1 ເມື່ອໃກ້ຈະຮອດເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງທີ່ເອີ້ນວ່າປັດສະຄາ. 2 ພວກຫົວຫນ້າປະໂລຫິດແລະພວກທັມະຈານ ກໍປຶກສາກັນວ່າ ຈະເຮັດຢ່າງໃດດີຈິ່ງຈະຂ້າພຣະເຢຊູໄດ້ ເພາະເຂົາຢ້ານປະຊາຊົນ. 3 ຊາຕານໄດ້ເຂົ້າສູນໃຈຢູດາອິສະກາຣີອົດ ຊຶ່ງເປັນຄົນຫນຶ່ງໃນພວກສາວົກສິບສອງຄົນ. 4 ຢູດາໄດ້ອອກໄປປຶກສາກັບພວກຫົວຫນ້າປະໂລຫິດແລະພວກນາຍທະຫານ ເຖິງແຜນການທີ່ເພິ່ນຈະມອບພຣະເຢຊູເຈົ້າໃຫ້ກັບພວກເຂົາ. 5 ຄົນເຫລົ່ານັ້ນດີໃຈຫລາຍແລະຕົກລົງກັນວ່າຈະເອົາເງິນໃຫ້ແກ່ຢູດາ. 6 ສ່ວນຢູດາຈິ່ງຕອບຕົກລົງ ແລະພະຍາຍາມຊອກຫາໂອກາດທີ່ຈະມອບພຣະອົງໃຫ້ແກ່ພວກເຂົາ ໃນສະຖານທີ່ຫ່າງໄກຈາກປະຊາຊົນ. 7 ເມື່ອເຖິງວັນກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ເຊິ່ງເປັນວັນທີ່ລູກແກະປັດສະຄາຕ້ອງຖືກຖວາຍເປັນເຄື່ອງບູຊາ. 8 ພຣະເຢຊູເຈົ້າຈິ່ງໃຊ້ເປໂຕແລະໂຢຮັນໄປໂດຍສັ່ງເຂົາວ່າ, “ຈົ່ງໄປແລະຈັດແຈງອາຫານປັດສະຄາສຳລັບພວກເຮົາ ເພື່ອທີ່ຈະໄດ້ຮັບປະທານຮ່ວມກັນ.” 9 ເຂົາທູນຖາມພຣະອົງວ່າ, “ພຣະອົງຢາກຈະໃຫ້ພວກຂ້ານ້ອຍໄປຈັດຕຽມໄວ້ບ່ອນໃດ?” 10 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ຟັງເດີ, ເມື່ອພວກທ່ານເຂົ້າໄປໃນເມືອງ, ຈະມີຊາຍຄົນຫນຶ່ງແບກຫມໍ້ນ້ຳມາພົບທ່ານ ຈົ່ງຕາມເຂົ້າໃນເຮືອນທີ່ຜູ້ນັ້ນຈະເຂົ້າໄປ. 11 ແລ້ວບອກກັບເຈົ້າເຮືອນນັ້ນວ່າ ‘ອາຈານໃຫ້ຖາມທ່ານວ່າ, "ຫ້ອງຮັບແຂກທີ່ເຮົາຈະກິນປັດສະຄາກັບພວກສາວົກຂອງເຮົາຢູ່ທີ່ໃດ?’" 12 ເຂົາຈະຊີ້ໃຫ້ພວກທ່ານເຫັນຫ້ອງໃຫຍ່ຊັ້ນເທິງ ທີ່ຕົກແຕ່ງໄວ້ແລ້ວ," 13 ດັ່ງນັ້ນ, ພວກເຂົາຈິ່ງໄປແລະພົບທຸກສິ່ງເຫມືອນຢ່າງພຣະອົງຊົງກ່າວແກ່ພວກເຂົາ, ແລ້ວພວກເຂົາໄດ້ຈັດຕຽມອາຫານປັດສະຄາທີ່ນັ້ນ. 14 ເມື່ອເຖິງໂມງແລ້ວ ພຣະອົງຊົງນັ່ງລົງກັບພວກອັກຄະສາວົກ. 15 ພຣະອົງກ່າວກັບພວກເຂົາວ່າ, “ເຮົາມີຄວາມປາຖນາຢ່າງຍິ່ງ ທີ່ຈະກິນອາຫານປັດສະຄານີ້ກັບພວກທ່ານ ກ່ອນເຮົາຈະຕ້ອງທຸກທໍຣະມານ. 16 ເພາະເຮົາບອກພວກທ່ານທັງຫລາຍວ່າ, ເຮົາຈະບໍ່ກິນປັດສະຄານີ້ອີກ ຈົນກວ່າສິ່ງນັ້ນຈະສຳເລັດໃນຣາຊະອານາຈັກຂອງພຣະເຈົ້າ.” 17 ແລ້ວພຣະເຢຊູເຈົ້າຊົງຈັບເອົາຈອກແລະເມື່ອພຣະອົງຊົງໂມທະນາຂອບພຣະຄຸນແລ້ວ ຊົງກ່າວວ່າ, “ຈົ່ງເອົາຈອກນີ້ແຈກຢາຍໃນພວກທ່ານ. 18 ເພາະເຮົາບອກທ່ານທັງຫລາຍວ່າ ເຮົາຈະບໍ່ດື່ມຈາກຜົນອະງຸ່ນອີກ ຈົນກວ່າຣາຊະອານາຈັກຂອງພຣະເຈົ້າຈະມາເຖິງ.” 19 ແລ້ວພຣະເຢຊູເຈົ້າຊົງຈັບເຂົ້າຈີ່ມາແລະເມື່ອໂມທະນາຂອບພຣະຄຸນແລ້ວ ພຣະອົງຊົງຫັກເຂົ້າຈີ່ ແລະຊົງກ່າວວ່າ, “ນີ້ ຄືກາຍຂອງເຮົາທີ່ໃຫ້ແກ່ທ່ານທັງຫລາຍ, ຈົ່ງເຮັດຢ່າງນີ້ ເພື່ອເປັນທີ່ຣະນຶກເຖິງເຮົາ.” 20 ພຣະອົງຊົງຈັບເອົາຈອກນັ້ນ ດ້ວຍອາການຢ່າງດຽວກັນຫລັງຮັບປະທານເຂົ້າແລງແລ້ວ, ແລະກ່າວວ່າ, “ຈອກນີ້ເປັນພັນທະສັນຍາໃຫມ່ໃນເລືອດຂອງເຮົາ ທີ່ຖອກອອກເພື່ອພວກທ່ານ." 21 ຈົ່ງຕັ້ງໃຈຟັງໃຫ້ດີ, ມືຄົນຫນຶ່ງທີ່ທໍຣະຍົດເຮົາຢູ່ຮ່ວມໂຕະກັບເຮົາທີ່ນີ້. 22 ເພາະອັນທີ່ຈິງບຸດມະນຸດຈະເປັນໄປຕາມທີ່ໄດ້ກຳນົດໄວ້ແລ້ວ, ແຕ່ວິບັດແກ່ຊາຍຜູ້ນັ້ນຜ່ານທາງຜູ້ທີ່ເຂົາໄດ້ທໍຣະຍົດ!" 23 ພວກສາວົກກໍເລີ່ມຕົ້ນຖາມກັນເອງ ວ່າໃຜໃນພວກເຂົາທີ່ຈະເຮັດເຊັ່ນນັ້ນ. 24 ມີການໂຕ້ຖຽງກັນເກີດຂຶ້ນໃນພວກສາວົກວ່າໃນພວກເພິ່ນທີ່ຖືວ່າເປັນຜູ້ໃຫຍ່ທີ່ສຸດ. 25 ພຣະເຢຊູເຈົ້າຈິ່ງກ່າວກັບພວກເພິ່ນວ່າ, “ບັນດາກະສັດຂອງຄົນຕ່າງຊາດເປັນເຈົ້ານາຍແລະມີອຳນາດເຫນືອພວກເຂົາ ແລະໄດ້ຮັບການເອີ້ນເພິ່ນວ່າເປັນຜຸ້ຄອບຄອງທີ່ມີກຽດ. 26 ແຕ່ບໍ່ເປັນຢ່າງນັ້ນໃນພວກທ່ານ. ແທນທີ່ຈະເປັນຢ່າງນັ້ນ ຂໍໃຫ້ຄົນທີ່ຍິ່ງໃຫຍ່ທີ່ສຸດໃນພວກທ່ານ, ຈົ່ງເປັນເຫມືອນກັບຜູ້ທີ່ເລັກນ້ອຍທີ່ສຸດ, ແລະຂໍໃຫ້ຜູ້ທີ່ເປັນຄົນສຳຄັນທີ່ສຸດ ຈົ່ງເປັນເຫມືອນກັບຄົນຮັບໃຊ້. 27 ເພາະວ່າໃຜທີ່ຍິ່ງໃຫຍ່ກວ່າກັນ? ຄົນທີ່ນັ່ງຢູ່ໂຕະ, ຫລືຄົນທີ່ຮັບໃຊ້ ຄົນທີ່ນັ່ງຢູ່ໂຕະບໍ່ແມ່ນບໍ? ເຮົາຢູ່ຖ້າມກາງພວກທ່ານເຫມືອນກັບເປັນຄົນທີ່ຮັບໃຊ້. 28 ແຕ່ພວກທ່ານເປັນຄົນທີ່ຍັງຢູ່ກັບເຮົາເມື່ອເຮົາເຂົ້າສູ່ການທົດລອງ. 29 ເຮົາໄດ້ມອບຣາຊະອານາຈັກໃຫ້ແກ່ທ່ານ ຢ່າງທີ່ພຣະບິດາເຈົ້າຂອງເຮົາໄດ້ມອບຣາຊະອານາຈັກໃຫ້ແກ່ເຮົາ. 30 ເພື່ອທີ່ພວກທ່ານຈະໄດ້ກິນແລະດື່ມທີ່ໂຕະຂອງເຮົາໃນຣາຊະອານາຈັກຂອງເຮົາ, ແລະເພື່ອພວກທ່ານຈະໄດ້ນັ່ງເທິງບັນລັງເພື່ອພິພາກສາທັງສິບສອງເຜົ່າຂອງອິສຣາເອນ. 31 ຊີໂມນເອີຍ, ຊີໂມນເອີຍ ຈົ່ງຣະວັງໃຫ້ດີ, ຊາຕານໄດ້ຂໍທີ່ຈະທຳຮ້າຍທ່ານ ມັນຈະຝັດຮ່ອນທ່ານເຫມືອນຝັດເຂົ້າສາລີ. 32 ແຕ່ເຮົາໄດ້ອະທິຖານສຳລັບທ່ານ ເພື່ອຄວາມເຊື່ອຂອງທ່ານຈະບໍ່ລົ້ມລົງ. ຫລັງຈາກທີ່ທ່ານໄດ້ຫັນກັບຄືນມາແລ້ວ, ທ່ານຈົ່ງຫນູນກຳລັງພີ່ນ້ອງຂອງທ່ານ.” 33 ເປໂຕທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂ້ານ້ອຍພ້ອມທີ່ຈະໄປກັບພຣະອົງ, ບໍ່ວ່າຈະຕ້ອງຕິດຄຸກ ຫລືຕາຍກໍຕາມ.” 34 ພຣະເຢຊູເຈົ້າກ່າວວ່າ, “ ເປໂຕເອີຍ, ໃນວັນນີ້, ທ່ານຈະໄດ້ປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ ກ່ອນໄກ່ຂັນ.” 35 ແລ້ວພຣະເຢຊູເຈົ້າຊົງກ່າວກັບພວກສາວົກວ່າ, “ເມື່ອເຮົາໄດ້ໃຊ້ທ່ານທັງຫລາຍອອກໄປ ໂດຍບໍ່ມີກະເປົາເງິນ, ບໍ່ມີຖົງໃສ່ອາຫານ, ຫລືເກີບນັ້ນ, ພວກທ່ານໄດ້ຂາດເຂີນສິ່ງໃດແດ່?” ພວກເຂົາທູນຕອບວ່າ, “ບໍ່ໄດ້ຂາດເຂີນສິ່ງໃດເລີຍ.” 36 ພຣະອົງຈິ່ງກ່າວກັບພວກເພິ່ນວ່າ, “ແຕ່ຕອນນີ້ ຄົນທີ່ມີກະເປົາເງິນ ກໍໃຫ້ຖືຕິດຕົວໄປແລະຖົງໃສ່ອາຫານກໍໃຫ້ຖືໄປເຫມືອນກັນ, ຄົນທີ່ບໍ່ມີດາບກໍໃຫ້ຂາຍເສື້ອຄຸມຂອງຕົນ ແລ້ວຊື້ດາບມາ. 37 ເພາະເຮົາບອກທ່ານວ່າ, ສິ່ງທີ່ຂຽນໄວ້ກ່ຽວກັບເຮົາຈະຕ້ອງສຳເລັດ, ‘ທ່ານຖືກນັບເຂົ້າກັບຄົນອະທັມ’ ເພາະຄຳທຳນວຍກ່ຽວກັບເຮົານັ້ນກໍຈະຕ້ອງສຳເລັດ.” 38 ແລ້ວພວກເຂົາທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ເບິ່ງແມ ມີດາບສອງດວງຢູ່ທີ່ນີ້” ແລະພຣະອົງຊົງຕອບເຂົາວ່າ, “ພໍແລ້ວ.” 39 ຫລັງກິນອາຫານແລງ, ພຣະເຢຊູເຈົ້າໄດ້ສະເດັດໄປຍັງພູເຂົາຫມາກກອກເທດຕາມເຄີຍ ແລະພວກສາວົກໄດ້ຕາມພຣະອົງໄປ. 40 ເມື່ອພວກເຂົາມາເຖິງ, ພຣະອົງຊົງກ່າວກັບເຂົາວ່າ, “ຈົ່ງອະທິຖານ ເພື່ອທີ່ພວກທ່ານຈະບໍ່ໄດ້ເຂົ້າໃນການທົດລອງ.” 41 ພຣະອົງສະເດັດອອກໄປຫ່າງຈາກພວກເຂົາປະມານຄວ່າງກ້ອນຫີນເຖິງ. ພຣະອົງຊົງຄຸເຂົ່າລົງແລະອະທິຖານວ່າ, 42 “ພຣະບິດາເຈົ້າເອີຍ, ຖ້າຫາກເປັນນໍ້າພຣະທັຍຂອງພຣະອົງ ຂໍຊົງເລື່ອນຈອກນີ້ອອກໄປຈາກຂ້າພຣະອົງຖ້ອນ. ແຕ່ຢ່າງໃດກໍຕາມ, ຢ່າໃຫ້ເປັນໄປຕາມໃຈຂອງຂ້າພຣະອົງ, ແຕ່ໃຫ້ເປັນຕາມພຣະປະສົງຂອງພຣະບິດາເຈົ້າເຖີ້ນ.” 43 ແລ້ວມີເທວະດາຕົນຫນຶ່ງຈາກສະຫວັນມາປາກົດແກ່ພຣະອົງ, ຊູກຳລັງພຣະອົງຂຶ້ນ. 44 ເມື່ອພຣະອົງຊົງທົນທຸກ ພຣະອົງກໍຍິ່ງອະທິຖານຢ່າງຈິງຈັງຫລາຍຂຶ້ນ, ຈົນເຫື່ອຂອງພຣະອົງເກີດເປັນເຫມືອນເລືອດເມັດໃຫຍ່ໄຫລຢາດລົງສູ່ພື້ນດິນ. 45 ພຣະອົງຊົງລຸກຂຶ້ນຈາກການອະທິຖານ ແລະສະເດັດມາຫາພວກສາວົກແລະຊົງເຫັນວ່າພວກເຂົາກຳລັງນອນຫລັບຢູ່ ເພາະຄວາມທຸກໂສກເສົ້າ, 46 ພຣະອົງຈິ່ງຖາມພວກເຂົາວ່າ, “ເປັນຫຍັງຈິ່ງຍັງນອນຫລັບຢູ່? ຈົ່ງລຸກຂຶ້ນແລະອະທິຖານ ເພື່ອພວກທ່ານຈະບໍ່ຕົກໃນການທົດລອງ.” 47 ຂະນະທີ່ພຣະອົງຊົງກ່າວຢູ່ນັ້ນ, ເບິ່ງແມ, ມີຄົນຈຳນວນ ຫລາຍປາກົດຕົວຂື້ນ ພ້ອມກັບຢູດາຫນຶ່ງໃນສາວົກສິບສອງຄົນ ທີ່ໄດ້ນຳຫນ້າພວກເຂົາມາ ຢູດາໄດ້ຫຍັບເຂົ້າມາໃກ້ພຣະເຢຊູເຈົ້າແລະຈູບພຣະອົງ. 48 ແຕ່ພຣະເຢຊູເຈົ້າຊົງຖາມວ່າ, “ຢູດາເອີຍ, ເຈົ້າຈະທໍຣະຍົດຕໍ່ບຸດມະນຸດດ້ວຍການຈູບບໍ?” 49 ເມື່ອພວກສາວົກທີ່ອ້ອມຮອບພຣະເຢຊູເຈົ້າຢູ່ ໄດ້ເຫັນວ່າແມ່ນຫຍັງຈະເກີດຂຶ້ນ, ພວກເຂົາຈິ່ງທູນພຣະອົງວ່າ, ‘ອົງພຣະຜູ້ເປັນເຈົ້າ ຈະໃຫ້ພວກຂ້ານ້ອຍເອົາດາບມາຕໍ່ສູ້ບໍ?” 50 ແລ້ວມີຜູ້ຫນຶ່ງໃນພວກເພິ່ນໄດ້ຟັນຄົນຮັບໃຊ້ຂອງມະຫາປະໂຣຫິດ ແລະຟັນຫູຂວາຂອງເຂົາຂາດ. 51 ພຣະເຢຊູເຈົ້າກ່າວວ່າ, ເຊົາແມ “ພໍແລ້ວ” ແລ້ວພຣະອົງຊົງບາຍຫູຄົນນັ້ນແລະຮັກສາເຂົາໃຫ້ຫາຍດີ. 52 ພຣະເຢຊູເຈົ້າກ່າວກັບພວກຫົວຫນ້າປະໂລຫິດ ກັບພວກນາຍທະຫານທີ່ຮັກສາພຣະວິຫານ, ແລະພວກເຖົ້າແກ່ທີ່ອອກມາຕໍ່ສູ້ພຣະອົງນັ້ນວ່າ, “ພວກທ່ານອອກມາຕໍ່ສູ້ເຮັດຄືວ່າເຮົາເປັນໂຈນ, ດ້ວຍດາບແລະດ້ວຍຕະບອງບໍ? 53 ເມື່ອເຮົາຢູ່ກັບພວກທ່ານໃນພຣະວິຫານທຸກວັນນັ້ນ, ພວກທ່ານບໍ່ໄດ້ຍື່ນມືຕໍ່ສູ້ເຮົາ, ແຕ່ນີ້ເປັນເວລາຂອງທ່ານ, ແລະເປັນອຳນາດແຫ່ງຄວາມມືດ.” 54 ພວກເຂົາຈັບກຸມພຣະອົງ ແລະຄຸມພຣະອົງໄປທີ່ເຮືອນຂອງມະຫາປະໂລຫິດ, ແຕ່ເປໂຕໄດ້ຕິດຕາມໄປຫ່າງໆ. 55 ຫລັງຈາກທີ່ພວກເຂົາດັງໄຟທີ່ກາງເດີ່ນບ້ານແລະນັ່ງລົງຢູ່ດ້ວຍກັນ ເປໂຕກໍເຂົ້າຢູ່ທ່າມກາງພວກເຂົາ. 56 ສາວໃຊ້ຄົນຫນຶ່ງເຫັນເປໂຕນັ່ງຜີງໄຟຢູ່ ແລະເພັ່ງເບິ່ງແລ້ວເວົ້າວ່າ, “ຊາຍຄົນນີ້ຢູ່ກັບເພິ່ນນຳ.” 57 ແຕ່ເປໂຕຕອບປະຕິເສດແລະບອກວ່າ “ຍິງເອີຍ, ຂ້ອຍບໍ່ຮູ້ຈັກເພິ່ນເລີຍ.” 58 ຫລັງຈາກນັ້ນບໍ່ດົນກໍມີຊາຍອີກຄົນຫນຶ່ງເຫັນເປໂຕແລະບອກວ່າ, “ເຈົ້າເປັນຄົນຫນຶ່ງໃນພວກເພິ່ນ” ແຕ່ເປໂຕບອກວ່າ “ຊາຍເອີຍ, ຂ້ອຍບໍ່ໄດ້ເປັນ.” 59 ຫລັງຈາກນັ້ນປະມານຫນຶ່ງຊົ່ວໂມງ ກໍມີອີກຄົນຫນຶ່ງຢືນຢັນຢ່າງແຂງແຮງ ວ່າ, “ແມ່ນແທ້ແລ້ວ, ຊາຍຄົນນີ້ຢູ່ກັບຄົນນັ້ນດ້ວຍ, ເພາະລາວເປັນຄົນຄາລີເລ.” 60 ເປໂຕຕອບວ່າ, “ຊາຍເອີຍ, ທີ່ທ່ານເວົ້ານັ້ນ ຂ້ອຍບໍ່ຮູ້ເລື່ອງເລີຍ” ໃນທັນໃດນັ້ນ ຂະນະທີ່ເປໂຕຍັງເວົ້າຢູ່ໄກ່ກໍຂັນ. 61 ອົງພຣະຜູ້ເປັນເຈົ້າໄດ້ຊົງຫລຽວເບິ່ງເປໂຕ, ແລ້ວເປໂຕກໍຣະນຶກເຖິງຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວແກ່ຕົນວ່າ, “ກ່ອນໄກ່ຂັນວັນນີ້ ທ່ານຈະປະຕິເສດເຮົາເຖິງສາມເທື່ອ.” 62 ເປໂຕກໍອອກໄປຂ້າງນອກແລະຮ້ອງໄຫ້ຢ່າງຂົມຂື່ນເປັນທຸກຫນັກໃຈ. 63 ພວກທີ່ຄຸມພຣະເຢຊູເຈົ້າກໍເຍາະເຍີ້ຍແລະທຸບຕີພຣະອົງ. 64 ຫລັງຈາກທີ່ພວກເຂົາເອົາຜ້າມັດຕາພຣະອົງແລ້ວ ກໍຖາມພຣະອົງວ່າ, “ທວາຍເບິ່ງດຸວ່າໃຜຕີເຈົ້າ?” 65 ພວກເຂົາເວົ້າອີກຫລາຍປະການກ່ຽວກັບພຣະເຢຊູເຈົ້າ ເປັນການຫມິ່ນປະມາດພຣະອົງ. 66 ຄັນຮຸ່ງເຊົ້າ ບັນດາພວກເຖົ້າແກ່ຂອງປະຊາຊົນກໍມາຊຸມນຸມກັນ, ລວມທັງພວກຫົວຫນ້າປະໂຣຫິດແລະພວກນັກທັມະຈານ. ພວກເຂົາໄດ້ພາພຣະອົງເຂົ້າໄປໃນສານສູງສຸດ, 67 ແລະເວົ້າວ່າ, “ຖ້າທ່ານເປັນພຣະຄຣິດ ຈົ່ງບອກເຮົາມເຖີດ” ແຕ່ພຣະອົງຊົງຕອບເຂົາວ່າ, “ຖ້າເຮົາບອກທ່ານ, ທ່ານກໍຈະບໍ່ເຊື່ອເຮົາ,
68 ແລະຖ້າເຮົາຖາມພວກເຈົ້າ, ພວກເຈົ້າກໍຈະບໍ່ຕອບເຮົາ. 69 ຕັ້ງແຕ່ນີ້ໄປ, ບຸດມະນຸດຈະນັ່ງເບື້ອງຂວາຂອງພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່.” 70 ພວກເຂົາທຸກຄົນຈິ່ງເວົ້າວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າບໍ?” ແລະພຣະເຢຊູເຈົ້າຕອບພວກເຂົາວ່າ, “ທ່ານກໍບອກແລ້ວວ່າເຮົາເປັນ.” 71 ພວກເຂົາເວົ້າວ່າ, “ເປັນຫຍັງພວກເຮົາຍັງຈະຕ້ອງການພະຍານອັນໃດອີກ? ເພາະເຮົາກໍໄດ້ຍິນກັບຫູຕົວເອງຈາກປາກຂອງມັນເອງແລ້ວ.”