ບົດທີ 18
1
ພຣະຢາເວໄດ້ຊົງປາກົດແກ່ອັບຣາຮາມທີ່ຫມູ່ຕົ້ນໂອກຂອງມຳເຣ, ໃນເວລາອາກາດຮ້ອນຂອງວັນໃນຂະນະທີ່ເພິ່ນນັ່ງຢູ່ທີ່ປະຕູເຕັນ.
2
ເພິ່ນເງີຍຫນ້າຂຶ້ນ, ເບິ່ງດູ, ເພິ່ນເຫັນຜູ້ຊາຍສາມຄົນກຳລັງຢືນຢູ່ກົງກັນຂວ້າມກັບເພິ່ນ. ເມື່ອເພິ່ນໄດ້ເຫັນພວກເຂົາ, ເພິ່ນໄດ້ແລ່ນຈາກປະຕູເຕັນໄປຕ້ອນຮັບພວກເຂົາ ແລະ ກົ້ມກາບລົງດິນ.
3
ເພິ່ນໄດ້ເວົ້າວ່າ, "ນາຍທ່ານ, ຖ້າຂ້ານ້ອຍເປັນທີ່ໂປດປານໃນສາຍຕາຂອງທ່ານ, ຂໍຢ່າໄດ້ຜ່ານໄປ ແລະ ປະຖິ້ມຜູ້ຮັບໃຊ້ພວກທ່ານ.
4
ຂໍໃຫ້ຂ້ານ້ອຍ, ໄດ້ນຳເອົານໍ້າມາລ້າງຕີນຂອງທ່ານ, ໃຫ້ທ່ານໄດ້ພັກຜ່ອນຢູ່ໃຕ້ຕົ້ນໄມ້.
5
ໃຫ້ຂ້ານ້ອຍນຳເອົາອາຫານບາງຢ່າງເລັກນ້ອຍມາໃຫ້ທ່ານກິນ, ເພື່ອວ່າທ່ານຈະໄດ້ເຮັດໃຫ້ສົດຊື່ນຂຶ້ນຫລັງຈາກນັ້ນທ່ານຄ່ອຍເດີນທາງຕໍ່ໄປ. ເພາະທ່ານໄດ້ແວ່ມາຢ້ຽມຢາມຜູ້ຮັບໃຊ້ຂອງທ່ານ." ພວກເຂົາຕອບວ່າ, "ຈົ່ງເຮັດຕາມທີ່ເຈົ້າເວົ້າເຖີດ."
6
ແລ້ວອັບຣາຮາມຈຶ່ງຟ້າວເຂົ້າໄປຫາຊາຣາ, ແລະ ເວົ້າວ່າ, "ໄວໆ, ຮີບໄປເອົາແປ້ງຢ່າງດີສາມຖັງນວດ, ແລະ ເຮັດເຂົ້າຈີ່."
7
ຈາກນັ້ນອັບຣາຮາມຟ້າວແລ່ນໄປຫາຝູງສັດ, ແລະ ນຳເອົາລູກງົວທີ່ຍັງອ່ອນທີ່ຕູ້ຍພີດີ, ມາໃຫ້ຄົນຮັບໃຊ້, ແລະ ເຂົາໄດ້ຮີບທີ່ຈະຈັດແຈ່ງເຮັດເປັນອາຫານ.
8
ເຂົາໄດ້ເອົາເນີຍ, ແລະ ນໍ້ານົມ ແລະ ຊີ້ນງົວທີ່ໄດ້ຈັດທຳໄວ້ແລ້ວ ແລະວາງອາຫານນັ້ນໄວ້ຕໍ່ຫນ້າພວກເຂົາ. ແລະ ເຂົາໄດ້ຢືນຢູ່ຂ້າງພວກເພິ່ນໃຕ້ຕົ້ນໄມ້ໃນຂະນະທີ່ພວກເຂົາກິນອາຫານ.
9
ພວກເຂົາໄດ້ເວົ້າກັບເພິ່ນວ່າ, "ຊາຣາ ເມຍຂອງເຈົ້າຢູ່ໃສ?" ເພິ່ນຕອບວ່າ, "ນາງຢູ່ໃນຜ້າເຕັນ."
10
ເຂົາໄດ້ເວົ້າວ່າ, "ແນ່ນອນແທ້ ເຮົາຈະກັບມາຫາເຈົ້າໃນລະດູໃບໄມ້ປົ່ງ, ແລະ ເບິ່ງເຖີດ, ຊາຣາເມຍຂອາເຈົ້າຈະມີລູກຊາຍ." ຊາຣາຢືນຟັງຢູ່ໃກ້ປະຕູເຂົ້າເຕັນຂ້າງຫລັງເພິ່ນ.
11
ຂະນະນັ້ນອັບຣາຮາມ ແລະຊາຣາຕ່າງກໍມີອາຍຸຫລາຍແລ້ວ, ແລະຊາຣາກໍມີອາຍຸຫລາຍເກີນກວ່າທີ່ຈະມີລູກໄດ້.
12
ດັ່ງນັ້ນຊາຣາຈຶ່ງຫົວຂວັນໃຫ້ກັບຕົນເອງ ແລະເວົ້າກັບຕົນເອງວ່າ, "ຫລັງຈາກທີ່ຂ້ອຍຫມົດແຮງແລ້ວ ແລະເຈົ້ານາຍຂອງຂ້ອຍກໍແກ່ແລ້ວ, ຂ້ອຍຍັງຈະມີຄວາມຍິນດີໃນເລື່ອງນີ້ອີກບໍ?"
13
ພຣະຢາເວກໍຖາມອັບຣາຮາມວ່າ, "ເປັນຫຍັງຊາຣາຈຶ່ງຫົວຂວັນ ແລະ ເວົ້າວ່າ, "ຂ້ອຍຈະມີລູກຄົນຫນຶ່ງແທ້ໆບໍ, ໃນເມື່ອຂ້ອຍແກ່ແລ້ວ"?
14
ມີຫຍັງແດ່ຍາກເກີນໄປສຳລັບພຣະຢາເວບໍ? ໃນເວລາທີ່ເຮົາໄດ້ກຳນົດໃນລະດູໃບໄມ້ປົ່ງ, ເຮົາຈະກັບມາຫາເຈົ້າ. ປະມານເວລານີ້ໃນປີຫນ້າຊາຣາຈະມີລູກຊາຍຜູ້ຫນຶ່ງ."
15
ຊາຣາໄດ້ປະຕິເສດ ແລະ ເວົ້າວ່າ, "ຂ້ານ້ອຍບໍ່ໄດ້ຫົວຂວັນ." ເພາະນາງຢ້ານກົວ. ພຣະອົງຕອບວ່າ, "ບໍ່ແມ່ນເຈົ້າໄດ້ຫົວຂວັນ."
16
ຈາກນັ້ນພວກຜູ້ຊາຍໄດ້ລຸກຂຶ້ນເພື່ອທີ່ຈະຈາກໄປ ແລະ ຫລຽວລົງໄປທີ່ເມືອງໂຊໂດມ. ອັບຣາຮາມໄປກັບພວກເຂົາ.
17
ແຕ່ພຣະຢາເວໄດ້ກ່າວວ່າ, "ຄວນບໍທີ່ເຮົາຈະປິດບັງອັບຣາຮາມໃນສິ່ງທີ່ເຮົາຈະເຮັດນີ້.
18
ເພາະວ່າອັບຣາຮາມຈິງໆແລ້ວຈະເປັນຊົນຊາດທີ່ຍິ່ງໃຫຍ່ທັງປວງ ແລະ ມີອຳນາດຫລາຍ ແລະ ຊົນຊາດທັງປວງຂອງແຜ່ນດິນຈະໄດ້ຮັບພອນເພາະເຂົາ.
19
ເພາະວ່າເຮົາໄດ້ເລືອກເອົາລາວດັ່ງນັ້ນລາວຈະສັ່ງສອນລູກໆທັງຫລາຍຂອງລາວ ແລະ ຄົວເຮືອນຂອງລາວທີ່ຈະມາພາຍຫລັງລາວໃຫ້ຖືຮັກສາທາງຂອງພຣະຢາເວ, ເພື່ອກະທຳຄວາມຊອບທັມ ແລະຍຸຕິທັມ, ດັ່ງນັ້ນພຣະຢາເວຈະໄດ້ປະທານໃຫ້ແກ່ອັບຣາຮາມ ຕາມທີ່ພຣະອົງໄດ້ກ່າວກັບລາວແລ້ວນັ້ນ."
20
ຈາກນັ້ນພຣະຢາເວກໍບອກວ່າເພາະວ່າ, "ມີສຽງຮຽກຮ້ອງກ່າວໂທດເມືອງໂຊໂດມ ແລະເມືອງໂກໂມຣາຢ່າງຫນັກຫນ່ວງ, ແລະເພາະວ່າຄວາມບາບຂອງຊາວເມືອງນັ້ນຮ້າຍແຮງ,
21
ບັດນີ້ເຮົາຈະລົງໄປທີ່ນັ້ນ ແລະເບິ່ງຕາມສຽງຮຽກຮ້ອງກ່າວໂທດເມືອງນັ້ນທີ່ມາເຖິງເຮົາ, ເບິ່ງວ່າພວກເຂົາໄດ້ເຮັດບາບຢ່າງນັ້ນ. ເປັນຄວາມຈິງ, ຫລືບໍ່ເຮົາກໍຈະຮູ້."
22
ດັ່ງນັ້ນພວກຜູ້ຊາຍໄດ້ໄປຈາກທີ່ນັ້ນ, ແລະມຸ່ງຫນ້າໄປສູ່ເມືອງໂຊໂດມ, ແຕ່ພຣະຢາເວຍັງຢູ່ກັບອັບຣາຮາມ.
23
ຈາກນັ້ນອັບຣາຮາມໄດ້ເຂົ້າມາໃກ້ ແລະທູນຖາມວ່າ, "ພຣະອົງຈະຊົງທຳລາຍລ້າງຄົນຊອບທັມພ້ອມກັບຄົນອະທັມບໍ?
24
ບາງທີອາດຈະມີຄົນຊອບທັມຫ້າສິບຄົນຢູ່ໃນເມືອງນັ້ນ. ພຣະອົງຈະຊົງທຳລາຍເມືອງນັ້ນ ແລະຈະບໍ່ລະເວັ້ນເມືອງນັ້ນເພາະຄົນຊອບທັມຫ້າສິບຄົນທີ່ຢູ່ທີ່ນັ້ນບໍ?
25
ຂໍໃຫ້ມັນຢູ່ຫ່າງໄກຈາກພຣະອົງ, ທີ່ຈະຊົງກະທຳສິ່ງນັ້ນ, ຄືການຂ້າຄົນຊອບທັມພ້ອມກັບຄົນອະທັມດັ່ງນັ້ນຄວນບໍ ທີ່ຄົນຊອບທັມຈະຖືກລົງໂທດແບບດຽວກັນກັບຄົນອະທັມ. ຂໍໃຫ້ມັນຢູ່ຫ່າງໄກຈາກພຣະອົງເຖີດ! ຜູ້ພິພາກສາຂອງແຜ່ນດິນທັງຫມົດຈະບໍ່ເຮັດສິ່ງໃດທີ່ຍຸຕິທັມບໍ?."
26
ພຣະຢາເວໄດ້ຕອບວ່າ, "ຖ້າເຮົາພົບຄົນຊອບທັມຫ້າສິບຄົນທີ່ເມືອງ ໂຊໂດມເຮົາຈະລະເວັ້ນເມືອງນັ້ນທັງເມືອງ, ເພາະເຫັນແກ່ພວກເຂົາ."
27
ຂ້ານ້ອຍຂໍພຣະກາຣຸນາທີ່ຈະທູນຕໍ່ອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍແມ່ນວ່າຂ້ານ້ອຍຈະເປັນພຽງຂີ້ຝຸ່ນ ແລະ ຂີ້ເຖົ່າວ່າ!
28
ຖ້າຫາກມີຄົນຊອບທັມຫນ້ອຍກວ່າຫ້າສິບຄົນໄປຫ້າຄົນ ພຣະອົງຈະຊົງທຳລາຍເມືອງທັງເມືອງເພາະຂາດໄປຫ້າຄົນນັ້ນບໍ?" ພຣະອົງຕອບວ່າ,"ເຮົາຈະບໍ່ທຳລາຍເມືອງນັ້ນ, ຖ້າພົບຄົນຊອບທັມສີ່ສິບຫ້າຄົນທີ່ນັ້ນ."
29
ເພິ່ນໄດ້ເວົ້າກັບພຣະອົງອີກວ່າ, ແລະໄດ້ທູນວ່າ, "ແລະຖ້າພົບພຽງສີ່ສິບຄົນເທົ່ານັ້ນເດ." ພຣະອົງໄດ້ກ່າວຕອບວ່າ,"ເຮົາກໍຈະບໍ່ທຳລາຍ ເມືອງນັ້ນເພາະເຫັນແກ່ສີ່ສິບຄົນນັ້ນ."
30
ເພິ່ນໄດ້ທູນວ່າ," ອົງພຣະຜູ້ເປັນເຈົ້າຂໍພຣະກາຣຸນາຢ່າຊົງໂກດຮ້າຍເລີຍ, ຂ້ານ້ອຍຂໍຖາມອີກວ່າບາງເທື່ອອາດຈະພົບສາມສິບຄົນທີ່ນັ້ນ." ພຣະອົງຕອບວ່າ,"ເຮົາຈະບໍ່ທຳລາຍເມືອງນັ້ນ ຖ້າເຮົາພົບສາມສິບຄົນທີ່ນັ້ນ."
31
ເຂົາໄດ້ທູນຖາມວ່າ, "ເບິ່ງເຖີດຂ້ານ້ອຍຂໍອົງພຣະຜູ້ເປັນເຈົ້າ ຂໍພຣະອົງໂຜດຍົກໂທດໃຫ້ຂ້ານ້ອຍທີ່ຈະທູນຕໍ່ອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍ. "ຖ້າວ່າມີພຽງຊາວຄົນທີ່ນັ້ນ" ພຣະອົງຕອບວ່າ,"ເຮົາຈະບໍ່ທຳລາຍເມືອງນັ້ນ ເພາະເຫັນແກ່ຊາວຄົນນັ້ນ."
32
ເພິ່ນໄດ້ທູນວ່າ, "ອົງພຣະຜູ້ເປັນເຈົ້າຂໍ ພຣະກາຣຸນາຢ່າຟ້າວໂກດຮ້າຍເລີຍ, ຂ້ານ້ອຍຂໍຖາມພຣະອົງອີກຄັ້ງນີ້ເປັນຄັ້ງສຸດທ້າຍ. ບາງທີອາດຈະພົບສິບຄົນທີ່ນັ້ນ ພຣະອົງໄດ້ຕອບວ່າ," ເຮົາຈະບໍ່ທຳລາຍເມືອງນັ້ນ ເພາະເຫັນແກ່ສິບຄົນນັ້ນ."
33
ພຣະຢາເວໄດ້ສະເດັດໄປທັນທີທີ່ເມື່ອພຣະອົງສິ້ນສຸດການສົນທະນາກັບອັບຣາຮາມ, ແລະ ອັບຣາຮາມກໍໄດ້ກັບຄືນໄປສູ່ ທີ່ພັກ.