​ບົດ​ທີ 41

1 ເຫດການນີ້ໄດ້ເກີດຂຶ້ນເມື່ອສີ້ນສຸດ​ສອງ​ປີ ເຕັມເມື່ອຟາໂຣໄດ້ຊົງ​ຝັນ​ວ່າ. ພະອົງໄດ້ຊົງ​ຢືນ,​ຢູ່​ທີ່​ແຄມ​ແມ່ນໍ້ານິນ. 2 ໃນ​ຂະນະ​ນັ້ນ, ມີແມ່​ງົວ​ເຈັດ​ໂຕໄດ້​ຂຶ້ນ​ມາ​ຈາກ​ແມ່ນໍ້ານິນ, ຫນ້າເບິ່ງ, ແລະອ້ວນພີ ແລະພວກມັນ​ກິນ​ຫຍ້າ​ທ່າມກາງ​ຕົ້ນກົກ. 3 ເບິ່ງແມ, ແລະມີແມ່ງົວອີກເຈັດໂຕທີ່ໄດ້ຕາມຂຶ້ນມາຈາກແມ່ນ້ຳນິນ, ຫນ້າລັງກຽດ ແລະຈ່ອຍຜອມ. ພວກມັນ​ໄດ້ຢືນ​ຢູ່​ຂ້າງໆ ກັບ​ແມ່ງົວໂຕອື່ນໆ ເ​ທິງຝັ່ງແມ່ນ້ຳນິນ. 4 ຈາກນັ້ນພວກແມ່​ງົວ​ທີ່​ຫນ້າລັງກຽດ ແລະຈ່ອຍຜອມ ​ກໍໄດ້​ກືນ​ກິນ​ແມ່​ງົວເຈັດ​ໂຕ​ທີ່ຫນ້າເບິ່ງ ແລະອ້ວນພີ​ເສຍ. ຈາກນັ້ນຟາໂຣໄດ້ຊົງຕື່ນ​ຂຶ້ນ​. 5 ຈາກນັ້ນພະອົງກໍຫລັບ​ໄປ​ອີກ​ ແລະໄດ້ຊົງ​ຝັນ​ເປັນເທື່ອ​ທີ​ສອງ.​ ເບິ່ງແມ, ມີ​ຕົ້ນເຂົ້າຕົ້ນຫນຶ່ງ, ມີຮວງເຂົ້າ​​ເຈັດ​ຮວງ​ທີ່ສົມບູນ ແລະດີ. 6 ເບິ່ງແມ, ​ມີ​ຮວງເຂົ້າ​ເຈັດ​ຮວງ,​ທີ່ເມັດລີບ​ ແລະ​ຫ່ຽວແຫ້ງ, ເພາະ​​ຕາເວັນອອກໄດ້ງອກຂຶ້ນມາ. 7 ​ຮວງເຂົ້າ​ລີບ​ເຈັດ​ຮວງ​ໄດ້​ກືນ​ກິນ​ຮວງເຂົ້າ​ສົມບູນ ແລະດີທັງ​ເຈັດ​ຮວງ​. ຟາໂຣໄດ້​ຕື່ນ​ຂຶ້ນ, ແລ້ວ​ກໍ​ເຫັນ​ວ່າ,​ຕົນ​ກຳລັງ​ຝັນ​ໄປ. 8 ໃນຕອນເຊົ້າຂອງມື້ນັ້ນ ເພິ່ນວຸ້ນວາຍໃຈຫລາຍ. ພະອົງກໍເປັນທຸກ ພະອົງໄດ້​ສົ່ງ​ຄົນ​​ໄປ​ເອີ້ນ​ຫມໍດູ, ຫມໍມໍ, ແລະ​ນັກປຣາດ​ໃນ​ອີຢິບເຂົ້າ​ມາເຝົ້າ ຟາໂຣ​ໄດ້​ຊົງບອກພວກເຂົາເຖິງຄວາມຝັນຂອງພະອົງ​, ແຕ່​ບໍ່ມີ​ຜູ້ໃດ​ສາມາດ​ແກ້​ຄວາມຝັນ​ນັ້ນໃຫ້​ຟາໂຣໄດ້.

9 ຈາກນັ້ນ​ຫົວຫນ້າ​ພະນັກງານ​ຖວາຍຈອກສະເຫວີຍໄດ້ທູນຟາໂຣ​​ວ່າ, "ວັນນີ້ຂ້ານ້ອຍ​ໄດ້ຄິດເຖິງຄວາມຜິດຂອງຂ້ານ້ອຍ​. 10 ຟາໂຣໄດ້ຊົງ​ໃຈຮ້າຍ​ຕໍ່ພວກຄົນຮັບໃຊ້ຂອງພະອົງ, ແລະໄດ້ສັ່ງຂັງຂ້ານ້ອຍໃນບ້ານ​ຂອງ​ຜູ້ບັນຊາການ​ຜູ້ຮັກສາ​ຣາຊວັງ, ທັງຫົວຫນ້າ ພະນັກງານເຮັດເຂົ້າຈີ່, ແລະຂ້ານ້ອຍ. 11 ພວກ​ຂ້ານ້ອຍ​ທັງສອງ​ຕ່າງ​ກໍ​ຝັນ, ໃນຄືນດຽວກັນຕ່າງຄົນຕ່າງຝັນ​ຕາມການແກ້ຄວາມຝັນຂອງເຂົາ. 12 ມີ​ຊາຍຫນຸ່ມ​ຊາວ​ເຮັບເຣີ,​ຄົນຮັບໃຊ້ຂອງຜູ້ບັນຊາການຣາຊອົງຄະລັກໄດ້ຢູ່​ກັບ​ພວກ​ຂ້ານ້ອຍ. ພວກ​ຂ້ານ້ອຍ​ໄດ້​ບອກເຂົາ​ ແລະ​ເຂົາໄດ້​ແກ້​ຄວາມຝັນ​ໃຫ້​. ພວກ​ຂ້ານ້ອຍ​ແຕ່ລະຄົນໄດ້. 13 ແລະມັນກໍ​ເປັນ​ຢ່າງ​ນັ້ນຕາມ​ທີ່​ເຂົາໄດ້​ເເກ້ຄວາມຝັນນັ້ນໃຫ້ພວກເຮົາ. ຟາໂຣ ໄດ້ຄືນຕຳແຫນ່ງ​ໃຫ້​ຂ້ານ້ອຍ ແຕ່ອີກຄົນຫນຶ່ງເຂົາໄດ້ຖືກແຂວນຄໍ​."

14 ແລ້ວຟາໂຣໄດ້ຊົງ​ສັ່ງ​ໃຫ້​ຄົນ​ໄປ​ນຳ​ເອົາ​ໂຢເຊັບ​ມາ. ພວກ​ເຂົາ​ໄດ້​ຮີບໄປນຳ​ເຂົາ​ອອກ​ມາຈາກ​ເຮືອນຈຳ. ເຂົາໄດ້​ແຖ​ຫນວດເຄົາຂອງເຂົາເອງ, ແລະ​ປ່ຽນ​ເຄື່ອງນຸ່ງ​ຂອງເຂົາ​, ແລະໄດ້​ມາເຂົ້າເຝົ້າ ຟາໂຣ​. 15 ຟາໂຣໄດ​້ກ່າວ​ແກ່​ໂຢເຊັບ​ວ່າ, "ເຮົາ​ໄດ້ຝັນ, ແລະ​ບໍ່ມີ​ໃຜ​ແກ້​ຄວາມຝັນ​ນັ້ນ​ໄດ້. ແຕ່ເຮົາ​ໄດ້ຍິນເລື່ອງກ່ຽວກັບ​ເຈົ້າ, ວ່າເມື່ອເຈົ້າໄດ້ຍິນເລື່ອງລາວຄວາມຝັນເຈົ້າ​ສາມາດ​ແກ້​ຄວາມຝັນ​ນັ້ນໄດ້." 16 ໂຢເຊັບໄດ້ທູນ​ຕອບ​ ຟາໂຣ, ກ່າວວ່າ, "ບໍ່ແມ່ນຂ້ານ້ອຍ​ດອກ. ແຕ່​ແມ່ນ​ພຣະເຈົ້າ​ຕ່າງຫາກ​ທີ່​ຈະ​ແກ້​ຄວາມຝັນ​ຢ່າງດີ​ໃຫ້​ທ່ານ​ໄດ້." 17 ຟາໂຣໄດ້ກ່າວ​ກັບໂຢເຊັບວ່າ,"ໃນຄວາມຝັນຂອງເຮົາ​, ເບິ່ງແມ, ເຮົາໄດ້ຢືນຢູ່ແຄມຝັ່ງແມ່ນ້ຳນິນ. 18 ນີ້ແລະ, ມີ​ແມ່ງົວເຈັດໂຕຂຶ້ນມາຈາກແມ່ນ້ຳນິນ, ​ທີ່​ຕຸ້ຍພີ ແລະສວຍງາມ,​ ແລະພວກມັນໄດ້ກິນ​ຫຍ້າ​ທ່າມກາງຕົ້ນກົກ. 19 ເບິ່ງແມ, ມີ​ແມ່ງົວອີກເຈັດໂຕຕາມຂຶ້ນມາ​ອ່ອນແອ, ບໍ່ຫນ້າເບິ່ງເລີຍ, ແລະ​ ຜອມໂຊທົ່ວແຜ່ນດິນເອຢິບ. ເຮົາບໍ່ເຄີຍເຫັນແມ່​ງົວທີ່ຫນ້​າ​ເບິ່ງເຊັ່ນນີ້ມາກ່ອນ​. 20 ແມ່ງົວ​ຜອມໂຊ ແລະ ບໍ່ຫນ້າເບິ່ງ​ເຫລົ່ານີ້​ໄດ້​ກືນ​ກິນ​ແມ່​ງົວໂຕ​ທີ່​ຕຸ້ຍພີຂຶ້ນມາຕອນທຳອິດ. 21 ເມື່ອພວກມັນ​ໄດ້ກິນ​ແມ່ງົວ​ອ້ວນພີເຫລົ່ານັ້ນ​, ແລ້ວ​ພວກມັນແຮງ​ຈ່ອຍຜອມ​ກວ່າເກົ່າ, ຈາກນັ້ນ​ເຮົາ​ກໍໄດ້​ຕື່ນ​ຂຶ້ນ. 22 ເຮົາ​ໄດ້​ຝັນ​ອີກ, ແລະ ເບິ່ງເຖີດ, ມີ​ຮວງເຂົ້າ​​ເຈັດ​ຮວງແຕກອອກມາ​ຈາກ​ຕົ້ນ​ເຂົ້າຕົ້ນຫນຶ່ງເມັດສົມບູນ ແລະ ດີ. 23 ນີ້ເດ, ມີຮວງເຂົ້າອີກ​ເຈັດ​ຮວງແຕກ​ອອກ​ມາ, ພາຍຫລັງເມັດ​ເຂົ້າລີບ, ແລະ​ ຫ່ຽວແຫ້ງ​ເພາະ​ຖືກ​ລົມ​ຕາເວັນອອກ. 24 ຮວງເຂົ້າ​ເມັດລີບ​ໄດ້​ກືນ​ກິນ​ຮວງເຂົ້າ​ເມັດ​ຕື່ງເຈັດຮວງນັ້ນ. ເຮົາ​ໄດ້​ບອກ​ຄວາມຝັນເຫລົ່າ​ນີ້​ໃຫ້​ພວກ​​ມາຢາກົນ, ແຕ່​ບໍ່ມີ​ໃຜ​ສາມາດ​ແກ້​ຄວາມຝັນ​ເຫລົ່ານີ້ໃຫ້​ເຮົາ​ໄດ້."

25 ໂຢເຊັບໄດ້ທູນ​ຕໍ່ຟາອາໂຣວ່າ, "ຄວາມຝັນທັງ​ສອງ​ຂອງຟາໂຣ​ມີ​ຄວາມຫມາຍ​ດຽວກັນ. ພຣະເຈົ້າ​ໄດ້​ຊົງແຈ້ງ, ໃຫ້​ຟາໂຣຮູ້​ເຖິງ​ສິ່ງ​ທີ່​ພຣະເຈົ້າຈະ​ຊົງກະທຳ. 26 ແມ່ງົວທີ່​ຕຸ້ຍພີ​ເຈັດ​ໂຕ​ຄືເຈັດ​ປີ, ແລະ​ຮວງເຂົ້າ​ເມັດ​ສົມບູນເຈັດ​ຮວງ​ກໍ​ຄືເຈັດ​ປີ​. ຄວາມຝັນທັງສອງ​ຢ່າງ​ເປັນເລື່ອງດຽວກັນ. 27 ແມ່ງົວ​ທີ່​ຈ່ອຍຜອມ ​ແລະ​ບໍ່ຫນ້າເບິ່ງເຈັດໂຕທີ່ໄດ້​ຂຶ້ນ​ມາ​ພາຍ​ຫລັງຄືເຈັດປີ, ແລະ​ເຊັ່ນດຽວກັນຮວງເຂົ້າ​ເມັດລີບ​ໄຫມ້ກຽມດ້ວຍລົມ​ຕາເວັນອອກ ກໍຈະເປັນເຈັດ​ປີ​ແຫ່ງ​ຄວາມ​ອຶດຢາກອາຫານ. 28 ນັ້ນຄືສິ່ງທີ່​​ຂ້ານ້ອຍໄດ້ທູນຕໍ່ຟາໂຣ​ເຖິງສິ່ງທີ່. ພຣະເຈົ້າ​ຈະຊົງກະທຳ ແລະ​ພຣະອົງ​ໄດ້ຊົງເປີດ​ເຜີຍຕໍ່ຟາໂຣ. 29 ຈົ່ງລະວັງ, ເຈັດປີແຫ່ງຄວາມອຸດົມສົມບູນທີ່ຍິ່ງໃຫຍ່ຈະເກີດຂຶ້ນ​ທົ່ວແຜ່ນດິນ​ອີຢິບ. 30 ເຈັດປີແຫ່ງການອຶດຢາກ​ອາຫານຈະຕາມມາ, ແລະ​​ຄວາມ​ອຸດົມ​ສົມບູນ​ທີ່ຜ່ານມາໃນ​ແຜ່ນດິດ​ອີຢິບ​ຈະ​ຖືກ​ລຶບ​ໄປ, ແລະຄວາມອຶດຢາກ​ຈະ​ທຳລາຍ​ແຜ່ນດິນນັ້ນ. 31 ຄວາມ​ອຸດົມ​ສົມບູນ​ໃນແຜ່ນດິນຈະບໍ່​ຖືກ​ຈົດຈຳ, ເພາະ​ຄວາມ​ອຶດຢາກ​ອາຫານທີ່​ຕິດ​ຕາມ​ມາ​ນັ້ນ ຮ້າຍແຮງ​ຢ່າງແສນສາຫັດ. 32 ຟາໂຣໄດ້ຝັນ​ຊ້ຳເພາະວ່າ​ພຣະເຈົ້າຈະເປັນຜູ້ຊົງ​ເຮັດໃຫ້ເກີດ​ຂຶ້ນ, ແລະ​ພຣະເຈົ້າ​ຈະ​ຊົງເຮັດໃຫ້​ເກີດຂຶ້ນ​ໃນ​​ໃກ້ໆ​ນີ້. 33 ຂໍໃຫ້ຟາໂຣ​ຊອກ​ຫາ​ຜູ້ຊາຍທີ່​ມີຄວາມເຂົ້າໃຈດີ, ແລະສະຫລຽວ​ສະຫລາດ​ຈັກຄົນຫນຶ່ງ​ ຕັ້ງ​ເຂົາໃຫ້​ປົກຄອງ​ເຫນືອແຜ່ນດິນອີຢິບ. 34 ຂໍໃຫ້ ຟາໂຣ: ເຮັດສິ່ງນີ້ຄືໃຫ້ພະອົງ​ແຕ່ງຕັ້ງ​ຜູ້ປົກຄອງ​​ເຫນືອແຜ່ນດິນ. ໃນປີທີ່ອຸດົມສົມບູນນີ້ໃຫ້ພວກເຂົາ​ເກັບ​ພືດຜົນຂອງອີຢິບ​ຫນຶ່ງ​ໃນ​ຫ້າສ່ວນໃນເຈັດປີທີ່ອຸດົມສົມບູນ. 35 ໃຫ້​ພວກເຂົາ​ເກັບຮວບຮວມ​ອາຫານ​ທັງຫມົດ​ຂອງ​ປີ​ທີ່ອຸດົມສົມບູນ​ທີ່​ກຳລັງ​ມາ​ ແລະເກັບເຂົ້າດ້ວຍອຳນາດຟາໂຣ, ເພື່ອເປັນອາຫານທີ່ຈະໃຊ້​​ໃນ​ເມືອງ​ຕ່າງໆ. ພວກເຂົາຕ້ອງດູແລ​ຮັກສາ​ໄວ້. 36 ອາຫານ​ເຫລົ່ານີ້ຈະຖືກໃຊ້​ສຳລັບ​ແຜ່ນ​ດິນໃນຊ່ວງເຈັດປີແຫ່ງການ​ອຶດຢາກອາຫານທີ່ຈະເກີດຂຶ້ນໃນແຜ່ນດິນອີຢິບ. ໂດຍ​ວິທີການ​ນີ້​ແຜ່ນດິນ ຈະ​ບໍ່​ຖືກທຳລາຍລ້າງດ້ວຍການອຶດຢາກອາຫານ​."

37 ຄຳແນະນຳນີ້ເປັນສິ່ງທີ່ດີໃນສາຍຕາຂອງ ຟາໂຣ ​ແລະໃນສາຍຕາຂອງບັນດາຂ້າຣາຊການ​ທັງຫມົດຂອງ​ພະອົງ. 38 ຟາໂຣໄດ້​​ກ່າວ​ກັບ​ພວກ​ຂ້າຣາຊການ​ຂອງພະອົງວ່າ, "ເຮົາ​ຈະສາມາດຫາຜູ້ຊາຍເຊັ່ນນີ້,​ ​ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າຊົງ​ສະຖິດ​ຢູ່ດ້ວຍໄດ້ບໍ​?" 39 ດັ່ງນັ້ນຟາໂຣຈຶ່ງໄດ້​ກ່າວ​ກັບໂຢເຊັບ​ວ່າ, "ເພາະ ພຣະເຈົ້າ​ໄດ້​ຊົງສຳແດງ​ສິ່ງທັງຫມົດເຫລົ່ານີ້​​ແກ່​ເຈົ້າ, ບໍ່ມີ​ຜູ້ໃດ​ທີ່​ມີຄວາມເຂົ້າໃຈ ແລະ​​ສະຫລາດເຫມືອນ​ເຈົ້າ. 40 ​ເຈົ້າ​ຈະດູແລຣາຊສຳນັກ​ຂອງ​ເຮົາ ແລະ​ປະຊາຊົນ​​ຂອງເຮົາທັງຫມົດ​ຈະ​ຖືກປົກຄອງ​ດ້ວຍ​​ຄຳເວົ້າ​ຂອງ​ເຈົ້າ. ສະເພາ​ະບັນລັງ​ນີ້ເທົ່ານັ້ນ ທີ່​ເຮົາ​ຈະ​ເປັນ​ໃຫຍ່​ກວ່າ​ເຈົ້າ. 41 ຟາໂຣໄດ້ເວົ້າກັບໂຢເຊັບວ່າ, "ເບິ່ງເຖີດ, ເຮົາ​ໄດ້ຕັ້ງ​ເຈົ້າ​ໄວ້ເຫນືອແຜ່ນດ​ິນອີຢິບ." 42 ຟາໂຣໄດ້​ຖອດ​ແຫວນ​ແຫ່ງ​ອຳນາດ​ອອກ​ຈາກ​ນິ້ວມື​ຂອງພະອົງ ແລະໄດ້​ສວມໃສ່​ໃຫ້ກັບ​ໂຢເຊັບ. ພະ​ອົງໄດ້ສວມເສື້ອຜ້າເລນິນ​ຢ່າງດີໃຫ້​ກັບເຂົາ, ແລະ​​ສວມສ້ອຍ​ທອງຄຳ​ຄ້ອງ​ຄໍ​ຂອງເຂົາ. 43 ພະ​ອົງໄດ້ຊົງໃຫ້​ເຂົາໃຊ້​​ລົດ​ມ້າ​ຄັນ​ທີສອງ​ທີ່​ພະອົງຊົງເປັນເຈົ້າຂອງ. ຈະມີຜູ້ຊາຍ​ປະກາດ​ໄປຂ້າງຫນ້າເຂົາວ່າ,"ຈົ່ງຄຸກເຂົ່າລົງ." ຟາໂຣໄດ້ຕັ້ງ​ເຂົາໄວ້ເຫນືອແຜ່ນດິນ​​ອີຢິບທັງຫມົດ. 44 ຟາໂຣໄດ​້ກ່າວ​ກັບ​ໂຢເຊັບ​ວ່າ, "ເຮົາ​ຄືຟາໂຣ, ແລະ​ທົ່ວທັງແຜ່ນດິນ​ອີຢິບ​ນີ້, ບໍ່ມີໃຜ​ທີ່ຈະຍົກມື ຫລືຍົກຕີນຂອງ​ເຂົາໄດ້​ ນອກຈາກເຈົ້າຈະອະນຸຍາດ​." 45 ຟາໂຣໄດ້ຕັ້ງ​ຊື່​​ໃຫ້​ໂຢເຊັບ​ວ່າ,"ຊາເຟນາດປາເນອາ." ພະອົງປະທານນາງ​ອາເສນາດ​ລູກສາວ​ຂອງ​ໂປຕີເຟຣາ, ປະໂລຫິດ​ຂອງ​ເມືອງ​ໂອນ ​ເປັນ​ເມຍ​ຂອງເຂົາ​.

46 ໂຢເຊັບ​ມີ​ອາຍຸໄດ້ສາມສິບປີ ເມື່ອເພິ່ນ​ໄດ້​ຢືນຢູ່ຕໍ່ຫນ້າຟາໂຣ, ກະສັດອີຢິບ. ໂຢເຊັບໄດ້ອອກໄປຈາກການເຂົ້າເຝົ້າຟາໂຣ, ແລະອອກໄປ​​ທົ່ວ​ແຜ່ນດິນ​ອີຢິບ. 47 ໃນ​​ເຈັດ​ປີ​ແຫ່ງຄວາມ​ອຸດົມສົມບູນ​ ແຜ່ນດິນ​ໄດ້ໃຫ້ຜົນຜະລິດ​​ຢ່າງ​ຫລວງຫລາຍ. 48 ໃນຕະຫລອດເຈັດປີ ເພິ່ນໄດ້​ຮິບໂຮມ​ອາຫານ​ທີ່ມີທັງຫມົດ ໃນແຜ່ນດິນອີຢິບ ແລະເກັບອາຫານນັ້ນໄວ້ໃນ​​ເມືອງ​ຕ່າງໆ. ເພິ່ນ​ໄດ້ເກັບອາຫານຂອງແຕ່ລະເມືອງຈາກທົ່ງນາ ​ແລະພື້ນທີ່ຮອບໆເມືອງໄວ້ທີ່ແຕ່ລະເມືອງນັ້ນ​. 49 ໂຢເຊັບໄດ້ເກັບ​ຮັກສາ​ເຂົ້າ​ໄວ້​ຢ່າງ​ຫລວງຫລາຍ ເຫມືອນ​ຊາຍແຫ່ງ​ທ້ອງ​​ທະເລ, ຫລາຍຈົນກະທັ້ງເຂົາຕ້ອງສັ່ງໃຫ້ເຊົາເຮັດບັນຊີ, ເນື່ອງຈາກ​ມັນມີ​ຫລາຍເກີນກວ່າທີ່​ຈະ​ນັບໄດ້. 50 ກ່ອນທີ່​ປີ​ແຫ່ງ​ການ​ອຶດຢາກ​ຈະ​ມາ​ເຖິງ, ໂຢເຊັບໄດ້​ມີ​ລູກຊາຍ​ສອງ​ຄົນ​ກັບ​ນາງ​ອາເສນາດ,​ລູກສາວຂອງ​​ໂປຕີເຟຣາ​ ປະໂລຫິດ ເມືອງ​ໂອນເປັນຜູ້ໃຫ້ກຳເນີດແກ່ເຂົາ. 51 ໂຢເຊັບໄດ້ເອີ້ນຊື່ລູກຊາຍກົກຂອງເຂົາວ່າ, ມານາເຊ ເພາະເຂົາໄດ້ກ່າວວ່າ, "ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຂ້ອຍ​ລືມ​ຄວາມ​ຍາກລຳບາກທັງຫມົດ​ຂອງ​ຂ້ອຍ​ ແລະຄົວເຮືອນທັງຫມົດຂອງພໍ່ຂ້ອຍ." 52 ເພິ່ນ​ໄດ້ເອີ້ນຊື່ລູກຊາຍຄົນທີສອງວ່າ ເອຟຣາອິມ, ເພາະເຂົາໄດ້ກ່າວວ່າ,"ພຣະເຈົ້າ​ໄດ້ຊົງກະທຳ​ໃຫ້​ຂ້ອຍມີຫມາກ​ຜົນໃນ​ດິນແດນແຫ່ງ ​ຄວາມ​ຍາກລຳບາກຂອງຂ້ອຍ." 53 ​ເຈັດ​ປີ​ແຫ່ງ​ຄວາມ​ອຸດົມສົມບູນ ໃນແຜ່ນດິນ​ອີຢິບ​​ກໍ​ໄດ້ສິ້ນສຸດ​ລົງ. 54 ເຈັດປີແຫ່ງການອຶດຢາກ​າຫານໄດ້ເລີ້ມຕົ້ນ,​ ຕາມ​ທີ່​ໂຢເຊັບ​ໄດ້​ກ່າວ​ໄວ້. ເກີດການອຶດຢາກອາຫານຂຶ້ນທົ່ວແຜ່ນດິນ, ແຕ່​ຢູ່​ໃນ​ແຜ່ນດິນ​ອີຢິບ​ຍັງ​ມີ​ອາຫານ​ກິນ​. 55 ເມື່ອເກີດການອຶດຢາກຂຶ້ນທົ່ວທັງແຜ່ນດິນ​ອີຢິບ, ປະຊາຊົນ​​ໄດ້​ມາຮ້ອງ​ຂໍ​ອາຫານ​ຈາກຟາໂຣ. ຟາໂຣໄດ້ກ່າວກັບປະຊາຊົນອີຢິບທັງຫມົດວ່າ, "​ຈົ່ງ​​ໄປ​ຫາ​ໂຢເຊັບ ແລະຈົ່ງ​ເຮັດ​ຕາມ​ທີ່​ເຂົາບອກ​ໃຫ້​ເຮັດ". 56 ການອຶດຢາກ​ອາຫານໄດ້ເກີດຂຶ້ນທົ່ວທັງແຜ່ນດິນ. ໂຢເຊັບ​ໄດ້​ໄຂ​ສາງ​ເຂົ້າ​ທັງ​ຫມົດ ແລະ​ຂາຍ​ອາຫານໃຫ້​ແກ່​ປະຊາຊົນ​ອີຢິບ. 57 ປະຊາຊົນ​ຈາກ​ທົ່ວທັງແຜ່ນດິນ​ໄດ້​​ມາ​ຍັງ​ອີຢິບ ເພື່ອ​ຂໍ​ຊື້​ເຂົ້າ​ຈາກ​ໂຢເຊັບ, ເພາະ​ວ່າໄດ້ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງຂຶ້ນທົ່ວທັງ​ແຜ່ນດິນ.