ບົດທີ 42
1
ເມື່ອຢາໂຄບຮູ້ວ່າຢູ່ທີ່ປະເທດອີຢິບຍັງມີເຂົ້າຂາຍ. ເພິ່ນກໍເວົ້າຕໍ່ພວກລູກຊາຍຂອງເພິ່ນວ່າ, "ພວກເຈົ້າພາກັນຢູ່ລ້າໆເຮັດຫຍັງ?"
2
ເພິ່ນເວົ້າວ່າ,"ເບິ່ງນີ້, ເຮົາໄດ້ຍິນວ່າທີ່ໃນອີຢິບມີເຂົ້າຂາຍ. ຈົ່ງລົງໄປທີ່ນັ້ນ ແລະຊື້ເຂົ້າຈາກທີ່ນັ້ນມາໃຫ້ເຮົາ ເພື່ອທີ່ເຮົາຈະໄດ້ມີຊີວິດຢູ່."
3
ອ້າຍທັງສິບຄົນຂອງໂຢເຊັບ ໄດ້ລົງໄປຊື້ເຂົ້າຈາກອີຢິບ.
4
ແຕ່ເບັນຢາມິນ, ນ້ອງຊາຍຂອງໂຢເຊັບນັ້ນ, ຢາໂຄບບໍ່ໄດ້ສົ່ງໄປກັບພວກອ້າຍຂອງເຂົາ, ເພາະເຂົາຢ້ານວ່າເບັນຢາມິນຈະໄດ້ຮັບອັນຕະລາຍເນື່ອງດ້ວຍການອຶດຢາກອາຫານຊຶ່ງເກີດໃນແຜ່ນດິນການາອານ.
5
ພວກລູກຊາຍຂອງຢາໂຄບໄດ້ເດີນທາງມາ, ເພື່ອທີ່ຈະຊື້ເຂົ້າທ່າມກາງຄົນທັງຫລາຍທີ່ມານັ້ນ.
6
ບັດນີ້ໂຢເຊັບໄດ້ເປັນຜູ້ປົກຄອງເຫນືອແຜ່ນດິນນັ້ນ. ເພິ່ນໄດ້ເປັນຜູ້ຂາຍເຂົ້າໃຫ້ກັບຄົນທັງແຜ່ນດິນແຕ່ພຽງຜູ້ດຽວ. ພວກອ້າຍຂອງໂຢເຊັບໄດ້ມາ ແລະໂຄ້ງຄຳນັບເພິ່ນ ຫນ້າຂອງພວກເຂົາເຖິງພື້ນ.
7
ໂຢເຊັບໄດ້ເຫັນພວກອ້າຍ ເພິ່ນກໍຈື່ພວກເຂົາໄດ້, ແຕ່ເພິ່ນໄດ້ປົກປິດຕົວເພິ່ນເອງຈາກພວກເຂົາ ແລະໄດ້ເວົ້າຢ່າງມີອຳນາດກັບພວກເຂົາ. ເພິ່ນໄດ້ເວົ້າກັບພວກເຂົາວ່າ, "ພວກເຈົ້າມາແຕ່ໃສ?" ພວກເຂົາຕອບວ່າ, "ຈາກແຜ່ນດິນການາອານເພື່ອຂໍຊື້ອາຫານ."
8
ໂຢເຊັບຈື່ພວກອ້າຍຂອງຕົນໄດ້, ແຕ່ພວກເຂົາຈື່ໂຢເຊັບບໍ່ໄດ້.
9
ແລ້ວໂຢເຊັບກໍໄດ້ລະນຶກເຖິງຄວາມຝັນທີ່ເພິ່ນໄດ້ຝັນກ່ຽວກັບພວກເຂົາ, ແລະເພິ່ນໄດ້ເວົ້າກັບພວກເຂົາວ່າ, "ພວກເຈົ້າເປັນຄົນສອດແນມ! ພວກເຈົ້າໄດ້ມາເພື່ອທີ່ຈະເບິ່ງຈຸດອ່ອນທີ່ບໍ່ໄດ້ມີການປ້ອງກັນຂອງແຜ່ນດິນ."
10
ພວກເຂົາໄດ້ເວົ້າກັບເພິ່ນວ່າ, "ບໍ່ແມ່ນດອກເຈົ້ານາຍຂອງຂ້ານ້ອຍ ພວກຄົນຮັບໃຊ້ຂອງທ່ານໄດ້ມາເພື່ອທີ່ຈະຊື້ອາຫານ.
11
ພວກຂ້ານ້ອຍທັງຫມົດເປັນລູກຊາຍຮວ່ມພໍ່ດຽວກັນ. ພວກຂ້ານ້ອຍເປັນຄົນສັດຊື່ພວກຄົນຮັບໃຊ້ຂອງທ່ານບໍ່ແມ່ນຄົນສອດແນມ."
12
ເພິ່ນໄດ້ເວົ້າກັບພວກເຂົາວ່າ, "ບໍ່ແມ່ນດອກ, ພວກເຈົ້າໄດ້ມາເພື່ອເບິ່ງສ່ວນທີ່ໆບໍ່ໄດ້ມີການປ້ອງກັນຂອງແຜ່ນດິນ."
13
ພວກເຂົາໄດ້ເວົ້າວ່າ, "ພວກຂ້ານ້ອຍ, ພວກຄົນຮັບໃຊ້ຂອງທ່ານ ມີອ້າຍນ້ອງນຳກັນສິບສອງຄົນ, ເປັນພວກລູກຊາຍຮ່ວມພໍ່ດຽວກັນໃນແຜ່ນດິນການາອານ. ເບິ່ງເທາະ, ນ້ອງຊາຍຫລ້າຂະນະນີ້ຢູ່ກັບພໍ່ຂອງພວກເຮົາ, ແລະນ້ອງຊາຍອີກຄົນຫນຶ່ງກໍໄດ້ເສຍຊີວິດໄປແລ້ວ."
14
ໂຢເຊັບໄດ້ເວົ້າກັບພວກເຂົາວ່າ, "ມັນເປັນຢ່າງທີ່ເຮົາໄດ້ເວົ້າກັບພວກເຈົ້າແລ້ວ; ພວກເຈົ້າເປັນຄົນສອດແນມ.
15
ດ້ວຍເຫດນີ້ເຈົ້າຕ້ອງຖືກກວດສອບຟາໂຣຊົງພະຊົນຢູ່ສັນໃດ, ພວກເຈົ້າຈະໄປຈາກທີ່ນີ້ບໍ່ໄດ້, ນອກຈາກວ່ານ້ອງຊາຍຫລ້າຂອງພວກເຈົ້າຈະມາທີ່ນີ້.
16
ຈົ່ງສົ່ງພວກເຈົ້າຄົນໃດຄົນຫນຶ່ງໃຫ້ໄປພານ້ອງຊາຍຂອງພວກເຈົ້າມາ. ເພື່ອຈະພິສູດຄຳເວົ້າຂອງພວກເຈົ້າວ່າເປັນຄວາມຈິງຫລືບໍ່, ແລະໃຫ້ຂັງພວກເຈົ້າທີ່ຍັງເຫລືອໄວ້ໃນຄຸກ."
17
ເພິ່ນໄດ້ສັ່ງຂັງພວກເຂົາທັງຫມົດໄວ້ເປັນເວລາສາມວັນ.
18
ໃນວັນທີສາມ ໂຢເຊັບຈຶ່ງເວົ້າກັບພວກເຂົາວ່າ, "ເພາະເຮົາຢຳເກງພຣະເຈົ້າ, ຈົ່ງເຮັດຢ່າງນີ້ເພື່ອຈະລອດຊີວິດໄດ້.
19
ຄືຖ້າພວກເຈົ້າເປັນຄົນສັດຊື່, ກໍໃຫ້ພີ່ນ້ອງຄົນຫນຶ່ງຂອງພວກເຈົ້າຍັງຢູ່ໃນຄຸກນີ້, ແຕ່ພວກເຈົ້າທີ່ເຫລືອໃຫ້ນຳເອົາເຂົ້າກັບໄປ, ເພື່ອບັນເທົາການອຶດຫີວໃນບ້ານຂອງພວກເຈົ້າ.
20
ຈົ່ງນຳນ້ອງຊາຍຫລ້າຂອງພວກເຈົ້າມາຫາເຮົາ ເພື່ອຢືນຢັນຄຳເວົ້າຂອງພວກເຈົ້າ ແລະພວກເຈົ້າຈະບໍ່ຕາຍ." ດັ່ງນັ້ນ ພວກເຂົາກໍໄດ້ເຮັດຕາມນັ້ນ.
21
ພວກເຂົາຈຶ່ງເວົ້າກັນວ່າ, "ພວກເຮົາມີຄວາມຜິດຈິງໆກ່ຽວກັບນ້ອງຊາຍຂອງພວກເຮົາທີ່ພວກເຮົາໄດ້ເຫັນຄວາມເຈັບປວດຂອງຈິດວິນຍານຂອງເຂົາ ເມື່ອເຂົາໄດ້ຂໍຮ້ອງພວກເຮົາ. ແຕ່ພວກເຮົາບໍ່ຍອມຟັງເຂົາ ດັ່ງນັ້ນຄວາມເຈັບປວດນີ້ຈຶ່ງໄດ້ຢ້ອນກັບມາຖືກພວກເຮົາ."
22
ຣູເບັນໄດ້ຕອບພວກເຂົາວ່າ, "ຂ້ອຍບໍ່ໄດ້ບອກພວກເຈົ້າບໍ? "ວ່າຢ່າເຮັດບາບຕໍ່ເດັກຄົນນັ້ນ," ແຕ່ພວກເຈົ້າບໍ່ຍອມຟັງຂ້ອຍເລີຍ ບັດນີ້, ເບິ່ງແມ, ເລືອດຂອງເຂົາໄດ້ຮຽກຮ້ອງຕໍ່ພວກເຮົາ."
23
ພວກເຂົາບໍ່ໄດ້ຮູ້ວ່າໂຢເຊັບໄດ້ເຂົ້າໃຈທີ່ພວກເຂົາເວົ້າ, ເພາະວ່າມີລ່າມລະຫວ່າງພວກເຂົາ.
24
ເພິ່ນໄດ້ອອກໄປຈາກພວກເຂົາ ແລະຮ້ອງໄຫ້ຢູ່ຜູ້ດຽວ. ເພິ່ນໄດ້ກັບມາຫາພວກເຂົາ ແລະເວົ້າກັບພວກເຂົາ ເພິ່ນໄດ້ເລືອກເອົາຊີເມໂອນຈາກພວກເຂົາ ແລະໄດ້ມັດເຂົາຕໍ່ຫນ້າພວກເຂົາ.
25
ຈາກນັ້ນໂຢເຊັບໄດ້ສັ່ງໃຫ້ຄົນຮັບໃຊ້ຂອງເຂົາໃສ່ເຂົ້າໃຫ້ເຕັມກະສອບຂອງພວກອ້າຍ, ແລະໃຫ້ໃສ່ເງິນຂອງທຸກຄົນກັບລົງໄປໃນກະສອບຂອງເຂົາດ້ວຍ, ແລະຈັດຕຽມການເດີນທາງໃຫ້ພວກເຂົາ. ມັນໄດ້ຖືກດຳເນີນການເພື່ອພວກເຂົາ.
26
ພວກອ້າຍໄດ້ເອົາເຂົ້າບັນທຸກໃສ່ຫລັງລໍ ຂອງພວກເຂົາແລ້ວໄດ້ເດີນທາງອອກໄປຈາກທີ່ນັ້ນ.
27
ເມື່ອເຖິງທີ່ພັກພວກເຂົາ ຄົນຫນຶ່ງໄດ້ເປີດກະສອບເຂົ້າຂອງພວກເຂົາເພື່ອເອົາເຂົ້າໃຫ້ລໍຂອງເຂົາ, ເຂົາໄດ້ເຫັນເງິນຂອງເຂົາ. ເບິ່ງເຖີດ, ມັນຢູ່ໃນກະສອບຂອງເຂົາທີ່ເປີດຢູ່.
28
ເຂົາໄດ້ເວົ້າກັບພວກອ້າຍນ້ອງຂອງຕົນວ່າ, "ເງິນຂອງຂ້ອຍໄດ້ຖືກນຳກັບມາ. ເບິ່ງແມ; ມັນຢູ່ໃນກະສອບຂອງຂ້ອຍ." ພວກເຂົາໄດ້ຂວັນເສຍແລະພວກເຂົາພາກັນຕົວສັ່ນເວົ້າວ່າ, ນີ້ຄືຫຍັງ, "ທີ່ພຣະເຈົ້າໄດ້ຊົງກະທຳກັບພວກເຮົາ?"
29
ພວກເຂົາໄດ້ກັບໄປຫາຢາໂຄບ, ພໍ່ຂອງພວກເຂົາໃນແຜ່ນດິນການາອານ ແລະ ບອກເຂົາເຖິງເລື່ອງທີ່ໄດ້ເກີດຂຶ້ນກັບພວກຕົນທຸກຢ່າງ. ພວກເຂົາໄດ້ເວົ້າວ່າ,
30
"ຜູ້ຊາຍຄົນນັ້ນ, ທີ່ເປັນເຈົ້ານາຍຂອງແຜ່ນດິນ,ໄດ້ເວົ້າຢ່າງຮຸນແຮງກັບພວກເຮົາ ແລະ ໄດ້ຄິດວ່າ ພວກເຮົາເປັນຄົນສອດແນມເຂົ້າໄປສອດແນມໃນແຜ່ນດິນນັ້ນ.
31
ເຮົາໄດ້ເວົ້າກັບເຂົາວ່າ, "ພວກເຮົາເປັນຄົນສັດຊື່. ພວກເຮົາບໍ່ແມ່ນຄົນສອດແນມ.
32
ພວກເຮົາມີອ້າຍນ້ອງສິບສອງຄົນ, ເປັນລູກຊາຍທັງຫລາຍຈາກພໍ່ດຽວກັນ. ຄົນຫນຶ່ງໄດ້ຕາຍໄປແລ້ວ, ແລະ ໃນວັນນີ້ນ້ອງຊາຍຫລ້າຍັງຢູ່ກັບພໍ່ຂອງພວກເຮົາໃນແຜ່ນດິນການາອານ."
33
ຜູ້ຊາຍຄົນນັ້ນ, ເຈົ້ານາຍຂອງແຜ່ນດິນ, ໄດ້ເວົ້າກັບພວກເຮົາວ່າ, 'ໂດຍວິທີນີ້ ເຮົາຈຶ່ງຈະຮູ້ວ່າພວກເຈົ້າເປັນຄົນສັດຊື່ຈິງຫລືບໍ່. ປະພີ່ນ້ອງຄົນຫນຶ່ງໄວ້ກັບເຮົາ, ນຳເຂົ້າກັບໄປເພື່ອບັນເທົາການອຶດຫີວອາຫານໃນບ້ານຂອງພວກເຈົ້າ, ແລະໄປຕາມທາງຂອງພວກເຈົ້າ.
34
ຈົ່ງນຳນ້ອງຊາຍຫລ້າມາຫາເຮົາ. ແລ້ວເຮົາຈະຮູ້ວ່າ ພວກເຈົ້າບໍ່ແມ່ນຄົນສອດແນມ, ແຕ່ເປັນຄົນສັດຊື່. ຈາກນັ້ນເຮົາຈະປ່ອຍພີ່ນ້ອງຂອງພວກເຈົ້າໃຫ້ກັບພວກເຈົ້າ, ແລະພວກເຈົ້າຈະຄ້າຂາຍໃນແຜ່ນດິນນັ້ນ.""
35
ແລ້ວກໍເປັນຢ່າງນັ້ນເມື່ອພວກເຂົາໄດ້ນຳເຂົ້າອອກຈາກກະສອບ, ເບິ່ງເຖີດ, ກະສອບຂອງພວກເຂົາ, ກໍມີເງິນຢູ່ທຸກກະສອບ. ເມື່ອພວກເຂົາແລະ ພໍ່ຂອງພວກເຂົາໄດ້ເຫັນວ່າກະສອບຂອງພວກເຂົາມີເງິນຢູ່ພວກເຂົາກໍຢ້ານກົວຫລາຍ.
36
ຢາໂຄບພໍ່ຂອງພວກເຂົາຈຶ່ງເວົ້າກັບພວກເຂົາວ່າ, "ພວກເຈົ້າໄດ້ເຮັດໃຫ້ເຮົາສູນເສຍພວກລູກຊາຍຂອງເຮົາ. ໂຢເຊັບກໍໄດ້ຕາຍໄປແລ້ວ, ຊີເມໂອນກໍໄດ້ຈາກໄປ, ແລະ ພວກເຈົ້າຈະມາເອົາເບັນຢາມິນໄປອີກ. ທັງຫມົດເຫລົ່ານີ້ທຳຮ້າຍເຮົາ."
37
ຣູເບັນຈຶ່ງເວົ້າກັບພໍ່ຂອງເຂົາ, ກ່າວວ່າ,"ຂໍໃຫ້ພໍ່ຂ້າລູກຊາຍສອງຄົນຂອງຂ້ອຍ ຖ້າຂ້ອຍບໍ່ນຳເບັນຢາມິນກັບມາໃຫ້ທ່ານ. ມອບເຂົາໄວ້ໃນມືຂອ້ຍ, ແລະຂ້ອຍຈະນຳເຂົາກັບມາຫາທ່ານອີກ."
38
ແຕ່ຢາໂຄບເວົ້າວ່າ, "ລູກຊາຍຂອງເຮົາຈະບໍ່ລົງໄປນຳພວກເຈົ້າ. ເພາະວ່າອ້າຍຂອງເຂົາໄດ້ຕາຍໄປແລ້ວ ເຫລືອເຂົາພຽງຄົນດຽວ. ຫາກເກີດອັນຕະລາຍກັບເຂົາໃນລະຫວ່າງທາງທີ່ພວກເຈົ້າໄປນັ້ນ, ເທົ່າກັບວ່າພວກເຈົ້າຈະນຳຜົມຫງອກຂອງເຮົາພ້ອມກັບຄວາມໂສກເສົ້າ ລົງສູ່ແດນຄົນຕາຍກໍໄດ້."