ບົດທີ 21

1 ພຣະເຢຊູເຈົ້າເງີຍຫນ້າຂຶ້ນແລະເຫັນເສດຖີຄົນຫນຶ່ງກຳ­ລັງປ່ອນເງິນລົງໃນຕູ້ຖວາຍ. 2 ແລ້ວພຣະ­ອົງເຫັນແມ່­ຫມ້າຍຍາກຈົນຄົນຫນຶ່ງ ກຳລັງເອົາເງິນຈຳນວນສອງອັດປ່ອນລົງຖວາຍ. 3 ພຣະເຢຊູເຈົ້າກ່າວວ່າ, “ເຮົາບອກຄວາມຈິງວ່າ ແກ່ທ່ານວ່າ ແມ່­ຫມ້າຍຍາກ­ຈົນຜູ້ນີ້ຖວາຍເງິນຫລາຍກວ່າບັນດາຄົນທັງປວງ. 4 ເພາະ­ຄົນເຫລົ່ານັ້ນ ໄດ້ຖວາຍເງິນສ່ວນທີ່ເຫລືອໃຊ້, ແຕ່ຍິງຫມ້າຍຍາກຈົນຄົນນີ້ໄດ້ ຖວາຍເງິນທັງຫມົດສຳ­ລັບລ້ຽງຊີ­ວິດຂອງຕົນ.” 5 ແລ້ວສາວົກບາງຄົນກ່າວເຖິງພຣະ­ວິ­ຫານ ທີ່ຕົບແຕ່ງດ້ວຍຫີນສວຍງາມແລະເຄື່ອງຖວາຍເຫລົ່ານັ້ນ, ພຣະ­ອົງກ່າວວ່າ. 6 “ແຕ່ສິ່ງເຫລົ່ານີ້ທີ່ທ່ານເຫັນ ເມື່ອວັນນັ້ນມາເຖິງ ກ້ອນຫີນຈະພັງລົງຈົນບໍ່ເຫລືອໃຫ້ຊ້ອນທັບກັນຢູ່ເລີຍ.” 7 ເຂົາເຫລົ່ານັ້ນຈິ່ງຖາມພຣະ­ອົງວ່າ, “ທ່ານອາ­ຈານເອີຍ, ເຫດການເຫລົ່ານີ້ຈະເກີດຂຶ້ນເມື່ອໃດ? ແລະສິ່ງໃດຈະເປັນຫມາຍສຳ­ຄັນວ່າສິ່ງທັງຫມົດນີ້ຈະ­ເກີດຂຶ້ນ?” 8 ພຣະເຢຊູເຈົ້າຕອບວ່າ, “ຈົ່ງຣະ­ວັງ, ຢ່າໃຫ້ຜູ້ໃດຫລອກລວງພວກທ່ານໃຫ້ຫລົງ, ດ້ວຍວ່າຈະມີຫລາຍຄົນມາ ອ້າງນາມຂອງເຮົາ ກ່າວວ່າ ‘ເຮົານີ້ແຫລະເປັນຜູ້ນັ້ນ’ ແລະ‘ເວ­ລາກຳ­ນົດໃກ້ເຂົ້າມາແລ້ວ’ ຢ່າຕາມພວກເຂົາໄປ. 9 ເມື່ອທ່ານໄດ້ຍິນສຽງເລື່ອງເສິກສົງ­ຄາມແລະການປັ່ນປ່ວນວຸ້ນ­ວາຍເກີດຂຶ້ນ, ຢ່າຕົກ­ໃຈ ດ້ວຍ­ວ່າສິ່ງເຫລົ່ານີ້ຈຳເປັນຈະຕ້ອງເກີດຂຶ້ນກ່ອນ, ແຕ່ທີ່ສຸດປາຍນັ້ນຈະບໍ່ມາເຖິງທັນທີ.” 10 ແລ້ວພຣະ­ອົງກ່າວແກ່ພວກເຂົາວ່າ, “ປະ­ເທດຈະສູ້ຮົບກັບປະ­ເທດ, ອາ­ນາ­ຈັກຈະລຸກຂຶ້ນສູ້ຮົບກັບອາ­ນາ­ຈັກ. 11 ຈະມີແຜ່ນ­ດິນໄຫວໃຫຍ່ເກີດຂຶ້ນ ແລະໃນຫລາຍໆບ່ອນຈະເກີດການອຶດຢາກແລະພະ­ຍາດຣະບາດຢ່າງຮ້າຍແຮງ, ຈະມີເຫດການຫນ້າຢ້ານທີ່ສຸດຫລາຍຢ່າງເກີດຂື້ນແລະຫມາຍສຳ­ຄັນຕ່າງໆຈາກ­ຟ້າສະຫວັນ. 12 ແຕ່ກ່ອນສິ່ງເຫລົ່ານີ້ທັງຫມົດຈະເກີດຂຶ້ນ ພວກເຂົາຈະຍື່ນມືອອກມາຂົ່ມ­ເຫັງພວກທ່ານ, ສົ່ງທ່ານໄປຍັງທັມະສາລາແລະໃນຄຸກ, ພາພວກທ່ານໄປຕໍ່­ຫນ້າກະ­ສັດແລະຜູ້ປົກ­ຄອງ ເພາະນາມຂອງເຮົາ. 13 ສິ່ງນີ້ຈະເປັນໂອກາດໃຫ້ທ່ານໄດ້ເປັນພະ­ຍານ. 14 ດັ່ງ­ນັ້ນ ຈົ່ງຕຽມຫົວໃຈຂອງທ່ານໄວ້ໃຫ້ຫມັ້ນຄົງ ຢ່າວິຕົກກັງວົນໄປກ່ອນວ່າຈະແກ້ຂໍ້ຫາເຫລົ່ານັ້ນຢ່າງໃດ? 15 ເພາະເຮົາຈະປຣະ­ທານຖ້ອຍຄຳແລະສະ­ຕິ­ປັນ­ຍານັ້ນແກ່ທ່ານ ຈົນກວ່າສັດ­ຕຣູທັງ­ຫມົດບໍ່ສາມາດຕໍ່­ຕ້ານຫລືຂັດຄ້ານທ່ານໄດ້. 16 ແຕ່ທ່ານຈະຖືກມອບໄວ້ໃນມືຂອງພໍ່ແມ່ ຍາດ­ຕິພີ່­ນ້ອງແລະມິດສະ­ຫາຍ ແລະພວກເຂົາຈະເຮັດໃຫ້ລາງຄົນໃນພວກທ່ານເຖິງແກ່ຄວາມຕາຍ. 17 ທຸກຄົນຈະກຽດຊັງທ່ານເພາະນາມຂອງເຮົາ. 18 ແມ່ນແຕ່ຜົມພຽງເສັ້ນດຽວຈະບໍ່ລົ່ນເສັຽໄປຈາກຫົວຂອງພວກທ່ານ. 19 ທ່ານຈະຮັກ­ສາຊີ­ວິດຈິດໃຈຂອງທ່ານໄວ້ໃຫ້ລອດເພາະຄວາມພຽນອົດທົນຂອງທ່ານ. 20 “ເມື່ອທ່ານເຫັນນະຄອນເຢ­ຣູ­ຊາ­ເລັມຖືກລ້ອມໂດຍກອງທັບຫລວງຫລາຍ, ເມື່ອ­ນັ້ນທ່ານຈົ່ງຮູ້ວ່າເວລາແຫ່ງການທຳລາຍມາເຖິງແລ້ວ. 21 ໃຫ້ຄົນທີ່­ຢູ່ແຂວງຢູດາຍປົບຫນີໄປຍັງພູ ແລະໃຫ້ຄົນທີ່­ຢູ່ໃນເມືອງຫນີອອກໄປ ແລະຢ່າໃຫ້ຄົນທີ່ຢູ່ນອກເມືອງນັ້ນເຂົ້າມາ. 22 ເພາະ­ວ່າວັນເຫລົ່ານີ້ຄືວັນແຫ່ງການລົງໂທດ ເພື່ອໃຫ້ສິ່ງສາ­ຣະ­ພັດທີ່ຖືກຂຽນໄວ້ຈະສຳເລັດເປັນຈິງທຸກປະການ. 23 ຫນ້າເວ­ທະ­ນາຕໍ່ຜູ້­ຍິງທີ່ມີທ້ອງແລະມີລູກອ່ອນກິນນົມໃນວັນເຫລົ່າ­ນັ້ນ ເພາະຈະມີຄວາມ­ທຸກລຳບາກເກີດຂຶ້ນເທິງແຜ່ນດິນແລະພຣະ­ພິ­ໂຣດຈະຕົກແກ່ຄົນເຫລົ່ານັ້ນ. 24 ແລ້ວພວກເຂົາຈະລົ້ມລົງດ້ວຍຄົມດາບແລະຖືກກວາດໄປເປັນຊະ­ເລີຍໃນທົ່ວທຸກປະເທດແລະຄົນຕ່າງຊາດຈະຢຽບຢ່ຳນະຄອນເຢ­ຣູ­ຊາ­ເລັມ ຈົນກວ່າຈະຄົບກຳນົດເວ­ລາຂອງພວກເຂົາ. 25 ຈະມີຫມາຍສຳ­ຄັນໃນດວງອາ­ທິດ, ດວງຈັນ, ແລະດວງດາວ ໃນໂລກນີ້ ຊົນຊາດຕ່າງໆຈະໄດ້ຮັບຄວາມ­ເຈັບປວດ ພົບກັບຄວາມຫມົດຫວັງ ເພາະສຽງກ້ອງອັນໃຫຍ່ຫລວງຂອງທະ­ເລແລະຟອງນ້ຳ. 26 ຈະມີຄົນລົ້ມຕາຍ ເພາະຄວາມຢ້ານ ດ້ວຍຄວາມຫວາດຫວັ່ນຕໍ່ສິ່ງທີ່ຈະບັງເກີດຂື້ນໃນໂລກ ເພາະຣິດເດດແຫ່ງສະຫວັນຈະສັ່ນສະທ້ານຫວັ່ນ­ໄຫວ. 27 ພວກເຂົາຈະເຫັນບຸດມະ­ນຸດສະ­ເດັດມາໃນເມກ ດ້ວຍຣິດອໍານາດແລະສະ­ຫງ່າຣາ­ສີອັນຍິ່ງໃຫຍ່. 28 ເມື່ອເຫດ­ການເຫລົ່ານີ້ທັງຫມົດເລີ່ມ­ຕົ້ນ­ເກີດຂຶ້ນ ຈົ່ງລຸກຂື້ນແລະເງີຍຫນ້າຂຶ້ນ, ເພາະການປົດປ່ອຍຂອງທ່ານມາໃກ້ແລ້ວ.” 29 ພຣະເຢຊູເຈົ້າກ່າວກັບເຂົາເປັນຄຳອຸ­ປະ­ມາວ່າ, “ຈົ່ງເບິ່ງຕົ້ນເດື່ອເທດແລະຕົ້ນ­ໄມ້ທັງຫມົດ. 30 ເມື່ອຕົ້ນພວກມັນປົ່ງໃບອອກແລ້ວ ທ່ານກໍຈະຮູ້ວ່າຣະ­ດູຮ້ອນໃກ້ຈະເຖິງແລ້ວ. 31 ຢ່າງດຽວກັນນັ້ນ, ເມື່ອທ່ານເຫັນເຫດ­ການເຫລົ່າ­ນີ້ເກີດຂຶ້ນ ຈົ່ງຮູ້ວ່າຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າໃກ້ຈະເຖິງແລ້ວ. 32 ເຮົາບອກຄວາມຈິງແກ່ທ່ານວ່າ ຄົນໃນຍຸກນີ້ຈະບໍ່ລ່ວງລັບໄປ ຈົນກວ່າເຫດ­ການເຫລົ່ານີ້­ຈະເກີດຂຶ້ນ. 33 ຟ້າແລະດິນຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ສູນຫາຍໄປຈັກເທື່ອ. 34 ແຕ່ຈົ່ງຣະ­ວັງຕົວທ່ານໃຫ້ດີ ຢ່າໃຫ້ໃຈຂອງພວກທ່ານຫນັກໄປໃນການກິນລ້ຽງແລະ, ຄວາມມົວ­ເມົາແລະວິຕົກກັງ­ວົນໃນຊີ­ວິດ ເພາະວັນນັ້ນຈະມາເຖິງພວກທ່ານໃນທັນທີເຫມືອນດັ່ງກັບດັກ. 35 ເພາະສິ່ງນີ້ຈະຕົກໃສ່ທຸກຄົນ ທີ່ມີຊີວິດຢູ່ເທິງແຜ່ນ­ດິນໂລກ. 36 ແຕ່ຈົ່ງເຝົ້າຣະ­ວັງຕະຫລອດເວລາ, ຈົ່ງອະທິຖານເພື່ອທ່ານຈະເຂັ້ມແຂງຈົນສາມາດຫລີກຫນີ ຈາກເຫດ­ການທີ່ຈະ­ເກີດຂື້ນ ແລະເພື່ອຈະຍຶດຫມັ້ນຢູ່ຕໍ່­ຫນ້າຂອງບຸດມະ­ນຸດໄດ້.” 37 ໃນຊ່ວງເວລາກາງ­ເວັນ ພຣະ­ອົງສັ່ງ­ສອນຢູ່ໃນບໍ­ຣິເວນພຣະວິຫານ, ສ່ວນຕອນກາງ­ຄືນກໍສະ­ເດັດອອກໄປຂ້າງນອກ ເພື່ອອະທິຖານຢູ່ທີ່ພູເຂົາຫມາກ­ກອກ­ເທດ. 38 ມີຝູງຄົນມາລໍຖ້າຟັງຄຳສອນຂອງພຣະ­ອົງໃນບໍ­ຣິ­ເວນພຣະວິຫານຕັ້ງແຕ່ຂ້ອນເຊົ້າ.