1 ແລ້ວພຣະເຢຊູເຈົ້າກ່າວຄຳອຸປະມາເລື່ອງຫນຶ່ງແກ່ພວກເຂົາກ່ຽວກັບການທີ່ພວກເຂົາຄວນອະທິຖານຢູ່ສະເຫມີແລະບໍ່ໃຫ້ອ່ອນກຳລັງໃຈ. 2 ພຣະອົງຊົງກ່າວວ່າ, “ໃນເມືອງຫນຶ່ງມີຕຸລາການຜູ້ຫນຶ່ງທີ່ບໍ່ຢຳເກງພຣະເຈົ້າແລະບໍ່ເຫັນແກ່ຫນ້າຜູ້ໃດ. 3 ໃນເມືອງນັ້ນມີແມ່ຫມ້າຍຜູ້ຫນຶ່ງແລະນາງຫມັ່ນມາຫາຕຸລາການຜູ້ນັ້ນ, ໂດຍເລົ່າວ່າ ‘ຂໍຊ່ວຍຕັດສິນໃຫ້ຂ້ານ້ອຍໄດ້ຮັບຄວາມຍຸດຕິທັມ ຕໍ່ຝ່າຍຄູ່ກໍຣະນີຂອງຂ້ານ້ອຍແດ່ທ້ອນ.’ 4 ຈົນເວລາຜ່ານໄປດົນນານ ຝ່າຍຕຸລາການຜູ້ນີ້ບໍ່ເຕັມໃຈຈະຊ່ວຍນາງ, ແຕ່ພາຍລຸນມາທ່ານກໍນຶກໃນໃຈວ່າ ‘ແມ່ນວ່າເຮົາບໍ່ຢຳເກງພຣະເຈົ້າແລະບໍ່ເຫັນແກ່ຫນ້າມະນຸດກໍດີ. 5 ແຕ່ເພາະແມ່ຫມ້າຍຄົນນີ້ມາກວນໃຈເຮົາ, ເຮົາຈະຊ່ວຍໃຫ້ນາງໄດ້ຮັບຄວາມຍຸດຕິທັມ ເພື່ອນາງຈະບໍ່ຕ້ອງມາລົບກວນເຮົາຢູ່ເລື້ອຍໆ’.” 6 ແລ້ວອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງຟັງສິ່ງທີ່ຕຸລາການຜູ້ບໍ່ຍຸດຕິທັມຄົນນີ້ໄດ້ເວົ້າ. 7 ແລ້ວພຣະເຈົ້າຈະບໍ່ຊົງນຳຄວາມຍຸດຕິທັມມາຍັງຄົນທີ່ພຣະອົງເລືອກເຂົາໄວ້ຄືຜູ້ທີ່ຮ້ອງຫາພຣະອົງທັງກາງເວັນແລະກາງຄືນ. ພຣະອົງຈະຊ້ານານໃນເລື່ອງຂອງພວກເຂົາບໍ່? 8 ເຮົາບອກທ່ານທັງຫລາຍວ່າ ພຣະອົງຈະຊົງໂຜດຄວາມຍຸດຕິທັມໃຫ້ແກ່ເຂົາໂດຍໄວ ແຕ່ເຖິງປານນັ້ນ, ເມື່ອບຸດມະນຸດສະເດັດມາ ພຣະອົງຈະພົບຄວາມເຊື່ອຢູ່ໃນໂລກບໍ່?” 9 ແລ້ວພຣະອົງໄດ້ກ່າວຄຳອຸປະມານີ້ແກ່ບາງຄົນທີ່ຫລົງຄິດວ່າຕົວເອງວ່າເປັນຄົນຊອບທັມແລະຫມິ່ນປະຫມາດຄົນອື່ນວ່າ. 10 “ມີຊາຍສອງຄົນຂຶ້ນໄປອະທິຖານໃນບໍຣິເວນພຣະວິຫານ, ຜູ້ຫນຶ່ງເປັນຟາຣີຊາຍ ອີກຄົນເປັນຄົນເກັບພາສີ. 11 ຟາຣີຊາຍໄດ້ຢືນຂື້ນອະທິຖານກ່ຽວກັບຕົນເອງວ່າ ‘ຂ້າແດ່ພຣະເຈົ້າ, ຂ້ານ້ອຍຂໍໂມທະນາຂອບພຣະຄຸນພຣະອົງ ທີ່ຂ້ານ້ອຍບໍ່ເຫມືອນຄົນອື່ນທີ່ເປັນໂຈນ, ເປັນຄົນອະທັມ, ເປັນຄົນຫລິ້ນຊູ້ສູ່ຜົວເມຍ, ຫລືເປັນເຫມືອນຄົນເກັບພາສີຄົນນີ້. 12 ຂ້ານ້ອຍຖືສິນອົດອາຫານສອງເທື່ອໃນທຸກອາທິດ ຂ້ານ້ອຍຖະຫວາຍຫນຶ່ງສ່ວນສິບຈາກທັງຫມົດທີ່ຂ້ານ້ອຍໄດ້ຮັບ’. 13 ແຕ່ຄົນເກັບພາສີຜູ້ນັ້ນຢືນຢູ່ແຕ່ໄກອອກໄປ ບໍ່ກ້າແມ່ນແຕ່ຈະເງີຍຫນ້າເບິ່ງຟ້າ, ໄດ້ແຕ່ຕີເອິກຂອງຕົນກ່າວວ່າ, ‘ຂ້າແດ່ພຣະເຈົ້າ ຂໍຊົງໂຜດພຣະເມດຕາແກ່ຂ້ານ້ອຍຜູ້ເປັນຄົນບາບແດ່ທ້ອນ!’. 14 ເຮົາບອກທ່ານທັງຫລາຍວ່າ ເມື່ອຊາຍຄົນນີ້ກັບໄປຍັງເຮືອນຂອງຕົນ ກໍຊົງນັບວ່າເຂົາເປັນຄົນຊອບທັມຫລາຍກວ່າຄົນອື່ນ, ເພາະວ່າທຸກຄົນທີ່ຍົກຕົວຂຶ້ນຈະຖືກຖອຍລົງ ແຕ່ທຸກຄົນທີ່ຖ່ອມຕົວລົງຈະຖືກຍົກຂຶ້ນ.” 15 ແລ້ວບັນດາປະຊາຊົນກໍພາເດັກນ້ອຍທັງຫລາຍມາຫາພຣະເຢຊູເຈົ້າຢຽດພຣະຫັດໃສ່ເຂົາ, ເມື່ອພວກສາວົກເຫັນກໍຫ້າມຄົນເຫລົ່ານັ້ນໄວ້. 16 ແຕ່ພຣະເຢຊູເຈົ້າຊົງເອີ້ນພວກເຂົາມາຫາພຣະອົງແລະຊົງກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍມາຫາເຮົາເຖີດ ຢ່າຊູ່ຫ້າມເຂົາ, ເພາະວ່າຣາຊະອານາຈັກຂອງພຣະເຈົ້າເປັນຂອງເດັກນ້ອຍເຫລົ່ານີ້ແຫລະ. 17 ເຮົາບອກຄວາມຈິງແກ່ພວກທ່ານວ່າ, ຜູ້ໃດບໍ່ຮັບເອົາຣາຊະອານາຈັກຂອງພຣະເຈົ້າເຫມືອນດັ່ງເດັກນ້ອຍໆ ຜູ້ນັ້ນຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້ານັ້ນບໍ່ໄດ້ຢ່າງແນ່ນອນ.” 18 ມີເຈົ້ານາຍຜູ້ຫນຶ່ງທູນຖາມພຣະອົງວ່າ, “ທ່ານອາຈານຜູ້ປະເສີດເອີຍ, ຂ້ານ້ອຍຈະຕ້ອງເຮັດແນວໃດ ຈິ່ງຈະໄດ້ຊີວິດອັນຕະຫລອດໄປເປັນນິດ?” 19 ພຣະເຢຊູເຈົ້າຕອບລາວວ່າ, “ເປັນຫຍັງທ່ານຈິ່ງເອີ້ນເຮົາວ່າຜູ້ປະເສີດ? ບໍ່ມີໃຜປະເສີດເວັ້ນແຕ່ພຣະເຈົ້າອົງດຽວເທົ່ານັ້ນ. 20 ທ່ານຮູ້ຈັກພຣະບັນຍັດແລ້ວຊຶ່ງວ່າ ‘ຢ່າຫລີ້ນຊູ້ຊູ່ຜົວເມັຽເພີ່ນ, ຢ່າຂ້າຄົນ, ຢ່າລັກຊັບ, ຢ່າເປັນພະຍານບໍ່ຈິງ, ຈົ່ງນັບຖືບິດາມານດາຂອງທ່ານ’.” 21 ເຈົ້ານາຍຄົນນັ້ນທູນຕອບວ່າ, “ພຣະບັນຍັດເຫລົ່ານີ້ຂ້ານ້ອຍໄດ້ຖືຮັກສາໄວ້ຕັ້ງແຕ່ເປັນເດັກນ້ອຍມາ.” 22 ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນັ້ນ ພຣະອົງກ່າວແກ່ຄົນນັ້ນວ່າ, “ທ່ານຍັງຂາດຢູ່ສິ່ງຫນຶ່ງ ທ່ານຕ້ອງໄປຂາຍສິ່ງຂອງທັງຫມົດຊຶ່ງທ່ານມີຢູ່ ແລະແຈກຢາຍໃຫ້ແກ່ຄົນຍາກຈົນ ແລ້ວທ່ານຈະມີຊັບສົມບັດໃນສະຫວັນ ແລະຈົ່ງຕາມເຮົາມາ.” 23 ແຕ່ເມື່ອຊາຍຮັ່ງມີໄດ້ຍິນດັ່ງນີ້, ເຂົາກໍເປັນທຸກໃຈຫລາຍ ເພາະວ່າລາວຮັ່ງມີຫລາຍ. 24 ແລ້ວພຣະເຢຊູເຈົ້າເຫັນເຂົາເສົ້າໂສກຈິ່ງກ່າວວ່າ, “ເປັນການຍາກແທ້ຫນໍທີ່ບັນດາຄົນຮັ່ງມີຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້າ! 25 ເພາະໂຕອູດຈະລອດຮູເຂັມ ກໍງ່າຍກວ່າຄົນຮັ່ງມີຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້າ.” 26 ຝ່າຍຄົນທັງຫລາຍທີ່ໄດ້ຍິນຈິ່ງເວົ້າວ່າ, “ແລ້ວໃຜຈະລອດພົ້ນໄດ້?” 27 ພຣະເຢຊູເຈົ້າຕອບວ່າ, “ສິ່ງທີ່ເປັນໄປບໍ່ໄດ້ສຳລັບມະນຸດນັ້ນ ແຕ່ເປັນໄປໄດ້ສຳລັບພຣະເຈົ້າ.” 28 ເປໂຕທູນວ່າ, “ພວກຂ້ານ້ອຍໄດ້ສະຫລະທຸກສິ່ງທີ່ເປັນຂອງພວກຂ້ານ້ອຍແລະໄດ້ຕິດຕາມພຣະອົງ.” 29 ແລ້ວພຣະເຢຊູຊົງກ່າວກັບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານທັງຫລາຍວ່າ ຜູ້ໃດທີ່ໄດ້ສະຫລະຢ້າວເຮືອນ, ຫລືເມັຽ, ຫລືອ້າຍນ້ອງ, ຫລືພໍ່ແມ່, ຫລືລູກເຕົ້າ ເພື່ອເຫັນແກ່ຣາຊະອານາຈັກຂອງພຣະເຈົ້າ. 30 ກໍຈະເປັນຜູ້ໄດ້ຮັບຜົນຫລາຍໃນໂລກນີ້ ແລະຈະໄດ້ຊີວິດອັນຕະຫລອດໄປເປັນນິດໃນໂລກຫນ້າ.” 31 ຫລັງຈາກທີ່ພຣະອົງຊົງເອີ້ນພວກສາວົກສິບສອງຄົນເຂົ້າມາ, ພຣະອົງຊົງກ່າວແກ່ພວກເຂົາວ່າ, “ເບິ່ງແມ, ເຮົາກຳລັງຈະຂຶ້ນໄປນະຄອນເຢຣູຊາເລັມ ແລະສິ່ງສາຣະພັດຊຶ່ງພວກຜູ້ປະກາດພຣະທັມໄດ້ຂຽນໄວ້ເຖິງບຸດມະນຸດຈະສຳເລັດ. 32 ເພາະວ່າພຣະອົງຈະຖືກມອບໃຫ້ແກ່ຄົນຕ່າງຊາດ, ແລ້ວເຂົາຈະເຍາະເຍີ້ຍ ແລະຈະຖືກເຮັດໃຫ້ອັບອາຍ ແລະຈະຖືກຖົ່ມນ້ຳລາຍໃສ່່ເພິ່ນ. 33 ຫລັງຂ້ຽນຕີພຣະອົງແລ້ວ ພວກເຂົາກໍຈະປຣະຫານພຣະອົງແລະໃນວັນທີສາມ ພຣະອົງຈະເປັນຄືນມາອີກຄັ້ງຫນຶ່ງ.” 34 ພວກສາວົກບໍ່ໄດ້ເຂົ້າໃຈສິ່ງເຫລົ່ານີ້ເລີຍ ແລະຄຳນັ້ນກໍຖືກອັດບັງໄວ້ຈາກພວກເຂົາ ແລະພວກເຂົາຈິ່ງບໍ່ເຂົ້າໃຈສິ່ງທີ່ພຣະອົງຊົງກ່າວນັ້ນ. 35 ຕໍ່ມາ ເມື່ອພຣະເຢຊູເຈົ້າສະເດັດມາໃກ້ເມືອງເຢຣິໂກ, ມີຊາຍຕາບອດຜູ້ຫນຶ່ງກຳລັງນັ່ງຂໍທານຢູ່ແຄມທາງ. 36 ເມື່ອໄດ້ຍິນສຽງປະຊາຊົນກຳລັງຍ່າງກາຍໄປ, ລາວກໍຖາມວ່າແມ່ນເກີດເລື່ອງອັນໃດ? 37 ພວກເຂົາຈິ່ງຕອບຊາຍຕາບອດວ່າ ພຣະເຢຊູໄທນາຊາເຣັດກຳລັງສະເດັດຜ່ານມາ. 38 ຊາຍຕາບອດນັ້ນໄດ້ຮ້ອງຂຶ້ນວ່າ, “ພຣະເຢຊູບຸດດາວິດເຈົ້າເອີຍ, ຂໍໂຜດເມດຕາຂ້ານ້ອຍແດ່ຖ້ອນ!” 39 ຄົນທີ່ຍ່າງໄປກ່ອນຈິ່ງຫ້າມໃຫ້ຊາຍຕາບອດມິດງຽບລົງ, ແຕ່ຜູ້ນັ້ນຊ້ຳຮ້ອງແຮງຂຶ້ນກວ່າເກົ່າ, “ບຸດດາວິດເຈົ້າເອີຍ, ໂຜດເມດຕາຂ້ານ້ອຍແດ່ຖ້ອນ!” 40 ພຣະເຢຊູເຈົ້າຊົງຢຸດຢູ່ແລະສັ່ງເຂົາໃຫ້ພາຊາຍຕາບອດມາຫາພຣະອົງ. ເມື່ອຊາຍຕາບອດເຂົ້າມາໃກ້ແລ້ວ, ພຣະອົງຊົງຖາມລາວວ່າ. 41 “ເຈົ້າຢາກໃຫ້ເຮົາເຮັດຫຍັງໃຫ້ເຈົ້າ?” ຊາຍນັ້ນທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍຢາກເຫັນຮຸ່ງ.” 42 ພຣະເຢຊູເຈົ້າກ່າວແກ່ຊາຍຕາບອດວ່າ, “ຈົ່ງເຫັນຮຸ່ງສາ ຄວາມເຊື່ອຂອງເຈົ້າໄດ້ຊ່ອຍໃຫ້ເຈົ້າດີປົກກະຕິແລ້ວ.” 43 ແລ້ວລາວກໍເຫັນຮຸ່ງໃນທັນໃດນັ້ນ ແລະໄດ້ຕິດຕາມພຣະອົງໄປແລະຖວາຍກຽດແດ່ພຣະເຈົ້າ, ເມື່ອຄົນທັງປວງໄດ້ເຫັນຢ່າງນັ້ນກໍພາກັນສັນຣະເສີນພຣະເຈົ້າ.