ບົດທີ 19
1
ທູດສະຫວັນສອງຕົນໄດ້ມາເຖິງເມືອງ ໂຊໂດມໃນຕອນຄໍ່າ, ຂະນະທີ່ໂລດກຳລັງນັ່ງຢູ່ທີ່ປະຕູເມືອງໂຊໂດມ. ໂລດໄດ້ເຫັນພວກເຂົາ, ຈຶ່ງໄດ້ລຸກຂຶ້ນອອກໄປຕ້ອນຮັບພວກເຂົາ, ແລະ ໄດ້ໂນ້ມຕົວລົງຫນ້າຈຸພື້ນດິນ.
2
ເຂົາໄດ້ເວົ້າວ່າ, "ກະຣຸນາເທາະເຈົ້ານາຍຂອງຂ້ານ້ອຍເອີຍ, ຂ້ານ້ອຍຂໍເຊີນທ່ານແວ່ເຂົ້າໄປໃນບ້ານຜູ້ຮັບໃຊ້ຂອງທ່ານພັກຄ້າງຄືນ, ແລະ ລ້າງຕີນຂອງທ່ານ. ຈາກນັ້ນທ່ານສາມາດຕື່ນຂຶ້ນແຕ່ເຊົ້າ ແລະ ເດີນທາງໄປຕໍ່." ແຕ່ພວກເພິ່ນຕອບວ່າ, "ບໍ່ດອກເຮົາຈະພັກຄ້າງຄືນທີ່ສີ່ແຍກຂອງເມືອງ."
3
ແຕ່ເຂົາພະຍາຍາມສືບຕໍ່ຂໍຮ້ອງຫລາຍຂຶ້ນ, ດັ່ງນັ້ນພວກເພິ່ນຈິ່ງໄປກັບເຂົາ, ແລະ ເຂົ້າໄປໃນທີ່ບ້ານຂອງໂລດ. ເຂົາໄດ້ຈັດແຈ່ງເຂົ້າປາອາຫານ ແລະ ປີ້ງເຂົ້າຈີ່ບໍ່ມີເຊື້ອແປ້ງ, ແລະພວກເພິ່ນກໍພາກັນຮັບກິນ.
4
ແຕ່ກ່ອນທີ່ພວກເຂົາຈະນອນລົງ, ພວກຜູ້ຊາຍຂອງເມືອງນັ້ນ, ພວກຜູ້ຊາຍຂອງເມືອງໂຊໂດມ, ໄດ້ມາອ້ອມບ້ານນັ້ນໄວ້, ທັງຄົນຫນຸ່ມ ແລະຄົນແກ່ຜູ້ຊາຍທັງຫມົດ, ຈາກທຸກຊອກທຸກບ່ອນຂອງເມືອງນັ້ນ.
5
ພວກເຂົາຮ້ອງຫາໂລດ, ແລະ ໄດ້ເວົ້າກັບເຂົາວ່າ, "ຜູ້ຊາຍທີ່ໄດ້ເຂົ້າມາຫາເຈົ້າຄືນນີ້ຢູ່ໃສ? ຈົ່ງນຳພວກເຂົາອອກມາໃຫ້ພວກເຮົາ, ພວກເຮົາຈະຫລັບນອນກັບພວກເຂົາ."
6
ໂລດຈຶ່ງໄດ້ອອກໄປນອກປະຕູໄປຫາພວກເຂົາ ແລະ ໄດ້ປິດປະຕູຫລັງຈາກທີ່ເຂົາອອກໄປແລ້ວ.
7
ເຂົາໄດ້ເວົ້າວ່າ, "ເຮົາຂໍຮ້ອງພວກທ່ານ, ພີ່ນ້ອງຂອງເຮົາຢ່າເຮັດເລື່ອງຊົ່ວຊ້າຢ່າງນັ້ນເລີຍ.
8
ເບິ່ງເຖີດ, ເຮົາມີລູກສາວສອງຄົນຜູ້ທີ່ຍັງບໍ່ເຄີຍຫລັບນອນກັບຜູ້ຊາຍຄົນໃດມາກ່ອນ. ເຮົາຂໍຮ້ອງທ່ານ, ເຮົາຈະນຳພວກເຂົາອອກມາໃຫ້ພວກທ່ານຈະເຮັດສິ່ງໃດກັບພວກເຂົາກໍແລ້ວແຕ່ພວກທ່ານ. ພຽງແຕ່ຢ່າເຮັດສິ່ງໃດກັບຜູ້ຊາຍເຫລົ່ານີ້, ເພາະວ່າພວກເພິ່ນເປັນແຂກໄດ້ມາຢູ່ໃຕ້ຮົ່ມເງົາຫລັງຄາບ້ານຂອງເຮົາ."
9
ພວກເຂົາຕອບວ່າ, "ຈົ່ງຖອຍໄປ!" ພວກເຂົາເວົ້າອີກດ້ວຍວ່າ, "ຄົນນີ້ມາທີ່ນີ້ເພື່ອຈະອາໄສຢູ່ທີ່ນີ້ເຫມືອນຄົນຕ່າງຊາດຄົນຫນຶ່ງ, ແຕ່ບັດນີ້ເຂົາໄດ້ກາຍເປັນຜູ້ພິພາກສາເຮົາ! ບັດນີ້ພວກເຮົາຈະຈັດການຢ່າງຊົ່ວຮ້າຍກັບໂຕເຈົ້າຫນັກກວ່າເຮັດກັບພວກເຂົາ." ພວກເຂົາໄດ້ຊຸກຜູ້ຊາຍຄົນນັ້ນ, ຢ່າງແຮງຄືສູ້ກັບໂລດ, ແລະ ເຂົ້າມາໃກ້ເພື່ອທີ່ຈະທຸບປະຕູບ້ານລົງ.
10
ແຕ່ພວກຜູ້ຊາຍນັ້ນໄດ້ຍື່ນມືອອກໄປດຶງເອົາໂລດເຂົ້າມາໃນບ້ານ ແລະ ອັດປະຕູໄວ້.
11
ຈາກນັ້ນພວກແຂກຂອງໂລດໄດ້ຈູ່ໂຈມຢ່າງທີ່ບໍ່ສາມາດຫລຽວເຫັນໄດ້ຕໍ່ພວກຜູ້ຊາຍທີ່ຢູ່ນອກປະຕູບ້ານທັງຄົນຫນຸ່ມ, ແລະຄົນແກ່ດັ່ງນັ້ນພວກເຂົາຈຶ່ງອ່ອນແຮງລົງ. ເມື່ອພວກເຂົາໄດ້ພະຍາຍາມເຂົ້າມາທີ່ປະຕູບ້ານ.
12
ແລ້ວພວກຜູ້ຊາຍນັ້ນໄດ້ບອກກັບໂລດວ່າ, "ເຈົ້າມີໃຜທີ່ຢູ່ທີ່ນີ້ອີກບໍ? ລູກຊາຍ ແລະ ລູກສາວທັງຫລາຍ, ລູກເຂີຍທັງຫລາຍ ແລະ ໃຜກໍຕາມທີ່ເຈົ້າມີໃນເມືອງນີ້, ຈົ່ງພາພວກເຂົາອອກຈາກເມືອງນີ້.
13
ເພາະວ່າເຮົາຈະທຳລາຍສະຖານທີ່ນີ້, ເພາະວ່າການຮຽກຮ້ອງກ່າວຫາເລື່ອງນີ້ດັງໄປເຖິງພຣະພັກພຣະຢາເວ ດັ່ງນັ້ນພຣະອົງຈຶ່ງຊົງໃຊ້ພວກເຮົາມາທຳລາຍເມືອງນີ້."
14
ໂລດໄດ້ອອກໄປເວົ້າກັບຄູ່ຫມັ້ນຂອງລູກສາວເຂົາ, ພວກຜູ້ຊາຍທີ່ໄດ້ສັນຍາວ່າຈະແຕ່ງງານກັບລູກສາວທັງຫລາຍຂອງຕົນວ່າ, "ຈົ່ງຫນີອອກຈາກເມືອງນີ້ໄວໆ, ເພາະພຣະຢາເວກຳລັງຈະຊົງທຳລາຍເມືອງນີ້." ແຕ່ພວກເຂົາລູກເຂີຍຂອງເຂົາ ເຂົາຄິດວ່າເວົ້າຫລິ້ນ.
15
ເມື່ອໃກ້ຈະຮຸ່ງເຊົ້າເຫລົ່າທູດສະຫວັນ, ໄດ້ເລັ່ງໂລດກ່າວວ່າ, "ຈົ່ງໄປເຖີດ, ນຳເອົາເມຍຂອງເຈົ້າກັບລູກສາວສອງຄົນທີ່ຢູ່ທີ່ນີ້, ເພື່ອທີ່ຈະບໍ່ຖືກທຳລາຍໄປກັບການລົງໂທດເມືອງນີ້."
16
ແຕ່ຍັງສົງໄສພວກຜູ້ຊາຍນັ້ນຈຶ່ງດຶງມືລາວ, ແລະ ມືຂອງເມຍ, ແລະ ມືລູກສາວທັງສອງຂອງເຂົາເພາະວ່າພຣະຢາເວຊົງພຣະກາຣຸນາຕໍ່ລາວ. ພວກເຂົາໄດ້ນຳເອົາພວກເພິ່ນອອກໄປນອກເມືອງ.
17
ເມື່ອພວກເຂົາໄດ້ເຂົາທັງຫລາຍອອກມາ, ຜູ້ຊາຍຄົນຫນຶ່ງໄດ້ເວົ້າວ່າ, "ຈົ່ງຟ້າວຫນີໄປເພື່ອເອົາຊີວິດລອດ! ຢ່າຫລຽວຄືນຫລັງ, ຫລືຢຸດພັກທີ່ໃດໃນທີ່ຮາບນັ້ນ. ຈົ່ງຫນີໄປເທິງພູເຂົາທັງຫລາຍເພື່ອທີ່ພວກເຈົ້າຈະບໍ່ຖືກກວດລ້າງ."
18
ໂລດໄດ້ເວົ້າກັບພວກເຂົາວ່າ, "ຢ່າເລີຍກາຣຸນາເທາະ!
19
ເຈົ້ານາຍຂອງຂ້ານ້ອຍຜູ້ຮັບໃຊ້ຂອງທ່ານ, ໄດ້ເປັນທີ່ໂປດປານໃນສາຍຕາຂອງທ່ານແລ້ວ, ແລະ ທ່ານໄດ້ສຳແດງຄວາມເມດຕາທີ່ຍິ່ງໃຫຍ່ແກ່ຂ້ານ້ອຍໃນການຊ່ວຍຊີວິດຂອງຂ້ານ້ອຍ, ແຕ່ຂ້ານ້ອຍບໍ່ສາມາດຫນີໄປຍັງພູເຂົາທັງຫລາຍໄດ້ທັນເພາະພັຍພິບັດຈະເຖິງຂ້ານ້ອຍເສຍກ່ອນ, ແລະ ຂ້ານ້ອຍຈະຕາຍ.
20
ເບິ່ງເຖີດ, ເມືອງນັ້ນຢູ່ທີ່ນັ້ນຢູ່ໃກ້ພໍທີ່ຈະຫນີໄປທີ່ນັ້ນ, ແລະ ເປັນເມືອງນ້ອຍໆ. ກາຣຸນາ, ອະນຸຍາດໃຫ້ຂ້ານ້ອຍຫນີໄປທີ່ນັ້ນສາ. (ບໍ່ແມ່ນເມືອງນ້ອຍໆບໍ?), ແລະ ຊີວິດຂອງຂ້ານ້ອຍຈະປອດພັຍ."
21
ເຂົາໄດ້ເວົ້າກັບທ່ານວ່າ, "ຕົກລົງ, ເຮົາຍອມຮັບຄຳຮ້ອງຂໍນີ້ດ້ວຍ, ທີ່ເຮົາຈະບໍ່ທຳລາຍເມືອງທີ່ເຈົ້າໄດ້ກ່າວເຖິງນັ້ນ.
22
ຮີບໄວໆເຖີດ! ຈົ່ງຫນີໄປທີ່ນັ້ນ, ເພາະເຮົາຈະບໍ່ສາມາດເຮັດອັນໃດໄດ້ ຈົນກວ່າເຈົ້າຈະໄປເຖິງທີ່ນັ້ນ." ສະນັ້ນເມືອງນີ້ຈຶ່ງຖືກເອີ້ນຊື່ວ່າໂຊອາ.
23
ເມື່ອໂລດໄປເຖິງເມືອງໂຊອາ ຕາເວັນກໍກຳລັງຂຶ້ນ.
24
ຈາກນັ້ນ ພຣະຢາເວຊົງໄດ້ສົ່ງໃຫ້ໄຟ ແລະ ມາດມາຈາກທ້ອງຟ້າລົງມາເຫນືອເມືອງໂຊໂດມ ແລະ ໂກໂມຣາ.
25
ພຣະອົງໄດ້ຊົງທຳລາຍເມືອງເຫລົ່ານັ້ນ, ແລະ ທີ່ຮາບທັງໝົດ, ແລະ ຜູ້ທີ່ຢູ່ໃນເມືອງເຫລົ່ານັ້ນທັງຫມົດ ແລະ ພືດພັນຕ່າງໆທີ່ເຕີບໂຕຈາກພື້ນດິນ.
26
ແຕ່ເມຍຂອງໂລດ, ທີ່ຢູ່ຂ້າງຫລັງໄດ້ຫລຽວຄືນຫລັງ, ແລະ ນາງໄດ້ກາຍເປັນເສົາເກືອ.
27
ອັບຣາຮາມໄດ້ລຸກຂຶ້ນແຕ່ເຊົ້າໆ ແລະ ໄດ້ໄປບ່ອນທີ່ເພິ່ນໄດ້ຢືນຢູ່ຕໍ່ພຣະພັກພຣະຢາເວ.
28
ເພິ່ນໄດ້ຫລຽວລົງໄປເບິ່ງເມືອງໂຊໂດມ ແລະ ເມືອງໂກໂມຣາ ແລະແຜ່ນດິນທີ່ຮາບນັ້ນທັງຫມົດ. ເພິ່ນໄດ້ຫລຽວເບິ່ງເຫັນຄວັນພຸ່ງຂຶ້ນມາຈາກແຜ່ນດິນ, ເຫມືອນຄວັນຂອງເຕົາເຜົາ.
29
ດັ່ງນັ້ນເມື່ອພຣະເຈົ້າຊົງໄດ້ທຳລາຍເມືອງທັງຫລາຍຂອງທີ່ຮາບ, ພຣະເຈົ້າຊົງໄດ້ລະນຶກເຖິງອັບຣາຮາມ. ພຣະອົງຊົງໄດ້ສົ່ງໂລດອອກໄປພົ້ນຈາກການທຳລາຍລ້າງເມື່ອພຣະອົງຊົງໄດ້ທຳລາຍເມືອງທັງຫລາຍທີ່ໂລດອາໄສຢູ່.
30
ໂລດຈຶ່ງໄດ້ອອກໄປຈາກເມືອງໂຊອາ ໄປອາໄສຢູ່ເທິງພູເຂົາກັບລູກສາວທັງສອງ, ເພາະເຂົາຢ້ານກົວທີ່ຈະອາໄສຢູ່ທີ່ເມືອງໂຊອາ. ເຫດນີ້ເຂົາຈຶ່ງໄດ້ໄປອາໄສຢູ່ໃນຖໍ້າ, ເຂົາ ແລະ ລູກສາວທັງສອງຄົນ.
31
ລູກສາວຜູ້ເອື້ອຍໄດ້ເວົ້າກັບນ້ອງສາວວ່າ, "ພໍ່ຂອງພວກເຮົາອາຍຸຫລາຍແລ້ວ, ແລະ ບໍ່ມີຜູ້ຊາຍຄົນໃດທີ່ຈະມາຫລັບນອນກັບເຮົາຕາມທຳນຽມປະເພນີຂອງໂລກ.
32
ມາເທາະ, ໃຫ້ເຮົາຊັກຊວນພໍ່ດື່ມເຫລົ້າອະງຸ່ນຈົນເມົາ, ແລະ ເຮົາຈະໄດ້ນອນນຳເພິ່ນ, ເພື່ອທີ່ຈະຂະຫຍາຍເຊື້ອສາຍຂອງພໍ່ເຮົາ."
33
ດັ່ງນັ້ນ ພວກເຂົາຈຶ່ງໃຫ້ພໍ່ຂອງພວກເຂົາດື່ມເຫລົ້າອະງຸ່ນໃນຄືນນັ້ນ. ຈາກນັ້ນ ລູກສາວກົກໄດ້ເຂົ້າໄປນອນນຳພໍ່ຂອງຕົນ, ເຂົາບໍ່ຮູ້ວ່ານາງໄດ້ເຂົ້າມານອນເມື່ອໃດ, ຫລື ນາງໄດ້ລຸກອອກໄປເມື່ອໃດ.
34
ມື້ຕໍ່ມາຜູ້ເອື້ອຍໄດ້ເວົ້າກັບນ້ອງສາວວ່າ, "ຈົ່ງຟັງ, ມື້ຄືນນີ້ຂ້ອຍໄດ້ນອນນຳພໍ່ແລ້ວ. ໃຫ້ເຮົາຊັກຊວນເພິ່ນດື່ມເຫລົ້າອະງຸ່ນອີກຄືນມື້ນີ້, ແລະ ເຈົ້າຄວນເຂົ້າໄປ ແລະ ນອນນຳເພິ່ນ, ດັ່ງນັ້ນພວກເຮົາຈະຂະຫຍາຍເຊື້ອສາຍຂອງພໍ່."
35
ດັ່ງນັ້ນ ພວກເຂົາຈຶ່ງໃຫ້ພໍ່ຂອງພວກເຂົາດື່ມເຫລົ້າອະງຸ່ນໃນຄືນນັ້ນດ້ວຍ, ແລະ ລູກສາວຄົນນ້ອງ ກໍໄດ້ເຂົ້າໄປນອນນຳພໍ່ຂອງຕົນ. ເພິ່ນບໍ່ຮູ້ວ່ານາງໄດ້ເຂົ້າມານອນເມື່ອໃດ, ຫລື ນາງໄດ້ລຸກໄປເມື່ອໃດ.
36
ນີ້ແຫລະ ລູກສາວທັງສອງຂອງໂລດ ຈຶ່ງພາກັນຕັ້ງທ້ອງໂດຍພໍ່ຂອງພວກເຂົາ.
37
ຜູ້ເປັນເອື້ອຍໄດ້ລູກຊາຍຄົນຫນຶ່ງ, ແລະໄດ້ຕັ້ງຊື່ ເຂົາວ່າໂມອາບ. ລາວໄດ້ເປັນບັນພະບຸຣຸດຂອງຊາວໂມອາບຈົນເຖິງທຸກວັນນີ້.
38
ສຳລັບລູກສາວຄົນນ້ອງນາງກໍໄດ້ລູກຊາຍຜູ້ຫນຶ່ງ, ແລະໄດ້ຕັ້ງຊື່ເຂົາວ່າ ເບນນຳມີ. ລາວໄດ້ເປັນ ບັນພະບຸຣຸດ ຂອງຊາວອຳໂມນມາຈົນເຖິງ ທຸກວັນນີ້.