ບົດທີ 20

1 ຢູ່ມາມື້ຫນຶ່ງ, ຂະນະທີ່ພຣະ­ເຢຊູເຈົ້າກຳ­ລັງສັ່ງ­ສອນປະຊາຊົນ ແລະປະ­ກາດຂ່າວປະ­ເສີດໃນບໍ­ຣິ­ເວນພຣະ­ວິ­ຫານນັ້ນ ມີພວກຫົວຫນ້າປະໂລ­ຫິດ, ກັບພວກທັມະຈານ ພ້ອມດ້ວຍພວກເຖົ້າແກ່ໄດ້ມາຫາພຣະອົງ. 2 ພວກເຂົາທູນພຣະ­ອົງວ່າ, “ບອກພວກເຮົາແດ່ ວ່າທ່ານໄດ້ກະທຳການເຫລົ່ານີ້ດ້ວຍສິດອຳນາດອັນໃດ ຫລືແມ່ນໃຜໃຫ້ສິດອຳນາດແກ່ທ່ານ?” 3 ພຣະ­ອົງໄດ້ຕອບພວກເຂົາວ່າ, “ເຮົາຈະຖາມທ່ານທັງຫລາຍຂໍ້ຫນຶ່ງດ້ວຍເຫມືອນກັນ, ບອກເຮົາມາເບິ່ງດູວ່າ. 4 ບັບ­ຕິສະມາຂອງໂຢຮັນນັ້ນມາຈາກສະ­ຫວັນຫລືມາຈາກມະ­ນຸດ?” 5 ພວກເຂົາຈິ່ງປຶກ­ສາກັນວ່າ, “ຖ້າພວກເຮົາຈະຕອບວ່າ ‘ມາຈາກສະ­ຫວັນ’ ເພິ່ນຄົງຈະຖາມເຮົາວ່າ ‘ແລ້ວເຫດໃດພວກທ່ານບໍ່ເຊື່ອໂຢ­ຮັນ?’. 6 ແຕ່ຖ້າພວກເຮົາຈະວ່າ ‘ມາຈາກມະນຸດ’ ຄົນທັງປວງກໍຈະຄວ່າງກ້ອນຫີນໃສ່ພວກເຮົາ ເພາະເຂົາເຊື່ອຫມັ້ນວ່າ ໂຢ­ຮັນເປັນຜູ້ປະ­ກາດພຣະ­ທັມ.” 7 ດັ່ງນັ້ນ ພວກເຂົາຈິ່ງທູນຕອບວ່າ ບໍ່ຮູ້­ຈັກວ່າມາຈາກໃສ. 8 ພຣະ­ເຢຊູເຈົ້າກ່າວຕອບເຂົາວ່າ “ເຮົາຈະບໍ່ບອກພວກທ່ານເຫມືອນກັນວ່າ ເຮົາກະທຳການນີ້ດ້ວຍສິດອຳນາດອັນໃດ.” 9 ພຣະ­ອົງໄດ້ເລົ່າຄຳອຸ­ປະ­ມາເລື່ອງນີ້ໃຫ້ປະຊາຊົນຟັງວ່າ, “ຊາຍຄົນຫນຶ່ງໄດ້ປູກສວນອະ­ງຸ່ນໄວ້ ແລ້ວໃຫ້ຊາວສວນເຊົ່າ ແລ້ວອອກໄປຕ່າງ­ປະ­ເທດເປັນເວ­ລາດົນນານ. 10 ເມື່ອເຖິງເວ­ລາກຳນົດ ທ່ານຈິ່ງສົ່ງຄົນຮັບໃຊ້ຜູ້ຫນຶ່ງມາຫາພວກເຊົ່າສວນນັ້ນ ເພື່ອເກັບສ່ວນແບ່ງຈາກສວນອະ­ງຸ່ນນັ້ນ ແຕ່ຝ່າຍພວກເຊົ່າສວນນັ້ນ ໄດ້ຂ້ຽນຕີຄົນຮັບໃຊ້ຄົນນັ້ນ ແລະໄລ່ໃຫ້ກັບໄປມືເປົ່າ. 11 ເພິ່ນຈິ່ງສົ່ງຄົນຮັບໃຊ້ອີກຜູ້ຫນຶ່ງໄປ ພວກເຊົ່າສວນໄດ້ຂ້ຽນຕີຄົນໃຊ້ຜູ້ນັ້ນ, ເຮັດຕໍ່ລາວຢ່າງຫນ້າອັບ­ອາຍ ແລ້ວໄລ່ເຂົາໃຫ້ໄປມືເປົ່າ. 12 ເຈົ້າຂອງສວນໄດ້ໃຊ້ຄົນ­ທີສາມໄປ ແລະພວກເຊົ່າສວນກໍໄດ້ທຳຮ້າຍ ແລ້ວໂຍນລາວອອກນອກສວນໄປ. 13 ຝ່າຍເຈົ້າຂອງສວນອະ­ງຸ່ນຈິ່ງເວົ້າວ່າ ‘ເຮົາຈະເຮັດແນວ­ໃດ? ເຮົາຈະໃຊ້ລູກທີ່ຮັກຂອງເຮົາໄປ ເມື່ອພວກເຊົ່າສວນເຫັນ ບາງທີ່ເຂົາຈະນັບ­ຖືແລະໃຫ້ກຽດເຮົາ ’. 14 ແຕ່ເມື່ອພວກເຊົ່າສວນເຫັນລູກນັ້ນເຂົາກໍປຶກ­ສາກັນວ່າ ‘ຜູ້ນີ້ແຫລະ ເປັນເຈົ້າຂອງມໍ­ຣະ­ດົກ ຈົ່ງຂ້າມັນເສັຍ ເພື່ອມໍ­ຣະ­ດົກຈະຕົກມາເປັນຂອງເຮົາ’. 15 ດັ່ງນັ້ນ ພວກເຂົາຈຶ່ງໂຍນລູກຊາຍລາວຖິ້ມອອກນອກສວນ ແລ້ວຂ້າລາວເສັຍ, ເຫດສັນ­ນັ້ນ ຜູ້ເປັນເຈົ້າຂອງສວນຈະເຮັດຢ່າງ­ໃດກັບຄົນເຫລົ່ານັ້ນ? 16 ທ່ານຈະມາຂ້າຄົນເຊົ່າສວນເຫລົ່າ­ນັ້ນ ແລ້ວຍົກສວນໃຫ້ຜູ້ອື່ນເຊົ່າ” ເມື່ອເຂົາທັງ­ຫລາຍໄດ້ຍິນດັ່ງ­ນັ້ນຈິ່ງພາກັນຮ້ອງຂຶ້ນວ່າ, “ພຣະເຈົ້າຂໍຢ່າໃຫ້ເກີດເປັນຢ່າງນັ້ນ!”. 17 ແຕ່ພຣະ­ເຢຊູເຈົ້າເພັ່ງເບິ່ງເຂົາແລ້ວກ່າວວ່າ, “ຂໍ້ພຣະຄັມພີຕອນນີ້ມີຄວາມຫມາຍວ່າຢ່າງໃດ?, ຫີນທີ່ນາຍຊ່າງກໍ່ສ້າງບໍ່ຍອມຮັບ ໄດ້ກາຍເປັນຫີນເສົາເອກແລ້ວ?’

18 ທຸກຄົນທີ່ລົ້ມທັບຫີນນີ້, ຜູ້ນັ້ນຈະຕ້ອງແຕກຫັກເປັນປ່ຽງໆ ແຕ່ຖ້າຫີນນັ້ນຈະຕົກທັບຜູ້ໃດ ຜູ້ນັ້ນຈະແຫລກມຸ່ນລະອຽດ. 19 ເພາະສະນັ້ນ ພວກ­ທັມະຈານແລະຫົວຫນ້າປະໂລຫິດຈິ່ງພະ­ຍາ­ຍາມຈະຈັບພຣະ­ອົງໃນເວ­ລານັ້ນ ເພາະພວກເຂົາຮູ້ວ່າ ພຣະ­ອົງຊົງກ່າວຄຳອຸ­ປະ­ມານັ້ນຕໍ່­ສູ້ພວກເຂົາ ແຕ່ເຂົາກໍຢ້ານປະຊາຊົນ. 20 ຈິ່ງສົ່ງຄົນປອມຕົວເປັນພວກເຄັ່ງສາສນາ ເຝົ້າສອດ­ແນມພຣະອົງຢ່າງໃກ້ຊິດ ເພື່ອຈັບຜິດໃນຖ້ອຍຄຳຂອງພຣະ­ອົງ ເພື່ອຫາທາງຈັບກຸມພຣະ­ອົງສົ່ງໃຫ້ຜູ້ມີອຳນາດ ແລະເຈົ້າຫນ້າທີ່ຂອງຜູ້ປົກ­ຄອງ. 21 ພວກເຂົາຖາມພຣະ­ອົງວ່າ, “ອາ­ຈານເອີຍ ພວກຂ້າ­ນ້ອຍຮູ້ຢູ່ວ່າທ່ານກ່າວແລະສັ່ງ­ສອນຢ່າງຖືກຕ້ອງ, ແລະທ່ານບໍ່ເຫັນແກ່ຫນ້າຜູ້ໃດ, ແຕ່ໄດ້ສັ່ງ­ສອນຄວາມຈິງໃນທາງຂອງພຣະ­ເຈົ້າຢ່າງສັດ­ຊື່. 22 ເປັນເລື່ອງສົມຄວນຫລືບໍ່ທີ່ເຮົາຈະເສັຽພາສີໃຫ້ແກ່ກາຍ­ຊາ?” 23 ແຕ່ພຣະເຢຊູເຈົ້າຊົງຮູ້ກົນ­ອຸ­ບາຍຂອງພວກເຂົາ ຈິ່ງກ່າວກັບພວກເຂົາວ່າ. 24 “ຈົ່ງເອົາເງິນຫລຽນຫນຶ່ງມາໃຫ້ເຮົາເບິ່ງ ຮູບແລະຄຳຈາ­ຣຶກນີ້ເປັນຂອງໃຜ?” ພວກເຂົາຕອບວ່າ, “ເປັນຂອງກາຍ­ຊາ.” 25 ພຣະ­ອົງຊົງກ່າວກັບພວກເຂົາວ່າ, “ຖ້າຢ່າງນັ້ນ ສິ່ງທີ່ເປັນຂອງກາຍ­ຊາ ຈົ່ງຄືນໃຫ້ແກ່ກາຍ­ຊາ, ແລະສິ່ງທີ່ເປັນຂອງພຣະ­ເຈົ້າ ຈົ່ງຄືນໃຫ້ແດ່ພຣະ­ເຈົ້າ.” 26 ພວກເຂົາຈິ່ງບໍ່ອາດໂຕ້ແຍ້ງເລື່ອງທີ່ພຣະອົງສອນ. ຕໍ່ຫນ້າປະຊາຊົນ ຕ່າງກໍປະ­ຫລາດໃຈໃນຄຳຕອບຂອງພຣະ­ອົງ ແລະບໍ່ເວົ້າຫຍັງອີກ. 27 ພວກຊາ­ດູ­ກາຍບາງຄົນມາຫາພຣະ­ອົງ ພວກນີ້ທີ່ບໍ່ເຊື່ອໃນການເປັນຄືນມາຈາກຕາຍ. 28 ພວກເຂົາຖາມພຣະ­ອົງວ່າ, “ອາຈານເອີຍ, ໂມ­ເຊໄດ້ຂຽນສັ່ງພວກເຮົາໄວ້ວ່າ, ຖ້າຊາຍຄົນໃດມີເມັຽແລະເຂົາຕາຍໄປໂດຍບໍ່ມີລູກ, ກໍໃຫ້ອ້າຍ ຫລືນ້ອງຊາຍຜູ້ນັ້ນຮັບເອົາຍິງນັ້ນມາເປັນເມັຽເພື່ອຊ່ວຍໃຫ້ພີ່ນ້ອງຂອງຕົນມີລູກໄວ້ສືບມໍຣະດົກ?’ 29 ຄອບຄົວຫນຶ່ງມີອ້າຍນ້ອງທີ່ເປັນຜູ້ຊາຍເຈັດຄົນ, ອ້າຍກົກເອົາເມັຽ ແລ້ວຕາຍໄປເມື່ອຍັງບໍ່ມີລູກ. 30 ຜູ້ທີ່ສອງກໍເອົານາງມາເປັນເມັຽ. 31 ແລະເປັນແບບນັ້ນຈົນເຖິງຄົນທີເຈັດກໍຕາຍໄປໂດຍຍັງບໍ່ມີລູກ. 32 ຕໍ່ມາພາຍ­ຫລັງຍິງນັ້ນກໍຕາຍເຫມືອນກັນ. 33 ສັນ­ນັ້ນ ໃນວັນທີ່ມີການເປັນຄືນມາຈາກຕາຍ ຂໍຖາມແດ່ວ່າ ຍິງນັ້ນຈະເປັນເມັຽຂອງຜູ້ໃດ? ເພາະຄົນທັງເຈັດຕ່າງກໍໄດ້ນາງເປັນເມັຽເຫມືອນກັນ.” 34 ພຣະ­ເຢຊູເຈົ້າກ່າວກັບເຂົາວ່າ, “ຄົນໃນໂລກນີ້ແຕ່ງ­ງານແລະຖືກຍົກໃຫ້ເປັນຜົວເມັຽກັນ. 35 ແຕ່ຄົນທີ່ຊົງສົມຄວນຈະເປັນຄືນມາຈາກຕາຍໃນຍຸກນັ້ນ ຈະບໍ່ມີ­ການແຕ່ງງານ ຫລືຍົກໃຫ້ເປັນຜົວເມັຽກັນອີກ. 36 ແລະຈະຕາຍບໍ່ໄດ້ອີກ ເພາະເຂົາຈະເປັນເຫມືອນເທ­ວະ­ດາແລະເປັນບຸດຂອງພຣະ­ເຈົ້າ ເພາະເປັນຜູ້ທີ່ໄດ້ເປັນຄືນມາຈາກຄວາມຕາຍແລ້ວ. 37 ສ່ວນເລື່ອງການເປັນຄືນມາຈາກຄວາມຕາຍນັ້ນ ແມ່ນແຕ່ໂມ­ເຊກໍຍັງໄດ້ສະ­ແດງໃຫ້ເຮົາເຫັນຈາກເຫດການທີ່ພຸ່ມໄມ້ນັ້ນ, ທ່ານເອີ້ນອົງພຣະ­ຜູ້­ເປັນ­ເຈົ້າວ່າຊົງເປັນ ພຣະ­ເຈົ້າຂອງອັບຣາຮາມ, ພຣະ­ເຈົ້າຂອງອີ­ຊາກ, ແລະພຣະ­ເຈົ້າຂອງຢາໂຄບ. 38 ເທົ່າກັບພຣະ­ອົງບໍ່ແມ່ນພຣະ­ເຈົ້າຂອງຄົນຕາຍ, ແຕ່ຊົງເປັນພຣະ­ເຈົ້າຂອງຄົນເປັນ ­ເພາະທຸກຄົນຕ້ອງເປັນຢູ່ຕໍ່ຫນ້າພຣະອົງ.” 39 ພວກ­ທັມະຈານບາງຄົນຈິ່ງຕອບວ່າ, “ອາ­ຈານເອີຍ ທ່ານເວົ້າຖືກແລ້ວ,” 40 ພວກເຂົາບໍ່ກ້າຖາມອັນໃດກັບພຣະ­ອົງອີກເລີຍ. 41 ພຣະ­ເຢຊູເຈົ້າຖາມພວກເຂົາວ່າ, “ເປັນຫຍັງຄົນທັງ­ຫລາຍເວົ້າວ່າ ພຣະ­ຄຣິດເປັນບຸດຂອງດາວິດ? 42 ເພາະກະ­ສັດດາ­ວິດເອງໄດ້ຊົງກ່າວໄວ້ໃນພຣະ­ທັມເພງສັນ­ຣະ­ເສີນວ່າ, ‘ອົງພຣະ­ຜູ້ເປັນເຈົ້າຊົງກ່າວກັບພຣະອົງເຈົ້າ­ຂອງຂ້ານ້ອຍວ່າ, “ຈົ່ງນັ່ງເບື້ອງຂວາມືຂອງເຮົາ,
43 ຈົນກວ່າເຮົາຈະປາບສັດຕຣູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ”.’
44 ດັ່ງນັ້ນຖ້າດາ­ວິດຍັງເອີ້ນພຣະ­ຄຣິດວ່າ ‘ອົງພຣະ­ຜູ້­ເປັນ­ເຈົ້າ’ ແລ້ວພຣະ­ອົງຈະເປັນບຸດຂອງດາ­ວິດໄດ້ຢ່າງ­ໃດ.” 45 ຂະນະທີ່ປະຊາຊົນກຳ­ລັງຟັງຢູ່ນັ້ນ ພຣະ­ອົງກໍກ່າວແກ່ພວກສາ­ວົກຂອງພຣະອົງວ່າ. 46 “ຈົ່ງຣະ­ວັງພວກ­ທັມະຈານໃຫ້ດີ ພວກເຂົາມັກນຸ່ງເສື້ອຄຸມຍາວ ຍ່າງໄປມາຕາມຕະຫລາດ, ມັກໃຫ້ຄົນຄຳ­ນັບຕົວເປັນພິເສດ, ພວກເຂົາມັກບ່ອນນັ່ງອັນມີກຽດໃນທັມະສ­າລາແລະຕາມງານລ້ຽງ. 47 ແຕ່ພວກເຂົາມັກກືນກິນຄອບ­ຄົວຂອງແມ່­ຫມ້າຍ ແລະແກ້ງອະທິຖານໃຫ້ຍືດຍາວ ພວກເຂົາຈະຕ້ອງຮັບໂທດຫນັກກວ່າຄົນອື່ນໃນການພິພາກສາ.”