1 ໃນຂະນະນັ້ນ ມີລາງຄົນຢູ່ທີ່ນັ້ນໄດ້ເລົ່າສູ່ພຣະເຢຊູເຈົ້າຟັງເລື່ອງຊາວຄາລີເລ ທີ່ປີລາດໄດ້ເອົາເລືອດຂອງພວກເຂົາປົນກັບເຄື່ອງບູຊາຂອງພວກເຂົາເອງ. 2 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ທ່ານຄິດວ່າຊາວຄາລີເລເຫລົ່ານັ້ນເປັນຄົນບາບລື່ນກວ່າຊາວຄາລີເລພວກອື່ນໆ ທຸກຄົນ ເພາະວ່າພວກເຂົາທົນທຸກລຳບາກຢ່າງນີ້ບໍ? 3 ເຮົາບອກທ່ານວ່າ ບໍ່ແມ່ນດອກ ແຕ່ຖ້າພວກທ່ານບໍ່ຖິ້ມໃຈເກົ່າເອົາໃຈໃຫມ່ ພວກທ່ານກໍຈະຈິບຫາຍໄປເຊັ່ນດຽວກັນ. 4 ຫລືຄົນທັງສິບແປດຄົນທີ່ຕາຍ ເພາະຖືກປ້ອມພັງລົງມາທັບພວກເຂົາໃນຊີໂລອາມ ທ່ານຄຶດວ່າພວກເຂົາເຫລົ່ານັ້ນເປັນຄົນຜິດລື່ນກວ່າຄົນທັງປວງທີ່ອາໄສຢູ່ໃນກຸງເຢຣູຊາເລັມບໍ? 5 ເຮົາບອກທ່ານທັງຫລາຍວ່າ ບໍ່ແມ່ນດອກ ແຕ່ຖ້າພວກທ່ານຫມົດທຸກຄົນບໍ່ຖິ້ມໃຈເກົ່າເອົາໃຈໃຫມ່ ກໍຈະຈິບຫາຍໄປເຫມືອນກັນ.” 6 ພຣະເຢຊູເຈົ້າຊົງກ່າວຄຳອຸປະມາວ່າ, ມີ“ຄົນຫນຶ່ງໄດ້ປູກຕົ້ນເດື່ອເທດໄວ້ໃນສວນອະງຸ່ນຂອງຕົນ ແລ້ວເຂົາມາຊອກຫາຫມາກເດື່ອໃນຕົ້ນນັ້ນ ແຕ່ກໍບໍ່ພົບເລີຍ. 7 ຊາຍຄົນນັ້ນຈິ່ງບອກກັບຄົນງານໃນສວນອະງຸ່ນນັ້ນວ່າ ‘ເບິ່ງແມ, ເຮົາມາຊອກຫາຫມາກເດື່ອໃນຕົ້ນນີ້ໄດ້ສາມປີແລ້ວ ແຕ່ກໍບໍ່ພົບເລີຍ ຈົ່ງປ້ຳຖິ້ມເສັຽ ຈະເອົາໄວ້ຮົກດິນລ້າເຮັດຫຍັງ?’ 8 ແຕ່ຄົນງານຕອບວ່າ ‘ຂໍປະມັນໄວ້ອີກຕື່ມປີຫນຶ່ງກ່ອນ ແລະຂ້ານ້ອຍຈະຂຸດດິນອ້ອມເອົາຝຸ່ນໃສ່. 9 ຖ້າມັນເກີດຫມາກປີຫນ້າກໍດີຢູ່, ແຕ່ຖ້າບໍ່ເກີດຫມາກຈິ່ງປ້ຳມັນຖິ້ມເສັຽ!'" 10 ພຣະເຢຊູເຈົ້າຊົງສັ່ງສອນຢູ່ໃນທັມະສາລາ ບ່ອນຫນຶ່ງໃນວັນສະບາໂຕ. 11 ເບິ່ງແມ, ມີຍິງຄົນຫນຶ່ງຢູ່ທີ່ນັ້ນ ນາງຖືກວິນຍານແຫ່ງຄວາມອ່ອນແອເຂົ້າສິງຢູ່ເຮັດໃຫ້ເຈັບປ່ວຍມາເປັນເວລາສິບແປດປີແລ້ວ ມັນເຮັດໃຫ້ນາງຫລັງກົ່ງຢືນຊື່ບໍ່ໄດ້ຢ່າງເຕັມທີ. 12 ເມື່ອພຣະເຢຊູເຈົ້າຊົງເຫັນນາງ ພຣະອົງຈິ່ງເອີ້ນນາງມາ ແລະຊົງບອກວ່າ, “ນາງເອີຍ, ເຈົ້າໄດ້ຮັບການປົດປ່ອຍຈາກຄວາມເຈັບປ່ວຍຂອງເຈົ້າແລ້ວ.” 13 ພຣະອົງຊົງຢຽດພຣະຫັດວາງໃສ່ນາງ, ທັນໃດນັ້ນຕົວນາງກໍຢຽດຊື່ ແລະນາງກໍສັນຣະເສີນພຣະເຈົ້າ. 14 ແຕ່ນາຍທັມະສາລາບໍ່ພໍໃຈ ເພາະພຣະເຢຊູເຈົ້າໄດ້ຊົງໂຜດໃຫ້ດີພະຍາດໃນວັນສະບາໂຕ. ດັ່ງນັ້ນລາວຈິ່ງກ່າວແກ່ປະຊາຊົນວ່າ, “ມີຫົກວັນທີ່ຈັດໄວ້ສຳລັບເຮັດງານ ຈົ່ງມາຮັກສາໃຫ້ດີພະຍາດໃນວັນເຫລົ່ານັ້ນເຖີດ, ແຕ່ຢ່າມາໃນວັນສະບາໂຕ.” 15 ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ພວກຄົນຫນ້າຊື່ໃຈຄົດເອີຍ! ພວກເຈົ້າບໍ່ໄດ້ແກ້ງົວຫລືລໍຂອງຕົນ ຈູງອອກຈາກຄອກໄປກິນນ້ຳໃນວັນສະບາໂຕບໍ? 16 ເຊັ່ນດຽວກັນກັບຍິງຄົນນີ້ເປັນລູກສາວຂອງອັບຣາຮາມ ທີ່ຊາຕານໄດ້ຜູກມັດໄວ້ໄດ້ສິບແປດປີແລ້ວ ບໍ່ສົມຄວນທີ່ຈະໃຫ້ນາງພົ້ນຈາກເຄື່ອງຜູກມັດນີ້ໃນວັນສະບາໂຕບໍ?” 17 ເມື່ອພຣະອົງກ່າວຄຳເຫລົ່ານີ້ແລ້ວ ບັນດາຄົນທີ່ຕໍ່ສູ້ພຣະອົງກໍໄດ້ຮັບຄວາມອັບອາຍ ແຕ່ປະຊາຊົນທັງຫລາຍກໍພາກັນຊົມຊື່ນຍິນດີ ທີ່ພຣະອົງໄດ້ຊົງກະທຳທຸກສິ່ງທີ່ນ່າສັນຣະເສີນ. 18 ແລ້ວພຣະເຢຊູເຈົ້າກ່າວອີກວ່າ, “ຣາຊະອານາຈັກຂອງພຣະເຈົ້າເຫມືອນສິ່ງໃດ, ເຮົາຈະປຽບຣາຊະອານາຈັກນັ້ນກັບສິ່ງໃດ? 19 ກໍເປັນເຫມືອນແກ່ນຜັກກາດເມັດຫນຶ່ງ ທີ່ຄົນນຳໄປຫວ່ານໃນສວນຂອງຕົນ ມັນກໍງອກຂຶ້ນເປັນກົກໃຫຍ່ ແລະນົກປ່າກໍມາເຮັດຮັງອາໄສຢູ່ຕາມກິ່ງກ້ານຂອງມັນ.” 20 ພຣະເຢຊູເຈົ້າກ່າວຕໍ່ອີກວ່າ, “ເຮົາຈະປຽບຣາຊະອານາຈັກຂອງພຣະເຈົ້າກັບສິ່ງໃດດີ? 21 ກໍປຽບເຫມືອນເຊື້ອແປ້ງທີ່ຜູ້ຍິງຄົນຫນຶ່ງໄດ້ເອົາປົນໃສ່ໃນແປ້ງສາມຖັງ ຈົນແປ້ງນັ້ນຟູຂຶ້ນທັງຫມົດ.” 22 ພຣະເຢຊູເຈົ້າໄດ້ສະເດັດໄປຕາມບ້ານເມືອງຕ່າງໆ ທີ່ຢູ່ລະຫວ່າງທາງທີ່ໄປສູ່ນະຄອນເຢຣູຊາເລັມ ແລະຊົງສັ່ງສອນພວກເຂົາ. 23 ບາງຄົນທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຜູ້ທີ່ຈະພົ້ນນັ້ນມີພຽງແຕ່ຫນ້ອຍຄົນເທົ່ານັ້ນບໍ?” ພຣະອົງຈິ່ງຕອບພວກເຂົາວ່າ, 24 “ຈົ່ງພຽນພະຍາຍາມທີ່ຈະເຂົ້າໄປທາງປະຕູຄັບແຄບ ເຮົາບອກທ່ານວ່າ ມີຫລາຍຄົນຈະພະຍາຍາມເຂົ້າໄປ ແຕ່ບໍ່ສາມາດທີ່ຈະເຂົ້າໄປໄດ້. 25 ໃນວັນຫນຶ່ງ ເມື່ອເຈົ້າຂອງເຮືອນລຸກຂຶ້ນແລະອັດປະຕູແລ້ວ, ພວກທ່ານທັງຫລາຍຢືນຢູ່ຂ້າງນອກຕັ້ງຕົ້ນເຄາະປະຕູວ່າ ‘ນາຍເອີຍ, ນາຍເອີຍ, ຂໍໄຂໃຫ້ພວກຂ້ານ້ອຍເຂົ້າໄປຂ້າງໃນແດ່ທ້ອນ!’ ແລະເຈົ້າເຮືອນຈະຕອບພວກທ່ານວ່າ ‘ເຮົາບໍ່ຮູ້ຈັກເຈົ້າ ຫລືບໍ່ຮູ້ວ່າເຈົ້າມາແຕ່ໃສ?’. 26 ແລ້ວພວກທ່ານຈະຕອບວ່າ ‘ພວກຂ້ານ້ອຍໄດ້ກິນແລະດື່ມຕໍ່ຫນ້າທ່ານ ແລະທ່ານໄດ້ສັ່ງສອນໃນບ້ານເມືອງຂອງພວກຂ້ານ້ອຍ’. 27 ຝ່າຍເຈົ້າຂອງເຮືອນນັ້ນຈະເວົ້າວ່າ ‘ເຮົາບອກເຈົ້າວ່າ ເຮົາບໍ່ຮູ້ຈັກວ່າເຈົ້າມາແຕ່ໃສ, ຈົ່ງຖອຍໄປຈາກເຮົາເສັຍເຈົ້າຄົນຊົ່ວ.’ 28 ທີ່ນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຄຽ້ວຟັນ ເມື່ອທ່ານທັງຫລາຍຈະໄດ້ເຫັນອັບຣາຮາມ, ອີຊາກ, ແລະຢາໂຄບ ກັບບັນດາຜູ້ປະກາດພຣະທັມ ທຸກຄົນຢູ່ໃນຣາຊະອານາຈັກຂອງພຣະເຈົ້າ, ສ່ວນທ່ານຈະຖືກໂຍນອອກໄປຂ້າງນອກ. 29 ພວກເຂົາຈະມາຈາກທິດຕາເວັນອອກ, ທິດຕາເວັນຕົກ, ທິດເຫນືອ, ທິດໃຕ້ ແລະພັກສະບາຍໃນຣາຊະອານາຂອງພຣະເຈົ້າ. 30 ແລະເບິ່ງແມ! ຜູ້ທີ່ເປັນປາຍຈະກັບເປັນຕົ້ນ ແລະຜູ້ທີ່ເປັນຕົ້ນຈະກັບເປັນປາຍ.” 31 ຫລັງຈາກນັ້ນບໍ່ດົນ ມີພວກຟາຣີຊາຍລາງຄົນມາຫາແລະທູນພຣະອົງວ່າ, “ຈົ່ງອອກໄປຈາກທີ່ນີ້ ເພາະກະສັດເຮໂຣດຊົງຢາກປະຫານຊີວິດທ່ານເສັຍ.” 32 ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ຈົ່ງໄປບອກຫມາຈິກຈອກໂຕນັ້ນວ່າ ‘ເບິ່ງແມ! ມື້ນີ້ແລະມື້ອື່ນເຮົາຈະຂັບໄລ່ຜີມານຮ້າຍອອກແລະເຮັດໃຫ້ດີພະຍາດ ແລ້ວວັນທີ່ສາມເຮົາຈະເຖິງທີ່ສຳເລັດຕາມເປົ້າຫມາຍຂອງເຮົາ'. 33 ບໍ່ວ່າຈະເກີດຫຍັງຂື້ນກໍຕາມ, ເຮົາຈຳເປັນຈະຕ້ອງດຳເນີນຕໍ່ໄປມື້ນີ້, ມື້ອື່ນ, ແລະຕໍ່ໆໄປ, ເພາະການທີ່ຈະຂ້າຜູ້ປະກາດພຣະທັມໃນນະຄອນເຢຣູຊາເລັມເປັນເລື່ອງທີ່ຍອມຮັບບໍ່ໄດ້. 34 ເຢຣູຊາເລັມເອີຍ, ເຢຣູຊາເລັມເຈົ້າໄດ້ຂ້າບັນດາຜູ້ປະກາດພຣະທັມ ແລະເອົາຫີນຄວ່າງໃສ່ພວກຮັບໃຊ້ທີ່ໄດ້ສົ່ງມາເພື່ອເຈົ້າ. ຫລາຍເທື່ອແລ້ວທີ່ເຮົາປາຖນາຈະຮວບຮວມລູກຂອງເຈົ້າ ເຫມືອນກັບແມ່ໄກ່ຮວບຮວມລູກໄວ້ໃຕ້ປີກຂອງມັນ, ແຕ່ເຈົ້າບໍ່ຍິນຍອມໃຫ້ເປັນເຊັ່ນນັ້ນ. 35 ເບິ່ງແມ, ເຮືອນຂອງເຈົ້າຈະຖືກປະຖິ້ມໃຫ້ຮົກຮ້າງ. ເຮົາບອກພວກທ່ານວ່າ ພວກທ່ານຈະບໍ່ໄດ້ເຫັນເຮົາອີກຈົນກວ່າພວກທ່ານຈະບອກວ່າ, ‘ຂໍໃຫ້ທ່ານຜູ້ທີ່ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າຈົ່ງຊົງພຣະຈະເຣີນ’.”