​ບົດ​ທີ 43

1 ຄວາມ​ອຶດຢາກອາຫານ​ໃນແຜ່ນດິນ​ນັ້ນ​ຮ້າຍແຮງ​ຫນັກ​ຂຶ້ນ. 2 ຢູ່ມາເມື່ອ​ພວກເຂົາໄດ້ກິນ​​ເຂົ້າ​ທີ່ພວກເຂົາ​ໄດ້​ຊື້​ມາ​ຈາກ​ອີຢິບ​ຫມົດ​ແລ້ວ, ພໍ່ຂອງພວກເຂົາໄດ້ເວົ້າ​ກັບ​ພວກ​ເຂົາ​ວ່າ, "ຈົ່ງ​​ໄປ​; ແລະຊື້​ອາຫານ​ມາໃຫ້ເຮົາ​ອີກ." 3 ຢູດາຕອບວ່າ, "ຜູ້ຊາຍຄົນນັ້ນໄດ້​ບອກພວກເຮົາ​ຢ່າງ​ເດັດຂາດ​ວ່າ, "ຢ່າ​ໄປ​ໃຫ້​ເພິ່ນ​ເຫັນ​ຫນ້າ ຈົນກວ່າ​ພວກເຮົາ​ຈະ​ນຳ​ນ້ອງຊາຍ​ຫລ້າ​ໄປ​ດ້ວຍ. 4 ຖ້າ​ພໍ່​ໃຫ້​ນ້ອງຊາຍ​ຂອງ​ພວກເຮົາ ໄປກັບພວກເຮົາ, ພວ​ກເຮົາຈະ​ລົງໄປ​ຊື້​ອາຫານມາ​ໃຫ້​ພໍ່. 5 ແຕ່ຖ້າ​ພໍ່​ບໍ່​ໃຫ້ເຂົາໄປ, ພວກເຮົາ​ກໍ​ຈະ​ບໍ່​ລົງໄປ. ເພາະ​ຜູ້ຊາຍຄົນນັ້ນໄດ້ເວົ້າ​ກັບ​ພວກເຮົາ​ວ່າ, "ພວກເຈົ້າຢ່າ​ມາ​ໃຫ້​ເຫັນ​ຫນ້າ ຈົນກວ່າ​ພວກເຮົາ​ຈະ​ພາ​ນ້ອງຊາຍ​ຂອງ​ພວກເຮົາ​ໄປ​ດ້ວຍ."" 6 ອິສະຣາເອນໄດ້​ເວົ້າ​ວ່າ, "ເປັນຫຍັງ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ທີ່ຫຍຸ້ງຍາກ​ກັບເຮົາ ​ດ້ວຍການບອກ​ຜູ້ຊາຍຄົນນັ້ນວ່າ ພວກເຈົ້າ​ຍັງມີ​ນ້ອງຊາຍ​ອີກ​ຄົນຫນຶ່ງ?" 7 ພວກເຂົາໄດ້​ເວົ້າວ່າ,"ຜູ້ຊາຍ​ຄົນ​ນັ້ນ​ໄດ້ຖາມ​ລາຍລະອຽດກ່ຽວກັບພວກເຮົາ ແລະຄອບຄົວ​ຂອງ​ພວກເຮົາ. ເຂົາໄດ້ຖາມວ່າ, "ພໍ່​ຂອງ​ພວກເຈົ້າ​ຍັງ​ມີ​ຊີວິດ​ຢູ່​ບໍ? ພວກເຈົ້າ​ມີພີ່​ນ້ອງອີກຄົນຫນຶ່ງບໍ?" ພວກເຮົາໄດ້​ຕອບ​ຕາມຄຳຖາມເຫລົ່າ​​ນີ້. ພວກເຮົາ​ຈະ​ຮູ້​ໄດ້​ຢ່າງ​ໃດ​ວ່າ ເພິ່ນ​ຈະ​ເວົ້າວ່າ, "ຈົ່ງ​ນໍາ​ນ້ອງຊາຍຂອງພວກເຈົ້າລົງມາ?"" 8 ຢູດາເວົ້າກັບ ອິສະຣາເອນພໍ່ຂອງຕົນວ່າ, "ຈົ່ງໃຫ້​ເດັກນັ້ນໄປ​ກັບ​ລູກ. ​ພວກເຮົາ​ຈະ​ລຸກ​ຂຶ້ນແລະໄປ ເພື່ອພວກເຮົາ​ຈະມີຊີວິດ ແລະ​ບໍ່​ຕາຍ,​​ທັງພວກເຮົາ, ​ພໍ່, ແລະ​ລູກທັງຫລາຍຂອງ​ພວກເຮົາ​. 9 ລູກ​ຂໍເປັນຕົວປະກັນ​ເພື່ອ​ເຂົາ​ເອງ.​ພໍ່​ໃຫ້ລູກຮັບຜິດຊອບໄດ້​. ຖ້າ​ລູກ​ບໍ່​ນຳ​ເຂົາກັບ​ມາ​ໃຫ້ພໍ່ແລະຈະ​ມ​ອບເຂົາ​ຕໍ່​ຫນ້າພໍ່​ກໍຂໍໃຫ້ລູກໄດ້ຮັບການປະນາມຕະຫລອດ​ໄປ. 10 ເພາະຖ້າ​ພວກເຮົາ​ບໍ່​ຊັກຊ້າ​ຢູ່,​ ແນ່ນອນປານນີ້ ພວກເຮົາກໍ​ຄົງ​ຈະ​ກັບ​ມາ​ທີ່ນີ້ເປັນ​ຖ້ຽວ​ທີ​ສອງ​ແລ້ວ." 11 ອິສະຣາເອນພໍ່​ຂອງ​ພວກເຂົາ​ໄດ້​ເວົ້າກັບພວກເຂົາ​ວ່າ, "ຖ້າເປັນຢ່າງນັ້ນກໍຈົ່ງ​ເຮັດ​ເລື່ອງນີ້ດຽວນີ້. ຈົ່ງນຳ​ສິ່ງທີ່ດີ​ທີ່ສຸດ​ຂອງແຜ່ນດິນນີ້ບາງສ່ວນ ໃສ່​ໃນກະສອບທັງຫລາຍຂອງພວກເຈົ້າ. ແບກລົງ​ໄປ​ໃຫ້ຜູ້ຊາຍຄົນ​ນັ້ນເປັນຂອງຂວັນຄື: ນ້ຳມັນພືດທີ່ມີກິນຫອມ, ແລະນໍ້າເຜິ້ງ, ເຄື່ອງເທດ, ແລະຢາງໄມ້ຫອມ​ຫມາກກໍ່. ແລະອາມອນ. 12 ຈົ່ງ​ຖື​ເງິນ​ໄປ​ນຳ​ສອງ​ເທົ່າ. ​ເງິນ​ທີ່​ໄດ້​​ຖືກນຳກັບມາໃນກະສອບທັງຫລາຍຂອງພວກເຈົ້າກັບໄປ. ບາງທີ​ອາດ​ຈະເປັນ​ຄວາມຜິດພາດ​. 13 ພາ​ນ້ອງຊາຍ​ຂອງພວກ​ເຈົ້າ​​ໄປ​ດ້ວຍ. ຈົ່ງລຸກຂຶ້ນ ແລະໄປຫາຜູ້ຊາຍຄົນນັ້ນອີກຄັ້ງ. 14 ຂໍ​​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ປຣະທານ​​ຄວາມ​ເມດຕາ​ແກ່​ພວກເຈົ້າຕໍ່ຫນ້າຜູ້ຊາຍຄົນນັ້ນ, ເພື່ອ​ວ່າ​ເພິ່ນ​ຈະໄດ້ປົດ​ປ່ອຍ​ພີ່ນ້ອງອີກຄົນຂອງພວກເຈົ້າ. ຖ້າ​ເຮົາ​ຖືກເຮັດໃຫ້​ສູນເສຍ​ລູກ​ທັງສອງຂອງເຮົາ, ເຮົາ​ກໍ​ຖືກເຮັດໃຫ້ສູນເສຍ." 15 ພວກ​ລູກຊາຍ​ໄດ້​ນຳ​ຂອງ​ຂວັນນີ້​, ແລະ​ໃນມືຂອງພວກເຂົາມີເງິນຈຳນວນ​ສອງ​ເທົ່າ, ໄປພ້ອມ​ກັບ​ເບັນຢາມິນ. ພວກເຂົາໄດ້ລຸກຂຶ້ນ ​ແລະລົງໄປ​ຍັງ​ອີຢິບ ແລະໄດ້ຢືນຢູ່ຕໍ່ຫນ້າ​ໂຢເຊັບ.

16 ​ເມື່ອ​ໂຢເຊັບ​ໄດ້ເຫັນ​ເບັນຢາມິນ​ມາ​ກັບ​ພວກເຂົາ, ເພິ່ນ​ໄດ້ເວົ້າກັບພໍ່ບ້ານ​ຂອງເພິ່ນ​ວ່າ, "ຈົ່ງ​ນໍາ​ພວກຜູ້ຊາຍເຂົ້າມາ​ໃນ​ເຮືອນ,​ ​​ຂ້າ​ສັດໂຕຫນຶ່ງ ແລະຈັດຕຽມອາຫານ,​ ເພາະພວກຜູ້ຊາຍນັ້ນຈະກິນ​ອາຫານ​ກັບເຮົາທ່ຽງນີ້." 17 ພໍ່ບ້ານນັ້ນໄດ້ເຮັດ​ຕາມ​ທີ່​ໂຢເຊັບ​ສັ່ງ.​ ເຂົາໄດ້ນໍາ​ພວກຜູ້ຊາຍນັ້ນເຂົ້າ​ໄປ​ໃນ​ເຮືອນ​ຂອງ​ໂຢເຊັບ. 18 ພວກຜູ້ຊາຍນັ້ນກໍຢ້ານກົວ ເພາະວ່າ​ພວກເຂົາ​ຖືກນຳເຂົ້າໄປໃນ​ເຮືອນ​ຂອງ​ໂຢເຊັບ.​ພວກເຂົາ​ໄດ້ເວົ້າ​ວ່າ,"ມັນເປັນເພາະ​ເງິນ​ນັ້ນທີ່​ກັບເຂົ້າມາຢູ່ໃນກະສອບຂອງພວກເຮົາ​ ຄັ້ງແລກທີ່ເຮົາທີ່ເຮົາໄດ້ຖືກນຳເຂົ້າມາ​​, ບາງທີເຂົາ​ອາດຈະ​ຫາໂອກາດຫາເລື່ອງພວກເຮົາ ເຂົາອາດຈະຈັບ​ພວກເຮົາ, ແລະ​ເອົາ​ພວກເຮົາ​ໄປ​ເປັນ​ທາດ, ແລະຢຶດລໍທັງຫລາຍຂອງພວກເຮົາ." 19 ພວກເຂົາໄດ້ເຂົ້າໄປຫາພໍ່ບ້ານ​ຂອງ​ໂຢເຊັບ, ແລະພວກເຂົາ​ໄດ້ເວົ້າ​ກັບ​ເຂົາທີ່ປະຕູບ້ານ, 20 ເວົ້າວ່າ, "ເຈົ້ານາຍຂອງຂ້ານ້ອຍ, ​ພວກ​ເຮົາໄດ້​ລົງມາ​ຄັ້ງແລກເພື່ອຊື້​ອາຫານ​. 21 ມັນກໍເກີດຂຶ້ນ, ເມື່ອພວກເຮົາໄດ້ໄປເຖິງ​ທີ່​ພັກ,​ ພວກ​ເຮົາ​ໄດ້ເປີດກະສອບເຂົ້າຂອງພວກເຮົາ, ແລະ​ ເບິ່ງເຖີດເງິນ​ຂອງທຸກຄົນໄດ້ຢູ່ຄົບ​ໃນກະສອບຂອງແຕ່ລະຄົນ. ພວກ​ເຮົາໄດ້ນຳມັນກັບມາ​ໃນມື​ຂອງພວກ​ເຮົາ​. 22 ​ເງິນອື່ນໆພວກເຮົາກໍໄດ້ຖື​ມາ​ນຳ​ເພື່ອຊື້ອາຫານ. ພວກເຮົາບໍ່ຮູ້ວ່າໃຜໄດ້ເອົາເງິນຂອງພວກເຮົາໃສ່ໃນກະສອບຂອງພວກເຮົາ." 23 ພໍ່ບ້ານນັ້ນໄດ້​​ເວົ້າ​ວ່າ, "ສັນຕິສຸກຈົ່ງມີແກ່ພວກທ່ານ, ຢ່າຢ້ານເລີຍ, ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ ພຣະເຈົ້າ​ຂອງ​ພໍ່​ພວກເຈົ້າ​ຕ້ອງເປັນ​ຜູ້ນຳເງິນຂອງພວກເຈົ້າ​ໃສ່​ໃນ​ກະສອບເຂົ້າຂອງ​​ພວກເຈົ້າ. ເຮົາໄດ້ຮັບເງິນ​ຂອງ​ພວກເຈົ້າ​ແລ້ວ." ຈາກນັ້ນພໍ່ບ້ານໄດ້ນຳ​ຊີເມໂອນ​ອອກ​ມາ​ຫາ​ພວກເຂົາ. 24 ພໍ່ບ້ານ​ຂອງ​ໂຢເຊັບ​ໄດ້ນຳພວກເຂົາທັງຫລາຍເຂົ້າ​ໄປ​ໃນ​ເຮືອນຂອງໂຢເຊັບ. ລາວ​ໄດ້ໃຫ້ນໍ້າ​ແກ່​ພວກເຂົາ, ແລະ ພວກເຂົາໄດ້​ລ້າງ​ຕີນຂອງພວກເຂົາ. ລາວ​ເອົາ​ເຟືອງ​ໃຫ້​ລໍ​ຂອງ​ພວກເຂົາ​ກິນ. 25 ພວກເຂົາ​ໄດ້​ຕຽມ​ຂອງຂວັນ​ທັງຫລາຍສຳລັບການມາຂອງ​ໂຢເຊັບ​ໃນ​ເວລາທ່ຽງວັນ, ເພາະ​ພວກເຂົາ​ໄດ້ຍິນ​ວ່າ​ເພິ່ນ​ຈະ​ມາ​ກິນ​ອາຫານທ່ຽງ​ທີ່​ນັ້ນ.

26 ພວກເຂົາ​ໄດ້ນຳ​ເອົາ​ຂອງຂວັນຊຶ່ງຢູ່ໃນມືຂອງພວກເຂົາ​ເຂົ້າ​ມາໃນບ້ານ, ແລະ​ໂຄ້ງຄຳນັບລົງ​ເຖິງພື້ນຕໍ່ຫນ້າ​ເພິ່ນ. 27 ເພິ່ນ​ໄດ້​ຖາມພວກເຂົາ​ເຖິງ​ຄວາມເປັນຢູ່ຂອງ​ພວກເຂົາ ແລະໄດ້​ເວົ້າວ່າ,"​ພໍ່​ຂອງ​ພວກເຈົ້າ, ຄົນແກ່ທີ່ພວກເຈົ້າໄດ້ເວົ້າ​ເຖິງນັ້ນສະບາຍດີບໍ? ເພິ່ນ​ຍັງ​ມີ​ຊີວິດ​ຢູ່​ ແລະ​ສະບາຍດີ​ບໍ?" 28 ພວກເຂົາໄດ້​ຕອບ​ວ່າ, "ພໍ່​ຂອງ​ພວກ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງທ່ານສະບາຍດີ. ເພິ່ນຍັງ​ມີ​ຊີວິດ​ຢູ່.​"​ ພວກເຂົາ​ໄດ້ກົ້ມ ​ແລະ ຫມອບຂາບ​ລົງ. 29 ເມື່ອເ​ພິ່ນໄດ້ຫລຽວຂຶ້ນເພິ່ນໄດ້​ເຫັນ​ເບັນຢາມິນ​ນ້ອງຊາຍ​​ຂອງເພິ່ນ, ລູກຊາຍຂອງແມ່ຂອງເພິ່ນ​ ແລະ ເພິ່ນໄດ້​ເວົ້າ​ວ່າ, "ນີ້ຄືນ້ອງຊາຍ​​ຫລ້າ​ຂອງ​ພວກເຈົ້າທີ່​ພວກເຈົ້າ​ໄດ້​ບອກເຮົາບໍ? ຈາກນັ້ນເພິ່ນໄດ້ເວົ້າ​ວ່າ​, "ລູກຊາຍຂອງເຮົາເອີຍ?" "ຂໍ​ພຣະເຈົ້າ​ຊົງ​ພຣະເມດຕາ, ແກ່​ເຈົ້າ." 30 ເພາະ​ວ່າເພິ່ນໄດ້ມີຄວາມຮູ້ສຶກສະເທືອນໃຈ​ກ​່ຽວກັບນ້ອງຊາຍ​​ຂອງຕົນ, ເພິ່ນໄດ້ຫາທີ່ໆຈະຮ້ອງໃຫ້. ເພິ່ນ​ຈຶ່ງ​ເຂົ້າ​ໄປໃນຫ້ອງຂອງເພິ່ນ ແ​ລະຮ້ອງໄຫ້​ທີ່ນັ້ນ. 31 ເພິ່ນໄດ້ລ້າງຫນ້າ​ຂອງເພິ່ນແລ້ວອອກມາ. ເພິ່ນ​ໄດ້​ລະງັບ​ຈິດໃຈຕົວເອງ, ເວົ້າວ່າ, "ຈົ່ງຍົກ​ອາຫານ​ມາ." 32 ພວກຄົນຮັບໃຊ້ຈຶ່ງໄດ້ຍົກອາຫານມາ​ໃຫ້​ໂຢເຊັບ​ໂດຍສ່ວນຂອງເພິ່ນເອງ ແລະ​ຂອງ​ພວກ​ອ້າຍ​ນ້ອງໂດຍສ່ວນຂອງພວກເຂົາເອງ​. ພວກຄົນ​ອີຢິບ​ທີ່ນັ້ນ​ໄດ້​ກິນກັບເຂົາໃນສ່ວນຂອງພວກເຂົາ ເພາະວ່າຄົນອີຢິບ​ ບໍ່ສາມາດ​ກິນ​ເຂົ້າ​ຈີ່​​ກັບ​ຊາວ​ເຮັບເຣີ, ເພາະວ່າມັນເປັນສິ່ງທີ່ຫນ້າກຽດແກ່ຄົນອີຢິບ. 33 ພວກ​ອ້າຍ​ໄດ້ນັ່ງຕໍ່ຫນ້າເພິ່ນ, ລູກຊາຍຫົວປີຕາມສິດທິລູກຫົວປີ, ແລະນ້ອງຄົນສຸດທ້ອງຕາມອາຍຸຂອງເຂົາ. ພວກຜູ້ຊາຍທັງຫລາຍຖືກເຮັດໃຫ້ປະຫລາດໃຈດ້ວຍກັນ. 34 ໂຢເຊັບ​ໄດ້ໃຫ້ສ່ວນຕ່າງໆແກ່ພວກເຂົາຈາກອາຫານທີ່ຢູ່ຕໍ່ຫນ້າຂອງເພິ່ນ. ແຕ່ສ່ວນຂອງເບັນຢາມິນ​ໄດ້​ຮັບ​​ຫລາຍກວ່າ​​ຫ້າ​ເທົ່າ. ຂອງພວກອ້າຍຂອງເຂົາ​ພວກເຂົາໄດ້​ດື່ມ ແລະສະນຸກສະຫນານ​ກັບ​ເພິ່ນ​.