1 ໃນເວລານັ້ນ ພວກຄົນເກັບພາສີແລະພວກຄົນບາບທັງຫລາຍເຂົ້າມາຫາພຣະເຢຊູເຈົ້າເພື່ອຈະຟັງພຣະອົງ. 2 ທັງພວກຟາຣີຊາຍແລະພວກທັມະຈານກໍຈົ່ມຕໍ່ກັນແລະກັນວ່າ, “ຊາຍຜູ້ນີ້ຕ້ອນຮັບຄົນບາບແລະເຖິງຂັ້ນກິນຮ່ວມກັນກັບພວກເຂົາ.” 3 ພຣະເຢຊູເຈົ້າຈິ່ງກ່າວຄຳອຸປະມານີ້ແກ່ພວກເຂົາຟັງວ່າ. 4 ແລະມີໂຕຫນຶ່ງເສັຽໄປ, ຈະບໍ່ປະເກົ້າສິບເກົ້າໂຕນັ້ນໄວ້ໃນກາງປ່າ ແລະໄປຊອກຫາໂຕທີ່ຫລົງເສັຽໄປນັ້ນຈົນກວ່າຈະໄດ້ພົບບໍ? 5 ແລະເມື່ອໄດ້ພົບແລ້ວເພິ່ນກໍຍົກແກະຂຶ້ນແບກເທິງບ່າດ້ວຍຄວາມຊົມຊື່ນຍິນດີ. 6 ເມື່ອເພິ່ນມາເຖິງບ້ານແລ້ວ ເພິ່ນຈິ່ງເຊີນບັນດາມິດສະຫາຍແລະເພື່ອນບ້ານຂອງຕົນມາ ແລ້ວບອກແກ່ພວກເຂົາວ່າ ‘ມາຮ່ວມຊົມຊື່ນຍິນດີກັບເຮົາເຖີ້ນ ເພາະວ່າເຮົາໄດ້ພົບແກະຂອງເຮົາໂຕທີ່ເສັຍໄປແລ້ວນັ້ນ’. 7 ເຮົາບອກທ່ານທັງຫລາຍວ່າ ໃນທຳນອງດຽວກັນນີ້, ຈະມີຄວາມປິຕິຍິນດີໃນສະຫວັນ ເມື່ອຄົນບາບຄົນຫນຶ່ງກັບໃຈ ຫລາຍກວ່າຄົນສິລະທັມເກົ້າສິບເກົ້າຄົນທີ່ບໍ່ຕ້ອງການກັບໃຈ. 8 ຫລືຍິງຄົນໃດທີ່ມີເງິນຢູ່ສິບຫລຽນ ຖ້ານາງເຮັດເສັຽຫລຽນຫນຶ່ງຈະບໍ່ໄຕ້ໂຄມແລະກວາດເຮືອນຄົ້ນຫາຖ້ວນຖີ່ຈົນກວ່າຈະພົບບໍ. 9 ແລະເມື່ອນາງພົບແລ້ວ ນາງກໍຈະເອີ້ນພວກສະຫາຍແລະບັນດາເພື່ອນບ້ານຂອງຕົນມາພ້ອມພຽງກັນ ແລະບອກວ່າ, ‘ຈົ່ງມາຊົມຊື່ນຍິນດີກັບເຮົາເຖີ້ນ ເພາະເຮົາໄດ້ພົບເງິນຫລຽນຫນຶ່ງຂອງເຮົາໄດ້ເຮັດເສັຽໄປແລ້ວນັ້ນ’. 10 ໃນທຳນອງດຽວກັນນີ້ ເຮົາບອກທ່ານທັງຫລາຍວ່າ ຈະມີຄວາມປິຕິຍິນດີໃນທ່າມກາງພວກເທວະດາຂອງພຣະເຈົ້າ, ເມື່ອມີຄົນບາບຄົນຫນຶ່ງກັບໃຈ.” 11 ແລ້ວພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ຊາຍຄົນຫນຶ່ງມີລູກຊາຍສອງຄົນ. 12 ຜູ້ນ້ອງເວົ້າກັບພໍ່ວ່າ ‘ພໍ່ເອີຍ, ສ່ວນຊັບສົມບັດທີ່ຕົກເປັນຂອງຂ້ອຍນັ້ນ ຂໍພໍ່ແບ່ງໃຫ້ຂ້ານ້ອຍສາ’ ແລ້ວພໍ່ຈິ່ງໄດ້ແບ່ງຊັບສົມບັດໃຫ້ລູກທັງສອງຄົນ. 13-14 ຕໍ່ມາບໍ່ເທົ່າໃດວັນຜູ້ນ້ອງກໍໄດ້ຮວບຮວມເອົາຊັບສິນທີ່ເປັນຂອງຕົນ ແລະເດີນທາງໄປທຽວເມືອງໄກແລະລາວໄດ້ຜານເງິນຂອງຕົນທີ່ນັ້ນດ້ວຍການຢູ່ກິນໃຊ້ຈ່າຍຢ່າງຟຸມເຟືອຍ ເມື່ອລາວໄດ້ໃຊ້ຈ່າຍຊັບເຫລົ່ານັ້ນຫມົດແລ້ວ ກໍເລີຍເກີດການອຶດຢາກອັນໃຫຍ່ທົ່ວເມືອງນັ້ນ, ລາວຈິ່ງເລີ່ມຂັດສົນ. 15 ລາວຈິ່ງໄປຂໍອາໄສຢູ່ກັບຄົນຜູ້ຫນຶ່ງໃນເມືອງນັ້ນ ແລ້ວຜູ້ນັ້ນໄດ້ໃຊ້ລາວໄປລ້ຽງຫມູທີ່ທົ່ງນາ. 16 ລາວຄິດຢາກກິນຫມາກຖົ່ວທີ່ຫມູກິນໃຫ້ອີ່ມທ້ອງ ແຕ່ບໍ່ມີໃຜເອົາໃຫ້ລາວກິນ. 17 ແຕ່ເມື່ອລາວຮູ້ເມື່ອຄີງໄດ້ ລາວຈິ່ງເວົ້າວ່າ ‘ລູກຈ້າງຂອງພໍ່ເຮົາມີຫລາຍຄົນ ເຂົາຍັງມີອາຫານກິນອີ່ມຈົນເຫລືອ ສ່ວນເຮົາຈະມາຕາຍອຶດຢາກຢູ່ທີ່ນີ້. 18 ເຮົາຈະຕ້ອງອອກຈາກທີ່ນີ້ກັບຄືນໄປຫາພໍ່ຂອງເຮົາ ແລ້ວຈະເວົ້ານຳເພິ່ນວ່າ, “ພໍ່ເອີຍ, ລູກໄດ້ເຮັດຜິດຕໍ່ສະຫວັນແລະຕໍ່ພໍ່ແລ້ວ. 19 ແລະບໍ່ສົມຄວນຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ອີກຕໍ່ໄປ ແຕ່ຂໍໃຫ້ລູກເປັນເຫມືອນລູກຈ້າງຂອງພໍ່ຄົນຫນຶ່ງຖ້ອນ.”’ 20 ດັ່ງນັ້ນ ລູກຊາຍຫລ້າກໍລຸກຂຶ້ນຄືນເມືອຫາພໍ່ຂອງຕົນ. ຂະນະທີ່ລາວຍັງຢູ່ໄກ, ພໍ່ໄດ້ແນມເຫັນລາວກໍມີຄວາມເມດຕາ ຈິ່ງແລ່ນອອກໄປກອດ ແລະຈູບລາວ. 21 ລູກຊາຍນັ້ນໄດ້ເອີ່ຍຂຶ້ນຕໍ່ພໍ່ວ່າ ‘ພໍ່ເອີຍ, ລູກໄດ້ເຮັດຜິດຕໍ່ສະຫວັນແລະຕໍ່ພໍ່ແລ້ວ. ບໍ່ສົມຄວນຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ຕໍ່ໄປ’. 22 ພໍ່ໄດ້ເອີ້ນບອກພວກຂ້ອຍໃຊ້ວ່າ ‘ຈົ່ງຮີບເອົາເສື້ອຄຸມຢ່າງດີທີ່ສຸດມານຸ່ງໃຫ້ລູກຂອງເຮົາ ແລະເອົາແຫວນມາສວມໃສ່ມື ແລະເອົາເກີບມາສຸບໃສ່ຕີນ. 23 ແລ້ວຈົ່ງເອົາງົວຫນຸ່ມໂຕອ້ວນພີມາຂ້າລ້ຽງສະຫລອງກັນ. 24 ເພາະລູກຊາຍຂອງເຮົາຄົນນີ້ຕາຍແລ້ວແຕ່ຕອນນີ້ກັບເປັນຄືນມາອີກຄັ້ງ, ເຂົາໄດ່້ເສຍໄປແລ້ວແຕ່ຕອນນີ້ກັບໄດ້ພົບກັນອີກຄັ້ງ’. ແລ້ວເຂົາທັງຫລາຍກໍຕັ້ງຕົ້ນສະຫລອງດ້ວຍຄວາມຍິນດີ. 25 ຝ່າຍລູກຊາຍຜູ້ກົກນັ້ນອອກໄປທີ່ທົ່ງນາ ເມື່ອລາວກຳລັງກັບມາໃກ້ຈະເຖິງເຮືອນແລ້ວກໍໄດ້ຍິນສຽງເສບແລະການເຕັ້ນລຳ. 26 ລາວຈິ່ງເອີ້ນເອົາຄົນໃຊ້ຜູ້ຫນຶ່ງອອກມາຖາມວ່າ, ‘ເກີດຫຍັງຂຶ້ນ?’. 27 ຄົນໃຊ້ຈິ່ງບອກເພິ່ນວ່າ ‘ນ້ອງຂອງທ່ານໄດ້ກັບມາເຮືອນແລ້ວ, ພໍ່ຂອງທ່ານໄດ້ຈັດຂ້າງົວຫນຸ່ມມຕົວອ້ວນພີ ຕ້ອນຮັບລູກທີ່ກັບມາດ້ວຍຄວາມປອດພັຍ. 28 ຜູ້ອ້າຍກໍຄຽດ ແລະບໍ່ຍອມເຂົ້າມາເຮືອນ, ພໍ່ກໍໄດ້ອອກໄປອອຍໃຈຊວນເຂົ້າມາ. 29 ແຕ່ລູກຊາຍກົກໄດ້ຕອບພໍ່ວ່າ ‘ເບິ່ງເເມ, ຫລາຍປີມານີ້ລູກໄດ້ປະຕິບັດຮັບໃຊ້ພໍ່ ແລະລູກບໍ່ເຄີຍລະເມີດຕໍ່ຄຳສັ່ງສອນຂອງພໍ່ຈັກເທື່ອ ແຕ່ພໍ່ຍັງບໍ່ໃຫ້ລູກແກະແມ່ນແຕ່ໂຕດຽວ ເພື່ອຈະຈັດການລ້ຽງສະຫລອງຮ່ວມກັບມິດສະຫາຍ. 30 ແຕ່ເມື່ອລູກຊາຍຂອງພໍ່ຜູ້ນີ້, ທີ່ຜານສົມບັດຂອງພໍ່ດ້ວຍການຄົບຄ້າກັບພວກຍິງແມ່ຈ້າງກັບຄືນມາ ພໍ່ກໍຂ້າງົວຫນຸ່ມໂຕອ້ວນພີຈັດການລ້ຽງໃຫ້ມັນ’. 31 ພໍ່ຕອບວ່າ ‘ລູກເອີຍເຈົ້າໄດ້ຢູ່ນຳພໍ່ມາຕະຫລອດ, ແລະທຸກສິ່ງທີ່ເປັນຂອງພໍ່ ກໍເປັນຂອງເຈົ້າຢູ່ນີ້ແລ້ວ. 32 ແຕ່ເປັນເລື່ອງສົມຄວນທີ່ພໍ່ຕ້ອງມີຄວາມຊົມຊື່ນຍິນດີແລະສະຫລອງ, ເພາະນ້ອງຂອງເຈົ້າຄົນນີ້ຕາຍແລ້ວ ແຕ່ດຽວນີ້ກັບເປັນຄືນມາອີກ; ລາວໄດ້ເສັຍແລ້ວ ແຕ່ດຽວນີ້ໄດ້ພົບອີກ’.”