1 ພຣະເຢຊູເຈົ້າກ່າວກັບພວກສາວົກດ້ວຍວ່າ, “ຍັງມີເສດຖີຄົນຫນຶ່ງທີ່ມີພະນັກງານເປັນຜູ້ຈັດການຊັບສິນຂອງເພິ່ນ ມີຄົນມາລາຍງານຕໍ່ເສດຖີວ່າພະນັກງານຄົນ ນັ້ນໄດ້ຜານຊັບສົມບັດຂອງທ່ານ. 2 ດັ່ງນັ້ນເສດຖີຈິ່ງເອີ້ນຜູ້ຈັດການມາຖາມວ່າ ‘ເລື່ອງທີ່ເຮົາໄດ້ຍິນມາກຽ່ວກັບເຈົ້ານັ້ນເປັນຢ່າງໃດ? ຈົ່ງລາຍງານກ່ຽວກັບຫນ້າທີ່ຂອງເຈົ້າສາ ເພາະເຈົ້າຈະເປັນຜູ້ຈັດການຕໍ່ໄປອີກບໍ່ໄດ້.' 3 ເຈົ້າພະນັກງານນັ້ນຈິ່ງຄຶດໃນໃຈວ່າ ‘ເຮົາຄວນເຮັດແນວໃດຫນໍ ເພາະນາຍຈະຖອດເຮົາອອກເສັຽຈາກຫນ້າທີ່ຜູ້ຈັດການແລ້ວ ເຮົາຂຸດດິນກໍບໍ່ມີແຮງ, ແລະຈະຂໍທານກໍອາຍເຂົາ. 4 ເຮົາຮູ້ແລ້ວວ່າຈະເຮັດແນວໃດດີ, ເພື່ອເວລາເຮົາຖືກຖອດຈາກຫນ້າທີ່ແລ້ວ, ຄວນມີ ຫມູ່ເພື່ອນທີ່ຈະຕ້ອນຮັບເຮົາໄວ້ໃນເຮືອນຂອງພວກເຂົາ’. 5 ດັ່ງນັ້ນລາວຈິ່ງເອີ້ນລູກຫນີ້ຂອງນາຍແຕ່ລະຄົນມາ ແລ້ວຖາມຜູ້ທຳອິດວ່າ, ‘ເຈົ້າເປັນຫນີ້ນາຍຂອງເຮົາເທົ່າໃດ?’. 6 ຜູ້ນັ້ນກໍຕອບວ່າ ‘ເປັນຫນີ້ນ້ຳມັນຫມາກກອກຈຳນວນຮ້ອຍຖັງ’ ແລະລາວບອກກັບລູກຫນີ້ຄົນນັ້ນວ່າ ‘ເອົາບັນຊີຂອງເຈົ້າ ນັ່ງລົງໄວໆ ແລ້ວແກ້ເປັນຫ້າສິບຖັງ’. 7 ຈາກນັ້ນລາວກໍຖາມອີກຄົນຫນຶ່ງວ່າ ‘ເຈົ້າເດ, ເຈົ້າເປັນຫນີ້ເທົ່າໃດ?’ ຜູ້ນີ້ຕອບວ່າ ‘ເປັນຫນີ້ເຂົ້າສາລີຈຳນວນຮ້ອຍເປົາ’ ເຂົາຈິ່ງບອກກັບລູກຫນີ້ຄົນນັ້ນວ່າ ‘ຈົ່ງເອົາບັນຊີຂອງເຈົ້າມາ ແລ້ວແກ້ເປັນແປດສິບເປົາ’. 8 ແລ້ວເສດຖີກໍຍ້ອງຍໍຜູ້ຈັດການບໍ່ສັດຊື່ນັ້ນວ່າ ເພິ່ນໄດ້ເຮັດດ້ວຍຄວາມສະຫລາດ ເພາະວ່າຄົນຝ່າຍໂລກນີ້ກໍສະຫລາດໃນການຈັດການກັບພວກເຂົາເອງ ຫລາຍກວ່າຄົນຝ່າຍຄວາມສະຫວ່າງ’. 9 ເຮົາບອກທ່ານທັງຫລາຍວ່າ ຈົ່ງເຮັດໃຫ້ຕົນມີມິດສະຫາຍດ້ວຍຊັບສົມບັດອັນບໍ່ຍຸດຕິທັມ ເພື່ອເວລາຊັບນັ້ນເສັຽໄປແລ້ວ, ເຂົາຈະໄດ້ຕ້ອນຮັບພວກທ່ານໄວ້ໃນບ່ອນອາໄສອັນຖາວອນເປັນນິດ. 10 ຄົນທີ່ສັດຊື່ໃນຂອງເລັກນ້ອຍທີ່ສຸດ ກໍສັດຊື່ໃນສິ່ງຂອງທີ່ໃຫຍ່ດ້ວຍ, ແລະຄົນທີ່ບໍ່ສັດຊື່ໃນຂອງເລັກນ້ອຍທີ່ສຸດ ກໍບໍ່ສັດຊື່ໃນສິ່ງຂອງທີ່ໃຫຍ່ເຫມືອນກັນ. 11 ຖ້າຫາກພວກທ່ານບໍ່ສັດຊື່ໃນຊັບສົມບັດອັນບໍ່ທ່ຽງແທ້ ໃຜຈະໄວ້ວາງໃຈທ່ານສຳລັບຊັບສົມບັດອັນທ່ຽງແທ້? 12 ແລະຖ້າຫາກພວກທ່ານບໍ່ສັດຊື່ໃນສິ່ງຂອງທີ່ເປັນຂອງຜູ້ອື່ນ ໃຜຈະມອບສິ່ງຂອງທີ່ເປັນຂອງທ່ານໃຫ້ແກ່ທ່ານ?. 13 ບໍ່ມີຜູ້ໃດສາມາດເປັນຂ້າສອງເຈົ້າບ່າວສອງນາຍໄດ້ ເພາະຈະຊັງນາຍຄົນຫນຶ່ງແລະຮັກນາຍອີກຄົນຫນຶ່ງ, ຫລືຈະທຸ້ມເທຕໍ່ນາຍຜູ້ນີ້ແລະປະຫມາດນາຍຜູ້ນັ້ນ. ທ່ານບໍ່ສາມາດເປັນຂ້ອຍໃຊ້ຂອງພຣະເຈົ້າແລະຄວາມຮັ່ງມີໄປພ້ອມກັນໄດ້.” 14 ຝ່າຍພວກຟາຣີຊາຍຊຶ່ງເປັນຄົນເຫັນແກ່ເງິນໄດ້ຍິນຄຳເຫລົ່ານີ້ທັງຫມົດ ພວກເຂົາກໍກ່າວເຍາະເຍີ້ຍພຣະອົງ. 15 ພຣະອົງກ່າວຕໍ່ພວກເຂົາວ່າ, “ທ່ານທັງຫລາຍອ້າງຕົວວ່າເປັນຄົນຊອບທັມຕໍ່ຫນ້າມະນຸດ ແຕ່ພຣະເຈົ້າຊົງຊາບຈິດໃຈຂອງພວກທ່ານ. ດ້ວຍວ່າຊຶ່ງເປັນທີ່ຍົກຍ້ອງທ່າມກາງມະນຸດກັບເປັນທີ່ຫນ້າລັງກຽດຕໍ່ພຣະພັກພຣະເຈົ້າ. 16 ພຣະບັນຍັດແລະຜູ້ປະກາດພຣະທັມມີຜົນໃຊ້ຈົນເຖິງສະໄຫມໂຢຮັນໄດ້ມາ. ນັບຕັ້ງແຕ່ນັ້ນມາຂ່າວປະເສີດແຫ່ງຣາຊະອານາຈັກຂອງພຣະເຈົ້າກໍໄດ້ຖືກປະກາດອອກໄປ ແລະທຸກຄົນພະຍາຍາມບາກບັ່ນທີ່ຈະເຂົ້າໄປໃນຣາຊະອານາຈັກນັ້ນ. 17 ການທີ່ຈະໃຫ້ຟ້າສະຫວັນແລະໂລກສະຫລາຍລ່ວງໄປ ກໍງ່າຍກວ່າທີ່ຈະໃຫ້ຈຸດດຽວຂອງພຣະບັນຍັດຖືກຍົກເລີກ. 18 ຄົນໃດທີ່ຢ່າຮ້າງເມັຽຂອງຕົນ ແລ້ວໄປເອົາເມັຽໃຫມ່ກໍຜິດຖານຫລິ້ນຊູ້, ແລະຜູ້ຊາຍທີ່ແຕ່ງງານກັບຍິງທີ່ຮ້າງຈາກຜົວຂອງນາງກໍຜິດຖານຫລິ້ນຊູ້ເຫມືອນກັນ. 19 ຍັງມີເສດຖີຄົນຫນຶ່ງນຸ່ງຫົ່ມເສື້ອສີມ່ວງອ່ອນເນື້ອລະອຽດ ລາວມີຄວາມປິຕິຍິນດີດ້ວຍຊັບອັນຮັ່ງມີຂອງຕົນທຸກວັນ. 20 ແລະມີຂໍທານຜູ້ຫນຶ່ງຊື່ ລາຊະໂຣ ເປັນບາດເຕັມຕົວ ໄດ້ມານອນຢູ່ທີ່ປະຕູຮົ້ວບ້ານຂອງເສດຖີ. 21 ແລະ ລາຊະໂຣ ຄິດຢາກກິນຂອງທີ່ຕົກຈາກໂຕະຂອງເສດຖີນັ້ນ. ແລະຫລາຍກວ່ານັ້ນຫມາກໍຍັງມາເລັຍບາດແຜຂອງລາວ. 22 ຢູ່ມາເມື່ອຂໍທານຍາກຈົນຜູ້ນັ້ນຕາຍແລະຝູງເທວະດາໄດ້ຮັບເອົາໄປຢູ່ຂ້າງກາຍອັບຣາຮາມ. ຝ່າຍເສດຖີນັ້ນກໍຕາຍເຫມືອນກັນແລະຖືກຝັງໄວ້. 23 ແລະຢູ່ໃນແດນມໍຣະນາ ຢູ່ໃນສະພາບທີ່ທຸກຂະເວທະນາຫລາຍ, ເສດຖີນັ້ນຈິ່ງເງີຍຫນ້າຂຶ້ນເຫັນອັບຣາຮາມຢູ່ໄກໆ ແລະລາຊະໂຣຢູ່ແນບເອິກຂອງທ່ານ. 24 ເສດຖີຈິ່ງຮ້ອງວ່າ ‘ອັບຣາຮາມບິດາເອີຍ, ຂໍເອັນດູຂ້ານ້ອຍແດ່ທ້ອນ, ຂໍໃຊ້ ລາຊະໂຣມາ ເພື່ອຈະໄດ້ເອົາປາຍນິ້ວມືຈຸ່ມນ້ຳມາແປະໃສ່ລີ້ນຂ້ານ້ອຍໃຫ້ຊຸ່ມເຢັນ ເພາະຂ້ານ້ອຍກຳລັງທົນທຸກທໍຣະມານຢູ່ໃນແປວໄຟນີ້’. 25 ແຕ່ອັບຣາຮາມຕອບວ່າ, ‘ລູກເອີຍ, ຈົ່ງຣະນຶກວ່າເມື່ອເຈົ້າຍັງມີຊີວິດຢູ່ ເຈົ້າໄດ້ຮັບຂອງດີສຳລັບຕົວທຸກຢ່າງ ແຕ່ ລາຊະໂຣຢູ່ໃນສະພາບທີ່ບໍ່ດີທຸກຢ່າງ, ມາບັດນີ້ ລາຊະໂຣ ໄດ້ຮັບຄວາມເລົ້າໂລມຢູ່ທີ່ນີ້ ແຕ່ເຈົ້າຢູ່ໃນຄວາມທຸກທໍຣະມານສາຫັດ. 26 ນອກນັ້ນອີກ, ຍັງມີເຫວອັນໃຫຍ່ຊຶ່ງຊົງຕັ້ງຂວາງຢູ່ ເພື່ອວ່າຖ້າຜູ້ໃດທີ່ຕ້ອງການຈະຂ້າມທີ່ນີ້ໄປເຖິງພວກເຈົ້າກໍບໍ່ໄດ້, ແລະບໍ່ມີຜູ້ໃດທີ່ຈະຂ້ວາມຈາກທີ່ນັ້ນມາເຖິງພວກເຮົາໄດ້ເຊັ່ນກັນ. 27 ເສດຖີນັ້ນເວົ້າວ່າ ‘ຂ້ານ້ອຍຂໍຮ້ອງທ່ານອັບຣາຮາມບິດາຂອງຂ້ານ້ອຍ ຂໍທ່ານຊ່ວຍສົ່ງລາວໄປຍັງເຮືອນພໍ່ຂອງຂ້ານ້ອຍ. 28 ເພາະວ່າຂ້ານ້ອຍມີອ້າຍນ້ອງຫ້າຄົນ ເພື່ອໃຫ້ລາຊະໂຣໄປເຕືອນເຂົາ, ເພື່ອໃຫ້ພວກເຂົາຢ້ານທີ່ຈະມາໃນບ່ອນທໍຣະມານແຫ່ງນີ້’. 29 ແຕ່ອັບຣາຮາມຕອບວ່າ ‘ພວກເຂົາມີໂມເຊແລະພວກຜູ້ປະກາດພຣະທັມແລ້ວ ໃຫ້ເຂົາຟັງຄົນເຫລົ່ານັ້ນສາ’. 30 ເສດຖີນັ້ນຈິ່ງວ່າ ‘ບໍ່ໄດ້, ອັບຣາຮາມບິດາເອີຍ, ເພາະຫາກມີໃຜບາງຄົນຈາກຫມູ່ຄົນຕາຍໄປຫາພວກເຂົາ ພວກເຂົາຈະຖິ້ມໃຈເກົ່າເອົາໃຈໃຫມ່’. 31 ແຕ່ອັບຣາຮາມຕອບວ່າ ‘ຖ້າພວກເຂົາບໍ່ຟັງໂມເຊແລະພວກຜູ້ປະກາດພຣະທັມແລ້ວ, ເຖິງຈະມີໃຜບາງຄົນຄືນມາຈາກຕາຍ ກໍບໍ່ສາມາດທີ່ຈະເຮັດໃຫ້ພວກເຂົາເຊື່ອໄດ້ເລີຍ’.”