ບົດທີ 24

1 ຮຸ່ງເຊົ້າຂອງວັນຕົ້ນສັບ­ປະ­ດາ (ວັນອາທິດ) ພວກຜູ້­ຍິງນຳເອົາເຄື່ອງຫອມທີ່ໄດ້ຕຽມໄວ້ມາທີ່ອຸບໂມງຝັງສົບ. 2 ພວກເຂົາພົບກ້ອນຫີນຖືກກື່ງອອກຈາກອຸບໂມງ. 3 ພວກເຂົາເຂົ້າໄປທາງໃນແຕ່ບໍ່ເຫັນພຣະ­ສົບຂອງພຣະເຢຊູອົງພຣະຜູ້ເປັນເຈົ້າ. 4 ຕໍ່ມາຂະນະທີ່ພວກເຂົາກຳ­ລັງສັບ­ສົນໃນເລື່ອງນີ້ ທັນໃດນັ້ນກໍມີຊາຍສອງຄົນນຸ່ງເຄື່ອງອັນງົດງາມຈົນເຫລື້ອມຕາ ຢືນຢູ່ໃກ້ພວກເຂົາ. 5 ຂະນະທີ່ແມ່­ຍິງເຫລົ່າ­ນັ້ນຕ່າງກໍຢ້ານກົວແລະກົ້ມຫນ້າລົງພື້ນດິນ, ຊາຍສອງຄົນນັ້ນຈິ່ງເວົ້າກັບພວກເຂົາວ່າ, “ເປັນຫຍັງພວກທ່ານຈິ່ງຊອກຫາຄົນເປັນໃນຫມູ່ຄົນຕາຍ? 6 ພຣະ­ອົງບໍ່ຢູ່ທີ່ນີ້ ແຕ່ໄດ້ເປັນຂື້ນຈາກຄວາມຕາຍແລ້ວ, ຈົ່ງຣະ­ນຶກເຖິງສິ່ງທີ່ພຣະ­ອົງຊົງກ່າວກັບທ່ານທັງ­ໃນຂະນະທີ່ພຣະ­ອົງຍັງຢູ່ທີ່ແຂວງຄາ­ລີ­ເລ. 7 ທີ່ກ່າວວ່າ ບຸດມະ­ນຸດຈະຕ້ອງຖືກມອບໄວ້ໃນມືຂອງພວກຄົນບາບ, ແລະຕ້ອງຖືກຄຶງໄວ້ທີ່ໄມ້ກາງແຂນ, ແລ້ວໃນວັນທີ່ສາມຈະເປັນຄືນມາໃຫມ່ອີກຄັ້ງ.” 8 ແມ່­ຍິງເຫລົ່າ­ນັ້ນຈິ່ງຣະ­ນຶກເຖິງຖ້ອຍຄຳຂອງພຣະ­ອົງ. 9 ຈິ່ງອອກຈາກອຸບໂມງຝັງສົບໄປບອກສິ່ງເຫລົ່ານີ້ໃຫ້ກັບພວກສາວົກສິບເອັດຄົນແລະຄົນອື່ນທີ່ເຫລືອທັງຫມົດ. 10 ຜູ້ທີ່ນຳສິ່ງເຫລົ່ານີ້ມາລາຍງານແກ່ພວກອັກຄະສາ­ວົກ ຄື ມາ­ຣີ ­ໄທມັກດາລາ, ໂຢ­ຮັນ­ນາ, ມາ­ຣີ­ແມ່ຂອງຢາ­ໂກ­ໂບ, ແລະແມ່ຍິງຄົນອື່ນໆທີ່­ຢູ່ກັບເຂົາ. 11 ແຕ່ຂ່າວສານນີ້ ເບິ່ງຄືເປັນຄຳເວົ້າທີ່ໄຮ້ສາຣະຕໍ່ພວກອັກຄະສາ­ວົກ, ພວກເຂົາບໍ່ເຊື່ອຄຳເວົ້າຂອງພວກຍິງເຫລົ່ານັ້ນ. 12 ແຕ່ເປໂຕລຸກ­ຂຶ້ນແລະແລ່ນໄປທີ່ອຸບໂມງຝັງສົບ, ເຂົາກົ້ມລົງແລະເບິ່ງເຂົ້າໄປທາງໃນ, ເຂົາເຫັນແຕ່ຜ້າລີນີນວາງຢູ່, ເປໂຕຈິ່ງກັບໄປບ້ານຂອງຕົນ ແລະຄຶດປະ­ຫລາດໃຈກັບສິ່ງທີ່ໄດ້ເກີດຂື້ນ. 13 ເບິ່ງແມ, ໃນວັນນັ້ນມີສາ­ວົກສອງຄົນກຳ­ລັງເດີນທາງໄປທີ່ບ້ານແຫ່ງຫນຶ່ງຊື່ວ່າ ເອ­ມາ­ອູດ, ຊຶ່ງຢູ່ຫ່າງໄກຈາກເຢ­ຣູ­ຊາ­ເລັມປະມານສິບເອັດກີໂລແມັດ. 14 ພວກເຂົາໄດ້ສົນ­ທະນາກັນເຖິງເຫດ­ການທີ່ເກີດຂຶ້ນ. 15 ຕໍ່ມາໃນຂະນະທີ່ພວກເຂົາກຳ­ລັງສົນ­ທະ­ນາກັນແລະສົງໃສກັນຢູ່ນັ້ນ, ພຣະ­ເຢຊູເຈົ້າສະ­ເດັດມາໃກ້ແລະຮ່ວມເດີນທາງໄປກັບພວກເຂົາ. 16 ແຕ່ສາຍຕາຂອງພວກເຂົາຖືກປິດບັງເອົາໄວ້ ຈິ່ງຈື່ພຣະ­ອົງບໍ່ໄດ້. 17 ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ພວກທ່ານທັງສອງສົນທະນາກັນເຖິງເລື່ອງອັນໃດຂະນະທີ່ເດີນມານີ້?” ພວກເຂົາຢືນຢູ່ທີ່ນັ້ນຫນ້າຕາໂສກ­ເສົ້າ. 18 ຄົນຫນຶ່ງທີ່ຊື່ວ່າ ກະໂລ­ປາ ຈິ່ງຕອບພຣະ­ອົງວ່າ, “ທ່ານຄືຄົນດຽວໃນເຢ­ຣູຊາເລັມທີ່ບໍ່ຮູ້ວ່າມີເລື່ອງອັນໃດເກີດຂຶ້ນທີ່ນັ້ນໃນສາມວັນນີ້ບໍ?” 19 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເລື່ອງອັນໃດບໍ?” ພວກເຂົາຕອບພຣະອົງວ່າ, “ເລື່ອງພຣະເຢ­ຊູໄທນາ­ຊາ­ເຣັດ ຜູ້ເປັນຜູ້ປະກາດພຣະ­ທັມ ຜູ້ເຕັມໄປດ້ວຍຣິດອຳນາດ, ທັງໃນການກະທຳແລະຄຳເວົ້າຕໍ່ພຣະ­ພັກພຣະ­ເຈົ້າແລະຕໍ່­ຫນ້າຄົນທັງປວງ.

20 ແລະພວກຫົວຫນ້າປະ­ໂລ­ຫິດ ກັບພວກຜູ້ມີອຳນາດປົກຄອງໄດ້ມອບເພິ່ນໄວ້ແກ່ການລົງ­ໂທດເຖິງຄວາມຕາຍ ແລະໄດ້ຄຶງເພິ່ນໄວ້ທີ່ໄມ້ກາງແຂນ. 21 ແຕ່ເຮົາຫວັງວ່າ ພຣະອົງຈະເປັນຜູ້ທີ່ຊ່ວຍກູ້ອິ­ສະຣາ­ເອນໃຫ້ເປັນອິສຣະ, ຫລາຍກວ່ານັ້ນອີກ, ນີ້ກໍຜ່ານໄປສາມວັນແລ້ວ ນັບຕັ້ງ­ແຕ່ເຫດການເຫລົ່ານັ້ນເກີດຂຶ້ນ. 22 ແຕ່ພວກແມ່­ຍິງລາງຄົນທີ່ຢູ່ກັບພວກເຮົາຍັງເຮັດໃຫ້ພວກເຮົາປະ­ຫລາດໃຈ ເມື່ອພວກນາງໄດ້ໄປທີ່ອຸບໂມງຝັງສົບໃນຕອນຮຸ່ງເຊົ້າ. 23 ຄືພວກນາງບໍ່ໄດ້ເຫັນພຣະສົບຂອງພຣະອົງ, ພວກນາງຈິ່ງມາບອກວ່າໄດ້ເຫັນນິ­ມິດຂອງເຫລົ່າທູດສະຫວັນທີ່ເວົ້າວ່າພຣະອົງມີຊີ­ວິດຢູ່. 24 ຜູ້ຊາຍບາງຄົນທີ່­ຢູ່ກັບພວກເຮົາໄດ້ໄປທີ່ອຸບໂມງແລະໄດ້ພົບເຫັນຕາມສິ່ງທີ່ພວກແມ່­ຍິງໄດ້ບອກໄວ້, ແຕ່ພວກເຂົາບໍ່ເຫັນພຣະອົງ.” 25 ພຣະ­ເຢຊູເຈົ້າກ່າວກັບພວກເຂົາວ່າ, “ໂອ, ພວກຄົນໂງ່ເອີຍ, ພວກທ່ານມີ­ໃຈເສີຍຊ້າທີ່ຈະເຊື່ອທຸກສິ່ງທີ່ພວກຜູ້ປະ­ກາດພຣະທັມໄດ້ກ່າວໄວ້. 26 ພຣະ­ຄຣິດເຈົ້າຈຳ­ເປັນຕ້ອງທົນທຸກ­ຕໍ່ສິ່ງເຫລົ່ານີ້ແລະເຂົ້າສູ່ພຣະສະຫງ່າຣາສີຂອງພຣະ­ອົງບໍ່ແມ່ນບໍ?” 27 ເລີ່ມຕົ້ນຈາກໂມເຊຈົນມາຮອດບັນ­ດາຜູ້ປະ­ກາດພຣະ­ທັມທຸກຄົນ, ພຣະເຢຊູເຈົ້າ­ໄດ້ອະ­ທິ­ບາຍຄວາມຫມາຍຂອງພຣະ­ຄັມພີທຸກຂໍ້ ເຖິງສິ່ງຕ່າງໆ ທີ່ກ່ຽວຂ້ອງກັບພຣະ­ອົງເອງໃຫ້ແກ່ພວກເຂົາ. 28 ເມື່ອພວກເຂົາໃກ້ຮອດບ້ານທີ່ພວກເຂົາກຳລັງເດີນທາງໄປນັ້ນ ພຣະເຢຊູເຈົ້າເຮັດເຫມືອນກັບວ່າຈະເດີນທາງຕໍ່ໄປ. 29 ແຕ່ພວກເພິ່ນທັງສອງຫນ່ວງຫນ່ຽວພຣະ­ອົງວ່າ, “ຂໍພັກເຊົາຢູ່ກັບພວກເຮົາຕໍ່ເຖີດ ຕອນນີ້ໃກ້ຈະຄ່ຳແລ້ວແລະວັນກໍກຳລັງຈະຫມົດໄປ.” ດັ່ງນັ້ນພຣະເຢຊູເຈົ້າຈິ່ງເຂົ້າໄປທາງໃນແລະພັກຢູ່ກັບພວກເພິ່ນ. 30 ຕໍ່ມາເມື່ອພຣະອົງກຳລັງນັ່ງໂຕະຮ່ວມຮັບປະທານອາຫານຢູ່ກັບພວກເພິ່ນ, ພຣະ­ອົງຈັບເອົາເຂົ້າ­ຈີ່ຂື້ນມາ ໂມ­ທະ­ນາຂອບພຣະຄຸນ ແລ້ວຊົງຫັກຍື່ນໃຫ້ພວກເພິ່ນ. 31 ດັ່ງນັ້ນຕາຂອງພວກເພິ່ນຈຶ່ງເປີດອອກພວກເພິ່ນຮູ້ຈັກພຣະອົງແລະພຣະ­ອົງຈິ່ງຫາຍໄປຈາກສາຍຕາຂອງພວກເພິ່ນ. 32 ພວກເພິ່ນເວົ້າຕໍ່ກັນວ່າ, “ຫົວໃຈຂອງເຮົາກໍຮ້ອນ­ຮົນຢູ່ພາຍໃນບໍ່ແມ່ນບໍ?, ເມື່ອພຣະ­ອົງຊົງເວົ້ານຳເຮົາຕາມທາງ ຂະນະທີ່ພຣະອົງອະ­ທິ­ບາຍພຣະ­ຄັມພີໃຫ້ກັບພວກເຮົາຟັງນັ້ນ?” 33 ພວກເຂົາຈິ່ງລຸກ­ຂຶ້ນໃນເວລານັ້ນແລ້ວກັບໄປຍັງເຢ­ຣູຊາເລັມ. ພວກເຂົາໄດ້ພົບສາວົກສິບເອັດຄົນນັ້ນຊຸມນຸມກັນຢູ່ພ້ອມກັບຄົນເຫລົ່ານັ້ນທີ່ຢູ່ກັບພວກເຂົາ. 34 ສາວົກທັງສອງຄົນເວົ້າວ່າ, “ອົງພຣະ­ຜູ້­ເປັນ­ເຈົ້າ ເປັນຄືນມາຈາກຄວາມຕາຍແລ້ວແນ່ແທ້, ແລະໄດ້ປະ­ກົດແກ່ຊີ­ໂມນ.” 35 ດັ່ງນັ້ນພວກເຂົາທັງສອງຈິ່ງເລົ່າເຖິງສິ່ງຕ່າງໆ ທີ່ເກີດຂຶ້ນຕາມທາງແລະເຖິງວິທີ ທີ່ພຣະ­ເຢຊູເຈົ້າສະແດງແກ່ພວກເຂົາດ້ວຍການຫັກເຂົ້າ­ຈີ່. 36 ໃນຂະນະທີ່ພວກເຂົາເລົ່າເຖິງ­ສິ່ງເຫລົ່ານີ້, ພຣະເຢຊູເຈົ້າໄດ້ຢືນຢູ່ທ່າມ­ກາງພວກເພິ່ນ, ແລະໄດ້ກ່າວກັບພວກເພິ່ນວ່າ, “ສັນ­ຕິສຸກຈົ່ງດຳຣົງຢູ່ກັບທ່ານທັງ­ຫລາຍເຖີດ.” 37 ແຕ່ພວກເຂົາກໍຢ້ານ ສະ­ດຸ້ງຕົກ­ໃຈ ແລະ ຄິດວ່າພວກເຂົາເຫັນວິນຍານ. 38 “ເປັນຫຍັງພວກທ່ານຈຶ່ງເດືອດຮ້ອນໃຈຂະນາດນີ້? ເປັນຫຍັງຈິ່ງປ່ອຍໃຫ້ຄວາມສົງໃສເກີດຂື້ນໃນຫົວໃຈ? 39 ຈົ່ງເບິ່ງມືແລະຕີນຂອງເຮົາດູ. ນີ້ແມ່ນເຮົາເອງ, ຈົ່ງຈັບຕົວເຮົາແລະເບິ່ງ, ເພາະ­ວ່າຜີບໍ່ມີເນື້ອແລະກະ­ດູກຢ່າງທີ່ພວກທ່ານເຫັນວ່າເຮົາມີຢູ່ນີ້.” 40 ເມື່ອພຣະອົງກ່າວສິ່ງນີ້ພຣະອົງສະ­ແດງໃຫ້ພວກເຂົາເຫັນມືແລະຕີນຂອງພຣະອົງ. 41 ໃນຂະນະທີ່ພວກເຂົາມີຄວາມຍິນ­ດີແຕ່ກໍຍັງສົງໃສແລະຍັງບໍ່ວາງ­ໃຈເຊື່ອ. ພຣະເຢຊູເຈົ້າຈິ່ງຖາມເຂົາວ່າ, “ພວກທ່ານມີຫຍັງໃຫ້ກິນແດ່?” 42 ພວກເຂົາກໍເອົາປາປີ້ງຕ່ອນຫນຶ່ງມາໃຫ້ພຣະອົງ. 43 ພຣະ­ອົງຮັບມາແລະ­ກິນຢູ່ຕໍ່­ຫນ້າພວກເພິ່ນ 44 ພຣະ­ອົງກ່າວແກ່ພວກເຂົາວ່າ, “ ເມື່ອເຮົາຍັງຢູ່ກັບພວກທ່ານ ເຮົາບອກພວກທ່ານແລ້ວເຖິງທຸກສິ່ງທີ່ຖືກບັນທຶກໄວ້ໃນບັນຍັດຂອງໂມ­ເຊ, ໃນຫນັງສືຂອງພວກຜູ້ປະ­ກາດພຣະ­ທັມ, ແລະໃນຫນັງສືເພງສັນ­ຣະ­ເສີນຈະຕ້ອງສຳ­ເລັດ.” 45 ແລ້ວພຣະ­ອົງຈິ່ງເປີດ­ໃຈຂອງພວກເພິ່ນ ເພື່ອພວກເພິ່ນຈະເຂົ້າ­ໃຈພຣະ­ຄັມພີ. 46 ພຣະ­ອົງກ່າວແກ່ເພິ່ນວ່າ, “ນີ້ຄືສິ່ງທີ່ຂຽນໄວ້ ຄືພຣະ­ຄຣິດເຈົ້າຈະຕ້ອງທົນທຸກ­ທໍ­ຣະ­ມານແລະເປັນຄືນມາອີກຄັ້ງຈາກຕາຍໃນວັນທີ່ສາມ. 47 ແລະເລື່ອງການຖິ້ມໃຈເກົ່າເອົາ­ໃຈໃຫມ່ກັບການໃຫ້ອະພັຍຄວາມຜິດບາບ ຈໍຳຕ້ອງປະ­ກາດອອກໄປໃນພຣະ­ນາມຂອງພຣະ­ອົງໃຫ້ໄປເຖິງທຸກຊົນຊາດໂດຍເລີ້ມຕົ້ນແຕ່ກຸງເຢ­ຣູຊາເລັມ. 48 ພວກທ່ານເປັນພະ­ຍານເຖິງສິ່ງເຫລົ່ານີ້. 49 ເບິ່ງແມ, ເຮົາຈະປະທານສິ່ງທີ່ພຣະ­ບິ­ດາເຈົ້າຊົງສັນ­ຍາໃຫ້ແກ່ພວກທ່ານ ແຕ່ຈົ່ງລໍຄອຍຢູ່ໃນເມືອງຈົນກວ່າພວກທ່ານຈະໄດ້ຮັບຣິດ­ອຳນາດມາຈາກເບື້ອງເທິງ.” 50 ແລ້ວພຣະເຢຊູເຈົ້າຈິ່ງນຳພວກເຂົາອອກໄປໃກ້ຈະເຖິງບ້ານເບັດທາ­ນີ. ພຣະອົງຊົງຍົກພຣະ­ຫັດຂອງພຣະອົງຂື້ນແລະອວຍພອນພວກເພິ່ນ. 51 ຕໍ່ມາໃນຂະນະທີ່ພຣະອົງກຳລັງອວຍພອນພວກເພິ່ນ, ພຣະ­ອົງໄດ້ສະ­ເດັດຈາກພວກເພິ່ນໄປແລະຊົງຖືກຮັບຂຶ້ນໄປສູ່ສະຫວັນ. 52 ດັ່ງນັ້ນພວກເພິ່ນຈິ່ງນະ­ມັດ­ສະ­ການພຣະ­ອົງ ແລະກັບໄປຍັງນະຄອນເຢ­ຣູ­ຊາ­ເລັມດ້ວຍຄວາມຊື່ນຊົມຍິນ­ດີຢ່າງໃຫຍ່ຫລວງ. 53 ພວກເພິ່ນຢູ່ໃນພຣະ­ວິ­ຫານເປັນປະຈຳ ເພື່ອສັນຣະ­ເສີນພຣະ­ເຈົ້າ.