1 ເວລານັ້ນພຣະຢາເວໄດ້ບອກອັບຣາມວ່າ, "ຈົ່ງອອກໄປຈາກປະເທດຂອງເຈົ້າ, ຈາກຍາດຕິພີ່ນ້ອງຂອງເຈົ້າ, ແລະ ຈາກຄົວເຮືອນຂອງພໍ່ເຈົ້າ, ໄປຍັງດິນແດນທີ່ເຮົາຈະຊີ້ແຈງໃຫ້ແກ່ເຈົ້າ.
10 ໄດ້ເກີດມີການອຶດຢາກໃນແຜ່ນດິນການາອານ, ດັ່ງນັ້ນອັບຣາມລົງໄປຍັງປະເທດອີຢິບ, ເພື່ອທີ່ຈະອາໄສຢູ່ເພາະການຂາດແຄນອາຫານໄດ້ຮຸນແຮງຫລາຍຂຶ້ນໃນແຜ່ນດິນ. 11 ເມື່ອເພິ່ນຈະເຂົ້າໄປໃນປະເທດອີຢິບ, ເພິ່ນໄດ້ເວົ້າກັບຊາຣາຍເມຍຂອງຕົນວ່າ, "ເບິ່ງແມ, ເຮົາຮູ້ວ່າເຈົ້າເປັນຍິງທີ່ສວຍງາມ. 12 ເມື່ອຄົນອີຢິບເຫັນເຈົ້າພວກເຂົາຈະເວົ້າວ່ານີ້ຄືເມຍຂອງເຂົາ, ແລ້ວພວກເຂົາກໍຈະຂ້າເຮົາເສຍແຕ່ໃຫ້ເຈົ້າມີຊີວິດຢູ່. 13 ດັ່ງນັ້ນຈົ່ງບອກວ່າ, ເຈົ້າເປັນນ້ອງສາວຂອງເຮົາດັ່ງນັ້ນຈະເປັນການດີສຳລັບເຮົາເພາະເຈົ້າ, ແລະ ດັ່ງນັ້ນຊີວິດຂອງເຮົາຈະຖືກສະຫງວນໄວ້ເພາະເຈົ້າ." 14 ແລະກໍເປັນຢ່າງນັ້ນເມື່ອອັບຣາມໄດ້ເຂົ້າໄປໃນອີຢິບ, ຊາວອີຢິບເຫັນວ່າຊາຣາຍງາມຫລາຍ. 15 ເຈົ້າຊາຍຂອງຟາໂຣໄດ້ເຫັນນາງ ເວົ້າຍົກຍ້ອງນາງຕໍ່ຟາໂຣ, ນາງໄດ້ຖືກນຳໄປຍັງຣາຊວັງຂອງຟາໂຣ. 16 ຟາໂຣໄດ້ຊົງເບິ່ງແຍງອັບຣາມເປັນຢ່າງດີເພາະເຫັນແກ່ນາງ, ແລະ ໄດ້ມອບຝູງແກະ, ຝູງງົວ, ແບ້, ລວາໂຕຜູ້, ແລະ ຄົນຮັບໃຊ້ຊາຍ, ຄົນຮັບໃຊ້ຍິງ, ລວາໂຕແມ່, ແລະ ອູດທັງຫລາຍໃຫ້ກັບເຂົາດ້ວຍ. 17 ພຣະຢາເວໄດ້ຊົງເຮັດໃຫ້ເກີດໄພພິບັດຮ້າຍແຮງກັບຟາໂຣ ແລະຣາຊວົງຂອງພະອົງ, ເພາະຊາຣາຍເມຍຂອງອັບຣາມ. 18 ຟາໂຣໄດ້ຊົງເອີ້ນອັບຣາມມາ, ແລະ ຖາມວ່າ, "ເປັນຫຍັງເຈົ້າຈຶ່ງເຮັດຕໍ່ເຮົາແບບນີ້? ເປັນຫຍັງເຈົ້າບໍ່ບອກເຮົາວ່ານາງເປັນເມຍຂອງເຈົ້າ? 19 ເປັນຫຍັງເຈົ້າຈຶ່ງບອກວ່າ, ນາງຄືນ້ອງສາວຂອງເຈົ້າ? ດັ່ງນັ້ນເຮົາຈຶ່ງນຳນາງມາໄວ້ເປັນເມຍຂອງເຮົາ. ບັດນີ້ນາງຄືເມຍຂອງເຈົ້າ, ຈົ່ງເອົານາງຄືນໄປ, ແລະ ໄປຕາມທາງຂອງເຈົ້າ." 20 ຈາກນັ້ນຟາໂຣໄດ້ຊົງອອກຄຳສັ່ງແກ່ຄົນຂອງພະອົງກຽ່ວກັບເພິ່ນ, ແລະ ພວກເຂົາໄດ້ສົ່ງເພິ່ນໄປພ້ອມກັບເມຍຂອງລາວ ແລະ ທຸກສິ່ງຂອງທີ່ລາວມີຢູ່.