1 ໃນເວລານັ້ນ ມີປະຊາຊົນຫລາຍພັນຄົນມາເຕົ້າໂຮມກັນ ຫລາຍຈົນພວກເຂົາບຽດກັນ, ພຣະເຢຊູເລີ່ມຕົ້ນກ່າວກັບພວກສາວົກວ່າ, “ຈົ່ງຣະວັງເຊື້ອແປ້ງຂອງພວກຟາຣີຊາຍ ຄືຄວາມຫນ້າຊື່ໃຈຄົດຂອງພວກເຂົາ. 2 ບໍ່ມີຄວາມລັບໃດປິດບັງໄວ້ຈະບໍ່ຖືກເປີດເຜີຍ ຫລືສິ່ງໃດທີ່ຖືກເຊື່ອງໄວ້ຈະບໍ່ປະກົດໃຫ້ຮູ້. 3 ບໍ່ວ່າສິ່ງໃດທີ່ເຈົ້າເວົ້າໃນບ່ອນມືດ ກໍຈະໄດ້ຍິນໃນທີ່ແຈ້ງ ແລະສິ່ງໃດທີ່ພວກເຈົ້າຊີ່ມໃສ່ຫູໃນຫ້ອງ ກໍຈະຖືກປ່າວປະກາດເທິງຫລັງຄາເຮືອນ. 4 ໝູ່ທັງຫລາຍຂອງເຮົາເອີຍ ເຮົາບອກພວກເຈົ້າວ່າ, ຢ່າຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ ແລະຫລັງຈາກນັ້ນພວກເຂົາບໍ່ສາມາດເຮັດຫຍັງໄດ້ອີກຕໍ່ໄປ. 5 ແຕ່ເຮົາຈະເຕືອນໃຫ້ພວກເຈົ້າຮູ້ວ່າຄວນຢ້ານຜູ້ໃດ. ຈົ່ງຢ້ານຜູ້ທີ່ຂ້າໄດ້ ແລະມີສິດທິອຳນາດຖິ້ມເຈົ້າລົງໃນນະຣົກ, ນັ້ນແຫລະ ເຮົາບອກພວກເຈົ້າວ່າ ຈົ່ງຢ້ານເພິ່ນ. 6 ນົກຈອກຫ້າໂຕເຂົາຂາຍສອງອັດບໍ່ແມ່ນບໍ? ແລະນົກນັ້ນ, ແມ່ນແຕ່ໂຕດຽວກໍບໍ່ຢູ່ນອກສາຍຕາຂອງພຣະເຈົ້າ. 7 ແມ່ນແຕ່ຜົມເທິງຫົວຂອງເຈົ້າກໍນັບໄວ້ແລ້ວທຸກເສັ້ນ ຢ່າຢ້ານເລີຍ. ພວກເຈົ້າກໍມີຄ່າກວ່ານົກຈອກຫລາຍຕົວ. 8 ເຮົາບອກເຈົ້າວ່າ ທຸກຄົນທີ່ຍອມຮັບເຮົາຕໍ່ຫນ້າມະນຸດ ບຸດມະນຸດກໍຈະຍອມຮັບຜູ້ນັ້ນຕໍ່ຫນ້າພວກເທວະດາຂອງພຣະເຈົ້າເຫມືອນກັນ. 9 ແຕ່ຜູ້ໃດປະຕິເສດເຮົາຕໍ່ຫນ້າມະນຸດ ກໍຈະຖືກປະຕິເສດຕໍ່ຫນ້າພວກເທວະດາຂອງພຣະເຈົ້າເຫມືອນກັນ. 10 ຜູ້ໃດທີ່ກ່າວຕໍ່ສູ້ບຸດມະນຸດຈະໄດ້ຮັບການອະໄພ ແຕ່ຜູ້ໃດທີ່ກ່າວຄຳຫມິ່ນປະຫມາດຕໍ່ພຣະວິນຍານບໍຣິສຸດເຈົ້າ ຈະອະໄພໃຫ້ບໍ່ໄດ້. 11 ເມື່ອພວກເຂົານຳເຈົ້າໄປຢູ່ຕໍ່ຫນ້າທໍາມະສາລາ, ຕໍ່ຫນ້າຜູ້ປົກຄອງແລະຜູ້ມີອຳນາດ, ຢ່າຄິດອຸກໃຈເລີຍວ່າຈະເວົ້າແກ້ຕົວຢ່າງໃດ ຫລືຈະເວົ້າຫຍັງ. 12 ເພາະໃນເວລານັ້ນພຣະວິນຍານບໍຣິສຸດເຈົ້າຈະສອນເຈົ້າໃນສິ່ງທີ່ຄວນຈະເວົ້າ. 13 ຈາກນັ້ນ ມີບາງຄົນໃນກຸ່ມປະຊາຊົນໄດ້ເວົ້າກັບພຣະເຢຊູເຈົ້າວ່າ, “ອາຈານເອີຍ, ຊ່ວຍບອກອ້າຍຂອງຂ້ານ້ອຍແບ່ງມໍຣະດົກໃຫ້ຂ້ານ້ອຍແດ່.” 14 ພຣະເຢຊູເຈົ້າຕອບລາວວ່າ, “ຊາຍເອີຍ, ໃຜໄດ້ຕັ້ງເຮົາໃຫ້ເປັນຜູ້ພິພາກສາຫລືເປັນຜູ້ແບ່ງປັນມໍຣະດົກໃຫ້ເຈົ້າ?” 15 ແລະພຣະອົງກ່າວກັບພວກເຂົາວ່າ, “ຈົ່ງລະວັງຮັກສາຕົນໄວ້ໃຫ້ເວັ້ນຈາກການໂລບທຸກຢ່າງ ເພາະຊີວິດຂອງມະນຸດບໍ່ຂຶ້ນຢູ່ກັບຊັບສົມບັດອັນອຸດົມສົມບູນຂອງຕົນ.” 16 ແລ້ວພຣະເຢຊູເຈົ້າຈຶ່ງບອກພວກເຂົາເປັນຄຳອຸປະມາວ່າ, “ທີ່ດິນເສດຖີຄົນຫນຶ່ງໄດ້ຜົນລະຢ່າງອຸດົມສົມບູນ. 17 ແລະລາວຄິດກັບຕົນເອງວ່າ ‘ເຮົາຈະເຮັດແນວໃດດີ ເພາະບໍ່ມີບ່ອນຈະເກັບຜົນລະປູກຂອງເຮົາແລ້ວ?’ 18 ລາວຈິ່ງເວົ້າວ່າ ‘ສິ່ງທີ່ເຮົາຈະເຮັດຄືດັ່ງນີ້ ເຮົາຈະມ້າງເລົ້າທັງຫລາຍອອກແລະຈະສ້າງຫລັງໃຫມ່ໃຫ້ໃຫຍ່ກວ່າເກົ່າ ແລ້ວເຮົາຈະຮວບຮວມເຂົ້າ ແລະສິ່ງຂອງທັງຫມົດຂອງເຮົາໄວ້ທີ່ນັ້ນ. 19 ເຮົາຈະເວົ້າແກ່ຈິດໃຈຂອງເຮົາວ່າ, “ຈິດໃຈເອີຍ, ເຈົ້າມີຂອງດີໆໄວ້ໃຊ້ໄດ້ອີກຫລາຍປີ. ຈົ່ງພັກຢູ່ຢ່າງສະບາຍ, ກິນດື່ມດ້ວຍຄວາມປິຕິຍິນດີ ສະຫນຸກສະຫນານເທາະ’.” 20 ແຕ່ພຣະເຈົ້າກ່າວແກ່ລາວວ່າ ‘ໂອຄົນໂງ່ເອີຍ, ໃນຄືນນີ້ຈິດໃຈຂອງເຈົ້າໄປຈາກເຈົ້າ ແລ້ວສິ່ງຂອງທັງຫລາຍທີ່ເຈົ້າຈັດແຈ່ງໄວ້ນັ້ນຈະຕົກເປັນຂອງໃຜ?’. 21 ນັ້ນກໍເຫມືອນຄົນທີ່ທ້ອນໂຮມຊັບສົມບັດໄວ້ສຳລັບຕົນເອງ ແຕ່ບໍ່ໄດ້ຮັ່ງມີຕໍ່ພຣະຈົ້າ.” 22 ພຣະເຢຊູເຈົ້າກ່າວກັບພວກສາວົກຂອງພຣະອົງວ່າ, “ດັ່ງນັ້ນ ເຮົາບອກເຈົ້າທັງຫລາຍວ່າ ຢ່າກະວົນກະວາຍເຖິງຊີວິດວ່າຈະກິນຫຍັງ ຫລືເຖິງຮ່າງກາຍວ່າຈະນຸ່ງຫົ່ມຫຍັງ 23 ເພາະຊີວິດກໍມີຄ່າກວ່າອາຫານ ແລະຮ່າງກາຍກໍມີຄ່າກວ່າເຄື່ອງນຸ່ງຫົ່ມ. 24 ຈົ່ງພິຈາຣະນາເບິ່ງຝູງກາ ມັນບໍ່ໄດ້ຫວ່ານຫລືກ່ຽວ, ມັນບໍ່ມີເລົ້າຫລືບ່ອນເກັບເຄື່ອງ ແຕ່ພຣະເຈົ້າຍັງຊົງລ້ຽງພວກມັນ ພວກທ່ານປະເສີດກວ່ານົກເຫົ່ລານັ້ນ. 25 ແລະມີຄວາມກະວົນກະວາຍໃດ ທີ່ອາດຕໍ່ຊີວິດໃຫ້ຍາວອອກໄປຈັກສອກຫນຶ່ງໄດ້? 26 ຖ້າສິ່ງເລັກນ້ອຍທ່ານຍັງເຮັດບໍ່ໄດ້ ເຫດໃດທ່ານຈິ່ງກະວົນກະວາຍເຖິງສິ່ງອື່ນໆ ອີກ? 27 ຈົ່ງພິຈາຣະນາເບິ່ງດອກລີລີ່ວ່າມັນເຕີບໃຫຍ່ຂຶ້ນຢ່າງໃດ ມັນບໍ່ໄດ້ເຮັດການ, ມັນບໍ່ໄດ້ເຂັນຝ້າຍ ແຕ່ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນກະສັດໂຊໂລໂມນເມື່ອບໍຣິບູນດ້ວຍສະຫງ່າຣາສີ ກໍບໍ່ໄດ້ທົງເຄື່ອງງາມທໍ່ດອກໄມ້ນີ້ດອກຫນຶ່ງ. 28 ຖ້າພຣະເຈົ້າຊົງຕົກແຕ່ງຫຍ້າທີ່ທົ່ງນາຢ່າງນັ້ນຊຶ່ງເປັນຢູ່ວັນນີ້ ແລະມື້ອື່ນຕ້ອງຖິ້ມໃສ່ເຕົາໄຟເສັຍ ພຣະອົງຈະບໍ່ຕົກແຕ່ງພວກທ່ານຫລາຍກວ່ານັ້ນເທົ່າໃດ? ໂອ ທ່ານຜູ້ມີຄວາມເຊື່ອຫນ້ອຍເອີຍ. 29 ຢ່າສະແຫວງຫາວ່າຈະກິນຫຍັງ, ແລະຈະດື່ມຫຍັງ, ແລະຢ່າກະວົນກະວາຍ. 30 ເພາະບັນດາປະຊາຊາດທົ່ວໂລກຊອກຫາສິ່ງຂອງທັງປວງນີ້ ແລະພຣະບິດາເຈົ້າຂອງພວກທ່ານກໍຊົງຊາບແລ້ວວ່າທ່ານຕ້ອງການສິ່ງເຫລົ່ານີ້. 31 ແຕ່ຈົ່ງສະແຫວງຫາຣາຊະອານາຈັກຂອງພຣະເຈົ້າ ແລ້ວສິ່ງເຫລົ່ານີ້ພຣະອົງຈະຊົງເພີ່ມເຕີມໃຫ້ທ່ານ. 32 ຢ່າຊູ່ຢ້ານເລີຍ ຝູງແກະນ້ອຍເອີຍ, ເພາະພຣະບິດາເຈົ້າຂອງພວກທ່ານຊົງພໍພຣະທັຍຈະປຣະທານຣາຊະອານາຈັກໃຫ້ແກ່ພວກທ່ານ. 33 ຈົ່ງຂາຍຊັບສົມບັດຂອງທ່ານແລະແຈກຈ່າຍໃຫ້ກັບຄົນຍາກຈົນ. ຈົ່ງເຮັດຖົງເງິນອັນບໍ່ຮູ້ເກົ່າໄວ້ສຳລັບຕົນ ຄືຊັບສົມບັດໃນສະຫວັນຊຶ່ງບໍ່ຮູ້ຈັກຫມົດ ບ່ອນທີ່ໂຈນເຂົ້າໄປໃກ້ບໍ່ໄດ້ແລະບ່ອນທີ່ມອດທຳລາຍບໍ່ໄດ້. 34 ເພາະວ່າຊັບສົມບັດຂອງທ່ານຢູ່ທີ່ໃດ ໃຈຂອງທ່ານກໍຢູ່ທີ່ນັ້ນດ້ວຍ. 35 ຈົ່ງຮັດແອວເສື້ອຄຸມຂອງທ່ານໄວ້ ແລະໄຕ້ໂຄມຂອງທ່ານໃຫ້ສະຫວ່າງຢູ່ສະເຫມີ. 36 ແລະຈົ່ງເປັນເຫມືອນກັບຄົນທີ່ຄອຍເຈົ້ານາຍຂອງຕົນກັບມາຈາກການສະຫລອງແຕ່ງງານ ດັ່ງນັ້ນ ເມື່ອເຈົ້ານາຍກັບມາແລະເຄາະປະຕູແລ້ວ ພວກເຂົາຈະໄຂໃຫ້ກັບເຈົ້ານາຍໃນທັນທີ. 37 ພຣະພອນຈົ່ງມີແກ່ຜູ້ຮັບໃຊ້ເຫລົ່ານີ້ຊຶ່ງນາຍກັບມາແລະພົບວ່າພວກເຂົາກຳລັງຄອຍຖ້າຢູ່. ເຮົາບອກຄວາມຈິງແກ່ພວກທ່ານວ່າ, ນາຍຈະຮັດແອວຂອງຕົນໄວ້ແລະໃຫ້ພວກຜູ້ຮັບໃຊ້ນັ່ງຮ່ວມໂຕະອາຫານ ແລະເພິ່ນຈະມາບົວຣະບັດເຂົາ. 38 ຖ້າເຈົ້ານາຍເຂົ້າມາໃນຕອນທຽ່ງຄືນຫລືຂ້ອນແຈ້ງ ແລະເຫັນວ່າພວກຮັບໃຊ້ຕຽມພ້ອມຢູ່ ພຣະພອນຈິ່ງມີແກ່ຜູ້ຮັບໃຊ້ເຫລົ່ານັ້ນ 39 ຍິ່ງກວ່ານັ້ນ ຈົ່ງຮູ້ວ່າ ຖ້າເຈົ້າຂອງເຮືອນໄດ້ຮູ້ກ່ອນວ່າໂຈນຈະມາໃນໂມງໃດ, ຕົນຈະບໍ່ປະໃຫ້ໂຈນເຈາະເຂົ້າເຮືອນໄດ້. 40 ພວກເຈົ້າກໍເຫມືອນກັນຈົ່ງຕຽມພ້ອມຢູ່ສະເຫມີ ເພາະໃນໂມງທີ່ພວກທ່ານບໍ່ຄາດຄິດນັ້ນ ບຸດມະນຸດຈະສະເດັດມາ. 41 ເປໂຕຈິ່ງທູນວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງກຳລັງບອກຄຳອຸປະມານີ້ແກ່ພວກຂ້ານ້ອຍ ຫລືແກ່ຄົນທຸກຄົນ?” 42 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ໃຜເປັນຜູ້ຈັດການທີ່ສັດຊື່ແລະມີສະຕິປັນຍາ ທີ່ນາຍໄດ້ຕັ້ງໃຫ້ເປັນໃຫຍ່ເຫນືອຄົນໃຊ້ອື່ນໆ ເພື່ອແຈກຈ່າຍສ່ວນແບ່ງອາຫານໃຫ້ຕາມເວລາ? 43 ພຣະພອນມີແກ່ຄົນຮັບໃຊ້ນັ້ນ ຜູ້ທີ່ເຈົ້ານາຍຂອງເຂົາພົບວ່າກຳລັງເຮັດຢ່າງນັ້ນຢູ່ເມື່ອເຈົ້ານາຍເຂົ້າມາ. 44 ເຮົາບອກຄວາມຈິງແກ່ພວກທ່ານວ່າ ເຈົ້ານາຍຈະຕັ້ງຜູ້ນັ້ນໃຫ້ດູແລຊັບສົມບັດທັງຫມົດທີ່ມີຢູ່. 45 ແຕ່ຖ້າຄົນຮັບໃຊ້ຄິດວ່າ‘ນາຍຂອງເຮົາຈະກັບມາຊ້າ’ ແລ້ວກໍຕັ້ງຕົ້ນທຸບຕີພວກຄົນໃຊ້ຊາຍຍິງ ທັງກິນແລະດື່ມຈົນເມົາ. 46 ເຈົ້າ ນາຍຂອງຄົນຮັບໃຊ້ນັ້ນກັບມາໃນວັນທີ່ເຂົາບໍ່ຄາດຄິດ, ແລະໃນໂມງທີ່ເຂົາບໍ່ຮູ້. ຜູ້ເປັນນາຍຈະຜ່າມັນໃຫ້ເປັນຕ່ອນໆ, ແລະໃຫ້ເຂົາໄປຢູ່ໃນສະຖານທີ່ຫນຶ່ງກັບຄົນທີ່ບໍ່ເຊື່ອຟັງ. 47 ຄົນຮັບໃຊ້ນັ້ນ ທີ່ຮູ້ເຖິງຄວາມຕັ້ງໃຈຂອງເຈົ້ານາຍຂອງຕົນແລະບໍ່ໄດ້ຕຽມຕົວໄວ້ ຫລືບໍ່ໄດ້ເຮັດໃຫ້ຄວາມຕັ້ງໃຈຂອງເຈົ້ານາຍສຳເລັດ ຈະຕ້ອງຖືກຂ້ຽນຕີຢ່າງຫນັກ. 48 ແຕ່ຜູ້ທີ່ບໍ່ຮູ້ ແລະໄດ້ເຮັດສິ່ງທີ່ສົມຄວນຖືກຂ້ຽນຕີ ກໍຈະຖືກຂ້ຽນຫນ້ອຍ ຜູ້ໃດໄດ້ຮັບຫລາຍກໍຈະທວງເອົາຈາກຜູ້ນັ້ນຫລາຍ ສ່ວນຜູ້ທີ່ໄດ້ຮັບຝາກໄວ້ຫລາຍເພິ່ນຈະທວງເອົາຈາກຜູ້ນັ້ນຫລາຍເຊັ່ນກັນ. 49 ເຮົາມາເພື່ອໂຍນໄຟລົງເທິງແຜ່ນດິນໂລກ, ແລະ ໄຟທີ່ເຮົາປາຖນາກໍໄດ້ຖືກຈູດໃຫ້ລຸກແລ້ວ. 50 ແຕ່ເຮົາຈະຕ້ອງຮັບບັບຕິສະມາຢ່າງຫນຶ່ງທີ່ທໍຣະມານ ແລະຕ້ອງເຈັບປວດຈົນກວ່າຈະສຳເລັດ. 51 ພວກທ່ານຄິດວ່າເຮົາມາເພື່ອໃຫ້ເກີດຄວາມສະຫງົບສຸກໃນໂລກບໍ? ບໍ່ແມ່ນດອກ ເຮົານຳຄວາມແຕກແຍກມາໃຫ້ຕ່າງຫາກ. 52 ຕັ້ງແຕ່ນີ້ເປັນຕົ້ນໄປ ຄອບຄົວຫນຶ່ງທີ່ມີຫ້າຄົນໃນເຮືອນດຽວຈະແຕກແຍກກັນຄື ສາມຄົນຈະຕໍ່ສູ້ສອງຄົນ ແລະສອງຄົນຈະຕໍ່ສູ້ກັບຄົນສາມຄົນ. 53 ພວກເຂົາຈະຖືກແບ່ງແຍກກັນ, ພໍ່ຈະຕໍ່ສູ້ກັບລູກຊາຍແລະລູກຊາຍຈະຕໍ່ສູ້ກັບພໍ່; ແມ່ຈະຕໍ່ສູ້ກັບລູກສາວແລະລູກສາວຈະຕໍ່ສູ້ກັບແມ່, ແມ່ຍ່າຈະຕໍ່ສູ້ລູກໃພ້ແລະລູກໃພ້ຈະຕໍ່ສູ້ແມ່ຍ່າ.” 54 ພຣະເຢຊູເຈົ້າກ່າວກັບປະຊາຊົນອີກວ່າ, “ເມື່ອທ່ານເຫັນເມກກຳລັງຂຶ້ນທາງທິດຕາເວັນຕົກ ທ່ານກໍເວົ້າທັນທີວ່າຝົນກຳລັງຈະຕົກ ແລະມັນກໍເປັນຢ່າງນັ້ນແທ້. 55 ແລະເມື່ອລົມໄຕ້ກຳລັງພັດ ທ່ານເວົ້າວ່ານັ້ນຄືລົມຮ້ອນເອົ້າທີ່ກຳລັງແຜດເຜົາ, ແລະມັນກໍເປັນຢ່າງນັ້ນແທ້. 56 ໂອ ຄົນຫນ້າຊື່ໃຈຄົດ, ທ່ານຮູ້ສັງເກດຄວາມເປັນໄປທີ່ເກີດຂຶ້ນຂອງແຜ່ນດິນໂລກແລະທ້ອງຟ້າອາກາດ, ແຕ່ເພາະເຫດໃດພວກທ່ານບໍ່ຮູ້ສັງເກດຄວາມເປັນໄປຂອງປະຈຸບັນນີ້ວ່າເປັນຢ່າງໃດ? 57 ເຫດໃດທ່ານຈິ່ງບໍ່ຕັດສີນວ່າສິ່ງໃດເປັນສິ່ງຖືກຕ້ອງດ້ວຍຕົວຂອງທ່ານເອງ? 58 ເມື່ອເຈົ້າກັບໂຈດພາກັນໄປຫາຜູ້ປົກຄອງ ລະຫວ່າງທາງຈົ່ງພະຍາຍາມຫາຊ່ອງທາງປອງດອງກັນ, ເພື່ອວ່າໂຈດຈະບໍ່ລາກເຈົ້າເຂົ້າໄປຫາຕຸລາການ ແລະເພື່ອວ່າຕຸລາການຈະບໍ່ມອບເຈົ້າ ໃຫ້ແກ່ເຈົ້າຫນ້າທີ່ແລະເຈົ້າຫນ້າທີ່ຈະບໍ່ຂັງເຈົ້າໄວ້ໃນຄຸກ. 59 ເຮົາບອກແກ່ທ່ານວ່າ ທ່ານຈະບໍ່ໄດ້ອອກຈາກທີ່ນັ້ນ ຈົນກວ່າຈະໄດ້ໃຊ້ຫນີ້ໃຫ້ຈົນຄົບ.