ບົດທີ 14

1 ໃນວັນສະ­ບາ­ໂຕເມື່ອພຣະ­ເຢຊູເຈົ້າສະ­ເດັດເຂົ້າໄປໃນເຮືອນຫລັງຫນຶ່ງຂອງພວກຫົວຫນ້າຟາ­ຣີ­ຊາຍ ເພື່ອຮັບປະ­ທານອາ­ຫານ, ທີ່ນັ້ນເຂົາກໍເຝົ້າເບິ່ງພຣະ­ອົງຢ່າງໃກ້ຊິດ. 2 ເບິ່ງແມ, ມີຊາຍຄົນຫນຶ່ງເປັນພະ­ຍາດທ້ອງມານຢູ່ຕໍ່ຫນ້າພຣະ­ອົງ. 3 ພຣະ­ເຢຊູເຈົ້າຖາມພວກຊ່ຽວຊານບັນຍັດຂອງຢິວແລະພວກຟາ­ຣີ­ຊາຍວ່າ, “ຖ້າເຮັດໃຫ້ດີພະ­ຍາດໃນວັນສະ­ບາ­ໂຕ ຈະຖືກຕ້ອງຕາມພຣະບັນຍັດຫລືບໍ່?” 4 ແຕ່ພວກເຂົາກໍມິດຢູ່. ດັ່ງນັ້ນພຣະ­ເຢຊູເຈົ້າຈິ່ງຈັບຕົວຊາຍທີ່ປ່ວຍເປັນພະ­ຍາດນັ້ນ, ພຣະອົງຮັກສາເຂົາ ແລະປ່ອຍເຂົາກັບໄປ. 5 ພຣະ­ອົງກ່າວກັບພວກເຂົາວ່າ, “ມີຄົນໃດໃນພວກທ່ານມີລູກຄົນຫນຶ່ງ ຫລືງົວໂຕຫນຶ່ງຕົກນ້ຳ­ສ້າງໃນວັນສະ­ບາ­ໂຕ ແລ້ວຈະບໍ່ຮີບຊ່ວຍລູກ ຫລືດຶງງົວນັ້ນອອກມາທັນທີບໍ?” 6 ພວກເຂົາບໍ່ສາມາດຈະຕອບພຣະ­ອົງໃນເລື່ອງນີ້ໄດ້. 7 ເມື່ອພຣະ­ເຢຊູເຈົ້າສັງເກດເຫັນພວກທີ່ຮັບເຊີນມານັ້ນເລືອກນັ່ງໃນບ່ອນທີ່ມີກຽດ ພຣະ­ອົງຈິ່ງກ່າວຄຳອຸ­ປະ­ມາແກ່ເຂົາວ່າ. 8 “ເມື່ອຜູ້ໃດເຊີນທ່ານໄປໃນການກິນລ້ຽງສົມ­ຣົດ ຈົ່ງຢ່າຊູ່ນັ່ງບ່ອນມີກຽດ ເພາະອາດຈະມີບາງຄົນທີ່ໄດ້ຮັບເຊີນຜູ້ມີກຽດຫລາຍກວ່າທ່ານອີກ. 9 ເມື່ອເຈົ້າ­ພາບທີ່ໄດ້ເຊີນທ່ານທັງສອງມາເຖິງ ເຂົາຈະເວົ້າກັບທ່ານວ່າ, ‘ຂໍທ່ານລຸກຂຶ້ນຈາກທີ່ນັ່ງນີ້ເພື່ອໃຫ້ອີກຄົນຫນຶ່ງ’ ແລ້ວທ່ານກໍຈະຕ້ອງອັບອາຍ ເພາະຕ້ອງຍ້າຍໄປນັ່ງບ່ອນຕ່ຳທີ່ສຸດ. 10 ແຕ່ເມື່ອທ່ານໄດ້ຮັບເຊີນແລ້ວຈົ່ງໄປນັ່ງບ່ອນຕ່ຳທີ່ສຸດ ແລະເມື່ອເຈົ້າ­ພາບມາເວົ້າກັບທ່ານວ່າ ‘ສະ­ຫາຍເອີຍ, ຂໍເຊີນໄປນັ່ງບ່ອນສູງກວ່າເຖີດ’ ເມື່ອນັ້ນທ່ານກໍຈະໄດ້ຮັບກຽດຕໍ່ຫນ້າຄົນທັງຫລາຍທີ່ນັ່ງຮ່ວມໂຕະດຽວກັນກັບທ່ານ. 11 ເພາະທຸກຄົນທີ່ຍົກຕົວເອງຂຶ້ນຈະຕ້ອງຖືກເຮັດໃຫ້ຖອຍລົງ ແຕ່ຜູ້ທີ່ຖ່ອມຕົວລົງຈະໄດ້ຮັບການຍົກຍ້ອງ.” 12 ພຣະເຢຊເຈົ້າກ່າວກັບຊາຍຄົນນັ້ນຜູ້ທີ່ເຊີນພຣະ­ອົງວ່າ, “ເມື່ອທ່ານຈັດການກິນລ້ຽງຂຶ້ນຕອນກາງເວັນ ຫລືກາງຄືນກໍຕາມ, ຢ່າເຊີນບັນ­ດາມິດສະ­ຫາຍ, ຫລືພວກອ້າຍນ້ອງ, ຫລືບັນດາວົງຕະກູນ, ຫລືເພື່ອນບ້ານຜູ້ຮັ່ງ­ມີ ຢ້ານວ່າເຂົາຈະເຊີນທ່ານກັບເປັນການຕອບແທນທ່ານ. 13 ແຕ່ເມື່ອທ່ານຈັດ­ການກິນລ້ຽງ, ຈົ່ງເຊີນຄົນຍາກຈົນ, ຄົນພິ­ການ, ຄົນຂາເສັ້ງ, ຄົນຕາ­ບອດ. 14 ແລ້ວທ່ານໄດ້ຮັບພຣະພອນ ເພາະ­ວ່າເຂົາບໍ່ມີອັນໃດຈະຕອບແທນທ່ານໄດ້ ແຕ່ທ່ານຈະໄດ້ຮັບການຕອບແທນໃນວັນທີ່ຄົນຊອບທັມເປັນຄືນມາຈາກຄວາມຕາຍ.” 15 ເມື່ອຄົນຫນຶ່ງໃນທ່າມກາງພວກເຂົາທີ່ນັ່ງຮ່ວມໂຕະກັບພຣະເຢຊູເຈົ້າ ໄດ້ຍິນດັ່ງ­ນັ້ນຈິ່ງທູນພຣະ­ອົງວ່າ, “ພຣະພອນເປັນຂອງຄົນທີ່ຈະໄດ້ຮັບປະ­ທານອາ­ຫານໃນອານາຈັກຂອງພຣະ­ເຈົ້າ.” 16 ແຕ່ພຣະເຢຊູເຈົ້າຕອບຜູ້ນັ້ນວ່າ, “ຊາຍຄົນຫນຶ່ງຈັດຕຽມງານກິນລ້ຽງຂຶ້ນ ແລະໄດ້ເຊີນຫລາຍຄົນມາ. 17 ເມື່ອອາຫານແລງໄດ້ຖືກຈັດຕຽມໄວ້ພ້ອມແລ້ວ ເພິ່ນໄດ້ບອກຄົນຮັບໃຊ້ຂອງຕົນໄປບອກຄົນເຫລົ່ານັ້ນທີ່ໄດ້ຮັບເຊີນນັ້ນວ່າ ‘ເຊີນມາເຖີດ ເພາະທຸກສິ່ງຢ່າງຕຽມພ້ອມຮຽບຮ້ອຍແລ້ວ’. 18 ບັນ­ດາຄົນເຫລົ່າ­ນັ້ນກໍຕັ້ງ­ຕົ້ນຫາຂໍ້ແກ້ຕົວ ຜູ້ທຳ­ອິດເວົ້າວ່າ ‘ເຮົາໄດ້ຊື້ນາໄວ້ຕອນຫນຶ່ງ ແລະເຮົາຈຳ­ເປັນຕ້ອງໄປເບິ່ງນານັ້ນ ຂໍອະພັຍທີ່ໄປຮ່ວມງານບໍ່ໄດ້’. 19 ແລະອີກຄົນຫນຶ່ງເວົ້າວ່າ, ‘ເຮົາໄດ້ຊື້ງົວໄວ້ຫ້າຄູ່ ແລະເຮົາຈະຕ້ອງໄປລ້ຽງງົວພວກນັ້ນ ຂໍໂທດທີ່ໄປຮ່ວມງານບໍ່ໄດ້’. 20 ແລະອີກຄົນຫນຶ່ງເວົ້າວ່າ ‘ເຮົາໄດ້ແຕ່ງ­ງານມີເມັຽແລ້ວ ເຮົາບໍ່ສາມາດໄປຮ່ວມງານໄດ້’. 21 ຄົນຮັບໃຊ້ນັ້ນຈິ່ງມາແລະເລົ່າເລື່ອງນີ້ໃຫ້ເຈົ້ານາຍຂອງຕົນ, ແລ້ວເຈົ້ານາຍຂອງເຮືອນນັ້ນກໍໃຈຮ້າຍຫລາຍ ແລະສັ່ງຄົນຮັບໃຊ້ນັ້ນວ່າ ‘ຈົ່ງຮີບອອກໄປຕາມຖະ­ຫນົນໃຫຍ່ແລະຮ່ອມນ້ອຍໃນເມືອງ ແລະພາຄົນຍາກ­ຈົນ, ຄົນພິ­ການ, ຄົນຕາ­ບອດ, ແລະຄົນຂາເສັ້ງເຂົ້າມາທີ່ງານລ້ຽງ’. 22 ແລ້ວຄົນຮັບໃຊ້ຈິ່ງມາບອກວ່າ ‘ນາຍເອີຍ, ສິ່ງທີ່ທ່ານສັ່ງຂ້າ­ນ້ອຍກໍເຮັດແລ້ວ ແຕ່ຍັງມີບ່ອນວ່າງເປົ່າເຫລືອຢູ່’. 23 ເຈົ້ານາຍຄົນນັ້ນໄດ້ບອກຄົນຮັບໃຊ້ນັ້ນວ່າ ‘ຈົ່ງອອກໄປຕາມທາງຫລວງຕ່າງໆ ແລະຕາມເຂດນອກເມືອງ ແລະເກນຜູ້ຄົນໃຫ້ເຂົ້າມາ ເພື່ອເຮືອນຂອງເຮົາຈະບໍ່ມີທີ່ວ່າງ’. 24 ເຮົາບອກເຈົ້າວ່າຈະບໍ່ມີຄົນໃດໃນພວກທີ່ໄດ້ຮັບເຊີນນັ້ນ ໄດ້ຊີມຣົດຊາດອາຫານຂອງເຮົາຈັກຄົນເລີຍ.” 25 ຕອນນີ້ປະ­ຊາ­ຊົນຈຳ­ນວນຫລວງ­ຫລາຍກຳລັງຕິດຕາມພຣະເຢຊູເຈົ້າ, ພຣະ­ອົງຈຶ່ງຫັນໄປກ່າວກັບພວກເຂົາວ່າ. 26 “ຖ້າຜູ້ໃດມາຫາເຮົາແລະບໍ່ຊັງພໍ່ແມ່, ລູກເມັຽ, ອ້າຍນ້ອງຊາຍ-ຍິງ ກັບທັງຊີ­ວິດຂອງຕົນເອງ, ຜູ້ນັ້ນຈະເປັນສິດຂອງເຮົາບໍ່ໄດ້. 27 ຜູ້ໃດບໍ່ໄດ້ແບກໄມ້ກາງແຂນຂອງຕົນຕາມເຮົາມາ ຜູ້ນັ້ນຈະເປັນສາວົກຂອງເຮົາບໍ່ໄດ້. 28 ເພາະວ່າມີຜູ້ໃດໃນພວກທ່ານ ທີ່ປາຖນາຈະສ້າງຫໍສູງ ແລ້ວຈະບໍ່ນັ່ງລົງຄິດໄລ່ງົບຕົ້ນທຶນທີ່ຈະໃຊ້ເພື່ອສ້າງຫໍສູງນັ້ນໃຫ້ສຳເລັດກ່ອນຫລືບໍ່? 29 ບໍ່ດັ່ງນັ້ນເມື່ອໄດ້ວາງຮາກລົງແລະບໍ່ສາມາດເຮັດໃຫ້ສຳ­ເລັດໄດ້ ທຸກຄົນທີ່ເຫັນກໍຈະກ່າວເຍາະ­ເຍີ້ຍວ່າ, 30 ‘ຊາຍຄົນນີ້ຕັ້ງ­ຕົ້ນສ້າງແຕ່ເຮັດໃຫ້ສຳ­ເລັດບໍ່ໄດ້’. 31 ຫລືມີກະ­ສັດອົງໃດ ເມື່ອຈະຍົກກອງ­ທັບໄປຕໍ່­ສູ້ກັບກະ­ສັດອົງອື່ນໃນເສິກສົງຄາມ ແລ້ວຈະບໍ່ໄດ້ນັ່ງລົງ ແລະຄຶດຫາຄຳປຶກສາກ່ອນວ່າ ດ້ວຍກຳລັງ­ທະ­ຫານຫນຶ່ງຫມື່ນຈະສາມາດສູ້ກັບກອງກຳລັງທະຫານສອງຫມື່ນຂອງກະສັດອີກອົງຫນຶ່ງໄດ້ຫລືບໍ່? 32 ແລະຖ້າຫາກບໍ່ສາມາດສູ້ຊະນະໄດ້ ໃນຂະນະທີ່ກອງທັບອີກຝ່າຍຍັງຢູ່ຫ່າງໄກ ກະສັດອົງນີ້ຈະໃຊ້ທູດຄົນຫນຶ່ງໄປ ເພື່ອຖາມເງື່ອນໄຂຂອງການສະຫງົບເສິກ. 33 ເພາະສະນັ້ນແຫລະ, ໃຜກໍຕາມໃນພວກທ່ານທີ່ບໍ່ໄດ້ສະ­ຫລະສິ່ງສະ­ຣະພັດທີ່ຕົນມີຢູ່ ຈະເປັນສາວົກຂອງເຮົາບໍ່ໄດ້. 34 ເກືອເປັນສິ່ງດີ ແຕ່ຖ້າເກືອນັ້ນຫມົດຣົດເຄັມໄປແລ້ວ, ຈະເຮັດໃຫ້ກັບມາມີຣົດເຄັມອີກໄດ້ຢ່າງ­ໃດ? 35 ມັນຈະບໍ່ສາມາດນຳມາໃຊ້ເປັນຝຸ່ນໃສ່ດິນ ຫລືໃຊ້ຫມັກກັບຝຸ່ນທັມະຊາດໄດ້ອີກ, ມັນຈະຖືກເອົາໄປຖິ້ມເສັຍ. ຜູ້ໃດມີຫູເພື່ອຟັງ, ກໍຈົ່ງຟັງເອົາເທີ້ນ.”