ບົດທີ 17

1 ພຣະເຢຊູເຈົ້າກ່າວກັບພວກສາ­ວົກຂອງພຣະ­ອົງວ່າ, “ຈຳ­ເປັນທີ່ຈະມີເຫດໃຫ້ເກີດການຕ່າງໆເປັນສາເຫດຫລົງຜິດ ແຕ່ວິ­ບັດແກ່ຜູ້ທີ່ເປັນຕົ້ນເຫດ. 2 ຖ້າຈະເອົາຫີນໂມ້ຜູກຄໍຄົນນັ້ນແລະຈົມນ້ຳທະ­ເລເສັຽກໍດີກວ່າທີ່ຈະເຮັດໃຫ້ຄົນຫນຶ່ງໃນບັນດາຄົນເລັກນ້ອຍເຫລົ່ານີ້ເກີດການຫລົງຜິດ. 3 ຈົ່ງຣະ­ວັງໃຫ້ດີ, ຖ້າພີ່­ນ້ອງຂອງພວກທ່ານເຮັດຜິດບາບ, ຈົ່ງຕິ­ຕຽນເພິ່ນ ຖ້າເພິ່ນກັບ­ໃຈ, ພວກທ່ານຈົ່ງຍົກ­ໂທດໃຫ້ເພິ່ນ. 4 ຖ້າຫາກເພິ່ນເຮັດຜິດຕໍ່ທ່ານເຈັດເທື່ອໃນມື້ຫນື່ງ ແລ້ວເພິ່ນມາຫາທ່ານທັງເຈັດເທື່ອນັ້ນ ແລ້ວເວົ້າວ່າ ‘ຂ້າພຣະເຈົ້າກັບ­ໃຈ’ ທ່ານຕ້ອງຍົກ­ໂທດໃຫ້ເພິ່ນ.” 5 ພວກອັກຄະສາ­ວົກໄດ້ທູນຕໍ່ອົງພຣະ­ຜູ້­ເປັນ­ເຈົ້າວ່າ, “ຂໍໂຜດຕື່ມຄວາມເຊື່ອ ໃຫ້ພວກຂ້າ­ນ້ອຍແດ່ທ້ອນ.” 6 ອົງພຣະ­ຜູ້­ເປັນ­ເຈົ້າຈິ່ງກ່າວວ່າ, “ຖ້າພວກທ່ານມີຄວາມເຊື່ອທໍ່ກັບແກ່ນຜັກກາດ ພວກທ່ານຈະບອກກົກມອນກົກນີ້ໄດ້ວ່າ ‘ຈົ່ງຖອນຮາກອອກແລະໄປປັກຢູ່ໃນທະ­ເລ’ ມັນກໍຈະເຊື່ອຟັງຄວາມທ່ານ. 7 8 ເມື່ອພຣະເຢຊູກັບມາເຖິງ, ຂະນະນັ້ນ ມີປະຊົນຝູງໃຫຍ່ລໍຖ້າຮັບພຣະອົງ 9 ນາຍບໍ່ຕ້ອງຂອບ­ໃຈຄົນຮັບໃຊ້ເພາະຄົນຮັບໃຊ້ເຮັດສິ່ງຕ່າງໆ ຕາມຄຳສັ່ງຂອງນາຍບໍ່ແມ່ນບໍ? 10 ພວກທ່ານກໍເຫມືອນກັນນັ້ນ ເມື່ອພວກທ່ານໄດ້ເຮັດຕາມຄຳສັ່ງທີ່ໄດ້ຮັບແລ້ວ ກໍສົມຄວນເວົ້າວ່າ ‘ພວກຂ້າ­ນ້ອຍເປັນຄົນຮັບໃຊ້ທີ່ບໍ່ມີປະ­ໂຫຍດ ເພາະພວກຂ້ານ້ອຍພຽງແຕ່ໄດ້ເຮັດຕາມສິ່ງ­ທີ່ພວກຂ້າ­ນ້ອຍສົມຄວນເຮັດຢູ່ແລ້ວ’.” 11 ເຫດການນີ້ເກີດຂື້ນໃນຂະນະທີ່ພຣະ­ອົງສະເດັດໄປນະຄອນເຢ­ຣູ­ຊາ­ເລັມ, ພຣະ­ອົງໄດ້ສະ­ເດັດຜ່ານເຂດຊາຍແດນແຂວງຊາມາ­ເຣຍແລະແຂວງຄາ­ລີ­ເລ. 12 ເມື່ອພຣະ­ອົງສະ­ເດັດເຂົ້າໄປໃນບ້ານແຫ່ງຫນຶ່ງ ພຣະອົງພົບຊາຍສິບຄົນທີ່ເປັນພະຍາດຂີ້­ທູດ ພວກເຂົາຢືນຢູ່ແຕ່ໄກຈາກພຣະອົງ. 13 ແລະພວກເຂົາໄດ້ເປັ່ງສຽງຮ້ອງວ່າ, “ພຣະເຢ­ຊູຜູ້ເປັນອາ­ຈານເຈົ້າເອີຍ, ຂໍໂຜດເມດຕາພວກຂ້າ­ນ້ອຍແດ່­ຖ້ອນ”. 14 ເມື່ອພຣະ­ເຢຊູເຈົ້າເຫັນພວກເຂົາ ພຣະອົງຈິ່ງກ່າວແກ່ພວກເຂົາວ່າ, “ຈົ່ງໄປແລະສະ­ແດງຕົວຂອງພວກທ່ານຕໍ່ພວກປະໂລຫິດ” ແລະສິ່ງທີ່ເກີດຂື້ນຄືໃນຂະນະທີ່ພວກເຂົາກຳ­ລັງອອກຈາກບ່ອນນັ້ນໄປ ພວກເຂົາກໍດີຈາກພະຍາດຂີ້ທູດ. 15 ເມື່ອຄົນຫນຶ່ງໃນພວກເຂົາເຫັນວ່າຕົນໄດ້ຮັບການຮັກສາໃຫ້ດີພະ­ຍາດແລ້ວ, ລາວກໍຕ່າວຄືນມາແລະກ່າວດ້ວຍສຽງອັນດັງສັນ­ຣະ­ເສີນພຣະ­ເຈົ້າ. 16 ລາວຂາບລົງທີ່ພຣະ­ບາດຂອງພຣະ­ເຢຊູເຈົ້າ ແລະໂມທະ­ນາຂອບພຣະ­ຄຸນຂອງພຣະ­ອົງ. ຄົນນັ້ນເປັນໄທຊາ­ມາ­ເຣັຍ. 17 ພຣະ­ເຢຊູເຈົ້າຖາມຜູ້ນັ້ນວ່າ, “ທັງສິບຄົນທີ່ໄດ້ຮັບການສາຮັກໃຫ້ດີສະ­ອາດບໍ່ແມ່ນບໍ? ແລ້ວອີກເກົ້າຄົນນັ້ນຢູ່ໃສ? 18 ບໍ່ເຫັນຜູ້ໃດກັບມາຖວາຍພຣະ­ກຽດແດ່ພຣະ­ເຈົ້າ, ເວັ້ນໄວ້ແຕ່ຄົນຕ່າງຊາດຜູ້ນີ້?” 19 ພຣະ­ເຢຊູເຈົ້າບອກລາວວ່າ, “ຈົ່ງລຸກ­ຂຶ້ນແລະໄປເຖີ້ນ. ຄວາມເຊື່ອຂອງເຈົ້າໄດ້ຮັກສາໃຫ້ເຈົ້າດີແລ້ວ." 20 ພວກຟາ­ຣີ­ຊາຍໄດ້ທູນຖາມພຣະເຢຊູເຈົ້າວ່າ ເມື່ອໃດຣາ­ຊະອານາຈັກຂອງພຣະ­ເຈົ້າຈະມາເຖິງ, ພຣະ­ເຢຊູເຈົ້າຕອບພວກເຂົາວ່າ, “ຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າບໍ່ມາປະ­ກົດຢ່າງໃດຢ່າງຫນຶ່ງທີ່ສັງເກດເຫັນໄດ້. 21 ຫລືສິ່ງທີ່ໃຜຈະເວົ້າວ່າ ‘ຢູ່ທີ່ນີ້' ຫລື 'ຢູ່ທີ່ນັ້ນ’ ເພາະຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າຢູ່ທ່າມ­ກາງພວກທ່ານ.” 22 ພຣະເຢຊູເຈົ້າກ່າວກັບພວກສາ­ວົກວ່າ, “ວັນເຫລົ່ານັ້ນຈະມາເຖິງເມື່ອພວກທ່ານປາ­ຖນາທີ່ຈະເຫັນຫນຶ່ງໃນບັນດາວັນຂອງບຸດມະ­ນຸດ ແຕ່ພວກທ່ານຈະບໍ່ໄດ້ເຫັນ. 23 ພວກເຂົາຈະເວົ້າກັບພວກທ່ານວ່າ ‘ມາເບິ່ງນີ້ແມຫລື ມາເບິ່ງພຸ້ນແມ’ ແຕ່ຢ່າອອກໄປ ຫລືຢ່າຕິດ­ຕາມເຂົາໄປ. 24 ເຫມືອນກັບຟ້າ­ແມບ ທີ່ເຮັດໃຫ້ທ້ອງຟ້າສະຫວ່າງຈາກເບື້ອງຫນຶ່ງໄປເຖິງອີກເບື້ອງຫນຶ່ງ ບຸດມະນຸດກໍຈະເປັນຢ່າງນັ້ນແຫລະ ໃນວັນຂອງພຣະອົງ. 25 ແຕ່ພຣະ­ອົງຈະຕ້ອງທົນທຸກຫລາຍປະ­ການ ແລະຖືກປະຕິເສດໂດຍຄົນໃນຍຸກນີ້. 26 ແລະສິ່ງທີ່ຈະເກີດຂື້ນໃນບັນດາວັນຂອງບຸດມະ­ນຸດນັ້ນ ກໍຈະເຫມືອນກັນກັບເຫດ­ການທີ່ເກີດຂຶ້ນໃນສະ­ໄຫມຂອງໂນອາ. 27 ພວກເຂົາກິນ, ດື່ມ, ແຕ່ງ­ງານ ແລະຍົກໃຫ້ເປັນຜົວເມັຍກັນ, ຈົນເຖິງວັນທີ່ໂນ­ອາໄດ້ເຂົ້າໄປໃນເຮືອ ແລະນ້ຳກໍໄດ້ຖ້ວມລ້າງ­ຜານພວກເຂົາທຸກຄົນ. 28 ຢ່າງດຽວກັນກັບສະ­ໄຫມຂອງ ໂລດ ທີ່ພວກເຂົາກິນ, ດື່ມ, ຊື້ຂາຍ, ປູກ­ຝັງ ແລະກໍ່­ສ້າງ. 29 ຈົນເຖິງວັນທີ່ ໂລດ ໄດ້ອອກຈາກເມືອງໂຊ­ໂດມ, ມີໄຟແລະມາດໄດ້ຕົກລົງຈາກຟ້າສະຫວັນ ເຫມືອນຮ່າຝົນ ແລະພວກເຂົາກໍຖືກເຜົາຜານຈົນຫມົດ. 30 ຫລັງຈາກທີ່ສິ່ງດຽວກັນນີ້ເກີດຂື້ນແລ້ວ ກໍຈະເຖິງວັນທີ່ບຸດມະ­ນຸດປາ­ກົດໃຫ້ເຫັນ. 31 ໃນວັນນັ້ນຢ່າໃຫ້ຄົນທີ່­ຢູ່ເທິງຫລັງຄາເຮືອນລົງມາເພື່ອເກັບເອົາສິ່ງຕ່າງໆຂອງຕົນ ແລະຢ່າໃຫ້ຄົນທີ່­ຢູ່ທົ່ງນາຕ່າວຄືນມາເຮືອນ. 32 ຈົ່ງລະ­ນຶກເຖິງສິ່ງທີ່ເກີດຂື້ນກັບພັນຣະຍາຂອງໂລດໃຫ້ດີ. 33 ຜູ້ໃດກໍຕາມພະ­ຍາ­ຍາມຮັກ­ສາຊີ­ວິດຂອງຕົນ ຜູ້ນັ້ນຈະເສຍຊີວິດ, ແຕ່ຜູ້ໃດກໍຕາມຍອມເສັຍຊີ­ວິດ ຜູ້ນັ້ນຮັກ­ສາຊີ­ວິດໃຫ້ລອດໄດ້. 34 ເຮົາບອກທ່ານວ່າ ໃນຄືນວັນນັ້ນຈະມີຊາຍສອງຄົນນອນຢູ່ຕຽງດຽວ. ຄົນຫນຶ່ງຈະຖືກຮັບໄປແລະຈະປະອີກຄົນຫນຶ່ງໄວ້. 35 ຈະມີຍິງສອງຄົນກຳ­ລັງໂມ້ແປ້ງຢູ່ນຳກັນ ຄົນຫນຶ່ງຈະຖືກຮັບໄປແລະຈະປະຄົນຫນຶ່ງໄວ້. 36 ຈະມີຊາຍສອງຄົນຢູ່ທົ່ງນາ ຄົນຫນຶ່ງຈະຖືກຮັບໄປແລະຈະຊົງປະຄົນຫນຶງງໄວ້. 37 ພວກເຂົາຈິ່ງທູນຖາມພຣະ­ອົງວ່າ, “ຈະເກີດຂຶ້ນຢູ່ບ່ອນໃດ, ອົງພຣະຜູ້ເປັນເຈົ້າ?” ພຣະ­ເຢຊູເຈົ້າຕອບວ່າ, “ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະຕອມຢູ່ບ່ອນນັ້ນ.”