອດໃຫ້ລູກ? 13 ເຫດສັນ­ນັ້ນຖ້າເຈົ້າທັງ­ຫລາຍ ຜູ້ເປັນຄົນຊົ່ວ ຍັງຮູ້­ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າ­ໃດ ພຣະບິ­ດາເຈົ້າຜູ້ສະ­ຖິດໃນສະ­ຫວັນຈະປະ­ທານພຣະວິນຍານ­ບໍ­ຣິ­ສຸດເຈົ້າໃຫ້ແກ່ຜູ້ທີ່ຂໍຈາກພຣະ­ອົງ?" 14 ຫລັງຈາກນັ້ນ ພຣະ­ເຢຊູເຈົ້າໄດ້ຂັບໄລ່ຜີປາກກືກອອກ. ເມື່ອຜີນັ້ນຖືກຂັບໄລ່ອອກແລ້ວຊາຍທີ່ເປັນຄົນປາກກືກກໍເລີ່ມເວົ້າໄດ້, ປະ­ຊາ­ຊົນກໍປະ­ຫລາດໃຈ. 15 ແຕ່ບາງຄົນໃນຫມູ່ນັ້ນໄດ້ເວົ້າວ່າ, “ຜູ້ນີ້ຂັບໄລ່ຜີອອກໄດ້ໂດຍໃຊ້ອຳ­ນາດຂອງເບ­ເອນ­ເຊ­ບູນຊຶ່ງເປັນນາຍຂອງພວກຜີຮ້າຍ. 16 ສ່ວນຄົນອື່ນກໍໄດ້ທົດລອງພຣະ­ອົງ ແລະຖາມຫາຫມາຍສຳ­ຄັນຈາກຟ້າສະ­ຫວັນ. 17 ແຕ່ພຣະເຢຊູເຈົ້າຮູ້ຄວາມຄຶດຂອງເຂົາ ຈຶ່ງກ່າວຕໍ່ພວກເຂົາວ່າ, “ທຸກອາ­ນາ­ຈັກທີ່ຕໍ່ສູ້ກັນເອງກໍຈະຮ້າງເປົ່າ, ຄອບຄົວທີ່ຕໍ່ສຸ້ກັນເອງ ກໍຈະລົ້ມສະລາຍ." 18 ຖ້າຊາ­ຕານຕໍ່ສູ້ກັນເອງ ອາ­ນາ­ຈັກຂອງມັນຈະຕັ້ງຫມັ້ນຢູ່ໄດ້ຢ່າງ­ໃດ? ເຈົ້າທັງ­ຫລາຍເວົ້າວ່າເຮົາຂັບໄລ່ຜີປີສາດອອກໂດຍເບ­ເອນ­ເຊ­ບູນ. 19 ຖ້າເຮົາຂັບໄລ່ຜີປີສາດອອກໂດຍເບ­ເອນ­ເຊບູນ, ແລ້ວພວກລູກສິດຂອງເຈົ້າເຄີຍໄລ່ມັນອອກດ້ວຍອຳ­ນາດຂອງຜູ້ໃດ? ດ້ວຍເຫດນີ້ແຫລະ, ພວກເຂົາຈະເປັນຜູ້ພິພາກສາພວກເຈົ້າ. 20 ແຕ່ຖ້າເຮົາຂັບໄລ່ຜີປີສາດອອກດ້ວຍຣິດອຳນາດຂອງພຣະ­ເຈົ້າ, ຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າກໍມາເຖິງພວກເຈົ້າແລ້ວ. 21 ເມື່ອຊາຍທີ່ແຂງ­ແຮງຖືອາ­ວຸດຄົບຖ້ວນເຝົ້າເຮືອນຂອງຕົນຢູ່ ສິ່ງຂອງທັງຫມົດຂອງລາວກໍປອດໄພ. 22 ແຕ່ເມື່ອຊາຍທີ່ແຂງແຮງກວ່າກໍເອົາຊະ­ນະລາວໄດ້, ຄົນແຂງແຮງກວ່ານັ້ນຈະຍຶດເອົາອາວຸດທີ່ເຈົ້າຂອງເຮືອນໄວ້ໃຈນັ້ນໄປ ແລະແບ່ງປັນຊັບສົມບັດຂອງເຂົາໄປເສັຍ. 23 ຜູ້ໃດບໍ່ຢູ່ຝ່າຍເຮົາ ກໍຕໍ່­ສູ້ກັບເຮົາ ແລະຜູ້ໃດບໍ່ໂຮມເຂົ້າກັບເຮົາກໍເປັນຜູ້ເຮັດໃຫ້ແຕກກະຈາຍໄປ. 24 “ເມື່ອຜີບໍ່ສະອາດອອກຈາກຊາຍຄົນຫນຶ່ງໄປ ມັນກໍເດີນທາງຜ່ານໄປໃນບ່ອນກັນ­ດານເພື່ອ­ຊອກຫາບ່ອນເຊົາ, ເມື່ອຫາບໍ່ພົບ ມັນຈິ່ງເວົ້າວ່າ ‘ເຮົາຈະກັບຄືນໄປຍັງເຮືອນຂອງເຮົາທີ່ເຮົາໄດ້ອອກມານັ້ນ. 25 ເມື່ອຜີນັ້ນກັບມາແລ້ວແລະເຫັນວ່າເຮືອນນັ້ນຖືກເຮັດໃຫ້ສະອາດດີແລະຈັກເປັນລະບຽບຮຽບຮ້ອຍແລ້ວ. 26 ຈາກນັ້ນມັນກໍໄປຊັກຊວນວິນຍານອື່ນອີກເຈັດໂຕຮ້າຍກວ່າມັນ ແລະກໍເຂົ້າໄປອາໄສຢູ່ເຮືຶອນຫລັງນັ້ນ ແລະໃນທີ່ສຸດ ຊາຍຄົນນັ້ນກໍຕົກຢູ່ໃນສະພາບຮ້າຍກວ່າຕອນຕົ້ນ.” 27 ໃນຂະນະທີ່ພຣະ­ອົງຊົງກ່າວຖ້ອຍຄຳເຫລົ່າ­ນັ້ນຢູ່ ກໍມີຍິງສາວຄົນຫນຶ່ງໃນຫມູ່ປະ­ຊາ­ຊົນຮ້ອງທູນພຣະ­ອົງວ່າ, “ທ້ອງ­ຂອງຍິງທີ່ໃຫ້ກຳເນີດທ່ານແລະເຕົ້າ­ນົມທີ່ລຽ້ງທ່ານນັ້ນກໍເປັນສຸກ.” 28 ແຕ່ພຣະອົງຊົງຕອບວ່າ, “ບໍ່ແມ່ນເລີຍ ຄົນທັງ­ຫລາຍທີ່ຟັງພຣະ­ທັມຂອງພຣະເຈົ້າ ແລະຖືຮັກ­ສາພຣະ­ທັມໄວ້ຕ່າງຫາກທີ່ເປັນສຸກ.” 29 ເມື່ອປະ­ຊາ­ຊົນເລີ່ມມາໂຮມກັນຫນາແຫນ້ນຂຶ້ນ ພຣະ­ເຢຊູເຈົ້າຊົງເລີ່ມກ່າວວ່າ, “ຄົນໃນຍຸກນີ້ເປັນຍຸກທີ່ຊົ່ວຮ້າຍ ເຂົາສະແຫວງ­ຫາຫມາຍສຳ­ຄັນ ແຕ່ຈະບໍ່ມີຫມາຍສຳ­ຄັນອັນໃດເປີດເຜີຍໃຫ້ແກ່ເຂົາ ເວັ້ນໄວ້ແຕ່ຫມາຍສຳ­ຄັນເລື່ອງໂຢ­ນາ. 30 ເຫມືອນກັບທີ່ໂຢ­ນາໄດ້ເປັນຫມາຍສຳ­ຄັນແກ່ຊາວເມືອງນີ­ເນ­ເວ, ດັ່ງນັ້ນ ບຸດມະ­ນຸດຈະເປັນຫມາຍສຳ­ຄັນແກ່ຄົນໃນຍຸກນີ້. 31 ຣາຊີນີແຫ່ງທິດ­ໃຕ້ຈະລຸກ­ຂຶ້ນໃນການພິ­ພາກ­ສາພ້ອມກັບຜູ້ຊາຍໃນຍຸກນີ້ ແລະລົງໂທດຄົນໃນຍຸກນີ້ ເພາະນາງໄດ້ມາແຕ່ທີ່ສຸດປາຍແຜ່ນດິນໂລກ ເພື່ອຈະຟັງຄຳສັ່ງສອນທີ່ມີສະ­ຕິ­ປັນ­ຍາຂອງກະ­ສັດໂຊ­ໂລ­ໂມນ ແລະ ເບິ່ງແມ! ຜູ້ທີ່ຍິ່ງໃຫຍ່ກວ່າກະ­ສັດໂຊ­ໂລໂມນກໍຢູ່ທີ່ນີ້. 32 ຊາວເມືອງນີ­ເນ­ເວຈະຢືນຂຶ້ນໃນວັນພິ­ພາກ­ສາພ້ອມກັບຄົນໃນຍຸກນີ້ ແລະຈະກ່າວໂທດຄົນໃນຍຸກນີ້ ເມື່ອພວກເຂົາໄດ້ຖິ້ມໃຈເກົ່າເອົາ­ໃຈໃຫມ່ເພາະການປະ­ກາດຂອງໂຢ­ນາ ແລະເບິ່ງແມ, ຜູ້ທີ່ຍິ່ງໃຫຍ່ກວ່າໂຢ­ນາກໍຢູ່ທີ່ນີ້. 33 ບໍ່­ຫ່ອນມີຜູ້ໃດ, ເມື່ອໄຕ້ໂຄມແລ້ວຈະຕັ້ງໃນທີ່ຫລີ້ຊ້ອນ ຫລືຢູ່ກ້ອງກະຕ່າ ແຕ່ຕັ້ງໄວ້ບ່ອນໃສ່ໂຄມໄຟ ເພື່ອຜູ້ທີ່ເຂົ້າມາຈະໄດ້ເຫັນແສງສະຫວ່າງ. 34 ຕາຂອງເຈົ້າເປັນໂຄມໄຟຂອງຮ່າງ­ກາຍ ເມື່ອຕານັ້ນດີຮ່າງ­ກາຍຂອງເຈົ້າກໍເຕັມໄປດ້ວຍແສງສະ­ຫວ່າງ, ແຕ່ເມື່ອຕາຂອງເຈົ້າບໍ່ດີໄປ ຮ່າງ­ກາຍຂອງເຈົ້າກໍເຕັມໄປດ້ວຍຄວາມມືດ. 35 ເຫດສັນນັ້ນ ຈົ່ງລະ­ວັງຢ່າໃຫ້ແສງສະ­ຫວ່າງທີ່ມີຢູ່ໃນເຈົ້າມືດໄປ. 36 ຖ້າຮ່າງກາຍຂອງເຈົ້າທຸກສ່ວນເຕັມດ້ວຍຄວາມສະ­ຫວ່າງ ບໍ່ມີສ່ວນໃດໃນຄວາມມືດ, ແລ້ວຮ່າງກາຍທັງຫມົດຂອງເຈົ້າຈະເປັນເຫມືອນດັ່ງໂຄມໄຟທີ່ສ່ອງສະຫວ່າງເທິງເຈົ້າ.” 37 ເມື່ອພຣະ­ເຢຊູເຈົ້າກ່າວສຳເລັດແລ້ວ ມີຟາ­ຣີ­ຊາຍຜູ້ຫນຶ່ງໄດ້ເຊີນພຣະ­ອົງໄປກິນເຂົ້າທີ່ເຮືອນຂອງຕົນ ເມື່ອພຣະເຢຊູເຈົ້າໄປເຖິງແລະນັ່ງອີງຕົວລົງ. 38 ຟາ­ຣີ­ຊາຍຜູ້ນັ້ນກໍປະຫລາດໃຈ ທີ່ພຣະ­ອົງບໍ່ໄດ້ລ້າງມືກ່ອນກິນເຂົ້າແລງ. 39 ແລ້ວພຣະເຈົ້າອົງ­ເຈົ້ານາຍກ່າວແກ່ລາວວ່າ, “ບັດນີ້, ເຈົ້າພວກຟາ­ຣີ­ຊາຍ, ເຈົ້າລ້າງຖ້ວຍ­ຊາມໃຫ້ສະ­ອາດແຕ່ຂ້າງນອກ ແຕ່ຂ້າງໃນຕົວເຈົ້າແລ້ວ ເຕັມໄປດ້ວຍຄວາມໂລບແລະຄວາມຊົ່ວຮ້າຍ. 40 ເຈົ້າ ຄົນໂງ່ເອີຍ! ຜູ້ທີ່ໄດ້ສ້າງຂ້າງນອກກໍໄດ້ສ້າງຂ້າງໃນເຫມືອນກັນບໍ່ແມ່ນບໍ? 41 ຈົ່ງບໍ­ຣິ­ຈາກແກ່ຄົນທຸກຍາກດ້ວຍສິ່ງຊຶ່ງຢູ່ຂ້າງໃນ ແລ້ວທຸກສິ່ງກໍຈະສະ­ອາດສຳລັບພວກທ່ານ. 42 ແຕ່ວິ­ບັດແກ່ເຈົ້າ, ພວກຟາ­ຣີ­ຊາຍ ພວກເຈົ້າຖວາຍຫນຶ່ງສ່ວນສິບໃນເຄື່ອງປູກຕາມຣະດູການແກ່ພຣະເຈົ້າຄືຜັກກ້ານກ່ຳ ຜັກແພວ, ແລະຜັກອື່ນໆທຸກຊະນິດ ຈາກສວນ ແຕ່ພວກເຈົ້າລະເລີຍຄວາມຍຸດ­ຕິທໍາແລະຄວາມຮັກຂອງພຣະ­ເຈົ້າ.  ຈຳເປັນຢ່າງຍິ່ງທີ່ຈະປະຕິບັດຢ່າງຍຸດຕິທັມແລະຮັກພຣະເຈົ້າ ໂດຍບໍ່ລະເລີຍໃນການເຮັດສິ່ງອື່ນໆດ້ວຍ. 43 ແຕ່ວິ­ບັດແກ່ເຈົ້າ, ພວກຟາ­ຣີ­ຊາຍ ພວກເຈົ້າມັກບ່ອນນັ່ງອັນມີກຽດໃນໂຮງທໍາມະສາລາ ແລະມັກໃຫ້ຄົນຄຳນັບໃຫ້ກຽດຢູ່ກາງຕະຫລາດ. 44 ວິ­ບັດແກ່ພວກເຈົ້າ, ເປັນເໝືອນບ່ອນຝັງສົບທີ່ຄົນທັງ­ຫລາຍຍ່າງຜ່ານໄປມາໂດຍບໍ່ຮູ້ວ່າມີຫຍັງ.” 45 ແລ້ວມີນັກກົດບັນຍັັດຜູ້ຊ່ຽວຊານຄົນຫນຶ່ງເວົ້າກັບພຣະອົງວ່າ, “ອາ­ຈານເອີຍ, ທ່ານກຳລັງຫມິ່ນປະ­ຫມາດພວກເຮົາເຫມືອນກັນ.” 46 ພຣະເຢຊູເຈົ້າກ່າວວ່າ, “ວິ­ບັດຈະມີແກ່ພວກເຈົ້າເຫມືອນກັນ, ພວກເຈົ້າຜູ້ສອນກົດບັນຍັດ ພວກເຈົ້າເອົາພາລະທີ່ຫນັກຫນາມາວາງໃສ່ບ່າຂອງຜູ້ອື່ນ, ແຕ່ສ່ວນພວກເຈົ້າເອງ, ແມ່ນແຕ່ນິ້ວມືດຽວກໍບໍ່ແຕະພາລະນັ້ນ. 47 ວິ­ບັດແກ່ພວກເຈົ້າ, ເພາະພວກເຈົ້າສ້າງອຸບໂມງຝັງສົບໃຫ້ພວກຜູ້ປະ­ກາດພຣະ­ຄໍາ, ຄືພວກຜູ້ທໍານວຍເຫຼົ່ານັ້ນເເຫລະທີ່ບັນ­ພະ­ບຸ­ຣຸດຂອງເຈົ້າໄດ້ຂ້າພວກເຂົາ. 48 ດັ່ງນັ້ນ ພວກເຈົ້າຈຶ່ງເປັນພະ­ຍານແລະເຫັນດີກັບສິ່ງທີ່ບັນພະບຸດຣຸດຂອງພວກເຈົ້າໄດ້ເຮັດ ພວກເຂົາໄດ້ຂ້າພວກຜູ້ປະ­ກາດພຣະ­ຄໍາ ແລະພວກເຈົ້າໄດ້ສ້າງອຸບໂມງໃຫ້ແກ່ພວກເຂົາ. 49 ດ້ວຍເຫດນີ້ ພຣະ­ປັນ­ຍາຂອງພຣະ­ເຈົ້າຈຶ່ງກ່າວວ່າ, ‘ເຮົາຈະໃຊ້ພວກຜູ້ປະ­ກາດພຣະ­ຄໍາ ແລະອັກຄະສາ­ວົກໄປຫາພວກເຂົາ, ແລະພວກເຂົາຈະຂົ່ມເຮັງບາງຄົນແລະຂ້າບາງຄົນ. 50 ຜົນກໍຄື ຄົນໃນຍຸກນີ້ຈະຕ້ອງຮັບຜິດຊອບ ໃນເລືອດຂອງພວກຜູ້ປະກາດພຣະ­ຄໍາແລະອັກຄະສາ­ວົກເຫລົ່ານັ້ນ ທີ່ໄຫລອອກມາຕັ້ງ­ແຕ່ຄາວວາງຮາກສ້າງໂລກ. 51 ຕັ້ງ­ແຕ່ເລືອດຂອງອາ­ເບັນຈົນເຖິງເລືອດຂອງຊາ­ຂາ­ຣີ­ຢາ ຜູ້ທີ່ຖືກຂ້າທີ່ແທ່ນບູ­ຊາແລະພຣະວິຫານ. ຈິງແທ້, ເຮົາບອກເຈົ້າໃນເລື່ອງນີ້ ເພາະຄົນໃນຍຸກນີ້ຈະຕ້ອງຮັບ­ຜິດ­ຊອບ. 52 ວິ­ບັດແກ່ພວກເຈົ້າ ຜູ້ຊ່ຽວຊານກົດບັນຍັດ, ເພາະ­ພວກເຂົ້າໄດ້ເອົາກະ­ແຈແຫ່ງຄວາມຮູ້ໄວ້ ພວກເຈົ້າເອງກໍບໍ່ເຂົ້າໄປ ແລະຄົນທີ່ຢາກເຂົ້າໄປ ພວກເຈົ້າກໍຂັດຂວາງພວກເຂົາເສຍ.” 53 ຫລັງຈາກທີ່ພຣະເຢຊູເຈົ້າອອກຈາກທີ່ນັ້ນ, ພວກທໍາມະຈານແລະພວກຟາ­ຣີ­ຊາຍໄດ້ໂຈມຕີແລະໂຕ້ຖຽງກັບພຣະອົງອີກຫລາຍເລື່ອງ. 54 ຫວັງຈະໃຫ້ພຣະອົງຕິດກັບດັກຈາກຄຳເວົ້າຂອງພຣະອົງ.