ບົດທີ 23

1 ພວກເຂົາທັງຫມົດໄດ້ລຸກ­ຂຶ້ນແລະພາພຣະ­ເຢຊູເຈົ້າໄປຫາປີ­ລາດ. 2 ພວກເຂົາເລີ້ມກ່າວຫາພຣະ­ເຢຊູເຈົ້າວ່າ, “ພວກເຮົາພົບວ່າຊາຍຄົນນີ້ໄດ້ຊັກຊວນຊົນຊາດຂອງເຮົາໃຫ້ຫລົງໄປ, ດ້ວຍການຫ້າມບໍ່ໃຫ້ເສັຍສ່ວຍແກ່ກາຍ­ຊາແລະຊາຍຄົນນີ້ກ່າວວ່າຕົວເອງເປັນພຣະ­ຄຣິດແລະເປັນກະ­ສັດ.” 3 ປີ­ລາດຖາມພຣະ­ເຢຊູເຈົ້າວ່າ, “ທ່ານເປັນກະ­ສັດຂອງຄົນຢິວບໍ່?” ແລະພຣະເຢຊູເຈົ້າຕອບວ່າ, “ກໍທ່ານເວົ້ານີ້.” 4 ປີ­ລາດຈິ່ງເວົ້າກັບພວກຫົວຫນ້າປະ­ໂຣຫິດແລະກັບປະ­ຊາ­ຊົນນັ້ນວ່າ, “ເຮົາບໍ່ພົບຄວາມຜິດຂອງຊາຍຄົນນີ້ຈັກປະ­ການເລີຍ.” 5 ແຕ່ພວກເຂົາກ່າວຄຳແຂງຂຶ້ນວ່າ, “ຊາຍຄົນນີ້ໄດ້ຍຸຍົງປະຊາຊົນໃຫ້ວຸ້ນວາຍ ແລະສັ່ງ­ສອນທົ່ວແຂວງຢູ­ດາຍເລີ່ມຕົ້ນແຕ່ແຂວງຄາ­ລີເລຈົນມາເຖິງທີ່ນີ້.” 6 ດັ່ງນັ້ນເມື່ອປີ­ລາດໄດ້ຍິນເລື່ອງນີ້ ທ່ານຈິ່ງຖາມວ່າ ຊາຍຄົນນີ້ເປັນຊາວຄາ­ລີ­ເລບໍ? 7 ເມື່ອປີລາດຮູ້ວ່າພຣະ­ອົງຢູ່ພາຍໃຕ້ການປົກ­ຄອງຂອງເຮ­ໂຣດ, ທ່ານຈິ່ງສົ່ງພຣະເຢຊູເຈົ້າໄປຫາເຮ­ໂຣດ ຜູ້ຊຶ່ງພັກຢູ່ໃນນະຄອນເຢ­ຣູ­ຊາ­ເລັມໃນເວ­ລານັ້ນ. 8 ເມື່ອເຮ­ໂຣດເຫັນພຣະ­ເຢຊູເຈົ້າທ່ານກໍມີຄວາມຍິນ­ດີຫລາຍ, ດ້ວຍວ່າທ່ານຢາກພົບກັບພຣະເຢຊູມາ­ແຕ່ດົນແລ້ວ; ເພາະທ່ານໄດ້ຍິນເຖິງເລື່ອງຂອງພຣະ­ອົງແລະຫວັງວ່າຈະເຫັນການອັດ­ສະ­ຈັນບາງປະ­ການຈາກພຣະເຢຊູເຈົ້າ. 9 ເຮໂຣດໄດ້ຖາມພຣະເຢຊູເຈົ້າຫລາຍຂໍ້, ແຕ່ພຣະ­ເຢຊູເຈົ້າບໍ່ໄດ້ຕອບສິ່ງໃດເລີຍ. 10 ຝ່າຍພວກຫົວຫນ້າມະຫາປະ­ໂລຫິດແລະພວກ­ທັມະຈານໄດ້ລຸກຂຶ້ນຢືນ ແລະກ່າວຟ້ອງພຣະ­ອົງຢ່າງຮຸນ­ແຮງ. 11 ຝ່າຍເຮ­ໂຣດກັບພວກທະ­ຫານຂອງທ່ານໄດ້ດູຫມິ່ນແລະກ່າວເຍາະ­ເຍີ້ຍພຣະ­ອົງແລະເອົາເສື້ອໂຕງົດງາມມາຫົ່ມໃຫ້ພຣະ­ອົງ, ແລ້ວສົ່ງພຣະ­ອົງຄືນໄປຫາປີ­ລາດອີກ. 12 ເຮ­ໂຣດແລະປີ­ລາດຈິ່ງໄດ້ກາຍເປັນມິດຕໍ່ກັນໃນວັນນັ້ນ (ກ່ອນຫນ້ານີ້ພວກເຂົາເປັນສັດຕຣູກັນ). 13 ຈາກນັ້ນປີ­ລາດຈິ່ງໄດ້ເອີ້ນພວກຫົວຫນ້າປະ­ໂລຫິດ, ພວກເຈົ້ານາຍ, ກັບປະຊາຊົນໃຫ້ມາປະ­ຊຸມພ້ອມກັນ. 14 ແລະປີລາດກ່າວແກ່ພວກເຂົາວ່າ, “ພວກທ່ານພາຄົນນີ້ມາຫາເຮົາເຫມືອນກັບວ່າຊາຍຄົນນີ້ໄດ້ຊັກຊວນປະຊາຊົນໃຫ້ເຮັດໃນສິ່ງຊົ່ວຊ້າ, ແລະເບິ່ງແມ, ເຮົາໄດ້ສືບ­ສວນຕໍ່­ຫນ້າພວກທ່ານແລະເຮົາບໍ່ເຫັນວ່າຊາຍຄົນນີ້ມີຄວາມຜິດຕາມທີ່ທ່ານກ່າວຟ້ອງເພິ່ນ. 15 ເຮ­ໂຣດກໍບໍ່ເຫັນວ່າເພິ່ນມີຄວາມຜິດເພາະເຂົາສົ່ງຕົວຊາຍຄົນນີ້ກັບມາຫາເຮົາອີກ. ເບິ່ງແມ, ຊາຍຄົນນີ້ບໍ່ໄດ້ເຮັດຜິດອັນໃດທີ່ເພິ່ນ­ຄວນຈະມີໂທດເຖິງຕາຍ. 16 ດັ່ງ­ນັ້ນ ເຮົາຈຶ່ງສັ່ງໃຫ້ຂ້ຽນເພິ່ນແລະປ່ອຍເພິ່ນໄປ.” 17 ດ້ວຍວ່າ, ໃນງານເທສະການນັ້ນ ເພິ່ນຕ້ອງປ່ອຍຄົນຫນຶ່ງໃຫ້ພວກເຂົາ. 18 ແຕ່ປະຊາຊົນເຫລົ່ານັ້ນຮ້ອງຂຶ້ນພ້ອມກັນວ່າ, “ຈົ່ງຂ້າຊາຍຄົນນີ້, ແລ້ວຈົ່ງປ່ອຍບາ­ຣາ­ບາໃຫ້ກັບພວກເຮົາ.” 19 ບາຣາ­ບານັ້ນກໍຍັງຕິດຄຸກຢູ່, ເພາະການຈະ­ຣາ­ຈົນທີ່ເກີດຂຶ້ນໃນເມືອງແລະຂ້າຄົນ. 20 ປີ­ລາດນັ້ນຍັງຕ້ອງການຢາກປ່ອຍພຣະ­ເຢຊູເຈົ້າຈິ່ງກ່າວກັບເຂົາອີກຄັ້ງຫນຶ່ງ. 21 ແຕ່ພວກເຂົາໄດ້ຮ້ອງຕອບກັບວ່າ, “ຄຶງມັນເສັຍ, ຄຶງມັນເສັຍ”. 22 ປີ­ລາດຈິ່ງຖາມພວກເຂົາເປັນເທື່ອທີສາມວ່າ, “ຄຶງເຮັດຫຍັງ ຄົນນີ້ໄດ້ເຮັດຊົ່ວຮ້າຍອັນໃດ? ເຮົາບໍ່ພົບເຫດຜົນອັນໃດທີ່ເພີ່ນສົມ­ຄວນຈະຮັບໂທດເຖິງຕາຍ, ດັ່ງນັ້ນຫລັງຈາກທີ່ເຮົາລົງໂທດແລ້ວເຮົາຈະປ່ອຍເພິ່ນເສັຽ.” 23 ແຕ່ພວກເຂົາປຸກຣະດົມພ້ອມກັນຮ້ອງສຽງດັງ ເພື່ອຮຽກຮ້ອງໃຫ້ນຳພຣະເຢຊູເຈົ້າໄປຄຶງທີ່ໄມ້ກາງແຂນແລະສຽງຂອງພວກເຂົາກໍສາມາດໂນ້ມນ້າວປີລາດໄດ້. 24 ດັ່ງນັ້ນ, ປີ­ລາດຈິ່ງສັ່ງໃຫ້ເປັນໄປຕາມທີ່ເຂົາທັງຫລາຍປາຖນາ. 25 ທ່ານຈິ່ງປ່ອຍຄົນທີ່ເຂົາຂໍນັ້ນເຊິ່ງຕິດຄຸກຢູ່ດ້ວຍຂໍ້ຫາການຈະ­ຣາ­ຈົນແລະຂ້າຄົນ, ແຕ່ໄດ້ມອບພຣະ­ເຢຊູເຈົ້າໄວ້ຕາມໃຈຂອງພວກເຂົາ. 26 ຂະນະທີ່ພວກເຂົາພາພຣະ­ອົງອອກໄປ, ພວກເຂົາໄດ້ຈັບຊີໂມນໄທກີ­ເຣ­ເນທີ່ມາຈາກບ້ານ­ນອກ ແລ້ວເອົາໄມ້ກາງແຂນວາງເທິງບ່າເຂົາໃຫ້ແບກຕາມພຣະ­ເຢຊູໄປ. 27 ປະ­ຊາ­ຊົນຈຳ­ນວນຫລວງ­ຫລາຍແລະພວກແມ່­ຍິງທີ່ຕີເອິກຮ້ອງ­ໄຫ້ກັບພຣະ­ອົງຕິດຕາມພຣະ­ອົງໄປ. 28 ແຕ່ພຣະເຢຊູເຈົ້າຊົງຫລຽວຫລັງມາກ່າວກັບພວກເຂົາວ່າ, “ລູກສາວແຫ່ງເຢ­ຣູ­ຊາ­ເລັມເອີຍ, ຢ່າຊູ່ຮ້ອງ­ໄຫ້ສົງ­ສານເຮົາເລີຍ, ແຕ່ຈົ່ງຮ້ອງ­ໄຫ້ສົງ­ສານຕົນເອງແລະລູກໆ ຂອງທ່ານເຖີດ. 29 ເບິ່ງແມ, ຈະມີວັນທີ່ພວກເຂົາຈະເວົ້າວ່າ, ‘ພຣະພອນຈົ່ງມີແກ່ຍິງທີ່ເປັນຫມັນແລະທ້ອງ­ທີ່ບໍ່­ເກີດລູກ, ແລະຫົວນົມທີ່ລູກບໍ່ໄດ້ດູດຈັກເທື່ອ’.

30 ແລ້ວພວກເຂົາຈະເລີ່ມເວົ້າກັບພູເຂົາວ່າ ‘ຈົ່ງເຈື່ອນລົງມາທັບເຮົາ’ ແລະກ່າວແກ່ໂນນວ່າ ‘ຈົ່ງປົກຄຸມເຮົາໄວ້’.
31 ເພາະ­ວ່າຖ້າເຂົາເຮັດສິ່ງເຫລົ່ານີ້ຂະນະທີ່ຕົ້ນໄມ້ຍັງຂຽວສົດຢູ່, ແລ້ວແມ່ນຫຍັງຈະເກີດຂື້ນຕອນທີ່ຕົ້ນ­ໄມ້ຫ່ຽວແຫ້ງ?” 32 ຍັງມີຊາຍອີກສອງຄົນທີ່ເປັນຜູ້ຮ້າຍ ຊຶ່ງຖືກລົງໂທດໃຫ້ເຖິງຄວາມຕາຍພ້ອມກັບພຣະ­ອົງ. 33 ເມື່ອພວກເຂົາມາເຖິງບ່ອນຫນຶ່ງທີ່ເອີ້ນວ່າ "ພູເຂົາກະໂຫລກຫົວ" ພວກເຂົາໄດ້ຄຶງພຣະ­ອົງແລະຄຶງໂຈນຄົນຫນຶ່ງໄວ້ເບື້ອງຂວາແລະອີກຄົນຫນຶ່ງໄວ້ເບື້ອງຊ້າຍຂອງພຣະອົງ. 34 ພຣະ­ເຢຊູກ່າວວ່າ, “ພຣະບິ­ດາເຈົ້າ, ຂໍຊົງໂຜດຍົກ­ໂທດໃຫ້ພວກເຂົາ, ເພາະ­ວ່າພວກເຂົາບໍ່ຮູ້­ຈັກວ່າພວກເຂົາກຳ­ລັງເຮັດອັນໃດ” ແລະພວກເຂົາກໍຈົກສະຫລາກ ເພື່ອເອົາເຄື່ອງທົງຂອງພຣະ­ອົງມາແບ່ງກັນ. 35 ປະ­ຊາ­ຊົນພາກັນຢືນເບິ່ງຂະນະທີ່ພວກຜູ້ນຳຊາວຢິວກໍເຍາະ­ເຍີ້ຍພຣະອົງວ່າ, “ເຂົາຊ່ອຍຄົນອື່ນໃຫ້ລອດພົ້ນໄດ້ ກໍຈົ່ງໃຫ້ເຂົາຊ່ອຍຕົນເອງໃຫ້ລອດເຖີດ ຖ້າເຂົາເປັນພຣະ­ຄຣິດທີ່ພຣະ­ເຈົ້າໄດ້ຊົງເລືອກໄວ້ນັ້ນ.” 36 ພວກທະ­ຫານພາກັນເຍາະ­ເຍີ້ຍພຣະ­ອົງ ແລະເຂົ້າມາຫາພຣະອົງແລະເອົາເຫລົ້າອະງຸ່ນສົ້ມສົ່ງໃຫ້ພຣະ­ອົງ. 37 ແລ້ວເວົ້າວ່າ, “ຖ້າທ່ານເປັນກະ­ສັດຊາດຢິວ, ຈົ່ງຊ່ອຍຕົວເອງໃຫ້ພົ້ນເຖີດ.” 38 ມີປ້າຍຕິດໄວ້ເທິງຫົວພຣະ­ອົງວ່າ, “ນີ້ຄືກະ­ສັດຂອງຊາດຢິວ.” 39 ໂຈນຄົນຫນຶ່ງທີ່ກຳລັງຖືກຄຶງນັ້ນເວົ້າໝິ່ນປະ­ໝາດພຣະອົງວ່າ, “ທ່ານເປັນພຣະ­ຄຣິດບໍ່ແມ່ນບໍ? ຈົ່ງຊ່ອຍຕົວທ່ານເອງແລະຊ່ອຍເຮົາໃຫ້ພົ້ນເຖີດ.” 40 ແຕ່ໂຈນອີກຄົນຫນຶ່ງໄດ້ຫ້າມວ່າ, “ເຈົ້າບໍ່ຢ້ານກົວພຣະ­ເຈົ້າບໍ ເຈົ້າກໍຖືກລົງໂທດເຫມືອນກັນ? 41 ອັນທີ່ຈິງເຮົາກໍສົມຄວນໄດ້ຮັບໂທດຕາມການກະທຳຂອງເຮົາແລ້ວ, ແຕ່ຊາຍຄົນນີ້ບໍ່ໄດ້ເຮັດຜິດອັນໃດ.” 42 ເຂົາກ່າວຕໍ່ໄປອີກ, “ພຣະ­ເຢຊູເຈົ້າ, ຂໍໂຜດຣະ­ນຶກຈື່ຈຳເຖິງຂ້ານ້ອຍເມື່ອພຣະອົງສະເດັດເຂົ້າສູ່ອານາຈັກຂອງພຣະອົງດ້ວຍເຖີດ.” 43 ພຣະເຢຊູເຈົ້າຕອບລາວວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ວັນນີ້ເຈົ້າຈະຢູ່ກັບເຮົາໃນທີ່ສຸຂະເສີມ.” 44 ເວ­ລານັ້ນ­ປະ­ມານທ່ຽງວັນ ຄວາມມືດປົກຄຸມທົ່ວແຜ່ນ­ດິນຈົນເຖິງບ່າຍສາມໂມງ. 45 ເມື່ອແສງ­ຕາເວັນມືດໄປ, ຜ້າ­ກັ້ງໃນພຣະ­ວິ­ຫານກໍຖືກຈີກອອກເປັນສອງຕ່ອນ. 46 ພຣະ­ເຢຊູເຈົ້າຊົງຮ້ອງສຽງດັງວ່າ, “ພຣະ­ບິ­ດາເຈົ້າເອີຍ, ລູກຂໍມອບຈິດວິນຍານຂອງຂ້າ­ນ້ອຍໄວ້ໃນພຣະ­ຫັດຂອງພຣະ­ອົງ” ຫລັງຈາກກ່າວຢ່າງນັ້ນ­ແລ້ວພຣະອົງກໍສິ້ນພຣະ­ຊົນ. 47 ເມື່ອນາຍ­ຮ້ອຍໄດ້ເຫັນສິ່ງທີ່ເກີດຂຶ້ນ, ເພິ່ນຈິ່ງສັນ­ຣະ­ເສີນພຣະ­ເຈົ້າວ່າ, “ນີ້ເປັນຜູ້ທີ່ຊອບທັມທີ່ແທ້ຈິງ.” 48 ເມື່ອຄົນທັງປວງທີ່ມາຊຸມ­ນຸມກັນເພື່ອເປັນພະຍານສິ່ງທີ່ເກີດຂື້ນ ຜູ້ທີ່ໄດ້ເຫັນສິ່ງທີ່ເກີດຂື້ນກັບຕາ, ກໍພາກັນຕີເອິກດ້ວຍຄວາມທຸກກັບໄປ. 49 ແຕ່ທຸກຄົນທີ່ຮູ້ຈັກພຣະ­ອົງ ແລະພວກແມ່­ຍິງທີ່ໄດ້ຕິດຕາມພຣະ­ອົງຈາກແຂວງຄາ­ລີ­ເລຢືນເບິ່ງສິ່ງເຫລົ່ານີ້ແຕ່ໄກ. 50 ເບິ່ງແມ, ມີຊາຍຄົນຫນຶ່ງຊື່ໂຢ­ເຊັບ ເປັນສະ­ມາ­ຊິກສະພາ, ທ່ານເປັນຄົນດີແລະຊອບທັມ. 51 ທ່ານຜູ້ນີ້ບໍ່ໄດ້ເຫັນດີກັບການຕັດສິນໃຈແລະການກະທຳຂອງພວກເຂົາ. ທ່ານມາຈາກອາຣີ­ມາ­ທາຍ ຊຶ່ງເປັນເມືອງຫນຶ່ງຂອງຄົນຢິວ, ທ່ານເປັນຜູ້ຄອຍຖ້າຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າ. 52 ທ່ານຜູ້ນີ້ໄດ້ເຂົ້າໄປຫາປີ­ລາດເພື່ອຂໍພຣະ­ສົບພຣະເຢຊູເຈົ້າ. 53 ເພີ່ນນຳພຣະ­ສົບຂອງພຣະອົງລົງມາແລະຫໍ່ຫຸ້ມດ້ວຍຜ້າລີນິນ ແລະວາງພຣະອົງໄວ້ໃນອຸບໂມງທີ່ສະ­ກັດໄວ້ໃນຫີນ ແລະຍັງບໍ່ເຄີຍວາງສົບຜູ້ໃດມາກ່ອນ. 54 ວັນນັ້ນເປັນວັນຈັດຕຽມ ແລະໃກ້ເຖິງວັນສະ­ບາ­ໂຕ. 55 ພວກແມ່­ຍິງທີ່ຕິດຕາມພຣະ­ອົງຈາກແຂວງຄາ­ລີ­ເລໄດ້ຕາມໄປ, ແລະໄດ້ເຫັນອຸບໂມງແລະເຫັນວ່າພຣະ­ສົບຂອງພຣະ­ອົງວາງໄວ້ໃນທີ່ນັ້ນຢ່າງໃດ. 56 ພວກນາງຈິ່ງໄດ້ກັບໄປແລະຈັດຕຽມເຄື່ອງເທດແລະນ້ຳ­ມັນຫອມ, ແລະໃນວັນສະບາໂຕ ພວກເຂົາກໍເຊົາພັກຕາມພຣະບັນຍັດ.