1
ແລ້ວໂຢເຊັບກໍບໍ່ສາມາດບັງຄັັບຕົວເອງເອົາໄວ້ໄດ້ຕໍ່ຫນ້າຄົນຮັບໃຊ້ທີ່ຢືນກັບລາວ. ລາວຈຶ່ງເວົ້າຢ່າງດັງວ່າ, "ທຸກຄົນຕ້ອງຈາກເຮົາໄປ." ສະນັ້ນບໍ່ມີໃຜເລີຍທີ່ຢືນຢູ່ກັບໂຢເຊັບ ລາວບອກພວກອ້າຍນ້ອງຂອງຕົນວ່າ ລາວແມ່ນໃຜນັ້ນ.
2
ລາວໄດ້ໄຫ້ສະອື້ນສຽງດັງ, ຈົນຊາວອີຢິບໄດ້ຍິນ, ແລະ ຂ່າວຈຶ່ງແຜ່ໄປເຖິງຣາຊວັງຂອງຟາໂຣ.
3
ໂຢເຊັບໄດ້ກ່າວແກ່ພວກອ້າຍນ້ອງຂອງຕົນວ່າ, "ຂ້ອຍແມ່ນໂຢເຊັບເອງ. ພໍ່ຂອງຂ້ອຍຍັງມີຊີວິດຢູ່ບໍ?" ແຕ່ພໍເມື່ອໄດ້ຍິນເຊັ່ນນັ້ນ ພວກອ້າຍນ້ອງຂອງໂຢເຊັບບໍ່ສາມາດຕອບລາວໄດ້, ເພາະພວກເຂົາຕົກໃຈທີ່ສຸດໃນການມີຊີວິດຢູ່ຂອງລາວ.
4
ແລ້ວໂຢເຊັບກໍເວົ້າຕໍ່ໄປວ່າ, "ກະຣຸນາຫຍັບເຂົ້າມາໃກ້ໆຂ້ອຍເຖີ້ນ." ພວກເຂົາຈຶ່ງຫຍັບເຂົ້າ. ລາວໄດ້ເວົ້າອີກວ່າ, "ຂ້ອຍແມ່ນໂຢເຊັບ, ນ້ອງຊາຍຂອງພວກເຈົ້າ ຜູ້ທີ່ພວກເຈົ້າໄດ້ຖືກຂາຍມາທີ່ປະເທດອີຢິບ.
5
ຢ່າທຸກໃຈ ຫລື ໃຈຮ້າຍໃຫ້ຕົວພວກເຈົ້າເອງເລີຍທີ່ໄດ້ຂາຍຂ້ອຍມາທີ່ນີ້, ເພາະພຣະເຈົ້າໄດ້ສົ່ງຂ້ອຍມານີ້ກ່ອນພວກເຈົ້າ ເພື່ອຊ່ວຍຊີວິດຄົນ.
6
ສອງປີແລ້ວທີ່ການອຶດຢາກໄດ້ມາທີ່ດິນແດນແຫ່ງນີ້, ແລະ ຈະມີອີກຫ້າປີຊຶ່ງຈະບໍ່ມີການປູກຝັງ ແລະ ການເກັບກ່ຽວເລີຍ.
7
ພຣະເຈົ້າໄດ້ສົ່ງຂ້ອຍມາກ່ອນພວກເຈົ້າ ເພື່ອຊ່ວຍຊີວິດຂອງພວກເຈົ້າ ດັ່ງຄົນທີ່ຍັງເຫລືອໄວ້ໃນໂລກນີ້, ແລະ ເພື່ອຮັກສາໃຫ້ພວກເຈົ້າຈະມີຊີວິດຢູ່ດ້ວຍການປົດປ່ອຍທີ່ຍິ່ງໃຫຍ່.
8
ດັ່ງນັ້ນບັດນີ້ ມັນຈຶ່ງບໍ່ແມ່ນພວກເຈົ້າທີ່ໄດ້ສົ່ງຂ້ອຍມາທີ່ນີ້ ແຕ່ແມ່ນອົງພຣະຜູ້ເປັນເຈົ້າຕ່າງຫາກທີ່ໄດ້ສົ່ງຂ້ອຍມາ, ແລະ ພຣະອົງໄດ້ເຮັດໃຫ້ຂ້ອຍເປັນພໍ່ຂອງກະສັດຟາໂຣ, ເປັນຜູ້ຮັບຜິດຊອບປະເທດທັງຫມົດຂອງເພິ່ນ, ແລະ ເປັນຜູ້ປົກຄອງດິນແດນປະເທດອີຢິບທັງຫມົດ.
9
ຈົ່ງຟ້າວກັບເມືອ ແລະ ໄປຫາພໍ່ຂອງຂ້ອຍ ແລະ ບອກແກ່ເພິ່ນວ່າ, 'ນີ້ແມ່ນຄຳເວົ້າຂອງໂຢເຊັບລູກຊາຍຂອງເຈົ້າໄດ້ກ່າວວ່າ, "ພຣະເຈົ້າໄດ້ບັນດານໃຫ້ຂ້ອຍ ເປັນຜູ້ປົກຄອງປະເທດອີຢິບທັງຫມົດ. ຂໍພໍ່ມາຫາຂ້ອຍ, ຢ່າໄດ້ຊັກຊ້າເລີຍ.
10
ພໍ່ຈະໄດ້ອາໄສຢູ່ໃນດິນແດນໂກເຊັນ, ແລະ ພໍ່ຈະຢູ່ໃກ້ຂ້ອຍ, ພໍ່ ແລະ ລູກຫລານຂອງພໍ່, ແລະ ຝູງແກະ ແລະ ຝູງງົວ ແລະ ທຸກໆສິ່ງທີ່ພໍ່ມີຢູ່.
11
ຂ້ອຍຈະຈັດຕຽມສຳລັບພໍ່, ເພາະຄວາມອຶດຫິວຍັງຈະມີອີກຫ້າປີ, ສະນັ້ນພໍ່, ຄົວເຮືອນຂອງພໍ່, ແລະ ທຸກສິ່ງທີ່ພໍ່ມີຈະບໍ່ອຶດຍາກລຳບາກ."'
12
ເບິ່ງແມ, ຕາຂອງພວກເຈົ້າຈົ່ງແນມເບິ່ງ, ແລະ ຕາຂອງເບັນຈາມິນນ້ອງຊາຍຂອງຂ້ອຍເອີຍ, ນີ້ແມ່ນປາກຂອງຂ້ອຍເອງທີ່ເວົ້າກ່າວຕໍ່ພວກເຈົ້າ.
13
ເຈົ້າຈົ່ງເລົ່າໃຫ້ພໍ່ຂອງຂ້ອຍຟັງເທີດ ເຖິງກຽຕສັກສີທັງຫມົດທີ່ຂ້ອຍມີໃນປະເທດອີຢິບນີ້ ແລະ ໃນທຸກໆສິ່ງທີ່ພວກເຈົ້າໄດ້ເຫັນ. ເຈົ້າຈົ່ງຟ້າວໄປ ແລະ ພາພໍ່ຂອງຂ້ອຍມາຢູ່ທີ່ນີ້."
14
ລາວໄດ້ກອດຄໍເບັນຢາມິນນ້ອງຊາຍຂອງລາວພ້ອມທັງຮ້ອງໄຫ້, ແລະ ເບັນຢາມິນກໍໄດ້ຮ້ອງໄຫ້ເທິງຄໍຂອງລາວ.
15
ລາວໄດ້ຈູບພວກອ້າຍທຸກໆຄົນ ແລະ ຮ້ອງໄຫ້ໃສ່ພວກເຂົາ. ຫລັງຈາກນັ້ນອ້າຍນ້ອງລາວກໍໄດ້ລົມກັບລາວ.