​ບົດ​ທີ 44

1 ໂຢເຊັບ​ໄດ້​ສັ່ງ​ຄົນ​ຕົ້ນ​ເຮືອນ​ຂອງເພິ່ນ,​ ເວົ້າວ່າ, "ໃສ່​ອາຫານ​ໃຫ້ເຕັມ​ກະສອບ​ທັງຫລາຍຂອງ​ພວກຜູ້ຊາຍໃຫ້ຫລາຍ, ​ເທົ່າ​ທີ່​ພວກເຂົາ​ສາມາດ​ບັນທຸກໄປໄດ້, ແລະ​ໃສ່​​ເງິນ​ຂອງ​ພວກເຂົາແຕ່ລະຄົນ​ໃນປາກກະສອບ​ຂອງ​ເຂົາ. 2 ໃສ່ຂອງເຮົາ​ຈອກ​ເງິນ​​​, ໃນ​ປາກກະສອບ​ຂອງ​ຄົນສຸດທ້ອງພ້ອມ, ກັບເງິນຂອງເຂົາທີ່ນຳມາຊື້ເຂົ້າ." ຄົນ​ຕົ້ນເຮືອນ​ກໍໄດ້ເຮັດ​ຕາມ​ທີ່​ໂຢເຊັບ​ໄດ້​ສັ່ງ​. 3 ເມື່ອ​ຮຸ່ງ​ເຊົ້າ​ຂຶ້ນ​ມາ, ພວກຜູ້ຊາຍກໍໄດ້​ອອກ​ເດີນທາງ​, ພວກເຂົາ​ພ້ອມ ​ແລະ​ລໍ​ທັງຫລາຍຂອງ​ພວກເຂົາ. 4 ເມື່ອພວກເຂົາໄດ້ອອກ​ໄປ​ຈາກ​ເມືອງ​ແຕ່ຍັງບໍ່ໄກ, ໂຢເຊັບໄດ້ສັ່ງ​​ຄົນ​ຕົ້ນເຮືອນຂອງເຂົາ, "ຈົ່ງ​​ລຸກຂຶ້ນ, ຕິດຕາມ​ພວກຜູ້ຊາຍນັ້ນໄປ, ແລະ ເມື່ອ​ເຈົ້າໄປ​ທັນ​ພວກເຂົາ,​ ​ເຈົ້າຈົ່ງ​ເວົ້າກັບ​ພວກເຂົາ​ວ່າ, "ເປັນຫຍັງ​ພວກເຈົ້າຕອບແທນການດີ​ດ້ວຍ​ຄວາມຊົ່ວ​? 5 ນີ້ບໍ່ແມ່ນຈອກທີ່ເຈົ້ານາຍ​ຂອງເຮົາໃຊ້​ດື່ມ, ​ ແລະ​ຈອກທີ່ທ່ານໃຊ້ການ​ທຳນວາຍ​ບໍ? ພວກເຈົ້າໄດ້​ເຮັດສິ່ງຊົ່ວຮ້າຍຄືສິ່ງນີ້ທີ່ພວກເຈົ້າໄດ້ເຮັດ​."" 6 ​ຄົນ​ຮັບ​ໃຊ້​ໃນເຮືອນຂອງໂຢເຊັບໄດ້​ຕາມມາທັນ​ພວກເຂົາ​ ແລະ ໄດ້ເວົ້າ​ຖ້ອຍຄຳເຫລົ່ານີ້ກັບພວກເຂົາ​. 7 ພວກເຂົາໄດ້ເວົ້າ​ກັບລາວ​ວ່າ, "ເປັນຫຍັງເຈົ້ານາຍຂອງຂ້ານ້ອຍ​ເວົ້າ​ຖ້ອຍຄຳເຫລົ່າ​ນີ້​? ຂໍໃຫ້ມັນຢູ່ຫ່າງໄກຈາກພວກຄົນຮັບໃຊ້ຂອງທ່ານ​ທີ່ພວກເຂົາຈະກະທຳ​ຢ່າງ​ນັ້ນ​. 8 ເບິ່ງເຖີດ, ເງິນ​ທີ່​ພວກເຮົາໄດ້ພົບ​​ໃນ​ກະສອບ​ທັງຫລາຍຂອງພວກເຮົາ​ໃນການເປີດກະສອບພວກເຮົາ, ກໍໄດ້ນຳມັນອອກມາຈາກດິນແດນການາອານກັບມາ​ໃຫ້ທ່ານອີກຄັ້ງ. ​ຈະເປັນໄປໄດ້ຢ່າງໃດທີ່ພວກເຮົາຈະລັກເງິນ ຫລື​ຄຳ​ຈາກບ້ານເຈົ້າ​ນາຍ​ຂອງທ່ານ​? 9 ບໍ່ວ່າທ່ານຈະພົບທີ່ພວກຄົນຮັບໃຊ້ຂອງທ່ານຄົນໃດ, ຈົ່ງໃຫ້ເຂົາຄົນນັ້ນຕາຍເທາະ​, ແລະ​ ພວກເຮົາ​ກໍ​ຈະ​​ເປັນທາດ​​ຂອງເຈົ້ານາຍຂອງຂ້ານ້ອຍດ້ວຍ." 10 ຄົນຕົ້ນເ​ຮືອນນັ້ນໄດ້​ເວົ້າ​ວ່າ, "ບັດນີ້ໃຫ້ເປັນໄປຕາມທີ່ຄຳເວົ້າຂອງພວກເຈົ້າເຖີດ. ​ພົບ​ຈອກ​ທີ່​ຜູ້ໃດກໍຕາມກໍໃຫ້ຄົນນັ້ນ​ເປັນ​ທາດ​ຂອງເຮົາ ແລະ ພວກທ່ານທີ່ເຫລືອ​ກໍພົ້ນຜິດ." 11 ຈາກນັ້ນຜູ້ຊາຍ​ແຕ່ລະ​ຄົນ​ໄດ້​ຟ້າວ​ ແລະ ຍົກເອົາ​ກະສອບ​ຂອງ​ຕົນ​ວາງລົງ​ເທິງ​ດິນ, ແລ້ວແຕ່ລະຄົນ​ໄດ້ເປີດ​ກະສອບ​ຂອງຕົນ​ອອກ. 12 ຄົນ​ຕົ້ນເຮືອນໄດ້ເລີ້ມ​ຄົ້ນຫາ​. ເຂົາໄດ້ເລີ່ມຕົ້ນຈາກຜູ້ທີ່ມີອາຍຸຫລາຍທີ່ສຸດ ແລະ​ ໄປຈົບທີ່ຜູ້ມີອາຍຸນ້ອຍທີ່ສຸດ, ແລະ ຈອກນັ້ນກໍຖືກ​ພົບ​ໃນ​ກະສອບ​ຂອງ​ເບັນຢາມິນ. 13 ດັ່ງນັ້ນພວກເຂົາ​ຈຶ່ງ​ໄດ້ຈີກ​ເສື້ອ​ຜ້າຂອງພວກເຂົາ. ຜູ້ຊາຍແຕ່ລະຄົນໄດ້ເອົາ​ກະສອບ​ບັນທຸກຂຶ້ນ​ຫລັງ​ລໍ​ຂອງເຂົາ ແລະ ​ກັບ​ເຂົ້າ​ເມືອງ.

14 ເມື່ອຢູດາ ແລະອ້າຍນ້ອງຂອງລາວໄດ້ມາຮອດເຮືອນຂອງໂຢເຊັບ. ເພິ່ນ​​ຍັງ​ຢູ່ທີ່ນັ້ນ​, ແລະພວກເຂົາ​ໄດ້ພາກັນ​ກົ້ມ​ຂາບລົງ​ຕໍ່ຫນ້າ​ເພິ່ນເຖິງພື້ນ. 15 ໂຢເຊັບ​ໄດ້ກ່າວ​ກັບພວກເຂົາ​ວ່າ,"ພວກເຈົ້າ​ໄດ້​ເຮັດ​ຫຍັງລົງໄປ? ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄົນ​ເຊັ່ນ​ເຮົາ​ນີ້​ທຳນວາຍ​ໄດ້?" 16 ຢູດາເວົ້າວ່າ, "ເຈົ້ານາຍຂອງຂ້ານ້ອຍພວກເຮົາຈະສາມາດ​ເວົ້າ​​ຢ່າງ​ໃດ​ໄດ້ອີກ? ​ຫລືວ່າ​ພວກເຮົາຈະ​ພິສູດ​ຕົວເຮົາເອງໄດ້​ຢ່າງ​ໃດ? ພຣະເຈົ້າ​ໄດ້​ພົບ​ຄວາມຊົ່ວຮ້າຍຂອງ​ພວກຄົນຮັບໃຊ້ຂອງທ່ານ. ບັດນີ້, ພວກເຮົາ​ເປັນ​ທາດ​​ຂອງເຈົ້ານາຍທ່ານຂອງຂ້ານ້ອຍ, ທັງພວກເຮົາ ແລະ ເຂົາຜູ້​ທີ່​ທ່ານ​ໄດ້​ພົບ​ຈອກ​ຢູ່ໃນມືຂອງເຂົາ." 17 ໂຢເຊັບໄດ້​ເວົ້າ​ວ່າ, "ຂໍໃຫ້ມັນຢູ່ຫ່າງໄກຈາກເຮົາ! ທີ່ຈະ​ເຮັດ​ຢ່າງນັ້ນ. ​ຜູ້ຊາຍຄົນນັ້ນຜູ້ທີ່ໄດ້​ພົບ​ຈອກ​ຢູ່ໃນມືຂອງເຂົາ, ຄົນ​ນັ້ນ ຈະ​ເປັນ​ທາດ​ຂອງເຮົາ, ແຕ່ສຳລັບພວກເຈົ້າທັງຫລາຍທີ່ເຫລືອ, ຈົ່ງ​ລຸກຂຶ້ນກັບ​ເມືອ​ຫາ​ພໍ່​ຂອງ​ພວກເຈົ້າ​ຢ່າງ​​ສັນຕິເຖີດ."

18 ຈາກນັ້ນຢູດາ​ໄດ້​ເຂົ້າ​ມາ​ໃກ້ເພິ່ນ ແລະ ​ໄດ້ເວົ້າ​ວ່າ, "ຂໍຄວາມກະລຸນາ​ເຖີດ, ເຈົ້ານາຍຂອງ​ຂ້ານ້ອຍ​ ຂໍໃຫ້ຄົນຮັບໃຊ້ຂອງທ່ານເວົ້າ​ຈັກຄຳໃຫ້​ທ່ານ​ຟັງ​, ແລະ ໃຫ້ຄວາມຮ້າຍ​ຂອງທ່ານຕົກຢູ່ກັບຄົນຮັບໃຊ້ຂອງທ່ານ, ເພາະທ່ານເປັນ​ເຫມືອນຟາໂຣ. 19 ເຈົ້ານາຍຂອງຂ້ານ້ອຍໄດ້​ຖາມ​ຄົນຮັບໃຊ້ຂອງເຂົາກ່າວ​​ວ່າ, "ເຈົ້າ​ມີ​ພໍ່​ ແລະ​ ນ້ອງ​ຊາຍຫລື​ບໍ່?" 20 ພວກ​ຂ້ານ້ອຍ​ໄດ້ຕອບ​ວ່າ, "ພວກ​ຂ້ານ້ອຍ​ມີ​ພໍ່​ທີ່​ເຖົ້າແກ່​ຫລາຍ, ແລະ​ ຍັງ​ມີ​ນ້ອງຊາຍ​ຜູ້ຫນຶ່ງ,​ ທີ່​ເກີດ​​ເມື່ອ​ເພິ່ນ​ເຖົ້າແກ່​ແລ້ວ. ອ້າຍ​ຂອງ​ເດັກ​ຜູ້​ນີ້​ໄດ້​ຕາຍໄປ​ແລ້ວ, ແລະ ​ລາວ​ຜູ້​ດຽວ​ເທົ່ານັ້ນທີ່​ເກີດ​ຮ່ວມ​ທ້ອງ​ແມ່​ດຽວກັນ ທີ່​ຍັງ​ມີ​ຊີວິດ​ຢູ່, ແລະ ພໍ່​​ຂອງ​ລາວຈຶ່ງ​ຮັກ​ລາວ​ຫລາຍ." 21 ຈາກນັ້ນທ່ານໄດ້ເວົ້າກັບພວກຄົນຮັບໃຊ້ຂອງທ່ານ, ​"ຈົ່ງນຳເຂົາ​ລົງມາ​ຫາເຮົາເພື່ອ​ທີ່ເຮົາ​ຈະ​ພົບ​ເຂົາ." 22 ຫລັງຈາກ​ນັ້ນ, ​ເຮົາໄດ້ເວົ້າ​ກັບ​ເຈົ້ານາຍຂອງເຮົາ, "ເດັກ​ຄົນນັ້ນບໍ່ສາມາດຈາກ​ພໍ່​ຂອງ​ລາວ​ມາ​ບໍ່ໄດ້. ເພາະວ່າຖ້າ​ເຂົາປະຖິ້ມພໍ່​ຂອງ​ເຂົາ ພໍ່ຂອງເຂົາ​ຕ້ອງ​ຕາຍ​." 23 ຈາກນັ້ນທ່ານ​ໄດ້​ເວົ້າ​ກັບຄົນຮັບໃຊ້ຂອງທ່ານວ່າ,​ "ຖ້າ​​ນ້ອງຊາຍ​ຄົນສຸດທ້ອງບໍ່ລົງມາກັບພວກເຈົ້າ​, ພວກເຈົ້າຈະບໍ່ໄດ້ພົບຫນ້າເຮົາອີກ." 24 ແລະເມື່ອ​ເຫດການໄດ້ເກີດຂຶ້ນພວກ​ຂ້ານ້ອຍ​ໄດ້ຂຶ້ນ​ໄປ​ພົບພໍ່, ຂອງ​ຂ້ານ້ອຍ​ຄົນຮັບໃຊ້ຂອງທ່ານ ພວກເຮົາໄດ້​ບອກເຂົາເຖິງຖ້ອຍຄຳຂອງເຈົ້ານາຍຂອງຂ້ານ້ອຍ. 25 ພໍ່ຂອງພວກເຮົາໄດ້ເວົ້າວ່າ, "ຈົ່ງໄປອີກຄັ້ງ,​ ຊື້​ອາຫານ​ໃຫ້ເຮົາ." 26 ຈາກນັ້ນພວກ​ຂ້ານ້ອຍ​ຈຶ່ງ​ຕອບ​ເພິ່ນ​ວ່າ, "ພວກເຮົາບໍ່ສາມາດ​​ໄປ​ໄດ້. ຖ້າ​ນ້ອງຄົນສຸດທ້ອງຂອງ​ພວກເຮົາ​ບໍ່ໄປກັບເຮົາ, ຈາກນັ້ນ ພວກເຮົາ​ຈະລົງ​ໄປ​ເພາະພວກເຮົາຈະບໍ່ສາມາດພົບຫນ້າຜູ້ຊາຍຄົນນັ້ນໄດ້ ນອກຈາກນ້ອງຊາຍ​ຄົນສຸດທ້ອງຈະ​ໄປ​ກັບເຮົາ.' 27 ພໍ່​ຂອງ​ພວກ​ຂ້ານ້ອຍ,​ ຄົນຮັບໃຊ້ຂອງທ່ານໄດ້ເວົ້າກັບພວກເຮົາ​ວ່າ, "ພວກເຈົ້າ​​ຮູ້​​ວ່າ​ ເມຍ​ຂອງເຮົາ ໄດ້​ເກີດ​ລູກຊາຍ​ສອງ​ຄົນ​ເເກ່ເຮົາ. 28 ຄົນທີ​ຫນຶ່ງໃນພວກເຂົາໄດ້​ໄປຈາກເຮົາ​ແລະເຮົາໄດ້ເວົ້າວ່າ. "ແນ່ນອນເຂົາໄດ້ຖືກຈີກເປັນຕ່ອນໆ,​ ເພາະ​ຂ້ອຍ​ບໍ່ໄດ້​ເຫັນ​ລາວ​ນັບ​ຕັ້ງແຕ່​ນັ້ນມາ." 29 ບັດນີ້ຖ້າ​ພວກເຈົ້າ​ນຳຄົນນີ້​ໄປ​ຈາກ​ເຮົາອີກ, ແລະເກີດອັນຕະລາຍກັບເຂົາ​, ​ພວກເຈົ້າຈະນຳຜົມຫງອກຂອງເຮົາກັບຄວາມ​ໂສກເສົ້າລົງ​ສູ່ແດນຄົນຕາຍ."" 30 ຢູດາໄດ້ເວົ້າຕໍ່ໄປວ່າ, "ທ່ານເອີຍ ຖ້າຂ້ານ້ອຍກັບເມືອຫາພໍ່, ໂດຍບໍ່ມີນ້ອງຄົນນີ້ກັບເມືອນຳແລ້ວ ພໍພໍ່ເຫັນວ່າບໍໍ່ມີລາວມານຳເພິ່ນກໍຈະທໍຣະມານຕາຍ ແລະມັນກໍໄດເກີດຂຶ້ນ, ເມື່ອເຂົາເຫັນເດັກນັ້ນບໍ່ຢູ່ກັບ​ພວກເຮົາ​ ເພິ່ນ​ຈະ​​ຕາຍ. 31 ພວກຄົນຮັບໃຊ້ຂອງທ່ານ, ຈະນຳຜົມຫງອກ​ຂອງ​ພໍ່ຂອງພວກເຮົາ. ຄົນຮັບໃຊ້ຂອງທ່ານກັບຄວາມໂສກເສົ້າລົງສູ່ແດນຄົນຕາຍ. 32 ເພາະຄົນຮັບໃຊ້ຂອງທ່ານ​ໄດ້ເ​​ປັນຄົນປະກັນ​ສຳລັບ​ເດັກ​ນ​ັ້ນກັບພໍ່ຂອງຂ້ານ້ອຍ, ແລະໄດ້ບອກ​ເພິ່ນ​ວ່າ, "ຖ້າ​ຂ້ານ້ອຍ​ບໍ່​ໄດ້ນຳ​ເຂົາ​ກັບມາ​ໃຫ້ເພິ່ນ,​ ຈາກນັ້ນຂ້ານ້ອຍ​ກໍ​ຈະ​ຍອມຮັບຜິດຕໍ່​ພໍ່ຂອງຂ້ານ້ອຍ​ຕະຫລອດໄປ." 33 ດັ່ງນັ້ນບັດນີ້​, ຂໍກາລຸນາໃຫ້ຄົນ​ຮັບໃຊ້​ຂອງທ່ານຢູ່ເປັນທາດກັບເຈົ້ານາຍຂອງຂ້ານ້ອຍ​ແທນ​ເດັກຄົນນັ້ນ​, ແລະອະນຸຍາ​ດໃຫ້​ເດັກນັ້ນ​ກັບຂຶ້ນໄປ​ກັບ​ພວກອ້າຍ​ຂອງ​ເຂົາ. 34 ເພາະຂ້ານ້ອຍ​ຈະ​ກັບໄປພົບ​ພໍ່ຂອງຂ້ານ້ອຍ​ໄດ້​ຢ່າງ​ໃດ ຖ້າເດັກ​ນ​ັ້ນບໍ່ຢູ່ກັບຂ້ານ້ອຍ? ຂ້ານ້ອຍ​ເກງວ່າຈະເຫັນຄວາມຊົ່ວຮ້າຍ​ມາສູ່ພໍ່ຂອງຂ້ານ້ອຍ."