1 ພຣະເຢຊູເຈົ້າສະເດັດເຂົ້າໄປແລະກຳລັງຊົງຜ່ານເມືອງເຢຣິໂກ. 2 ເບິ່ງແມ! ມີຊາຍຄົນຫນຶ່ງທີ່ຢູ່ທີ່ນັ້ນຊື່ວ່າ ຊັກຂາຍ ເພິ່ນເປັນນາຍດ່ານພາສີແລະເປັນຄົນຮັ່ງມີ. 3 ເພີ່ນກຳລັງພະຍາຍາມຈະໄດ້ເຫັນພຣະເຢຊູເຈົ້າວ່າເປັນຄົນແນວໃດ, ແຕ່ເພາະຕົນເປັນຄົນເຕັ້ຽເຂົາຈິ່ງບໍ່ສາມາດເບິ່ງເຫັນໄດ້ເພາະຄົນຫນ້າແຫນ້ນ. 4 ດັ່ງນັ້ນ ຊັກຂາຍຈິ່ງແລ່ນລັດຫນ້າໄປຂຶ້ນຕົ້ນຫມາກເດື່ອເພື່ອຈະໄດ້ເຫັນພຣະອົງ, ເພາະພຣະອົງກຳລັງສະເດັດໄປທາງນັ້ນ. 5 ເມື່ອພຣະເຢຊູເຈົ້າສະເດັດມາເຖິງບ່ອນນັ້ນ, ພຣະອົງຊົງແຫງນຫນ້າຂື້ນແລະເວົ້າກັບເພີ່ນວ່າ, “ຊັກຂາຍເອີຍ, ຈົ່ງຮີບລົງມາເຖີດ, ເພາະວ່າວັນນີ້ເຮົາຈະຕ້ອງພັກຢູ່ໃນເຮືອນຂອງເຈົ້າ.” 6 ດັ່ງນັ້ນ ເຂົາຈິ່ງຮີບລົງມາແລະຕ້ອນຮັບພຣະອົງດ້ວຍຄວາມຍິນດີເບີກບານໃຈ. 7 ເມື່ອຄົນທັງຫລາຍໄດ້ເຫັນດັ່ງນີ້ ພວກເຂົາທັງຫມົດພາກັນຈົ່ມວ່າ, “ເປັນຫຍັງ ພຣະອົງຈິ່ງເຂົ້າໄປພັກຢູ່ກັບຊາຍທີ່ເປັນບາບ.” 8 ຊັກຂາຍກໍຢືນຂຶ້ນແລະທູນກັບອົງພຣະຜູ້ເປັນເຈົ້າວ່າ, “ພຣະອົງເຈົ້າ, ຂ້ານ້ອຍຈະຍອມມອບຊັບສິນເຄິ່ງຫນຶ່ງຂອງຂ້າຂ້ອຍໃຫ້ແກ່ຄົນຍາກຈົນ ແລະຖ້າຂ້ານ້ອຍໄດ້ສໍ້ໂກງເອົາຂອງຜູ້ໃດ ຂ້ານ້ອຍກໍຍອມສົ່ງຄືນແກ່ເຂົາສີ່ເທົ່າ.” 9 ພຣະເຢຊູເຈົ້າກ່າວກັບເພິ່ນວ່າ, “ວັນນີ້ຄວາມພົ້ນໄດ້ມາເຖິງເຮືອນຫລັງນີ້ແລ້ວ ເພາະຄົນນີ້ເປັນລູກຫລານຂອງອັບຣາຮາມເຫມືອນກັນ. 10 ເພາະວ່າບຸດມະນຸດໄດ້ມາ ເພື່ອຊອກຫາແລະໂຜດຊ່ວຍຄົນທີ່ຫລົງເສັຽໄປແລ້ວນັ້ນໃຫ້ລອດພົ້ນ.” 11 ຂະນະທີ່ພວກເຂົາໄດ້ຍິນເລື່ອງເຫລົ່ານີ້, ພຣະອົງກຳລັງກ່າວຕໍ່ໄປອີກເປັນຄຳອຸປະມາ, ເພາະພຣະອົງສະເດັດມາໃກ້ນະຄອນເຢຣູຊາເລັມແລ້ວ ແລະເພາະຄົນທັງຫລາຍຄິດເອົາເອງວ່າຣາຊະອານາຈັກຂອງພຣະເຈົ້າກຳລັງຈະມາປາກົດໂດຍທັນທີ. 12 ພຣະອົງກ່າວວ່າ, “ມີເຈົ້ານາຍຜູ້ຫນຶ່ງຈະເດີນທາງອອກໄປປະເທດທີ່ໄກ ເພື່ອໄປຮັບເອົາຣາຊະອານາຈັກນີ້ເປັນຂອງຕົນແລ້ວຈິ່ງກັບຄືນມາ. 13 ທ່ານໄດ້ເອີ້ນຄົນຮັບໃຊ້ຂອງຕົນສິບຄົນມາຫາແລະມອບເງິນສິບມະນາໃຫ້ແກ່ພວກເຂົາ ແລ້ວສັ່ງວ່າ ‘ຈົ່ງເອົາເງິນນີ້ໄປເປັນທຶນຄ້າຂາຍຈົນກວ່າເຮົາຈະກັບມາ’. 14 ແຕ່ປະຊາຊົນໃນເມືອງນັ້ນກຽດຊັງເຈົ້ານາຍຄົນນີ້ ແລະສົ່ງຄະນະທູດຜູ້ແທນຕາມຫລັງທ່ານໄປ ໂດຍບອກວ່າ ‘ເຮົາຈະບໍ່ໃຫ້ຊາຍທ່ານນີ້ປົກຄອງພວກເຮົາ’. 15 ເມື່ອເຖິງເວລາ ນາຍຄົນນັ້ນກໍກັບມາອີກຄັ້ງ ແລະໄດ້ຮັບອຳນາດປົກຄອງອານາຈັກແລ້ວ. ທ່ານຈິ່ງເອີ້ນພວກຄົນຮັບໃຊ້ທີ່ທ່ານໄດ້ໃຫ້ເງິນໄວ້ນັ້ນມາຫາ ເພື່ອທີ່ທ່ານຈະຮູ້ວ່າເຂົາທຸກຄົນຄ້າໄດ້ກຳໄຣເທົ່າໃດ? 16 ຄົນຮັບໃຊ້ຜູ້ທຳອິດເຂົ້າມາຕໍ່ຫນ້າທ່ານແລ້ວທູນວ່າ ‘ນາຍເຈົ້າເອີຍ, ເງິນມະນາຫນຶ່ງຂອງທ່ານໄດ້ກຳໄຣເພີ່ມອີກສິບມະນາ’. 17 ທ່ານເຈົ້ານາຍຈິ່ງກ່າວກັບຄົນນັ້ນວ່າ ‘ດີຫລາຍ, ເຈົ້າເປັນຜູ້ຮັບໃຊ້ທີ່ດີ, ເພາະເຈົ້າຊື່ສັດໃນຂອງເລັກນ້ອຍ, ເຈົ້າຈົ່ງມີອຳນາດປົກຄອງໄດ້ສິບຫົວເມືອງ’. 18 ຄົນທີສອງເຂົ້າມາແລ້ວທູນວ່າ, ‘ນາຍເອີຍ, ເງິນມະນາຫນຶ່ງຂອງທ່ານໄດ້ກຳໄຣເພີ່ມຂື້ນອີກຫ້າມະນາ’. 19 ທ່ານເຈົ້ານາຍຈິ່ງກ່າວກັບຄົນນັ້ນເຫມືອນກັນວ່າ, ‘ເຈົ້າຈະໄດ້ປົກຄອງຫ້າຫົວເມືອງ’. 20 ອີກຄົນຫນຶ່ງເຂົ້າມາແລ້ວທູນວ່າ ‘ນາຍເຈົ້າເອີຍ, ນີ້ຄືເງິນມະນາຫນຶ່ງຂອງທ່ານ, ຂ້ານ້ອຍໄດ້ຫໍ່ມ້ຽນໄວ້ໃນຜ້າຢ່າງປອດພັຍ. 21 ເພາະຂ້ານ້ອຍຢ້ານທ່ານ, ດ້ວຍວ່າທ່ານເປັນຄົນເຄັ່ງຄັດ ທ່ານເຄີຍເກັບເອົາສິ່ງທີ່ທ່ານບໍ່ໄດ້ລົງແຮງ ແລະເກັບກ່ຽວອັນທີ່ທ່ານບໍ່ໄດ້ຫວ່ານໄວ້’. 22 ເຈົ້ານາຍທ່ານນັ້ນຈິ່ງຕອບກັບຄົນຮັບໃຊ້ນັ້ນວ່າ ‘ເຮົາຈະລົງໂທດດ້ວຍຄຳປາກຂອງເຈົ້າເອງ, ອ້າຍຂ້ອຍໃຊ້ຜູ້ຊົ່ວເຮີຍ, ເຈົ້າຮູ້ວ່າ ເຮົາເປັນຜູ້ເຄັ່ງຄັດ, ເຄີຍເກັບເອົາອັນທີ່ເຮົາບໍ່ໄດ້ລົງແຮງ, ແລະເກັບກ່ຽວອັນທີ່ເຮົາບໍ່ໄດ້ຫວ່ານ. 23 ແລ້ວຍ້ອນຫຍັງເຈົ້າຈິ່ງບໍ່ຝາກເງິນຂອງເຮົາໄວ້ທີ່ທະນາຄານ, ເມື່ອເຮົາກັບມາກໍຈະໄດ້ເງິນຂອງເຮົາຄືນພ້ອມກັບດອກເບັ້ຍດ້ວຍ’. 24 ທ່ານເຈົ້ານາຍຈິ່ງສັ່ງຄົນທີ່ຢືນຢູ່ໃກ້ຫັ້ນວ່າ ‘ຈົ່ງຍົກເງິນມະນາຫນຶ່ງນັ້ນໄປຈາກມັນເສັຽ ເອົາໃຫ້ແກ່ຜູ້ທີ່ມີສິບມະນາ’. 25 ຄົນເຫລົ່ານັ້ນຕອບວ່າ ‘ນາຍເຈົ້າເອີຍ, ແຕ່ຊາຍຜູ້ນັ້ນມີສິບມະນາແລ້ວ.’ 26 ເຮົາບອກເຈົ້າທັງຫລາຍວ່າ ຄົນທີ່ມີຫລາຍຢູ່ແລ້ວຈະຊົງເພີ່ມເຕີມໃຫ້ຜູ້ນັ້ນອີກ, ແຕ່ສຳລັບຜູ້ທີ່ບໍ່ມີ ແມ່ນວ່າສິ່ງທີ່ເຂົາມີຢູ່ນັ້ນກໍຈະຖືກຍົກເອົາໄປເສັຽ. 27 ແຕ່ບັນດາສັດຕຣູຂອງເຮົາ ຜູ້ທີ່ບໍ່ຍອມໃຫ້ເຮົາປົກຄອງເຂົານັ້ນ ຈົ່ງພາເຂົາມາທີ່ນີ້ແລ້ວຂ້າມັນເສັຽຕໍ່ຫນ້າເຮົາ.” 28 ເມື່ອພຣະເຢຊູເຈົ້າກ່າວຄຳເຫລົ່ານີ້ແລ້ວ ກໍສະເດັດນຳຫນ້າ ຂື້ນໄປເມືອງເຢຣູຊາເລັມ. 29 ຈົນເມື່ອພຣະອົງສະເດັດມາໃກ້ບ້ານເບັດຟາເຄແລະບ້ານເບັດທານີ, ມາພູເຂົາທີ່ເອີ້ນວ່າພູຫມາກກອກເທດ, ແລ້ວພຣະອົງໄດ້ຊົງໃຊ້ສາວົກສອງຄົນໄປ. 30 ໂດຍສັ່ງວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ຫນ້າ, ເມື່ອພວກທ່ານເຂົ້າໄປຈະພົບລູກລໍນ້ອຍ ທີ່ຍັງບໍ່ມີໃຜຂຶ້ນຂີ່ຈັກເທື່ອ, ຈົ່ງແກ້ມັດແລ້ວຈູງມາທີ່ນີ້. 31 ຫາກມີໃຜຖາມທ່ານວ່າ ‘ແກ້ມັນໄປເຮັດຫຍັງ?’ ຈົ່ງຕອບຢ່າງນີ້ວ່າ ‘ອົງພຣະຜູຸ້ເປັນເຈົ້າຕ້ອງການໃຊ້ມັນ.’” 32 ພວກສາວົກທີ່ຖືກໃຊ້ໄປນັ້ນ ໄດ້ພົບລູກລໍຕາມທີ່ພຣະເຢຊູເຈົ້າໄດ້ບອກແກ່ພວກເພິ່ນ. 33 ຂະນະທີ່ພວກເພິ່ນກຳລັງແກ້ມັດລໍນ້ອຍຢູ່ນັ້ນ, ພວກເຈົ້າຂອງໄດ້ຖາມວ່າ, “ທ່ານແກ້ມັດລູກລໍເຮັດຫຍັງ?”. 34 ເຂົາຕອບວ່າ, “ອົງພຣະຜູຸ້ເປັນເຈົ້າຕ້ອງການໃຊ້ມັນ.” 35 ພວກເຂົາໄດ້ຈູງລູກລໍນັ້ນມາໃຫ້ພຣະເຢຊູເຈົ້າແລ້ວເອົາເສື້ອຜ້າຂອງເຂົາປູຫລັງມັນ, ແລ້ວໃຫ້ພຣະເຢຊູເຈົ້າຂຶ້ນຂີ່ລໍ. 36 ຂະນະທີ່ພຣະອົງກຳລັງສະເດັດໄປນັ້ນ, ພວກເຂົາໄດ້ເອົາເສື້ອຜ້າຂອງຕົນປູລົງຕາມທາງ. 37 ເມື່ອພຣະອົງກຳລັງສະເດັດມາໃກ້ບ່ອນຈະລົງຈາກພູເຂົາຫມາກກອກເທດ, ພວກລູກສິດທັງຫມົດກໍຕັ້ງຕົ້ນຊົມຊື່ນຍິນດີສັນຣະເສີນພຣະເຈົ້າດ້ວຍສຽງດັງ, ເຖິງການອັດສະຈັນທີ່ພວກເຂົາໄດ້ເຫັນ.