ບົດທີ 20
1
ອັບຣາຮາມໄດ້ເດີນທາງຈາກທີ່ນັ້ນໄປຍັງແຜ່ນດິນເນເກບ, ແລະ ໄດ້ອາໄສຢູ່ລະຫວ່າງເມືອງກາເດັດ ກັບເມືອງຊູເຣ. ເຂົາໄດ້ເປັນຄົນຕ່າງຊາດອາໄສຢູ່ທີ່ເມືອງເກຣາກ.
2
ອັບຣາຮາມໄດ້ເວົ້າກຽ່ວກັບຊາຣາເມຍຂອງຕົນວ່າ, "ນາງເປັນນ້ອງສາວ." ດັ່ງນັ້ນເຈົ້າອາບີເມເຫລັກ ກະສັດເມືອງ ເກຣາກ ຊົງໄດ້ສົ່ງຜູ້ຊາຍຂອງພະອົງມາ ແລະ ພວກເຂົາໄດ້ນຳຊາຣາໄປ.
3
ແຕ່ພຣະເຈົ້າຊົງໄດ້ສະເດັດມາຫາອາບີເມເຫລັກໃນຄວາມຝັນໃນຄືນນັ້ນ, ແລະ ໄດ້ກ່າວກັບເຂົາວ່າ, "ເບິ່ງເຖີດ, ເຈົ້າເປັນຜູ້ຊາຍທີ່ຕາຍແລ້ວເພາະຜູ້ຍິງ, ຜູ້ທີ່ເຈົ້າໄດ້ເອົາມານັ້ນນາງມີຜົວແລ້ວ."
4
ຂະນະນັ້ນອາບີເມເຫລັກຍັງບໍ່ໄດ້ເຂົ້າໃກ້ນາງ ແລະ ພະອົງຈຶ່ງທູນວ່າ, "ຂ້າແດ່ອົງພຣະຜູ້ເປັນເຈົ້າ, ພຣະອົງຈະຊົງປະຫານປະຊາຊົນທີ່ບໍ່ມີຄວາມຜິດບໍ?
5
ເຂົາເອງບໍ່ແມ່ນບໍທີ່ບອກກັບຂ້ານ້ອຍວ່າ, 'ນາງເປັນນ້ອງສາວຂອງລາວ. ແລະ ຕົວນາງເອງກໍໄດ້ເວົ້າວ່າເຂົາຄືອ້າຍຂອງລາວ.' ຂ້ານ້ອຍໄດ້ເຮັດສິ່ງນີ້ດ້ວຍຄວາມບໍຣິສຸດໃຈຂອງຂ້ານ້ອຍ ແລະ ມືບໍ່ໄດ້ເຮັດຜິດຫຍັງເລີຍ."
6
ພຣະເຈົ້າຈຶ່ງໄດ້ຕອບແກ່ເພິ່ນທາງຄວາມຝັນວ່າ, "ຖືກຕ້ອງ, ເຮົາຮູ້ດີວ່າເຈົ້າໄດ້ເຮັດສິ່ງນີ້ດ້ວຍ ຄວາມຊື່ສັດຈາກໃຈຂອງເຈົ້າ, ເຮົາຈຶ່ງໄດ້ປ້ອງກັນເຈົ້າຈາກການເຮັດບາບຕໍ່ຕ້ານເຮົາດ້ວຍ. ດັ່ງນັ້ນເຮົາ ຈຶ່ງບໍ່ໄດ້ອະນຸຍາດໃຫ້ເຈົ້າແຕະຕ້ອງນາງ.
7
ດັ່ງນັ້ນຈົ່ງຄືນເມຍຂອງລາວໄປ, ເພາະວ່າເຂົາເປັນຜູ້ທຳນວາຍ, ແລະ ລາວຈະອະທິຖານສຳລັບເຈົ້າ, ເພື່ອເຈົ້າຈະມີຊີວິດຢູ່ຕໍ່ໄປ, ແຕ່ຖ້າເຈົ້າບໍ່ຄືນນາງໄປ, ຈົ່ງຮູ້ເຖີດວ່າເຈົ້າ ແລະ ປະຊາຊົນທັງຫມົດ ທີ່ເປັນຂອງເຈົ້າຈະຕ້ອງຕາຍຢ່າງແນ່ນອນ."
8
ອາບີເມເຫລັກຕື່ນນອນແຕ່ເຊົ້າໆ ແລະ ຊົງໄດ້ເອີ້ນຂ້າຣາຊການທັງຫມົດ. ຂອງຕົນເຂົ້າມາຫາ ແລະ ຊົງໄດ້ບອກເຖິງສິ່ງເລົ່ານີ້ທັງຫມົດແກ່ພວກເຂົາຟັງ, ແລະ ພວກຜູ້ຊາຍທັງຫລາຍກໍຢ້ານກົວ.
9
ຈາກນັ້ນເຈົ້າອາບີເມເຫລັກຊົງໄດ້ເອີ້ນອັບຣາຮາມເຂົ້າມາເຝົ້າ ແລະ ຖາມກັບເຂົາວ່າ, "ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້ກັບເຮົາ? ເຮົາໄດ້ເຮັດບາບຕໍ່ສູ້ກັບເຈົ້າຢ່າງໃດ ເຈົ້າໄດ້ນຳຄວາມບາບທີ່ຍິ່ງໃຫຍ່ມາເທິງເຮົາ ແລະ ອານາຈັກຂອງເຮົາ? ເຈົ້າໄດ້ເຮັດຕໍ່ເຮົາໃນສິ່ງທີ່ບໍ່ຄວນເຮັດ."
10
ອາບີເມເຫລັກໄດ້ກ່າວກັບອັບຣາຮາມວ່າ, "ແມ່ນຫຍັງ ເຮັດໃຫ້ເຈົ້າເຮັດສິ່ງນີ້?"
11
ອັບຣາຮາມຈຶ່ງຕອບວ່າ, "ຂ້ານ້ອຍໄດ້ຄິດວ່າແນ່ນອນ, ໃນສະຖານທີ່ນີ້ຄົງຈະບໍ່ມີໃຜຢຳເກງພຣະເຈົ້າ, ແລະ ພວກເຂົາອາດສັງຫານຂ້ານ້ອຍເພາະເມຍຂອງຂ້ານ້ອຍ.
12
ນອກຈາກນັ້ນ, ຄວາມເປັນຈິງແລ້ວນາງເປັນນ້ອງສາວຂອງຂ້ານ້ອຍ, ນາງເປັນລູກສາວຂອງພໍ່ຂອງຂ້ານ້ອຍ, ແຕ່ບໍ່ແມ່ນລູກສາວຂອງແມ່ຂອງຂ້ານ້ອຍ, ແລະ ນາງກໍໄດ້ກາຍມາເປັນເມຍຂອງຂ້ານ້ອຍ.
13
ເມື່ອພຣະເຈົ້າຊົງໃຫ້ຂ້ານ້ອຍອອກຫນີອອກຈາກບ້ານຂອງພໍ່ຂອງຂ້ານ້ອຍ ແລະ ເດີນທາງຈາກທີ່ຫນຶ່ງໄປຍັງອີກທີ່ຫນຶ່ງ, ຂ້ານ້ອຍໄດ້ເວົ້າກັບນາງວ່າ, ເຈົ້າຕ້ອງສະແດງເຖິງຄວາມສັດຊື່ນີ້ເຊັ່ນເມຍຂອງຂ້ອຍ, ຄືໃນທຸກບ່ອນທີ່ເຮົາຈະໄປໃຫ້ເວົ້າເຖິງຂ້ອຍວ່າ, "ຂ້ອຍເປັນອ້າຍຂອງເຈົ້າ.""
14
ຝູງງົວ, ແລະ ຄົນຮັບໃຊ້ຊາຍຍິງຈຳນວນຫນຶ່ງ, ແລະ ມອບພວກເຂົາໃຫ້ອັບຣາຮາມ. ຈາກນັ້ນພະອົງຊົງໄດ້ຄືນຊາຣາ, ເມຍຂອງອັບຣາຮາມໃຫ້ກັບເຂົາ.
15
ເຈົ້າອາບີເມເຫລັກໄດ້ເວົ້າວ່າ, "ເບິ່ງເຖີດ, ດິນແດນຂອງເຮົາຢູ່ກັບເຈົ້າແລ້ວ. ຈົ່ງເລືອກເອົາຢຸ່ບ່ອນໃດກໍໄດ້ຕາມທີ່ເຈົ້າຕ້ອງການ."
16
ສ່ວນຊາຣາພະອົງກ່າວວ່າ, "ນີ້ແຫລະ, ເຮົາເອົາເງິນຫນຶ່ງພັນຫລຽນໃຫ້ອ້າຍຂອງເຈົ້າ. ເປັນຂໍ້ພິສູດເຈົ້າທ່າມກາງສາຍຕາຄົນທັງຫລາຍທີ່ຢູ່ກັບເຈົ້າ, ແລະຕໍ່ຫນ້າຄົນທັງປວງ, ເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງ."
17
ຈາກນັ້ນ ອັບຣາຮາມໄດ້ອະທິຖານຕໍ່ພຣະເຈົ້າ, ແລະ ພຣະເຈົ້າຊົງເຮັດໃຫ້ອາບີເມເຫລັກ, ເມຍຂອງເຂົາ, ແລະ ຂ້າທາດຜູ້ຍິງຂອງເຂົາດັ່ງນັ້ນພວກເຂົາຈຶ່ງສາມາດມີລູກໄດ້.
18
ເພາະວ່າພຣະຢາເວໄດ້ຊົງເຮັດໃຫ້ຜູ້ຍິງທັງຫມົດໃນຄົວເຮືອນຂອງອາບີເມເຫລັກເປັນຫມັນຢ່າງສົມບູນ, ເພາະເລື່ອງຂອງຊາຣາ, ເມຍຂອງອັບຣາຮາມ.